ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວໃຫຍ່ໃນໜ້າ ນ.ສ.ພ. ວັນຈັນ 21 ກັນຍາ 2009

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/09/2009 11:41 TU

ການເປີດວ່າຄະດີຄວາມກ່ຽວກັບກໍລະນີອື້
ສາວ "Clearstream" ເປັນຂ່າວໃຫຍ່
ປາກົດໃນໜ້າໜຶ່ງຂອງບັນດາຣາຍວັນ
ເກືອບທຸກສບັບປະຈຳມື້ນີ້ ວັນຈັນ 21
ກັນຍາ 2009

ກ່ອນທີ່ທ່ານຈະອ່ານທັສນະຣາຍວັນ ພວກເຮົາເຫັນມີຄວາມຈຳເປັນທົບທວນເຣື່ອງຣາວ
ຄວາມເປັນມາ ຂອງກໍຣະນີອື້ສາວ "Clearstream" ນີ້ເສັຽກ່ອນ

ກ່າວຄື ເມື່ອປີ 2004 ມີການປ່ອຍຂ່າວກ່ຽວກັບບັນຊີລຶກລັບອອກມາ ເປັນບັນຊີລາຍຊື່ຂອງ
ບັນດານັກການເມືອງເກືອບ 200 ທ່ານ ທັງຝ່າຍສນັບສນຸນຣັຖບານແລະຝ່າຍຄ້ານ ວ່າມີ
ບັນຊີເງິນຝາກໃນສະ ຖາບັນການເງິນແຫ່ງໜຶ່ງທີ່ປະເທດລັກເຊັມເບີຣ໌ກ ຄື "ສະຖາບັນ
ການເງິນ Clearstream" ເປັນບັນຊີມືດໜີພາສີ

ໃນຈຳນວນບັນດານັກການເມືອງຜູ້ມີຊື່ໃນບັນຊີມືດທີ່ຖືກປ່ອຍອອກມານັ້ນ ມີຊື່ຂອງທ່ານ
ປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ຮ່ວມນຳດ້ວຍ ຊຶ່ງໃນຄັ້ງນັ້ນເພີ່ນດຳຣົງຕຳແໜ່ງ
ເປັນ ຣມຕ ກະຊວງພາຍໃນ

ຍ້ອນຖືວ່າຕົນເອງຕົກເປັນຜູ້ຮັບເຄາະຈາກການປ່ອຍຂ່າວລື ແລະ ສົງໃສວ່າແມ່ນ ທ່ານ
ໂດມີນິກ ເດີ ວິລແປັງ ຜູ້ດຳຣົງຕຳແໜ່ງນາຍົກ ຣມຕ ໃນຂນະນັ້ນ ເປັນຜູ້ປ່ອຍຂ່າວທຳ
ລາຍຊື່ສຽງຂອງຕົນເພື່ອຂວາງທາງການກ້າວເຂົ້າຊິງຕຳແໜ່ງປະທານາທິບໍດີ ທ່ານ
ນິໂກລາສ໌ຊາຣ໌ໂກຊີ ຈຶ່ງເຮັດທຸກວິຖີທາງເພື່ອດຶງອດີດນາຍົກ ຣມຕ ຂຶ້ນສານຈົນໄດ້

ຫລັງຈາກການການສືບສວນສອບສວນກັນມາເປັນເວລາເຖິງ 5 ປີ ຈຶ່ງມີການເປີດການ
ວ່າຄະດີຄວາມ ໃນມື້ນີ ແລະ ຈະດຳເນີນໄປເປັນເວລາໜຶ່ງເດືອນ ກ່ອນທີ່ຈະມີການພິ
ພາກສາຕັດສິນຄວາມ

ກ່ຽວກັບປັນການີ້ ຣາຍວັນ "Libération" ຂຽນພາດຫົວຂໍ້ໃຫຍ່ວ່າ "Clearstream ການ
ເປັນສັຕຣູກັນໃນຣະດັບຣັດ"

ໃນເນື້ອໃນຂອງຂ່າວ ຣາຍວັນແນວຄິດຊ້າຍອິສຣະຂຽນວ່າ ຄະດີບັນຊີຣາຍຊື່ປອມເລີ້ມຂຶ້ນ
ແລ້ວຕັ້ງແຕ່ມື້ນີ້ ຜູ້ທີ່ເປັນຈຳເລີຍແມ່ນ ທ່ານໂດມີນິກ ເດີ ວິລແປັງ ອດີດນາຍົກ ຣມຕ
ສ່ວນຜູ້ເປັນໂຈດແມ່ນ ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ຖືໄດ້ວ່າແມ່ນສົງຄາມ
ລ້າງຜານກັນເອງໃນຄອບຄົວພັກການເມືອງຝ່າຍຂວາ

ທາງດ້ານ "Le Figaro" ພາດຫົວຂໍ້ໃຫຍ່ໃນປັນຫາດຽວກັນ ມີຂໍ້ຄວາມວ່າ "ດວນກັນ
ແລ້ວໃນກໍຣະນີ Clearstream"

ຣາຍວັນແນວຄິດຂວາອະນຸຣັກນິຍົມຂຽນອະທິບາຍວ່າຄະດີຄວາມຄັ້ງນີ້ ຈະຊີ້ຂາດລົງໄປ
ວ່າທ່ານໂດມີ ນິກ ເດີ ວິລແປັງ ອດີດນາຍົກ ຣມຕ ມີບົດບາດຢູ່ເບື້ອງຫລັງການປ່ອຍບັນ
ຊີປອມ "Clearstream" ຫລືບໍ່

ອອກຈາກ "Le Figaro" ພວກເຮົາຫັນໄປທາງດ້ານ "La Croix" ເຮົາກໍເຫັນຣາຍວັນ
ສບັບນີ້ ຂຽນວ່າ "ກໍຣະນີອື້ສາວ Clearstream ຊົ່ວໂມງແຫ່ງຄວາມຈິງມາຮອດແລ້ວ"

ຣາຍວັນແນວໂນ້ມສາສນາຄາໂທລິກ ຂຽນວ່າ ຄະດີນີ້ຈະມີຜົນສະທ້ອນທາງການເມືອງ
ຢ່າງຫລີກລ້ຽງບໍ່ໄດ້ ແລ້ວກໍມີການຕັ້ງຄຳຖາມວ່າ ໂດມີນິກ ເດີ ວິລແປັງ ຈະລອດພົ້ນ
ຈາກຄະດີນີ້ໄປໄດ້ຫລືບໍ່ ແລະຈະ ສາມາດຫວນກັບຄືນສູເວທີການເມືອງໃນທ່າແຮງໄດ້
ຫລືບໍ່ ໃນອີກໜຶ່ງເດືອນຂ້າງໜ້າກໍຈະໄດ້ຮູ້ກັນ

ທັສນະ ຣາຍວັນຝຣັ່ງ

RDP

ຂ່າວຈາກ ນ.ສ.ພ. ວັນສຸກ 23 ຕຸລາ 2009

ຂ່າວທີ່ເດັ່ນທີ່ສຸດໃນໜ້າໜຶ່ງຂອງໜັງສືພິມເກືອບທຸກສບັບໃນມື້ນີ້ ໄດ້ແກ່ຂ່າວ ທ່ານ Jean Sarkozy ລູກຊາຍອາຍຸ 23 ປີ ຂອງທ່ານປະທານາທິບໍດີ Nicolas Sarkozy ໄດ້ຕັດສິນໃຈຖອນ ຕົວຈາກການສມັກເປັນປະທານ ຂອງສຖາບັນ "EPAD" ຊຶ່ງກໍຄືສຖາບັນຂອງຣັດທີ່ບໍຣິຫານຄຸ້ມ La Défense ຂອງນະຄອນຫລວງປາຣີສ ຊຶ່ງເປັນຄຸ້ມແຫ່ງວົງການທຸຣິກິດການຄ້າທີ່ໃຫຍ່ທີ່ສຸດໃນຢຸໂຣບ ເຊີນທ່ານຄລິກເຂົ້າອ່ານລາຍ ລະອຽດດ້ານໃນ

23/10/2009 12:16 TU

RDP

ຂ່າວຈາກ ນ.ສ.ພ. ວັນອັງຄານ 20 ຕຸລາ 2009

ຂ່າວໃນໜ້າໜັງສືພິມມື້ນີ້ ມີຫລາຍຫົວຂໍ້ໜ້າສົນໃຈ ແຕ່ທີ່ເດັ່ນກວ່າໝູ່ ແມ່ນຂ່າວກ່ຽວກັບ ງົບປະມານປະຈຳປີ 2010 ທີ່ຣັຖບານ ຝຣັ່ງເສດ ສເນີ ທີ່ພວກເຮົາເຫັນວ່າ ເປັນທີ່ໜ້າສົນໃຈ ເຊີນທ່ານຄລິກເຂົ້າໄປ ຮັບຟັງດ້ານໃນ

20/10/2009 12:08 TU

RDP

ຂ່າວຈາກ ນ.ສ.ພ. ປະຈຳວັນພະຫັດ 15 ຕຸລາ 2009

ມີຫລາຍຂ່າວໜ້າສົນໃຈ ໃນນັ້ນທີ່ສຳຄັນກໍມີ ສັນຍານໂທຣະສັບມືຖື ແລະ
ປັນຫາຄວາມຍາກຈົນໃນ ໂລກ ແລະ ປັນຫາອື່ນໆອີກຫລາຍປັນຫາ ແຕ່
ພວກເຮົາເລືອກສະເພາະປັນຫາສັນຍານໂທຣະສັບມືຖື ແລະປັນຫາຄວາມຍາກຈົນໃນໂລກ
ເທົ່ານັ້ນ ມາກ່າວເຖິງໃນມື້ນີ້ ເຊີນຄລິກອ່ານລາຍລະອຽດດ້ານໃນ

15/10/2009 11:17 TU

REVUE DE PRESSE

ຂ່າວໜັງສືພິມ ວັນອັງຄານ 6 ຕຸລາ 2009

ມື້ນີ້ມີຂ່າວໜ້າສົນໃຈຫລາຍຂ່າວດ້ວຍກັນ ທີ່ຖືວ່າເດັ່ນກໍແມ່ນ ການວ່າຄະດີ ຄວາມກໍຣະນີອື້ສາວ "Clearstream" ທີ່ມີທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເປັນໂຈດ ແລະ ອດີດນາຍົກ ຣມຕ ໂດມີນິກ ເດີ ວິລແປັງ ເປັນຈຳເລີຍ...ໂຈດ ຟ້ອງວ່າຈຳເລີຍເປັນຜູ້ຢູ່ເບື້ອງຫລັງໃນການປ່ອຍບັນຊີລາຍຊື່ປອມ ວ່າເປັນຜູ້ມີບັນຊີລັບໃນສະ ຖາບັນການເງິນ "Ckearstream" ທີ່ມີສຳນັກງານໃຫຍ່ທີ່ປະເທດລັກເຊມເບີກ ໃນນັ້ນມີທ່ານ ຊາຣ໌ໂກຊີຮ່ວມນຳຜູ້ໜຶ່ງໃນຈຳນວນຊື່ບັນດານັກການເມືອງຫລາຍທ່ານ

06/10/2009 12:53 TU

ຂ່າວຈາກ ນ.ສ.ພ. ວັນພຸດ 30 ກັນຍາ 2009

ມີຫລາຍຫົວຂໍ້ຂ່າວໜ້າສົນໃຈໃນໜ້າ ນ.ສ.ພ. ປະຈຳວັນນີ້ ພຸດ 30 ກັນຍາ 2009 ໃນນັ້ນທີ່ດຶງຄວາມສົນໃຈຂອງພວກເຮົາຫລາຍທີ່ສຸດແມ່ວັນສລອງຄົບ ຮອບ 60 ປີຂອງການກໍ່ຕັ້ງສາທາຣະນະຣັດປະຊາຊົນຈີນ ທີ່ຈະໝຸນວຽນມາບັນຈົບຄົບຮອບໃນ ມື້ອື່ນນີ້ ວັນທີ 1 ຕຸລາ 2009

30/09/2009 14:37 TU

ຂ່າວຈາກ ນ.ສພ. ວັນຈັນ 28 ກັນຍາ 2009

ຂ່າວເດັ່ນໃນໜ້າໜຶ່ງຂອງບັນດາຣາຍວັນປະຈຳມື້ນີ້ ແມ່ນຂ່າວໄຊຊະນະ ໃນການເລືອກຕັ້ງຂອງພັກຝ່າຍຂວາໃນປະເທດເນີຣະມັນ ນຳພາໂດຍນາ ຍົກ ຣມຕ ທ່ານນາງ ອັງເຄີລາ ແມຣ໌ເຄລ ແລະ ຂ່າວຜູ້ກຳກັບພາພຍົນຊື່ດັງຊາວຝຣັ່ງເສດ ເຊື້ອສາຍໂປແລນດ໌ ໂຣມັງ ໂປລັນສກີ ຖືກຈັບ ທີ່ປະເທດສວິສເຊີແລນດ໌

28/09/2009 13:35 TU

ທັສນະລາຍວັນຝຣັ່ງ

ອາກອນ ມົລະພິດ ເປັນຫົວຂໍ້ຂ່າວໃຫຍ່ ຂອງລາຍວັນຝຣັ່ງໃນເຊົ້າມື້ນີ້

11/09/2009 11:54 TU

ທັສນະໜັງສືພິມຝຣັ່ງ

ເຣື້ອງໄຂ້ຫວັດໝູ, ຄະດີ ກເລັ່ຽສຕຣີມ ເປັນຂ່າວໃຫຍ່ ໃນລາຍວັນຝຣັ່ງມື້ນີ້

08/09/2009 10:27 TU

ທັນສນະ ລາຍວັນຝຣັ່ງ

ວັນຈັນ 24/08/2009

ການເມືອງຝຣັ່ງ, ບຳເນັດ ນັກຄ້າຫຸ້ນ, ແຮງງານມືດ ເປັນຫົວຂໍ້ໃຫຍ່ ຂອງລາຍວັນຝຣັ່ງໃນມື້ນີ້

24/08/2009 11:56 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU