ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວຈາກ ນ.ສ.ພ. ປະຈຳວັນພະຫັດ 15 ຕຸລາ 2009

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/10/2009 11:18 TU

ບັນດາ ນ.ສ.ພ. ຣາຍວັນຝຣັ່ງເສດ ທີ
ຫລາກຫລາຍດ້ວຍແນວຄິດແລະວິທີສເນີ
ຂ່າວ (ພາບ: RFI/Lao)

ບັນດາ ນ.ສ.ພ. ຣາຍວັນຝຣັ່ງເສດ ທີ ຫລາກຫລາຍດ້ວຍແນວຄິດແລະວິທີສເນີ ຂ່າວ (ພາບ: RFI/Lao)

ພວກເຮົາເລີ້ມຕົ້ນກັນທີ່ "Le Figaro"
ດ້ວຍຫົວຂໍ້ຂ່າວໃຫຍ່ສຸດໃນໜ້າທີໜຶ່ງວ່າ
"ປັນຫາສັນຍານໂທຣະສັບມືຖືມີຫລັກປະ
ກັນຄັກແນ່ແລ້ວວ່າ ບໍ່ມີອັນ
ຕຣາຍຕໍ່ສຸຂ
ພາບ" ໂດຍຣາຍວັນແນວຄິດຂວາອະນຸ
ຣັກນິຍົມ ໄດ້ອ້າງບົດຣາຍງານຂອງສຳ
ນັກງານ ສະພາບສິ່ງແວດລ້ອມ ແຫ່ງ
ຊາດ

"Le Figaro" ໄດ້ຂຽນອີກວ່າ ເມື່ອທຸຣະກິດ ໂທຣະສັບມືຖື ແລະ ຣະບົບ WiFIi ຕໍ່
Internet ມີການ ຂຍາຍຕົວ ຈຶ່ງທຳໃຫ້ເກີດຄວາມວິຕົກກັງວົນວ່າ ການສົ່ງຄື້ນ
ສັນຍານຂອງເທັກໂນໂລຢີສມັຍໃໝ່ຂອງການສື່ສານ ຈະເປັນອັນຕຣາຍຕໍ່ສຸຂພາບ
ໂດຍສະເພາະການເກີດໂຣກມະເຮັງໃນສມອງນັ້ນ ຣາຍງານຂອງສຳນັກງານສະ
ພາບສິ່ງແວດລ້ອມແຫ່ງຊາດ ຊຶ່ງເປັນຜົນຂອງການສຶກສາວິໃຈຢ່າງກວ້າງຂວາງ
ໄດ້ຊີ້ອອກໃຫ້ເຫັນວ່າ ຄື້ນສັນຍານໂທຣະສັບມືຖື, ຄື້ນ WIFI, ຄື້ນເຕົາໄມໂຄຣເວບ
ຕະຫລອດເສົາໄຟຟ້າແຮງສູງ ບໍ່ເປັນອັນຕຣາຍຕໍ່ສຸຂພາບ ບໍ່ວ່າໃນຣະຍະສັ້ນຫລື
ຣະຍະຍາວກໍຕາມ

ທາງດ້ານ "Libération" ມື້ນີ້ ໄດ້ພາດຫົວຂໍ້ໃຫຍ່ ກ່ຽວກັບຄວາມຍາກຈົນໃນໂລກ
ດ້ວຍຂໍ້ຄວາມວ່າ ມີຄົນຫິວໂຫຍອົດຢາກໃນໂລກນີ້ ເຖິງ 1000 ລ້ານຄົນ ໝາຍຄວາມ
ວ່າ 1 ໃນ  6 ຂອງມວນມະນຸດຊາດ ທັງໝົດໃນໂລກ ກິນບໍ່ອິ່ມ ມີຄວາມຫິວໂຫຍ ຈະ
ແຕກຕ່າງກໍພຽງແຕ່ວ່າ ຫິວນ້ອຍຫລືຫິວຫລາຍກວ່າກັນເທົ່ານັ້ນ

ຣາຍວັນແນວຄິດຊ້າຍອິສຣະ ອະທິບາຍອີກວ່າ ວິກິດການເສຖກິດແລະການເງິນ
ຂອງໂລກແລະການປ່ຽນແປງຂອງດິນຟ້າອາກາດ ເປັນສາເຫດສຳຄັນ ທີ່ດັນໃຫ້
ຕົວເລກຂອງມວນມນຸດຊາດ ຜູ້ອົດຫິວໃນໂລກ ເພີ້ມຈຳນວນຂຶ້ນຢຽບຕົວເລກ 1000
ລ້ານໄປແລ້ວ

ບັນດາຜູ້ອົດຫິວທີ່ເພີ້ມຈຳນວນຂຶ້ນນີ້ ມີໃນທຸກປະເທດ ບໍ່ວ່າປະເທດຮັ່ງມີກໍຄືກັນກັບ
ໃນປະເທດທຸກຍາກ ແຕ່ທີ່ໂດນໜັກກວ່າໝູ່ແມ່ນໃນແອຟຣິກກ ຕະວັນອອກ

