ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວຈາກ ນ.ສ.ພ. ວັນສຸກ 23 ຕຸລາ 2009

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 23/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 23/10/2009 12:16 TU

ບັນດາ ນ.ສ.ພ. ຣາຍວັນຝຣັ່ງເສດ ທີ
ຫລາກຫລາຍດ້ວຍແນວຄິດແລະວິທີສເນີ
ຂ່າວ (ພາບ: RFI/Lao)

ບັນດາ ນ.ສ.ພ. ຣາຍວັນຝຣັ່ງເສດ ທີ ຫລາກຫລາຍດ້ວຍແນວຄິດແລະວິທີສເນີ ຂ່າວ (ພາບ: RFI/Lao)

ຂ່າວທີ່ເດັ່ນທີ່ສຸດໃນໜ້າໜຶ່ງຂອງໜັງສື
ພິມເກືອບທຸກສບັບ ໃນມື້ນີ້ ໄດ້ແກ່ ຂ່າວ
ທ່ານ Jean Sarkozy ອາຍຸ 23 ປີ
ໄດ້ຕັດສິນໃຈ ຖອນຕົວ ຈາກການສມັກ
ເປັນປະທານ ຂອງສຖາບັນ  "EPAD" 
ບໍຣິຫານຄຸ້ມ 
La Défense  ຂອງນະ
ຄອນຫລວງ ປາຣີສ ຊຶ່ງເປັນຄຸ້ມແຫ່ງ
ວົງການທຸຣິກິດການຄ້າທີ່ໃຫຍ່ທີ່ສຸດໃນ
ຢຸໂຣບ

"Libération" ໄດ້ພາດຫົວຂໍ້ກ່ຽວກັບປັນຫານີ້ວ່າ "ແມ່ນການປະລາໄຊຄັ້ງສຳຄັນຂອງທຳ
ນຽບເອລີເຊ" ຊຶ່ງກໍຄືທຳນຽບປະທານາທິບໍດີນັ້ນເອງ ເທີງຮຸບຂນາດໃຫຍ່ເກືອບເຕັມໜ້າ
ທີໜຶ່ງ ຂອງລູກຊາຍຂອງທ່ານປະທານາທິບໍດີ ລາຍວັນແນວຄິດຊ້າຍ ອິສຣະໄດ້ຂຽນວ່າ
"ແມ່ນການເສັຽສລະລູກຊາຍແທ້ໆ"

ເປີດເຂົ້າໄປດ້ານໃນ ກໍເຫັນ "Libé" ຂຽນລາຍງານຢ່າງຍືດດຍາວເຕັມໜ້າທີ 2, 3 ແລະ
4 ຊຶ່ງກໍພໍສລຸບເປັນຈຸດໃຫຍ່ໃຈຄວາມໄດ້ວ່າ ການທີ່ຈະໃຫ້ ທ່ານ Jean Sarkozy ຄອງ
ຕຳແໜ່ງປະທານ "EPAD" ແມ່ນໄດ້ຮັບກະແສສຽງການຄັດຄ້ານຢ່າງອຶງຄະນຶງ ຢ່າງ
ເປັນເອກສັນກັນ ບໍ່ວ່າຈາກຝ່າຍຄ້ານກໍຄືກັນກັບຈາກພັກການເມືອງຝ່າຍຣັຖບານ ຕລອດ
ທັງວົງການສື່ມວນຊົນຝຣັ່ງເສດ ແລະ ຕ່າງປະ ເທດ

ລາຍວັນຊ້າຍອິສຣະຂຽນວິພາກວິຈານອີກວ່າ ທີ່ມີກະແສສຽງຄັດຄ້ານຢ່າງອຶງຄະນຶງ
ແນວນີ້ ກໍເພາະທ່ານ Jean Sarkozy ເປັນນັກສຶກສາກົດໝາຍອາຍຸພຽງ 23 ປີເທົ່າ
ນັ້ນ ເຖິງແມ່ນວ່າເປັນສະມາຊິກສະພາຂອງເມືອງ Neuilly sur Seine ແຕ່ກໍເປັນ
ພຽງບໍ່ເທົ່າໃດປີເທົ່ານັ້ນ ແຖມຍັງບໍ່ເຄີຍມີປະສົບການໃນການບໍຣິການທຸຣະກິດຂນາດ
ໃຫຍ່ຈັກເທື່ອ ເພາະສະນັ້ນຈຶ່ງຖືວ່າ ຍັງຂາດປະສົບການ

"Libé" ປິດທ້າຍການວິພາກວິຈານອີກວ່າ ເພາະສະນັ້ນ ການພະຍາຍາມດັນ Jean
Sarkozy ໃຫ້ເປັນປະທານ "EPAD" ຈຶ່ງແມ່ນການຫລິ້ນພັກຫລິ້ນພວກ ເປັນການເອື້ອ
ອຳນວຍໃຫ້ແກ່ສະມາຊິກຄອບຄົວ ໂດຍຂາດຄວາມຊອບທັມ

ທາງດ້ານ "Le Figaro" ກໍພາດຫົວຂໍ້ໃຫຍ່ເຣື່ອງດຽວກັນນີ້ ໂດຍໃຊ້ຂໍ້ຄວາມທີ່ຂ້ອນ
ຂ້າງກາງໆວ່າ Jean Sarkozy ຕັດສິນໃຈຍົກເລີກການສມັກເປັນປະທານ "EPAD"
ແລ້ວ

ຣາຍວັນແນວຄິດຂວາອະນຸຣັກນິຍົມ ສເນີຂ່າວເຕັມໜ້າທີ່ສາມ ມີຂໍ້ຄວາມຕອນໜຶ່ງ
ອ່ານໄດ້ວ່າ ການຕັດ ສິນໃຈຂອງ Jean Sarkozy ແມ່ນເພື່ອເຮັດໃຫ້ການໂຕ້ຖຽງ
ແລະກະແສສຽງການຄັດຄ້ານສິ້ນສຸດລົງ

ໃນຫົວຂໍ້ນ້ອຍລຸ່ມລົງມາ "Le Figaro" ຂຽນອີກວ່າ ທ່ານ Jean Sarkozy ໄດ້ປະກາດ
ການຕັດສິນໃຈເມື່ອຄືນຜ່ານມາ ໃນຣາຍການຂ່າວໂທຣະພາຍຊອ່ງ 2 ໂດຍໄດ້ອະທິ
ບາຍວ່າແມ່ນການຕັດສິນໃຈໂດຍໃຊ້ເຫດແລະຜົນ ພ້ອມກັນທ່ານກໍໄດ້ປະນາມວ່າ ໄດ້
ສອງອາທິດຜ່ານມາແລ້ວທີ່ມີຄວາມພະຍາ ຍາມບິດເບືອນຄວາມຈິງຫລາຍຢ່າງ
ກ່ຽວກັບຕົວທ່ານແຕ່ເຖິງຢ່າງໃດທ່ານກໍຈະບໍ່ວາງມືຈາກເວທີການ ເມືອງ

ທັສນະ ຣາຍວັນຝຣັ່ງ

RDP

ຂ່າວຈາກ ນ.ສ.ພ. ວັນອັງຄານ 20 ຕຸລາ 2009

ຂ່າວໃນໜ້າໜັງສືພິມມື້ນີ້ ມີຫລາຍຫົວຂໍ້ໜ້າສົນໃຈ ແຕ່ທີ່ເດັ່ນກວ່າໝູ່ ແມ່ນຂ່າວກ່ຽວກັບ ງົບປະມານປະຈຳປີ 2010 ທີ່ຣັຖບານ ຝຣັ່ງເສດ ສເນີ ທີ່ພວກເຮົາເຫັນວ່າ ເປັນທີ່ໜ້າສົນໃຈ ເຊີນທ່ານຄລິກເຂົ້າໄປ ຮັບຟັງດ້ານໃນ

20/10/2009 12:08 TU

RDP

ຂ່າວຈາກ ນ.ສ.ພ. ປະຈຳວັນພະຫັດ 15 ຕຸລາ 2009

ມີຫລາຍຂ່າວໜ້າສົນໃຈ ໃນນັ້ນທີ່ສຳຄັນກໍມີ ສັນຍານໂທຣະສັບມືຖື ແລະ
ປັນຫາຄວາມຍາກຈົນໃນ ໂລກ ແລະ ປັນຫາອື່ນໆອີກຫລາຍປັນຫາ ແຕ່
ພວກເຮົາເລືອກສະເພາະປັນຫາສັນຍານໂທຣະສັບມືຖື ແລະປັນຫາຄວາມຍາກຈົນໃນໂລກ
ເທົ່ານັ້ນ ມາກ່າວເຖິງໃນມື້ນີ້ ເຊີນຄລິກອ່ານລາຍລະອຽດດ້ານໃນ

15/10/2009 11:17 TU

REVUE DE PRESSE

ຂ່າວໜັງສືພິມ ວັນອັງຄານ 6 ຕຸລາ 2009

ມື້ນີ້ມີຂ່າວໜ້າສົນໃຈຫລາຍຂ່າວດ້ວຍກັນ ທີ່ຖືວ່າເດັ່ນກໍແມ່ນ ການວ່າຄະດີ ຄວາມກໍຣະນີອື້ສາວ "Clearstream" ທີ່ມີທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເປັນໂຈດ ແລະ ອດີດນາຍົກ ຣມຕ ໂດມີນິກ ເດີ ວິລແປັງ ເປັນຈຳເລີຍ...ໂຈດ ຟ້ອງວ່າຈຳເລີຍເປັນຜູ້ຢູ່ເບື້ອງຫລັງໃນການປ່ອຍບັນຊີລາຍຊື່ປອມ ວ່າເປັນຜູ້ມີບັນຊີລັບໃນສະ ຖາບັນການເງິນ "Ckearstream" ທີ່ມີສຳນັກງານໃຫຍ່ທີ່ປະເທດລັກເຊມເບີກ ໃນນັ້ນມີທ່ານ ຊາຣ໌ໂກຊີຮ່ວມນຳຜູ້ໜຶ່ງໃນຈຳນວນຊື່ບັນດານັກການເມືອງຫລາຍທ່ານ

06/10/2009 12:53 TU

ຂ່າວຈາກ ນ.ສ.ພ. ວັນພຸດ 30 ກັນຍາ 2009

ມີຫລາຍຫົວຂໍ້ຂ່າວໜ້າສົນໃຈໃນໜ້າ ນ.ສ.ພ. ປະຈຳວັນນີ້ ພຸດ 30 ກັນຍາ 2009 ໃນນັ້ນທີ່ດຶງຄວາມສົນໃຈຂອງພວກເຮົາຫລາຍທີ່ສຸດແມ່ວັນສລອງຄົບ ຮອບ 60 ປີຂອງການກໍ່ຕັ້ງສາທາຣະນະຣັດປະຊາຊົນຈີນ ທີ່ຈະໝຸນວຽນມາບັນຈົບຄົບຮອບໃນ ມື້ອື່ນນີ້ ວັນທີ 1 ຕຸລາ 2009

30/09/2009 14:37 TU

ຂ່າວຈາກ ນ.ສພ. ວັນຈັນ 28 ກັນຍາ 2009

ຂ່າວເດັ່ນໃນໜ້າໜຶ່ງຂອງບັນດາຣາຍວັນປະຈຳມື້ນີ້ ແມ່ນຂ່າວໄຊຊະນະ ໃນການເລືອກຕັ້ງຂອງພັກຝ່າຍຂວາໃນປະເທດເນີຣະມັນ ນຳພາໂດຍນາ ຍົກ ຣມຕ ທ່ານນາງ ອັງເຄີລາ ແມຣ໌ເຄລ ແລະ ຂ່າວຜູ້ກຳກັບພາພຍົນຊື່ດັງຊາວຝຣັ່ງເສດ ເຊື້ອສາຍໂປແລນດ໌ ໂຣມັງ ໂປລັນສກີ ຖືກຈັບ ທີ່ປະເທດສວິສເຊີແລນດ໌

28/09/2009 13:35 TU

ຂ່າວໃຫຍ່ໃນໜ້າ ນ.ສ.ພ. ວັນຈັນ 21 ກັນຍາ 2009

ຄະດີ "Clearstream" ເປັນຂ່າວໃຫຍ່ໃນໜ້າໜຶ່ງຂອງບັນດາ ຣາຍວັນເກືອບທຸກສບັບປະຈຳມື້ນີ້ ວັນຈັນ 21 ກັນຍາ 2009

21/09/2009 11:41 TU

ທັສນະລາຍວັນຝຣັ່ງ

ອາກອນ ມົລະພິດ ເປັນຫົວຂໍ້ຂ່າວໃຫຍ່ ຂອງລາຍວັນຝຣັ່ງໃນເຊົ້າມື້ນີ້

11/09/2009 11:54 TU

ທັສນະໜັງສືພິມຝຣັ່ງ

ເຣື້ອງໄຂ້ຫວັດໝູ, ຄະດີ ກເລັ່ຽສຕຣີມ ເປັນຂ່າວໃຫຍ່ ໃນລາຍວັນຝຣັ່ງມື້ນີ້

08/09/2009 10:27 TU

ທັນສນະ ລາຍວັນຝຣັ່ງ

ວັນຈັນ 24/08/2009

ການເມືອງຝຣັ່ງ, ບຳເນັດ ນັກຄ້າຫຸ້ນ, ແຮງງານມືດ ເປັນຫົວຂໍ້ໃຫຍ່ ຂອງລາຍວັນຝຣັ່ງໃນມື້ນີ້

24/08/2009 11:56 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU