ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປ ຈີນ

ຈີນ ສະກັດກັ້ນ ການໃຊ້ຣະບົບ INTERNET

ໂດຍ ສີທູຍ ສຸວັນນະສີ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 31/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 31/07/2008 12:28 TU

ພາບ ສນາມ ກິລາໂອລິມປິກ ປັກິ່ງ ຫລື ຮັງນົກ ມີພວກ ກັມມະກອນ ທຳຄວາມສະອາດ ອອ້ມແອ້ມ ສະຖານທີ່ນັ້ນ (ພາບ ຣອຍເຕີ)

ພາບ ສນາມ ກິລາໂອລິມປິກ ປັກິ່ງ ຫລື ຮັງນົກ ມີພວກ ກັມມະກອນ ທຳຄວາມສະອາດ ອອ້ມແອ້ມ ສະຖານທີ່ນັ້ນ (ພາບ ຣອຍເຕີ)

ຈີນ ຫັກຫລັງ ກັມມະການ ໂອລິມປິກ ຣະເມີດ ສັນຍາທີ່ໃຫ້ໄວ້ ຕອນສມັກ ໂດຍ ບໍ່ຍອມໃຫ້ ໃຊ້ ຣະບົບສາຍໄຍ ແອງແຕກແນດ ແບບ ເສຣີ ແມ່ນວ່າ ທາງ ກັມມະການ ກິລາ ໂອລິມປິກ ສາກັນ ຕໍ່ວ່າ ປານໃດ ກໍຕາມ

1/ ສປ ຈີນ ບໍ່ຍອມ ຄືນຄຳ ແລະ ນັກຂ່າວ ໃນ ຫ້ອງຂ່າວ ປະຈຳ ສນາມ ກິລາ ປັກກິ່ງ ບໍ່ສາມາດ ໃຊ້ ຣະບົບ INTERNET ໃນ ການ ຮັບ/ສົ່ງ ຂ່າວ ຢ່າງເສຣີ ຕາມທີ່ທາງຈີນຮັບປາກ ມາແຕ່ກ່ອນ ເຣື່ອງ ນີ້ ທາງ ຄນະກັມມະການ ກິລາ ໂອລິມປິກສາກົນ ຫລື CIO ເຫັນວ່າ ແນວໃດ ? 

ຄນະກັມມະການ ກິລາ ໂອລິມປິກສາກົນ ຫລື CIO ແມ່ນຢູ່ໃນທ່າ ຕົກ ສເງີ້ ກໍວ່າ ໄດ້ ເພາະ ໃນເມື່ອ ວ່າ ຊິມອບໃຫ້ຈີນ ເປັນເຈົ້າພາບ ຈັດ ງານ ກິລາ ໂອລິມປິກ 2008 ນີ້ ຈີນ ຮັບປາກ ກັບ ກັມມະການ ໂອລິມ ປິກສາກົນ ແລ້ວວ່າ ຈະ ໃຫ້ ເສຣີພາບ ໃນດ້ານສື່ມວນຊົນ ຄືກັບ ການ ຈັດ ໂອລິມປິກ ໃນປະເທດ ອື່ນ ຊຸດກ່ອນໆ ຜ່ານມາ ຈຶ່ງ ອະນຸຍາດ ໃຫ້ ຈີນ ຈັດໄດ້ ແລະ ໃນມື້ວັນພະຫັດນີ້ ປະທານ ກັມມະການ CIO ທ່ານ Jacques Rogge ທີ່ຫ່ ກໍໄປຮອດ ປັກກິ່ງ ວັນພະຫັດ ກໍແຈ້ງແບບ ພາກ ພູມໃຈວ່ານັບວ່າ ເປັນເທື່ອທຳອິດ ທີ່ສື່ມວນຊົນ ຕ່າງປະເທດ ສາມາດ ມາອອກຂ່າວ ເຄື່ອນໄຫວ ໃນປະເທດຈີນ ແລະ ສາມາດ ອອກຂ່າວໄດ້ ແບບ ເສຣີ ບໍ່ມີການບັງຄັບໃດໆ ຮວມ ທັງ ຣະບົບ ແອງ ແຕກແນດ ນຳດ້ວຍ. 

ທ່ານ ອາດ ຊິ ເວົ້າໄວເກີນໄປ ເພາະ ໃນມື້ດຽວກັນນັ້ນ ທາງຈີນ ປະ ກາດ ທັນທີ ວ່າ ຈະບໍ່ອະນຸຍາດ ໃຊ້ ແອງແຕກແນດ ແບບເສຣີໄດ້ ໃນ ຫ້ອງຂ່າວ ໃນສນາມກິລາໂອລິມປິກ. ນອກຈາກນັ້ນແລ້ວ Websites ຕ່າງໆ ທີ່ທາງຈີນ ເຫັນວ່າ ຂັດກັບນະໂຍບາຍຈີນ ຈະ ຖືກ ຕັດ ອອກ ໂດຍ ສະເພາະ ກໍແມ່ນ Websites ຂອງ Human Rights Watchs Websites ຂອງພວກ Falungong ແລະ Websites ນັກຂ່າວ ບໍ່ມີ ພົມແດນ Reporters sans Frontières ເປັນຕົ້ນ. 

ທ່ານ ຊັນເວຕ ຮັບຜິດ9ອບສື່ມວນຊົນ ຂອງ CIO ໃຫ້ ທັສນະ ແບບ ຫາ ທາງອອກ ເພາະ ຮູ້ສືກ ຖືກ ຫັກຫລັງແລ້ວ ວ່າ - ມີ ແຕ່ ບາງ Web- sites ເທົ່ານັ້ນດອກ ທີ່ ຖືກ ອັດ ເພາະ ມັັນ ຣະເມີດ ກົດຫມາຍຂອງ ສປ  ຈີນ. ພວກເຮົາຫວັງວ່າ ພວກ ນັກຂ່າວ ຕ່າງປະເທດ ຈະ ສາ ມາດ ຮັບນັບຖື ກົດຣະບຽບ ກົດຫມາຍ ຂອງ ສປ ຈີນ ໄດ້. 

ຫມາຍເຖິງວ່າ ທາງ ກັມມະການ CIO ຍອມຮັບ ການຫລົບ ລີ້ນ ປີ້ນ ຄວາມ ຂອງ ສປ ຈີນ ທີ່ ຣະເມີດ ເສຣີພາບໃນ ການອອກຂ່າວ ຕາມທີ່ ສັນຍາໄວ້ ເມື່ອກ່ອນແລ້ວ. 

ນອກໄປຈາກນີ້ ທ່ານ Kevan Kosper ຮັບຜິດຊອບ ການຂ່າວ ຂອງ CIO ໃຫ້ທັສນະວ່າ ອາດມີການຕົກລົງກັນໃຫມ່ ຣະຫວ່າງ ສປ ຈີນ ແລະ ກັມມະການກິລາໂອລິມປິກສາກົນ ແຕ່ ບໍ່ບອກ ໃຫ້ຂ້າ ພະເຈົ້າ ຊາບນຳ. ເປັນທີ່ແປກປະຫລາດທີ່ວ່າ ຜູ້ຮັບຜິດຊອບ ດ້ານຂ່າວ ບໍ່ຮູ້ ເຣື່ອງຫຍັງ ວ່າມີການຕົກລົງ ໃຫມ່ຫລືບໍ່ ແລະ ທ່ານ ໂຣກ ປະທານ CIO ກໍຍັງບໍ່ຮູ້ຈຶ່ງໄດ້ປະກາດວ່າ ສາມາດໃຊ້ ແອງແຕກແນຕໄດ້ ແລະ ມີເສຣີພາບໃນການອອກຂ່າວ.

 ທ່ານ ເມນາກ ແຫ່ງ ອົງການນັກຂ່າວບໍ່ມີພົມແດນ ແຈ້ງໃນ ຖແລງ ການ ສບັບ ນຶ່ງວ່າ ທີ່ເຫັນນີ້ ແມ່ນ ຊັຍຊນະ ຂັ້ນທຳອິດ ຂອງຈີນ ເພາະ ສັນຍາ ທີ່ທາງ ຈີນ ໃຫ້ໄວ້ ຕອນ ສມັກ ໄດ້ຖືກ ຣະເມີດ ຢ່າງສິ້ນເຊີງ ແລະ ທາງ ກັມມະການໂອລິມປິກ ເຫັນພ້ອມກັບການຣະເມີດ ຂອງ ຈີນ ອັນຫມາຍເຖິງວ່າ ກັມມະການ ໂອລິມປິກສາກົນ ຫມົດ ກຽດສັກສີ ໄປແລ້ວທີ່ຮ່ວມມື ກັບ ທ່າທີ ຂອງຈີນ.

2/ ທ່ານ ປະທານາທິບໍດີ Georges W. Bush ແຫ່ງສຫະຣັດ ອະ ເມຣິກາ ກໍ ໄດ້ຕ້ອນຮັບ ນັກຕໍ່ຕ້ານ ຣະບອບ ຫລື dissidents ຕົວ ສະກາດ ຂອງຈີນ ລີ້ພັຍ ໃນ ອະເມຣິກາ 5 ຄົນ ກ່ອນຊິໄປຮ່ວມ ເປີດ ປະຖົມມະເຣີກ ກິລາ ໂອລິມປິກ ປັກກິ່ງ ເຣື່ອງມັນເປັນຈັ່ງໃດ ? 

ແມ່ນແລ້ວ - ໃນມື້ວັນ ອັງຄານ ຜ່ານມານີ້ ທ່ານປະທານາທິບໍດີ ບູສ ໄດ້ ຕ້ອນຮັບ ພວກຕໍ່ຕ້ານ ຫົວສະກາດ ຂອງຣະບອບ ຈີນ - ແລະວ່າ ຈະ ນຳ ທັສນະ ຂອງ ພວກຕໍ່ຕ້ານດັ່ງກ່າວ ໄປ ວ່າ ຢູ່ເມືອງຈີນ ເມື່ອ ໄປຮອດແລ້ວ. 

ທາງຈີນ ມີປະຕິກິຣິຍາ ແບບ ເຄັ່ງຂຶມ ແລະວ່າ ການຕ້ອນຮັບ ພວກ ຕໍ່ຕ້ານຈີນ ຢູ່ ທຳນຽບຂາວນີ້ ເປັນ ສັນຍານ ບໍ່ດີ ສົ່ງເຖິງ ພວກຕ້ານ ຣະບອບຈີນທັງຫລາຍ. ຖືວ່າ ພວກ 5 ຄົນ ນັ້ນ ແມ່ນ ພວກ ກັນດານ ພວກ ຢາກ ແຍກ ແຜ່ນດິນຈີນ ຕ້ານ ຣະບອບຈີນ ແລະ ເປັນພວກ ອັນ ຕຣາຍຕໍ່ສະເຖັຽຣະພາບຂອງ ຈີນນຳດ້ວຍ. 

ນອກໄປ ຈາກນີ້ອີກ ທາງຈີນ ຍັງປະນາມ ສສ ອະເມຣິກາ ແລະ ສະມາ ຊິກວຸທິສະພາ ຫລື ເຊນາເຕີ ອະເມຣິກາ ທີ່ປະນາມຈີນ ໃນ ການ ຣະເມືອ ສິດທິມະນຸສ ໃນຈີນ ທາງຈີນວ່າ ເປັນ ການເອົາ ທ່າທີ ທີ່ ຫນ້າ ປະນາມ ຂອງພວກ ສສ ດັ່ງກ່າວ. 

ແຕ່ ໃນລະຍະຫລັງໆ ເມື່ອໃກ້ຊິຮອດ ການໄຂ ກິລາ ໂອລິມປິກ ເຂົ້າ ທາງ ຈີນ ຮັດກຸມ ດ້ານຄວາມປອດພັຍ ຫລາຍຂຶ້ນ ພວກໃດ ທີ່ສົງສັຍ ວ່າ ຈະເປັນພັຍຕໍ່ຄວາມປອດພັຍ ຖືກ ສົ່ງໄປ ຢູ່ຫ່າງໄກ ປັກກິ່ງ ແລະ ຜູ້ໃດ ທີ່ຂັດກັບຣະບອບ ຖືກຈັບໄປຂັງໄວ້ ຕົວຢ່າງ ທນາຍຄວາມຜູ້ນຶ່ງ ແລະ ອາຈານມະຫາວິທຍາລັຍ ຜູ້ນຶ່ງ ຖືກຈັບສົ່ງໄປ ສັມມະນາ ເພາະ ຕໍ່ສູ້ເພື່ອ ຄວາມຍຸຕິທັມແກ່ ຊາວຈີນ ທີ່ພົບພັຍພິບັດ ແຜ່ນດີນໄຫວ ແຄວ້ນ ເຊຈວນ ທີ່ບໍ່ໄດ້ຮັບຄວາມເປັນທັມ ເປັນຕົ້ນ ແລະ ນອກນັ້ນ ການເຂົ້າ ການອອກ ນະຄອນປັກກິ່ງ ແມ່ນຖືກກວດຂັນເປັນທີ່າຸດ ເວລານີ້.
SITHUY SOUVANNASY

 

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU