ຄົ້ນຫາຂໍ້ມູນ

/ languages

Choisir langue
 

ທັນສນະ ລາຍວັນຝຣັ່ງ

ວັນຈັນ 24/08/2009

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/08/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/08/2009 11:59 TU

ມື້ນີ້ ມີເຣື້ອງ ການເມືອງ ໃນຝຣັ່ງ, ເຣື້ອງບຳເນັດ ນັກຄ້າຫຸ້ນ, ເຣື້ອງ ແຮງງານມືດ, ນອກຈາກນີ້ຍັງມີເຣື້ອງ  ໄຟໃໝ້ປ່າ ໃນປະເທດ ກແຣສ໌, ເຣື້ອງໃຂ້ຫວັດໝູ ແລະ ອື່ນໆນັ້ນ ແຕກຕ່າງກັນໄປ ແຕ່ລະສະບັບ.

ເລີ້ມຕົ້ນ ເປີດສາກ ການເມືອງພາຍໃນຝຣັ່ງນັ້ນ,  ເລີ ຟີກ່າໂຣ ໃສ່ຫົວຂໍ້ໃຫຍ່ວ່າ : ໃນພັກສັງຄົມນິຍົມ, ຍານາງ ມາກຕິ່ນ ໂອບຣີ່ ຄຶດໜັກອີກໃໝ໋ ແລະ ຢູ່ພາຍໃຕ້ ຄວາມກົດດັນ ກ່ອນຈະວັນ ຊຸມໜຸມ ລະດູຮ້ອນ ທີ່ ເມືອງ ລາ ຣົສແຊນລ໌.

 

ເລີ ຟີກ່າໂຣ ຂຽນຕໍ່ໄປວ່າ : ໃນຂນະທີ່ ຄະແນນສຽງນິຍົມ ຂອງທ່ານ ສ໊າກໂກຊີ່ ກຳລັງສູງຂື້ນ, ພັກສັງຄົມນິຍົມ ຊໍ້າພັດ ກຳລັງປວດຫົວ ນຳ 3 ປະເດັນ ຄື :

1-     ການຮຽກຮ້ອງຕ້ອງການ ຂອງສະມາຊິກ ກ່ຽວກັບການຂັດເລືອກຂັ້ນຕົ້ນ ເອົາຜູ່ສະມັກເຂົ້າແຂ່ງ ເອົາຕຳແໜ່ງປະທານາທິບໍດີ ຂອງພັກສັງຄົມນິຍົມ ໃນປີ 2012 ແລະ ການຊອກຫາ ພັນທະມິຕ ຕ້ານຢັນັກບຝ່າຍກຳອຳນາດ ຊຶ່ງ ຍານາງ ໂອບຣີ່ ພະຍາຍາຍ ຫລີກລຽງ.

2-     ການຫັນປ່ຽນການເມືອງ ໄປຫາຝ່າຍຊ້າຍ ຂອງພັກ ໂມແດມ ຫຼືພັກ ຂບວນການ ປະຊາທິປະຕັຍ ນຳໂດບ ທ່ານ ໄບ່ຣູ.

3-     ການທ້າທາຍ ພັກສັງຄົມນິຍົມ ຂອງພັກ ຂຽວ ກ່ຽວກັບການເລືອກຕັ້ງທ້ອງຖີ່ນ ໃນປີ 2010.

 

ເລີ ຟີກາໂຣ ຍັງຂຽນເຖີງພາຣະກິດຂອງລັຖບານ ຫລັງຈາກພັກຮ້ອນ ເຂົ້າມາ ໃນນັ້ນ ມີ 8 ເຣື້ອງ ສຳຄັນ ຄື :

1-     ໂຄງການ ງົປະມານ ປີ 2010.

2-     ພາສີ ມົນລະພິດ Taxe carbone.

3-     ຫຍຸບ ພາສີ ວິຊາຊີບ Taxe professionnelle.

4-     ຄົ້ນຄວ້າເຣື້ອງໃຫ້ເງີນເບັ້ຽບຳນານ ບນດາແມ່ ລ້ຽງ ລູກ.

5-     ເລັ່ງລັດການປະຕິຮູບ ລະດັບຊາດ.

6-     ເຣື້ອງ ໂຄງການ ຢືມເງີນ.

7-     ເຣື້ອງແບ່ງປັນ ພີສີເພີhມ.

8-     ເຣື້ອງຈັດສັນວຽກງານ.

 

 

ສ່ວນ ລາຍວັນ ລີເບ ຣາຊົງ ພາດຮູບ ບັນດາ ຜູ່ນຳພັກຝ່າຍຊ້າຍ ຈາກພັກ ໂມແດມ ຫາ ພັກຄອມມູຍນິດ. ແລ້ວຂຽນວ່າ ທ່ານແວ່ງຊັງ ໄປ່ຫຍົ່ງ ຕ້ອງການຂຍາຍ ພັນທະມິຕ ໄປຫາບັນດາພັກ ຝ່າຍຊ້າຍ ຈົນເຖີງພັກທີ່ມີແນວໂນ້ມ ການເມືອງ ສາຍກາງ ຊຶ່ງບັນດາຜູ່ນຳຝ່າຍ ຊ້າຍໄດ້ ຊຸມໜຸມກັນ ເມື່ອວັນເສົາຜ່ານມານີ້ ທີ່ເມືອງ ມາກໄຊ່ຍ໌.

 

ການຕັດສິນໃຈ ໄປຮວມ ຊຸມໜຸ່ມຂະບວນການຝ່າຍຊ້າຍ ຂອງ ທ່ານ ແວ່ງຊັງ ໄປ່ຫຍົງ ສະມາຊິກສະພາ ເອີຣົບ ຂອງພັກສັງຄົມນິຍົມ ເຮັດ ໃຫ້ ກົມການເມືອງ ບໍ່ພໍໃຈ.

ຈຸດປະສົງ ຂອງການ ຈັດ ຊຸມໜຸມແມ່ນ ເພື່ອ ຕ້ານຢັນກັບຝ່າຍຂວາ ໃນການເລືອກຕັ້ງທ້ອງຖິ່ນ ໃນປີ 2010.

 

ບັດນີ້ເຣື້ອງ ເງີນບຳເນັດ ຂອງນັກຄ້າຮຸ້ນ ໝູນເງີນ ນັ້ນ ເລີ ຟີກາໂຣ ພາດຫົວຂໍ້ວ່າ : ລັດ ພະຍາຍາມ ຈັດສັນການໃຫ້ເງີນ ບຳເນັດ ແກ່ນັກ ຄ້າຫຸ້ນ ໃຫ້ຢູ່ໃນຂອບເຂດ ຈຳກັດ.

ບັນດາຫົວໜ້າ ທະນາຄານ ຖືກຮຽກໄປສົນທະນາ ທີ່ ກະຊວງການເງີນ ໃນມື້ນີ້ ແລະ ທີ່ທຳນຽບປະທານາທິບໍດີ ໃນມື້ອື່ນ.

 

ເຊັ່ນດຽວກັນ ລາຍວັນ ເລີປາຣີ່ຊ່ຽງ ພາດວ່າ ນັກຄ້າຫຸ້ນ ເລົ່າການ ໄດ້ເງີນ ບຳເນັດ ຂອງເຂົາ ຄື 4 ລ້ານ ໂດລາ ພາຍໃນ 6 ປີ.

ແລ້ວຂຽນຕໍ່ໄປວ່າ ພໍຫລັງຈາກພັກຮ້ອນ ປະທານາທິບໍດີ ສ໊າກໂກຊີ່ ກໍໄດ້ແນ່ໄສ່ ພວກຫົວໜ້າທະນາຄານ. ຈຸດປະສົງແມ່ນ ຈັດສັນການ ໃຫ້ບຳເນັດໃໝ່ແກ່ນັກຄ້າຮຸ້ນ ແບບໃຫ້ມີຄຸນະທັມ ຫລາຍຂື້ນກວ່າເກົ່າ.

 

ຊໍ້າເຕີມໂດຍລາຍວັນເສຖະກິດ ຄື ເລ່ ເອ່ໂກ ແລະ ລ່າ ຕຣີບູນ ກໍສຸມໄສ່ເຣື້ອງເງີນບຳນັດນີ້ຄືກັນ, ຕລອດເຖີງ ລາຍວັຍ ຄອມມູຍນິດ ທີ່ຕຳນິລັຖະບານວ່າ ເປັນການສົນທະນາ ທີ່ໃຮ້ຜົນ ແຕ່ລັດ ໄດ້ໃຫ້ເງີນ ຊ່ວຍເຫຼືອ ໄປແລ້ວ 105 ລ້າວເອີໂຣ ຕໍ່ບັນດາທະນາຄານ ເພື່ອ ປະເສີນໜ້າ ກັບວິກິດການ ການເງີນຂອງໂລກ. ນັບວ່າເປັນຄັ້ງທີ 7 ທີ່ປະທານາທິບໍດີ ຮຽກຫົວໜ້າ ທະນາຄານ ສົນທະນາ.

 

ອອກຈາກການເມືອງ ໄປຫາເຣື້ອງສັງຄົມນັ້ນ  ເເມ່ນເຣື້ອງ ແຮງງານ ມືດ ທີ່ບໍ່ແຈ້ງເສັຽ ການຊ່ວຍສາ ອາກອນ ແລະພາສີຕ່າງໆນັ້ນ ຍັງ ຟົດຟື້ນຢູ່ຕລອດ.

ລາຍວັນ ລ່າກຣົ່ວ ພາດຫົວຂໍ້ໃຫຍ່ວ່າ : ການທຳງານມືດ ສວຍໂອ ກາດ ຕອນມີວິກິດການ ເສຖກິດໂລກ.  ແລະຂຽນຕໍ່ໄປວ່າ : ຍ້ອນວ່າມີ ການຫົດຫູ່ ທາງດ້ານເສຖະກິດ, ການທຳງານ ແບບບໍ່ແຈ້ງຢ່າງ ຖືກ ຕ້ອງຕາມກົດໝາຍ ອາຈະມີຫລາຍກາຍ 2/3 ຂອງພົລະໂລກ ແຕ່ນີ້ ຫາປີ 2020.

ແຕ່ໃນ ປະເທດຝຣັ່ງ ນັ້ນ ບັນດາ ບໍຣິສັດ ໄດ້ລັກໂລບ ແຮງງານມືດ ເຖີງ 13%.

ທັສນະ ຣາຍວັນຝຣັ່ງ

RDP

ຂ່າວຈາກ ນ.ສ.ພ. ວັນສຸກ 23 ຕຸລາ 2009

ຂ່າວທີ່ເດັ່ນທີ່ສຸດໃນໜ້າໜຶ່ງຂອງໜັງສືພິມເກືອບທຸກສບັບໃນມື້ນີ້ ໄດ້ແກ່ຂ່າວ ທ່ານ Jean Sarkozy ລູກຊາຍອາຍຸ 23 ປີ ຂອງທ່ານປະທານາທິບໍດີ Nicolas Sarkozy ໄດ້ຕັດສິນໃຈຖອນ ຕົວຈາກການສມັກເປັນປະທານ ຂອງສຖາບັນ "EPAD" ຊຶ່ງກໍຄືສຖາບັນຂອງຣັດທີ່ບໍຣິຫານຄຸ້ມ La Défense ຂອງນະຄອນຫລວງປາຣີສ ຊຶ່ງເປັນຄຸ້ມແຫ່ງວົງການທຸຣິກິດການຄ້າທີ່ໃຫຍ່ທີ່ສຸດໃນຢຸໂຣບ ເຊີນທ່ານຄລິກເຂົ້າອ່ານລາຍ ລະອຽດດ້ານໃນ

23/10/2009 12:16 TU

RDP

ຂ່າວຈາກ ນ.ສ.ພ. ວັນອັງຄານ 20 ຕຸລາ 2009

ຂ່າວໃນໜ້າໜັງສືພິມມື້ນີ້ ມີຫລາຍຫົວຂໍ້ໜ້າສົນໃຈ ແຕ່ທີ່ເດັ່ນກວ່າໝູ່ ແມ່ນຂ່າວກ່ຽວກັບ ງົບປະມານປະຈຳປີ 2010 ທີ່ຣັຖບານ ຝຣັ່ງເສດ ສເນີ ທີ່ພວກເຮົາເຫັນວ່າ ເປັນທີ່ໜ້າສົນໃຈ ເຊີນທ່ານຄລິກເຂົ້າໄປ ຮັບຟັງດ້ານໃນ

20/10/2009 12:08 TU

RDP

ຂ່າວຈາກ ນ.ສ.ພ. ປະຈຳວັນພະຫັດ 15 ຕຸລາ 2009

ມີຫລາຍຂ່າວໜ້າສົນໃຈ ໃນນັ້ນທີ່ສຳຄັນກໍມີ ສັນຍານໂທຣະສັບມືຖື ແລະ
ປັນຫາຄວາມຍາກຈົນໃນ ໂລກ ແລະ ປັນຫາອື່ນໆອີກຫລາຍປັນຫາ ແຕ່
ພວກເຮົາເລືອກສະເພາະປັນຫາສັນຍານໂທຣະສັບມືຖື ແລະປັນຫາຄວາມຍາກຈົນໃນໂລກ
ເທົ່ານັ້ນ ມາກ່າວເຖິງໃນມື້ນີ້ ເຊີນຄລິກອ່ານລາຍລະອຽດດ້ານໃນ

15/10/2009 11:17 TU

REVUE DE PRESSE

ຂ່າວໜັງສືພິມ ວັນອັງຄານ 6 ຕຸລາ 2009

ມື້ນີ້ມີຂ່າວໜ້າສົນໃຈຫລາຍຂ່າວດ້ວຍກັນ ທີ່ຖືວ່າເດັ່ນກໍແມ່ນ ການວ່າຄະດີ ຄວາມກໍຣະນີອື້ສາວ "Clearstream" ທີ່ມີທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເປັນໂຈດ ແລະ ອດີດນາຍົກ ຣມຕ ໂດມີນິກ ເດີ ວິລແປັງ ເປັນຈຳເລີຍ...ໂຈດ ຟ້ອງວ່າຈຳເລີຍເປັນຜູ້ຢູ່ເບື້ອງຫລັງໃນການປ່ອຍບັນຊີລາຍຊື່ປອມ ວ່າເປັນຜູ້ມີບັນຊີລັບໃນສະ ຖາບັນການເງິນ "Ckearstream" ທີ່ມີສຳນັກງານໃຫຍ່ທີ່ປະເທດລັກເຊມເບີກ ໃນນັ້ນມີທ່ານ ຊາຣ໌ໂກຊີຮ່ວມນຳຜູ້ໜຶ່ງໃນຈຳນວນຊື່ບັນດານັກການເມືອງຫລາຍທ່ານ

06/10/2009 12:53 TU

ຂ່າວຈາກ ນ.ສ.ພ. ວັນພຸດ 30 ກັນຍາ 2009

ມີຫລາຍຫົວຂໍ້ຂ່າວໜ້າສົນໃຈໃນໜ້າ ນ.ສ.ພ. ປະຈຳວັນນີ້ ພຸດ 30 ກັນຍາ 2009 ໃນນັ້ນທີ່ດຶງຄວາມສົນໃຈຂອງພວກເຮົາຫລາຍທີ່ສຸດແມ່ວັນສລອງຄົບ ຮອບ 60 ປີຂອງການກໍ່ຕັ້ງສາທາຣະນະຣັດປະຊາຊົນຈີນ ທີ່ຈະໝຸນວຽນມາບັນຈົບຄົບຮອບໃນ ມື້ອື່ນນີ້ ວັນທີ 1 ຕຸລາ 2009

30/09/2009 14:37 TU

ຂ່າວຈາກ ນ.ສພ. ວັນຈັນ 28 ກັນຍາ 2009

ຂ່າວເດັ່ນໃນໜ້າໜຶ່ງຂອງບັນດາຣາຍວັນປະຈຳມື້ນີ້ ແມ່ນຂ່າວໄຊຊະນະ ໃນການເລືອກຕັ້ງຂອງພັກຝ່າຍຂວາໃນປະເທດເນີຣະມັນ ນຳພາໂດຍນາ ຍົກ ຣມຕ ທ່ານນາງ ອັງເຄີລາ ແມຣ໌ເຄລ ແລະ ຂ່າວຜູ້ກຳກັບພາພຍົນຊື່ດັງຊາວຝຣັ່ງເສດ ເຊື້ອສາຍໂປແລນດ໌ ໂຣມັງ ໂປລັນສກີ ຖືກຈັບ ທີ່ປະເທດສວິສເຊີແລນດ໌

28/09/2009 13:35 TU

ຂ່າວໃຫຍ່ໃນໜ້າ ນ.ສ.ພ. ວັນຈັນ 21 ກັນຍາ 2009

ຄະດີ "Clearstream" ເປັນຂ່າວໃຫຍ່ໃນໜ້າໜຶ່ງຂອງບັນດາ ຣາຍວັນເກືອບທຸກສບັບປະຈຳມື້ນີ້ ວັນຈັນ 21 ກັນຍາ 2009

21/09/2009 11:41 TU

ທັສນະລາຍວັນຝຣັ່ງ

ອາກອນ ມົລະພິດ ເປັນຫົວຂໍ້ຂ່າວໃຫຍ່ ຂອງລາຍວັນຝຣັ່ງໃນເຊົ້າມື້ນີ້

11/09/2009 11:54 TU

ທັສນະໜັງສືພິມຝຣັ່ງ

ເຣື້ອງໄຂ້ຫວັດໝູ, ຄະດີ ກເລັ່ຽສຕຣີມ ເປັນຂ່າວໃຫຍ່ ໃນລາຍວັນຝຣັ່ງມື້ນີ້

08/09/2009 10:27 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU