ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວຈາກ ນ.ສພ. ວັນຈັນ 28 ກັນຍາ 2009

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/09/2009 13:35 TU

ບັນດາ ນ.ສ.ພ. ຣາຍວັນຝຣັ່ງເສດ ມີວິທີ
ການສເນີຂ່າວແລະຄວາມຄິດເຫັນທີ່ຫລາກ
ຫລາຍຕາມຣະບອບປະຊາທິປະໄຕ (ພາບ:
RFI/LAO)

ບັນດາ ນ.ສ.ພ. ຣາຍວັນຝຣັ່ງເສດ ມີວິທີ ການສເນີຂ່າວແລະຄວາມຄິດເຫັນທີ່ຫລາກ ຫລາຍຕາມຣະບອບປະຊາທິປະໄຕ (ພາບ: RFI/LAO)

ຂ່າວເດັ່ນໃນໜ້າໜຶ່ງຂອງບັນດາຣາຍວັນ
ປະຈຳມື້ນີ້ ແມ່ນຂ່າວໄຊຊະນະ ໃນການ
ເລືອກຕັ້ງຂອງພັກຝ່າຍຂວາໃນປະເທດ
ເນີຣະມັນ ນຳພາໂດຍນາຍົກ ຣມຕ ທ່ານ
ນາງ ອັງເຄີລາ ແມຣ໌ເຄລ ແລະຂ່າວຜູ້
ກຳກັບພາພຍົນຊື່ດັງຊາວຝຣັ່ງເສດເຊື້ອ
ສາຍໂປແລນດ໌ ໂຣມັງ ໂປລັນສກີ ຖືກ
ຈັບທີ່ປະເທດສວິສເຊີແລນດ໌

"ແມຣ໌ເຄລກຳໄຊຊະນະ ແລະ ຈະຈັດຕັ້ງຣັຖບານໂດຍບໍ່ມີພັກສັງຄົມນິຍົມ" ແມ່ນຫົວຂໍ້ໃຫຍ່
ໃນໜ້າທີ່ໜຶ່ງຂອງ "Le Figaro"

ຣາຍວັນແນວຄິດຂວາອະນຸຣັກນິຍົມຂຽນອີກວ່າ ຫລັງຈາກກຳໄຊຊະນະຢ່າງຂາດຮອຍ
ແລ້ວ ນາຍົກ ຣມຕ ເຍີຣະມັນກໍໄດ້ປະກາດຈະແຈ້ງວ່າ ພັກປະສົມຝ່າຍຂວາອະນຸຣັກນິຍົມ
CDU-CSU ໂດຍການນຳຂອງເພີ່ນ ຈະຈັດຕັ້ງຣັຖບານຮ່ວມກັນກັບພັກເສຣີ FDP ອັນ
ຈະເປັນການເຮັດໃຫ້ຣັຖບານປະສົມ ຝ່າຍຂວາແລະຝ່າຍຊ້າຍສັງຄົມປະຊາທິປະໄຕ ສິ້ນ
ສຸດລົງ

"Libération" ກໍພາດຫົວຂໍ້ໃຫຍ່ໃນເຣື່ອງດຽວກັນ ມີຂໍ້ຄວາມວ່າ "Super Merkel"..
ເມື່ອອ່ານເບີ່ງເນື້ອໃນຂອງຂ່າວ ກໍເຫັນຣາຍວັນແນວຄິດຊ້າຍອິສຣະ ຂຽນອີກວ່າ ພັກ
"SPD" ສັງຄົມປະຊາທິປະໄຕ ທີ່ປົກຄອງຮ່ວມກັບພັກ "CDU" ຝ່າຍຂວາ ໃນຄະນະຣັຖ
ບານປະສົມຊຸດໃຫຍ່ ຕລອດສີ່ປີຜ່ານມາ ໄດ້ ຮັບການປລາໄຊຍ່ອຍຍັບ ໃນການເລືອກຕັ້ງ
ເມື່ອວານນີ້

ນອກຈາກໄຊຊະນະຂອງພັກຝ່າຍຂວາເຍີຣະມັນໃນການເລືອກຕັ້ງແລ້ວ ຜູ້ກຳກັບພາພ
ຍົນຊື່ດັງຊາວຝຣັ່ງເສດເຊື້ອສາຍໂປແລນດ໌ ຖືກຈັບກຸມທີ່ປະເທດສວິສເຊີແລນດ໌ ໂດຍ
ໝາຍຈັບສາກົນ ທີ່ອອກໂດຍ ສຫຣ ອະເມຣິກາ ກໍເປັນອີກຫົວຂໍ້ໃຫຍ່ຂອງບັນດາຣາຍວັນ
ຄືກັນ

"Le Parisien" ຂຽນຫົວຂໍ້ວ່າ "ໂປລັນສກີ" ອາຍຸ 76 ປີຖືກຂບວນການຍຸດຕິທັມໄລ່ຄຸບ
ຣາຍວັນຕລາດນິຍົມອ່ານ ຂຽນໃຫ້ລາຍລະອຽດວ່າ ເມື່ອປີ 1977 ໂຣມັງ ໂປລັນສກີ
ໄດ້ຖືກຈັບທີ່ ລອສ ແອນເຈີເລັສ ຫລັງຈາກພໍ່ແມ່ຂອງເຍົາວະຊົນອາຍຸພຽງ 13 ປີໄດ້
ແຈ້ງຄວາມ

ຜູ້ກຳກັບໜັງຊື່ດັງຍອມຮັບສາຣະພາບວ່າ ໄດ້ມີເພດສັມພັນກັບເດັກທີ່ຍັງບໍ່ທັນບັນລຸນິ
ຕິພາວະແທ້ ແລະຖືກຈຳຄຸກເປັນເວລາເດືອນເຄີ່ງ

"Le Parisien" ເລົ່າອີກວ່າ ຕໍ່ມາໃນເດືອນມັງກອນ 1978 ອັຍການຈະສົ່ງໂປລັນສກີ
ກັບຄືນໄປເຂົ້າຄຸກອີກ ແຕ່ຜູ້ກ່ຽວຂຶ້ນເຮືອບິນເດີນທາງກັບຢຸໂຣບເສັຽກ່ອນ ຈົນກະທັ້ງມາ
ຖືກຈັບກຸມເມື່ອວັນເສົາຜ່ານມາ ທີ່ປະເທດສວິສເຊີແລນດ໌ ໃນຂນະທີ່ຈະເຂົ້າຮ່ວມງານ
ມະຫະກັມພາພຍົນນາໆຊາດ ທີ່ເມືອງ ຊູຣິກ ຂນະນີ້ກຳລັງຄອຍຖ້າການສົ່ງຕົວໄປຂຶ້ນ
ສານທີ່ ສຫຣ ອະເມຣິກາຢູ່ ແຕ່ຜູ້ກ່ຽວຍັງມີສິດອຸທອນໄດ້

ໜ້າສົນໃຈອີກຂ່າວໜຶ່ງໃນ "Le Parisien" ແມ່ນຂ່າວປັນຫາຜູ້ໄດ້ຮັບປຣິນຍາ ກໍຍັງ
ພາກັນຂຽນພາສາຝຣັ່ງເສດຜິດກັນຢູ່ ເພາະສະນັ້ນບັນດາມະຫາວິທຍາໄລຕ່າງໆຈຶ່ງ
ຕ້ອງອອກມາຕຣາການເຄັ່ງຄັດ ໂດຍຈະບັນຈຸການຂຽນທວາຍເຂົ້າໄປໃນການສອບ
ເສັງດ້ວຍ

ອ່ານເບີ່ງໃນໜ້າທີ່ສອງ "Le Parisien" ຂຽນວ່າ ຄົນໜຸ່ມຄົນສາວຜູ້ໄດ້ຮັບປຣິນຍາ
ສະໄໝນີ້ ທີ່ກາຍໄປເປັນທັງ ນາຍແພດ ວິສວະກອນ ແລະ ບຸກຄະລາກອນຂັ້ນບໍຣິຫານ
ອື່ນໆ ພາກັນຂຽນຄືກັນກັບຂຽນ Message ໃນ SMS ບໍ່ມີການເຄົາຣົບຕົວ "ç" ບໍ່
ເຄົາຣົບພະຫຸພົດ ບໍ່ເຄົາຣົບຄຳວິເສດ ບໍ່ເຄົາຣົບການລົງແຖວ ແລະ ອື່ນໆ

ທັສນະ ຣາຍວັນຝຣັ່ງ

RDP

ຂ່າວຈາກ ນ.ສ.ພ. ວັນສຸກ 23 ຕຸລາ 2009

ຂ່າວທີ່ເດັ່ນທີ່ສຸດໃນໜ້າໜຶ່ງຂອງໜັງສືພິມເກືອບທຸກສບັບໃນມື້ນີ້ ໄດ້ແກ່ຂ່າວ ທ່ານ Jean Sarkozy ລູກຊາຍອາຍຸ 23 ປີ ຂອງທ່ານປະທານາທິບໍດີ Nicolas Sarkozy ໄດ້ຕັດສິນໃຈຖອນ ຕົວຈາກການສມັກເປັນປະທານ ຂອງສຖາບັນ "EPAD" ຊຶ່ງກໍຄືສຖາບັນຂອງຣັດທີ່ບໍຣິຫານຄຸ້ມ La Défense ຂອງນະຄອນຫລວງປາຣີສ ຊຶ່ງເປັນຄຸ້ມແຫ່ງວົງການທຸຣິກິດການຄ້າທີ່ໃຫຍ່ທີ່ສຸດໃນຢຸໂຣບ ເຊີນທ່ານຄລິກເຂົ້າອ່ານລາຍ ລະອຽດດ້ານໃນ

23/10/2009 12:16 TU

RDP

ຂ່າວຈາກ ນ.ສ.ພ. ວັນອັງຄານ 20 ຕຸລາ 2009

ຂ່າວໃນໜ້າໜັງສືພິມມື້ນີ້ ມີຫລາຍຫົວຂໍ້ໜ້າສົນໃຈ ແຕ່ທີ່ເດັ່ນກວ່າໝູ່ ແມ່ນຂ່າວກ່ຽວກັບ ງົບປະມານປະຈຳປີ 2010 ທີ່ຣັຖບານ ຝຣັ່ງເສດ ສເນີ ທີ່ພວກເຮົາເຫັນວ່າ ເປັນທີ່ໜ້າສົນໃຈ ເຊີນທ່ານຄລິກເຂົ້າໄປ ຮັບຟັງດ້ານໃນ

20/10/2009 12:08 TU

RDP

ຂ່າວຈາກ ນ.ສ.ພ. ປະຈຳວັນພະຫັດ 15 ຕຸລາ 2009

ມີຫລາຍຂ່າວໜ້າສົນໃຈ ໃນນັ້ນທີ່ສຳຄັນກໍມີ ສັນຍານໂທຣະສັບມືຖື ແລະ
ປັນຫາຄວາມຍາກຈົນໃນ ໂລກ ແລະ ປັນຫາອື່ນໆອີກຫລາຍປັນຫາ ແຕ່
ພວກເຮົາເລືອກສະເພາະປັນຫາສັນຍານໂທຣະສັບມືຖື ແລະປັນຫາຄວາມຍາກຈົນໃນໂລກ
ເທົ່ານັ້ນ ມາກ່າວເຖິງໃນມື້ນີ້ ເຊີນຄລິກອ່ານລາຍລະອຽດດ້ານໃນ

15/10/2009 11:17 TU

REVUE DE PRESSE

ຂ່າວໜັງສືພິມ ວັນອັງຄານ 6 ຕຸລາ 2009

ມື້ນີ້ມີຂ່າວໜ້າສົນໃຈຫລາຍຂ່າວດ້ວຍກັນ ທີ່ຖືວ່າເດັ່ນກໍແມ່ນ ການວ່າຄະດີ ຄວາມກໍຣະນີອື້ສາວ "Clearstream" ທີ່ມີທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເປັນໂຈດ ແລະ ອດີດນາຍົກ ຣມຕ ໂດມີນິກ ເດີ ວິລແປັງ ເປັນຈຳເລີຍ...ໂຈດ ຟ້ອງວ່າຈຳເລີຍເປັນຜູ້ຢູ່ເບື້ອງຫລັງໃນການປ່ອຍບັນຊີລາຍຊື່ປອມ ວ່າເປັນຜູ້ມີບັນຊີລັບໃນສະ ຖາບັນການເງິນ "Ckearstream" ທີ່ມີສຳນັກງານໃຫຍ່ທີ່ປະເທດລັກເຊມເບີກ ໃນນັ້ນມີທ່ານ ຊາຣ໌ໂກຊີຮ່ວມນຳຜູ້ໜຶ່ງໃນຈຳນວນຊື່ບັນດານັກການເມືອງຫລາຍທ່ານ

06/10/2009 12:53 TU

ຂ່າວຈາກ ນ.ສ.ພ. ວັນພຸດ 30 ກັນຍາ 2009

ມີຫລາຍຫົວຂໍ້ຂ່າວໜ້າສົນໃຈໃນໜ້າ ນ.ສ.ພ. ປະຈຳວັນນີ້ ພຸດ 30 ກັນຍາ 2009 ໃນນັ້ນທີ່ດຶງຄວາມສົນໃຈຂອງພວກເຮົາຫລາຍທີ່ສຸດແມ່ວັນສລອງຄົບ ຮອບ 60 ປີຂອງການກໍ່ຕັ້ງສາທາຣະນະຣັດປະຊາຊົນຈີນ ທີ່ຈະໝຸນວຽນມາບັນຈົບຄົບຮອບໃນ ມື້ອື່ນນີ້ ວັນທີ 1 ຕຸລາ 2009

30/09/2009 14:37 TU

ຂ່າວໃຫຍ່ໃນໜ້າ ນ.ສ.ພ. ວັນຈັນ 21 ກັນຍາ 2009

ຄະດີ "Clearstream" ເປັນຂ່າວໃຫຍ່ໃນໜ້າໜຶ່ງຂອງບັນດາ ຣາຍວັນເກືອບທຸກສບັບປະຈຳມື້ນີ້ ວັນຈັນ 21 ກັນຍາ 2009

21/09/2009 11:41 TU

ທັສນະລາຍວັນຝຣັ່ງ

ອາກອນ ມົລະພິດ ເປັນຫົວຂໍ້ຂ່າວໃຫຍ່ ຂອງລາຍວັນຝຣັ່ງໃນເຊົ້າມື້ນີ້

11/09/2009 11:54 TU

ທັສນະໜັງສືພິມຝຣັ່ງ

ເຣື້ອງໄຂ້ຫວັດໝູ, ຄະດີ ກເລັ່ຽສຕຣີມ ເປັນຂ່າວໃຫຍ່ ໃນລາຍວັນຝຣັ່ງມື້ນີ້

08/09/2009 10:27 TU

ທັນສນະ ລາຍວັນຝຣັ່ງ

ວັນຈັນ 24/08/2009

ການເມືອງຝຣັ່ງ, ບຳເນັດ ນັກຄ້າຫຸ້ນ, ແຮງງານມືດ ເປັນຫົວຂໍ້ໃຫຍ່ ຂອງລາຍວັນຝຣັ່ງໃນມື້ນີ້

24/08/2009 11:56 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU