ໂດຍ ຄຳເຊ ພິວິໄລ K. PHIVILAY
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 03/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 03/07/2007 15:57 TU
ການ ສັບປ່ຽນໜ້າທີ່ ທັງໃນ ຄນະຣັຖບານ ແລະ ໃນ ກົນໃກ ການປົກຄອງ ຢູ່ ໃນ ສປປ ລາວ ແມ່ນ ສອດຄ່ອງ ເປັນໄປ ຕາມ ມະຕິ ຄຳສັ່ງ ຂອງ ສູນກາງພັກ, ພັກໂທນ ປປລາວ, ຊຶ່ງ ຜູ່ ສັນທັດ ກໍຣະນີ ທາງດ້ານ ການເມືອງ ຢູ່ ຕ່າງປະເທດ ມັກ ຈະມີການ ວິຈັຍ ຕ່າງໆ ນາໆ ວ່າ ຈະ ມີ ການ ປ່ຽນແປງ ໄປ ໃນທາງ ປອດໃສ ຫລື ແຈ້ງຂາວ. ຜູ່ ສັດທັດ ກໍຣະນີ ມັກຈະ ເອື່ອຍອີງ ສົມທຽບໃສ່ ລະບອບ ການ ປົກຄອງ ແບບປະຊາທິປະຕັຍ ຢູ່ ໃນຕ່າງປະເທດ . ຕ້ອງ ເຂົ້າໃຈ ວ່າ ປະເທດລາວ ແມ່ນ ຢູ່ ພາຍໃຕ້ ການປົກຄອງ ແບບ ລະບອບ ປະຊາທິປະຕັຍ-ປະຊາຊົນ ແລະ ຢູ່ ພາຍໃຕ້ ການ ຊື້ນຳ ແລະ ນຳພາ ໂດຍ ການເປັນເອກ ຂອງ ພັກ ການເມືອງ ພັກດຽວ ທີ່ ອອກມັດຕິ ຄຳສັງວ່າ ໃຫ້ ຍົກຢ້າຍ ຫລື ບໍ່ຍົກຢ້າຍ ຜູ່ໃດ ກໍ່ໄດ້ ທັງ ໃນ ຄນະຣັຖບານ ແລະ ທັງ ໃນ ກົນໄກ ການປົກຄອງ ໃນ ລະດັບ ທ້ອງຖີ່ນ ເຂດແຂວງ.
ກໍ່ຢ້ອນ ແນວນັ້ນແລ້ວ ເມື່ອ ສສຊ-ສະມາຊິກ ສະພາ ແຫ່ງຊາດ- ຕັ້ງ ຄຳຖາມ ຕໍ່ ທ່ານ ນາຍົກ ຣັຖມົນຕຣີ ທ່ານ ບົວສອນ ບຸບຜາວັນ ຈື່ງ ໄດ້ແຕ່ ພຽງ ຊີ້ແຈງ ວ່າ " ກົມການເມືອງ ຂອງ ພັກ ໄດ້ ອະນຸມັດ ແລ້ວ" ແປວ່າ ບໍ່ຈຳເປັນ ອະທິບາຍ ອັນໃດ ໃຫ້ ຢືດຢາວ ໃຫ້ ເຂົ້າໃຈ ເຖີງຖອງ ຕາມ ມະຕິ ຄຳສັງ ຂອງ ຂັ້ນເທີງ ທີ່ ໄດ້ ອະນຸມັດ ລົງມາແລ້ວ. ສ່ວນ ກົດຫມາຍ ສຳຄັນ ຫລາຍ ສບັບ ທີ່ ຖືກຮັບຜ່ານ ສະພາແຫ່ງ ເປັນຕົ້ນ "ກົດໝາຍ ວ່າ ດ້ວຍການກວດສອບ ແຫ່ງລັດ" ແລະ "ກົດໝາຍ ວ່າດ້ວຍ ການກວດກາ ແຫ່ງລັດ" ກໍ່ ແມ່ນ ກົດໝາຍ ວ່າ ດ້ວຍ ການ ເພີ້ມອຳນາດ ການກວດສອບ ແລະ ການ ກວດກາ ໃຫ້ ແກ່ ຣັຖບານ ບໍ່ ໄດ້ ໝາຍຄວາມວ່າ ສະພາແຫ່ງຊາດ ຈະ ສາມາດ ກວດສອບ ຫືລ ກວດກາ ຣັຖບານ ແຕ່ຢ່າງໃດເລີຍ. -Khamsé-
ບົດວິເຄາະ
27/11/2009 13:31 TU
26/11/2009 12:44 TU
24/11/2009 11:39 TU
23/11/2009 14:51 TU
20/11/2009 12:22 TU
19/11/2009 13:43 TU
17/11/2009 14:42 TU
10/11/2009 12:22 TU
09/11/2009 12:11 TU
04/11/2009 12:07 TU
ບົດວິເຄາະ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008