ທາງດ້ານ "Le Parisien" ໃນມື້ນີ້ ໄດ້ຍົກປັນຫາອາກອນບໍຣິສັດ ເປັນຫົວຂໍ້ໃຫຍ່ ໂດຍ
ຕັ້ງຄຳຖາມວ່າ ແມ່ນໃຜຈະເປັນຜູ້ຈ່າຍ

ຣາຍວັນຕລາດນິຍົມອ່ານ ຂຽນອະທິບາຍວ່າ ບໍ່ວ່າໃນພັກການເມືອງຝ່າຍຊ້າຍ ກໍຄື
ກັນກັບຝ່າຍຂວາ ບັນດາສະມາຊິກສະພາຜູ້ແທນ ກໍຄືບັນດາສະມາຊິກສະພາທ້ອງຖິ່ນ
ພາກັນຫວັ່ນວິຕົກວ່າ ເງິນຈຳນວນ 6000 ລ້ານຢູໂຣ ທີ່ຣັຖບານ ຍົກເວັ້ນການຈ່າຍ
ສ່ວຍສາອາກອນແກ່ບັນດາບໍຣິສັດນັ້ນ ໃນທີ່ສຸດກໍຈະຕົກໄປໃສ່ບ່າປະ ຊາຊົນຜູ້ຈ່າຍ
ພາສີໃຫ້ຣັຖບານ ໃຫ້ເປັນຜູ້ແບກຫາມ ຊຶ່ງປະຊາຊົນເຫລົ່ານັ້ນເອງເປັນຜູ້ປ່ອນບັດ
ເລືອກຜູ້ແທນ

"Le Parisien" ຂຽນໃນໜ້າທີສອງແລະສາມຢ່າງຍືດຍາວອີກວ່າ ເມື່ອຫາເງິນ
ມາທົດແທນຈຳນວນ 6000 ລ້ານຢູໂຣບໍ່ໄດ້ ບັນດາຜູ້ແທນ ທັງໃນສະພາສູງແລະ
ສະພາຕໍ່າ ຈຶ່ງຢ້ານວ່າຣັຖບານຈະຂຶ້ນພາສີເອົາກັບປະຊາຊົນ ດັ່ງນັ້ນຈຶ່ງພາກັນຍົກ
ປັນຫານີ້ຂຶ້ນພິຈາຣະນາໃນສະພາຕັ້ງແຕ່ເມື່ອວານນີ້

ທັສນະ ຣາຍວັນຝຣັ່ງ

RDP

ຂ່າວຈາກ ນ.ສ.ພ. ວັນສຸກ 23 ຕຸລາ 2009

ຂ່າວທີ່ເດັ່ນທີ່ສຸດໃນໜ້າໜຶ່ງຂອງໜັງສືພິມເກືອບທຸກສບັບໃນມື້ນີ້ ໄດ້ແກ່ຂ່າວ ທ່ານ Jean Sarkozy ລູກຊາຍອາຍຸ 23 ປີ ຂອງທ່ານປະທານາທິບໍດີ Nicolas Sarkozy ໄດ້ຕັດສິນໃຈຖອນ ຕົວຈາກການສມັກເປັນປະທານ ຂອງສຖາບັນ "EPAD" ຊຶ່ງກໍຄືສຖາບັນຂອງຣັດທີ່ບໍຣິຫານຄຸ້ມ La Défense ຂອງນະຄອນຫລວງປາຣີສ ຊຶ່ງເປັນຄຸ້ມແຫ່ງວົງການທຸຣິກິດການຄ້າທີ່ໃຫຍ່ທີ່ສຸດໃນຢຸໂຣບ ເຊີນທ່ານຄລິກເຂົ້າອ່ານລາຍ ລະອຽດດ້ານໃນ

23/10/2009 12:16 TU

RDP

ຂ່າວຈາກ ນ.ສ.ພ. ວັນອັງຄານ 20 ຕຸລາ 2009

ຂ່າວໃນໜ້າໜັງສືພິມມື້ນີ້ ມີຫລາຍຫົວຂໍ້ໜ້າສົນໃຈ ແຕ່ທີ່ເດັ່ນກວ່າໝູ່ ແມ່ນຂ່າວກ່ຽວກັບ ງົບປະມານປະຈຳປີ 2010 ທີ່ຣັຖບານ ຝຣັ່ງເສດ ສເນີ ທີ່ພວກເຮົາເຫັນວ່າ ເປັນທີ່ໜ້າສົນໃຈ ເຊີນທ່ານຄລິກເຂົ້າໄປ ຮັບຟັງດ້ານໃນ

20/10/2009 12:08 TU

REVUE DE PRESSE

ຂ່າວໜັງສືພິມ ວັນອັງຄານ 6 ຕຸລາ 2009

ມື້ນີ້ມີຂ່າວໜ້າສົນໃຈຫລາຍຂ່າວດ້ວຍກັນ ທີ່ຖືວ່າເດັ່ນກໍແມ່ນ ການວ່າຄະດີ ຄວາມກໍຣະນີອື້ສາວ "Clearstream" ທີ່ມີທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເປັນໂຈດ ແລະ ອດີດນາຍົກ ຣມຕ ໂດມີນິກ ເດີ ວິລແປັງ ເປັນຈຳເລີຍ...ໂຈດ ຟ້ອງວ່າຈຳເລີຍເປັນຜູ້ຢູ່ເບື້ອງຫລັງໃນການປ່ອຍບັນຊີລາຍຊື່ປອມ ວ່າເປັນຜູ້ມີບັນຊີລັບໃນສະ ຖາບັນການເງິນ "Ckearstream" ທີ່ມີສຳນັກງານໃຫຍ່ທີ່ປະເທດລັກເຊມເບີກ ໃນນັ້ນມີທ່ານ ຊາຣ໌ໂກຊີຮ່ວມນຳຜູ້ໜຶ່ງໃນຈຳນວນຊື່ບັນດານັກການເມືອງຫລາຍທ່ານ

06/10/2009 12:53 TU

ຂ່າວຈາກ ນ.ສ.ພ. ວັນພຸດ 30 ກັນຍາ 2009

ມີຫລາຍຫົວຂໍ້ຂ່າວໜ້າສົນໃຈໃນໜ້າ ນ.ສ.ພ. ປະຈຳວັນນີ້ ພຸດ 30 ກັນຍາ 2009 ໃນນັ້ນທີ່ດຶງຄວາມສົນໃຈຂອງພວກເຮົາຫລາຍທີ່ສຸດແມ່ວັນສລອງຄົບ ຮອບ 60 ປີຂອງການກໍ່ຕັ້ງສາທາຣະນະຣັດປະຊາຊົນຈີນ ທີ່ຈະໝຸນວຽນມາບັນຈົບຄົບຮອບໃນ ມື້ອື່ນນີ້ ວັນທີ 1 ຕຸລາ 2009

30/09/2009 14:37 TU

ຂ່າວຈາກ ນ.ສພ. ວັນຈັນ 28 ກັນຍາ 2009

ຂ່າວເດັ່ນໃນໜ້າໜຶ່ງຂອງບັນດາຣາຍວັນປະຈຳມື້ນີ້ ແມ່ນຂ່າວໄຊຊະນະ ໃນການເລືອກຕັ້ງຂອງພັກຝ່າຍຂວາໃນປະເທດເນີຣະມັນ ນຳພາໂດຍນາ ຍົກ ຣມຕ ທ່ານນາງ ອັງເຄີລາ ແມຣ໌ເຄລ ແລະ ຂ່າວຜູ້ກຳກັບພາພຍົນຊື່ດັງຊາວຝຣັ່ງເສດ ເຊື້ອສາຍໂປແລນດ໌ ໂຣມັງ ໂປລັນສກີ ຖືກຈັບ ທີ່ປະເທດສວິສເຊີແລນດ໌

28/09/2009 13:35 TU

ຂ່າວໃຫຍ່ໃນໜ້າ ນ.ສ.ພ. ວັນຈັນ 21 ກັນຍາ 2009

ຄະດີ "Clearstream" ເປັນຂ່າວໃຫຍ່ໃນໜ້າໜຶ່ງຂອງບັນດາ ຣາຍວັນເກືອບທຸກສບັບປະຈຳມື້ນີ້ ວັນຈັນ 21 ກັນຍາ 2009

21/09/2009 11:41 TU

ທັສນະລາຍວັນຝຣັ່ງ

ອາກອນ ມົລະພິດ ເປັນຫົວຂໍ້ຂ່າວໃຫຍ່ ຂອງລາຍວັນຝຣັ່ງໃນເຊົ້າມື້ນີ້

11/09/2009 11:54 TU

ທັສນະໜັງສືພິມຝຣັ່ງ

ເຣື້ອງໄຂ້ຫວັດໝູ, ຄະດີ ກເລັ່ຽສຕຣີມ ເປັນຂ່າວໃຫຍ່ ໃນລາຍວັນຝຣັ່ງມື້ນີ້

08/09/2009 10:27 TU

ທັນສນະ ລາຍວັນຝຣັ່ງ

ວັນຈັນ 24/08/2009

ການເມືອງຝຣັ່ງ, ບຳເນັດ ນັກຄ້າຫຸ້ນ, ແຮງງານມືດ ເປັນຫົວຂໍ້ໃຫຍ່ ຂອງລາຍວັນຝຣັ່ງໃນມື້ນີ້

24/08/2009 11:56 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU