ຄົ້ນຫາຂໍ້ມູນ

/ languages

Choisir langue
 

Article Principale de Page Composée du 16/3/2007

ທັສນະໜັງສືພິມລາຍວັນຝຣັ່ງ ມື້ນີ້ວັນທີ່ 16 ມິນາ ກົງກັນກັບມື້ແຮມ 13ຄ່ຳ ເດືອນ4 ລາວ, ຂ່າວ ການເລືອກຕັ້ງ ປະທານາທິບໍດີຝຣັ່ງ ແມ່ນຂ່າວສຳຄັນ ໃນໜ້າໜັງສືພິມທົ່ວໄປ ຈັ່ງຊັ້ນ ແລ້ວ ຈຶ່ງເຫັນ Libération ລາຍວັນ ຂ່າວທົ່ວໄປ ຂຽນໃນ ໜ້າທຳອິດວ່າ "ຢ້ອນ ເຫດແນວໃດ ຈັ່ງແມ່ນ ການ ໂຄສນາຫາສຽງ ຈຶ່ງໄດ້ຮັບຄວາມສົນໃຈຫລາຍແທ້ໆ ຫລາຍ ເປັນພິເສດ ເປັນປວັດ" "ສົນໃຈຫລາຍ ແທ້ໆ ເປັນຕົ້ນ ນັ້ນແມ່ນ ເຣື່ອງປື້ມຂຽນ ການເມືອງ ຂຽນຊີວະປວັດ ຂອງ ນັກການເມືອງຕ່າງໆ"..."ລາຍການ ການເມືອງ ການໂຕ້ວາທີ ຢູ່ໃນໂທຣະພາບ ກໍ່ແມ່ນ ມີ ສະຕິຖິ ມີ ຄົນສົນໃຈ ເບີ່ງຫລາຍແທ້ໆ"..."ການຈັດ meeting ມີດຕິງ ການເມືອງ ຕ່າງໆ ບໍ່ວ່າ ພັກໃດ ຈັດ ກໍ່ ແມ່ນ ເຫັນຝູງຊົນ ຄົນສົນໃຈ ເຂົ້າໄປຟັງໄປຊົມ ຫລາຍກ່ອນ ກວ່າ ການ ເລືອກຕັ້ງ ໃນ ຊຸດ ກ່ອນໆ"... ອ່ານຕໍ່ ໃນໜ້າ ໜັງສືພິມ Le Figaro ເລີ ຟີກາໂຣ ແມ່ນໜັງສືພິມ ປະເພດ ອະນຸຣັກ ນິຍົມ ອ່ຽງຂວາ ຂຽນສອດເຂົ້າມາໃສ່ ວ່າ "ຕາມ  ການຢັ່ງ ສຽງ   ມີ ຄົນຝຣັ່ງ ສ່ວນໃຫຍ່ ຫລາຍ ກວ່າ 55% ແມ່ນເຫັນພ້ອມ ນຳຄຳວ່າ ເອກລັກ ລັກສນະ ຄວາມເປັນຊາດ ຝຣັ່ງ   ຕາມຄຳເວົ້າ ຂອງ ທ່ານNicolas Sarkozy ນີໂກລາ ຊາກໂກຊີ ,   ປັດຈຸບັນ ເປັນຣັຖມົນຕຣີ  ກະຊວງ ພາຍໃນ ແລະ ເປັນ ຜູ່  ຮັບ ສມັກຜູ່ນຶ່ງ ທີ່ສັງກັດ ພັກ UMP ພັກ ຂອງ ຣັຖບານ ປັດຈຸບັນ" ທ່ານ ກຳລັງ ມີ ຄະແນນ ນີຍົມ ນຳໜ້າ ທີ່ນຶ່ງ .  ມື້ນີ້ ແມ່ນມື້ ຂີດຫມາຍ ເສັ້ນ ສຸດ ທ້າຍ  ໜັງສຶພິມ Le Monde ເລີມົງ ລາຍວັນປະເພດ ປັນຍາຊົນ ນິຍົມອ່ານ ຂຽນແບບ ຕັກເຕືອນ ໃຫ້ຮູ້ວ່າ ຂີດເສັ້ນໝາຍ  ສຸດ ທ້າຍ ຫັ້ນແມ່ນ ມື້ນີ້ ແມ່ນ ມື້ສຸດທ້າຍ ທີ່ ສະພາຄນະມົນຕຣີ ຣັຖທັມມະນູນ ຈະຮັບ ແລະ ຈະບັນທຶກ ບັນຊີ ຄົນຜູ່ ທີ່ ຮັບສມັກ ເລືອກຕັ້ງ ແລະບຸກຄົນ ຜູ່ທີ່ ຍັງບໍ່ທັນ ມີ ລາຍເຊັນ ຮັບຮອງ ຜູ່ຢ່າງນ້ອຍ ຫ້າຮ້ອຍ 500ລາຍເຊັນ ກໍ່ ຂູ້ນຂ້ຽວ ກັນ ບໍ່ແມ່ນຄ່ອຍ. ຈັ່ງ ຊັ້ນແລ້ວ ຖ້າ ຈະເປີດເບີ່ງ ໄປ ໃນໜ້າ ທີ່ ສີ່ ຂອງ ລາຍວັນ Le Parisien ເລີ ປາຣີຊຽງ ຈຶ່ງຈະເຫັນຮູບ ຜູ່ ຮັບສມັກ ໝົດທຸກ ຄົນ ແລະ ຂຽນ ອະທິບາຍ ບອກ ອີກວ່າ ອາດມີ ເຫລືອພຽງ ສີບຄົນ ເທົ່ານັ້ນ ທີ່ ຈະ ມີສິດທິ ສາມາດ ລົງ ສມັກ ແຂ່ງຂັນ ການ ເລືອກຕັ້ງ ທັງນີ້ ກໍ່ຢ້ອນເຫດຜົນວ່າ ກ່ອນທີ່ ຈະຢື່ນ ໄບຮັບ ສມັກ ເລືອກຕັ້ງ ໄດ້ ແຕ່ ລະຄົນ ຈະຕ້ອງມີ ລາຍເຊັນ ຜູ່ທີ່ ສນັບສນູນ ອູ້ມຊູ ຢ່າງນ້ອຍ 500 ຫ້າຮ້ອຍ ລາຍເຊັນ. ຜູ່ທີ່ ຊອກລາຍເຊັນ ບໍ່ໄດ້ ບໍ່ເຖີງ ຫ້າຮ້ອຍ ກໍ່ ນັບ ມີເຖີງ ເກົ້າຄົນ. ລາຍວັນ L'Humanité ລຸຍມາ ນີເຕ ໜັງສຶພິມ ຂອງ ພັກ ຄອມມຸຍນິດ ຝຣັ່ງ ກໍ່ ໃຫ້ ຄວາມເຫັນ ສອດເຂົ້າມາໃສ່ ຂຽນວ່າ ເຖີງ ແມ່ນວ່າ ຄະແນນ ນິຍົມ ຂອງ ທ່ານນາງ Marie-George Buffet ມາຣີ-ຈ໊ອກ ບິບເຟ ຈະບໍ່ ນຳ ໜ້າກໍ່ ຕາມ ແຕ່ ອັນ ສຳຄັນ ແມ່ນ ຕ້ອງ ລົງ ຄະແນນສຽງ ຕ້ານ ພວກຝ່າຍຂວາ ກໍ່ຄື ຝ່າຍ ທີ່ ເປີດ ເສຣີ ສຸດຂີດ ຕ້ານ ແນວນະໂຍບາຍ ໂລກາວີວັດ. ສ່ວນ ເຣື່ອງ ສັງຄົມ ຝຣັ່ງ ທີ່ ເປັນຂ່າວໃຫຍ່ ກໍ່ ແມ່ນ ອ່ານເຫັນ ໃນໜ້າ ທຳອິດ ຂອງ ເລີປາຣີຊຽງ Le Parisien ທີ່ ຂຽນ ເປັນ ອັກສອນໃຫຍ່ ຂ່າວໃຫຍ່ ໃນ ໜ້າທີ່ນຶ່ງວ່າ ຜົນການຕັດສິນ ຄະດີ ທ່ານໝໍ ສັ່ງໃຫ້ ສັກ ຢາ ຄົນຕາຍ ແມ່ນ ບໍ່ມີໂທດໜັກ ແມ່ນ ເຣື່ອງ ທີ່ວ່າ ທັງ ຄົນປ່ວຍເອງ ທັງຄອບຄົວ ທັງ ທ່ານໝໍ ເມື່ອ ຄົ້ນຄົ້ວ ວ່າ ບໍ່ຄວນ ປ່ອຍໃຫ້ ທໍຣະມານ ຜູ່ປ່ວຍເອງ ກໍ່ບໍ່ຢາກ ທໍຣະມານຕໍ່ ອາຍຸ ກໍ່ໄປບໍ່ໄດ້ ຍາງ ບໍ່ເປັນແລ້ວ ທາງຝາຍໝໍ ຈຶ່ງຕົກລົງ ສັກຢາ ໃຫ້ ຄ່ອຍໆໝົດລົມຫາຍໃຈໄປ ໝົດ ຄວາມ ທໍຣະມານ ໄປ ຢ້ອນແນວນີ້ແລ້ວ ຈຶ່ງ ຖືກ ກົມໄອຍະການ ສົ່ງ ທ່ານນາງໝໍ ແລະ ນາງ ພຍາບານ ຂື້ນສານ ບາດ ສານ ຂອງປະຊາຊົນ ຂົ້າຮ່ວມຕັດສິນ ແລ້ວ Cour d'Assise ຊ້ຳຜັດ ມີຜົນ ອອກ ມາ ວ່າ ນາງ ພຍາບານ ບໍ່ ມີ ຄວາມຜິດຫຍັງໝົດ ຫາກ ແຕ່ວ່າ ທ່ານ ນາງໜໍ ມີ ຄວາມຜິດ ຢ້ອນຂ້າຄົນ ແຕ່ ບໍ່ໄດ້ ຖືກໂທດ ເພາະວ່າ ສານຕັດສິນ ໃຫ້ ຝາກໂທດໄວ້ ນຶ່ງປີ ກໍ່ແປວ່າ ບໍ່ໄດ້ ຕິດຄຸກ ພ້ອມຍັງ ອາດສາ ມາດ  ເຮັດວຽກງານ ເປັນໝໍ ສືບຕໍ່ໄປ. ບາດ ມ້ວນທ້າຍ ໄປ ເບີ່ງ ຢູ່ ໜ້າ ເສຖກິດ ການ ແລກ ປ່ຽນ ເງີນຕຣາ ຕ່າງປະເທດ ມື້ນີ້   ຕ້ອງມີ  1 $ ກັບ 32 ເຊັນ  ຈຶ່ງ ຈະແລກໄດ້ 1 E  1 Euro ເອີໂຣ ກໍ່ ຈະແລກໄດ້ 46 ບາດ ຫລືວ່າ 12700 ກີບ .  1 $  ແລກໄດ້ 34 ບາດ ຫລືວ່າ 9400 ກີບ .  ສະບາຍດີ ...

ຄຳເຊ ພິວິໄລ.

ທັສນະ ຣາຍວັນຝຣັ່ງ

RDP

ຂ່າວຈາກ ນ.ສ.ພ. ວັນສຸກ 23 ຕຸລາ 2009

ຂ່າວທີ່ເດັ່ນທີ່ສຸດໃນໜ້າໜຶ່ງຂອງໜັງສືພິມເກືອບທຸກສບັບໃນມື້ນີ້ ໄດ້ແກ່ຂ່າວ ທ່ານ Jean Sarkozy ລູກຊາຍອາຍຸ 23 ປີ ຂອງທ່ານປະທານາທິບໍດີ Nicolas Sarkozy ໄດ້ຕັດສິນໃຈຖອນ ຕົວຈາກການສມັກເປັນປະທານ ຂອງສຖາບັນ "EPAD" ຊຶ່ງກໍຄືສຖາບັນຂອງຣັດທີ່ບໍຣິຫານຄຸ້ມ La Défense ຂອງນະຄອນຫລວງປາຣີສ ຊຶ່ງເປັນຄຸ້ມແຫ່ງວົງການທຸຣິກິດການຄ້າທີ່ໃຫຍ່ທີ່ສຸດໃນຢຸໂຣບ ເຊີນທ່ານຄລິກເຂົ້າອ່ານລາຍ ລະອຽດດ້ານໃນ

23/10/2009 12:16 TU

RDP

ຂ່າວຈາກ ນ.ສ.ພ. ວັນອັງຄານ 20 ຕຸລາ 2009

ຂ່າວໃນໜ້າໜັງສືພິມມື້ນີ້ ມີຫລາຍຫົວຂໍ້ໜ້າສົນໃຈ ແຕ່ທີ່ເດັ່ນກວ່າໝູ່ ແມ່ນຂ່າວກ່ຽວກັບ ງົບປະມານປະຈຳປີ 2010 ທີ່ຣັຖບານ ຝຣັ່ງເສດ ສເນີ ທີ່ພວກເຮົາເຫັນວ່າ ເປັນທີ່ໜ້າສົນໃຈ ເຊີນທ່ານຄລິກເຂົ້າໄປ ຮັບຟັງດ້ານໃນ

20/10/2009 12:08 TU

RDP

ຂ່າວຈາກ ນ.ສ.ພ. ປະຈຳວັນພະຫັດ 15 ຕຸລາ 2009

ມີຫລາຍຂ່າວໜ້າສົນໃຈ ໃນນັ້ນທີ່ສຳຄັນກໍມີ ສັນຍານໂທຣະສັບມືຖື ແລະ
ປັນຫາຄວາມຍາກຈົນໃນ ໂລກ ແລະ ປັນຫາອື່ນໆອີກຫລາຍປັນຫາ ແຕ່
ພວກເຮົາເລືອກສະເພາະປັນຫາສັນຍານໂທຣະສັບມືຖື ແລະປັນຫາຄວາມຍາກຈົນໃນໂລກ
ເທົ່ານັ້ນ ມາກ່າວເຖິງໃນມື້ນີ້ ເຊີນຄລິກອ່ານລາຍລະອຽດດ້ານໃນ

15/10/2009 11:17 TU

REVUE DE PRESSE

ຂ່າວໜັງສືພິມ ວັນອັງຄານ 6 ຕຸລາ 2009

ມື້ນີ້ມີຂ່າວໜ້າສົນໃຈຫລາຍຂ່າວດ້ວຍກັນ ທີ່ຖືວ່າເດັ່ນກໍແມ່ນ ການວ່າຄະດີ ຄວາມກໍຣະນີອື້ສາວ "Clearstream" ທີ່ມີທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເປັນໂຈດ ແລະ ອດີດນາຍົກ ຣມຕ ໂດມີນິກ ເດີ ວິລແປັງ ເປັນຈຳເລີຍ...ໂຈດ ຟ້ອງວ່າຈຳເລີຍເປັນຜູ້ຢູ່ເບື້ອງຫລັງໃນການປ່ອຍບັນຊີລາຍຊື່ປອມ ວ່າເປັນຜູ້ມີບັນຊີລັບໃນສະ ຖາບັນການເງິນ "Ckearstream" ທີ່ມີສຳນັກງານໃຫຍ່ທີ່ປະເທດລັກເຊມເບີກ ໃນນັ້ນມີທ່ານ ຊາຣ໌ໂກຊີຮ່ວມນຳຜູ້ໜຶ່ງໃນຈຳນວນຊື່ບັນດານັກການເມືອງຫລາຍທ່ານ

06/10/2009 12:53 TU

ຂ່າວຈາກ ນ.ສ.ພ. ວັນພຸດ 30 ກັນຍາ 2009

ມີຫລາຍຫົວຂໍ້ຂ່າວໜ້າສົນໃຈໃນໜ້າ ນ.ສ.ພ. ປະຈຳວັນນີ້ ພຸດ 30 ກັນຍາ 2009 ໃນນັ້ນທີ່ດຶງຄວາມສົນໃຈຂອງພວກເຮົາຫລາຍທີ່ສຸດແມ່ວັນສລອງຄົບ ຮອບ 60 ປີຂອງການກໍ່ຕັ້ງສາທາຣະນະຣັດປະຊາຊົນຈີນ ທີ່ຈະໝຸນວຽນມາບັນຈົບຄົບຮອບໃນ ມື້ອື່ນນີ້ ວັນທີ 1 ຕຸລາ 2009

30/09/2009 14:37 TU

ຂ່າວຈາກ ນ.ສພ. ວັນຈັນ 28 ກັນຍາ 2009

ຂ່າວເດັ່ນໃນໜ້າໜຶ່ງຂອງບັນດາຣາຍວັນປະຈຳມື້ນີ້ ແມ່ນຂ່າວໄຊຊະນະ ໃນການເລືອກຕັ້ງຂອງພັກຝ່າຍຂວາໃນປະເທດເນີຣະມັນ ນຳພາໂດຍນາ ຍົກ ຣມຕ ທ່ານນາງ ອັງເຄີລາ ແມຣ໌ເຄລ ແລະ ຂ່າວຜູ້ກຳກັບພາພຍົນຊື່ດັງຊາວຝຣັ່ງເສດ ເຊື້ອສາຍໂປແລນດ໌ ໂຣມັງ ໂປລັນສກີ ຖືກຈັບ ທີ່ປະເທດສວິສເຊີແລນດ໌

28/09/2009 13:35 TU

ຂ່າວໃຫຍ່ໃນໜ້າ ນ.ສ.ພ. ວັນຈັນ 21 ກັນຍາ 2009

ຄະດີ "Clearstream" ເປັນຂ່າວໃຫຍ່ໃນໜ້າໜຶ່ງຂອງບັນດາ ຣາຍວັນເກືອບທຸກສບັບປະຈຳມື້ນີ້ ວັນຈັນ 21 ກັນຍາ 2009

21/09/2009 11:41 TU

ທັສນະລາຍວັນຝຣັ່ງ

ອາກອນ ມົລະພິດ ເປັນຫົວຂໍ້ຂ່າວໃຫຍ່ ຂອງລາຍວັນຝຣັ່ງໃນເຊົ້າມື້ນີ້

11/09/2009 11:54 TU

ທັສນະໜັງສືພິມຝຣັ່ງ

ເຣື້ອງໄຂ້ຫວັດໝູ, ຄະດີ ກເລັ່ຽສຕຣີມ ເປັນຂ່າວໃຫຍ່ ໃນລາຍວັນຝຣັ່ງມື້ນີ້

08/09/2009 10:27 TU

ທັນສນະ ລາຍວັນຝຣັ່ງ

ວັນຈັນ 24/08/2009

ການເມືອງຝຣັ່ງ, ບຳເນັດ ນັກຄ້າຫຸ້ນ, ແຮງງານມືດ ເປັນຫົວຂໍ້ໃຫຍ່ ຂອງລາຍວັນຝຣັ່ງໃນມື້ນີ້

24/08/2009 11:56 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU