ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວຈາກ ນ.ສ.ພ. ວັນພຸດ 30 ກັນຍາ 2009

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/09/2009 14:38 TU

ບັນດາ ນ.ສ.ພ. ຣາຍວັນຝຣັ່ງເສດ ມີວິທີ
ການສເນີຂ່າວແລະຄວາມຄິດເຫັນທີ່ຫລາກ
ຫລາຍຕາມຣະບອບປະຊາທິປະໄຕ (ພາບ:
RFI/LAO)

ບັນດາ ນ.ສ.ພ. ຣາຍວັນຝຣັ່ງເສດ ມີວິທີ ການສເນີຂ່າວແລະຄວາມຄິດເຫັນທີ່ຫລາກ ຫລາຍຕາມຣະບອບປະຊາທິປະໄຕ (ພາບ: RFI/LAO)

ຫລາຍຫົວຂໍ້ຂ່າວໜ້າສົນໃຈໃນໜ້າ ນ.ສ
. ປະຈຳວັນນີ້ ພຸດ 30 ກັນຍາ 2009
ໃນນັ້ນທີ່ດຶງຄວາມສົນໃຈຂອງພວກເຮົາ
ຫລາຍທີ່ສຸດແມ່ນວັນສລອງຄົບຮອບ 60
ປີ ຂອງການກໍ່ຕັ້ງສາທາຣະນະຣັດປະຊາ
ຊົນຈີນ ທີ່ຈະໝຸນວຽນມາບັນຈົບຄົບຮອບ
ໃນມື້ອື່ນນີ້ວັນທີ 1 ຕຸລາ 2009

"ເມືອງຈີນ Made in Mao" ນີ້ແມ່ນຂໍ້ຄວາມ
ຂອງຫົວຂໍ້ໃຫຍ່ສຸດຂອງ "La Croix" ກ່ອນ
ທີ່ລາຍວັນແນວໂນ້ມສາສນາຄາທໍລິກຈະຂຽນຕໍ່ໃນຫົວຂໍ້ນ້ອຍອີກວ່າ 60 ປີຜ່ານໄປຫລັງ
ຈາກການສະຖາປະນາ ສາທາຣະນະຣັດປະຊາຊົນຈີນ ຊາວຈີນໄດ້ຫັນຫລັງໃຫ້ແກ່ຄອມ
ມິວນິສມ໌ ແຕ່ເຖິງປານນັ້ນກໍຍັງມີການເຊີດຊູຮູບພາບຂອງເໝົາເຈີຕຸງຢູ່

ໃນໜ້າທີ່ສອງ "La Croix" ຂຽນຫົວຊໍ້ໃຫຍ່ຕື່ມອີກວ່າ ຕະຫລອດຣະຍະ 60 ປີຜ່ານມາ
ສປ ຈີນ ມີທັງຄວາມພາກພູມແລະມີທັງຄວາມຂົມຂື່ນທຸກທໍຣະມານ ງານສເລີມສລອງ
ວັນຊາດໃນມື້ອື່ນ ວັນທີ 1 ຕຸລາ ເປັນໂອກາດທີ່ລະບອບຈະໄດ້ອວດແສນຍານຸພາບທາງ
ທະຫານຂອງຕົນອີກເທື່ອໜຶ່ງ ແສນຍານຸພາບທີ່ເປັນເສົາຄໍ້າໃຫຍ່ຂອງພັກຄອມມິວນິສ
ທີ່ຊາວຈີນນັບມື້ນັບໃຫ້ຄວາມເຊື່ອຖືນ້ອຍລົງ

ທາງດ້ານ "Le Figaro" ໃນມື້ນີ້ ກໍເວົ້າເຖິງເຣື່ອງນີ້ເຊັ່ນດຽວກັນ ຕ່າງແຕ່ວ່າເວົ້າເຖິງ
ໃນມຸມທີ່ແຕກຕ່າງ ກ່າວຄືລາຍວັນແນວຄິດຂວາອະນຸຣັກນິຍົມ ໄດ້ສລະເກືອບເຕັມໜ້າ
ໜຶ່ງ ແລະ ໜ້າທີ 16 ເວົ້າເຖິງຊາວອະເມຣິກັນ "Sidney Rittenberg" ທີ່ໃຊ້ຊີວິດເປັນ
ເພື່ອນຮ່ວມການຕໍ່ສູ້ແລະຮ່ວມອຸດົມການກັບ ເໝົາເຈີຕຸງ ເປັນເວລາເຖິງ 35 ປີ

"Le Figaro" ຂຽນໃນໜ້າທີ 16 ອີກວ່າ ຊາວອະເຣິກັນອາຍຸ 88 ປີຜູ້ນີ້ ເປັນໜຶ່ງໃນຈຳ
ນວນຊາວຕ່າງປະເທດ ທີ່ໃຊ້ຊີວິດຮ່ວມກັບເໝົາເຈີຕຸງ ແຕ່ຕ້ອງໄດ້ຊົດໃຊ້ຊີວິດການຜະ
ຈົນໄພຄັ້ງນີ້ດ້ວຍຣາຄາທີ່ແພງທີ່ສຸດ.....

ໃນຊ່ວງ 35 ປີ ທີ່ຢູ່ໃນປະເທດຈີນໃນຖານະນາຍພາສາຂອງ ເໝົາເຈີຕຸງ, "Sidney
Rittenberg" ຢູໃນຄຸກເຖິງ 16 ປີ ຍ້ອນຄໍາສັ່ງທັງຂອງ Staline ແລະ ເໝົາ ເຈີ ຕຸງ
ທີ່ກ່າວຫາຜູ້ກ່ຽວວ່າເປັນສາຍລັບອະເມຣິກັນ

ລາຍວັນແນວຄິດຂວາອະນຸຣັກນິຍົມ ຂຽນອີກວ່າ ໃນຂັ້ນຕົ້ນ Sidney Rittenberg ເປັນ
ທະຫານອະເມຣິກັນ ຖືກສົ່ງໄປປະຕິບັດງານໃນປະເທດຈີນໃນສມັຍສົງຄາມໂລກຄັ້ງທີ່
ສອງ ແຕ່ຫລັງຈາກເສັດສິ້ນສົງຄາມແລ້ວ ຜູ້ກ່ຽວທີ່ມີແນວຄິດຊ້າຍ ບໍ່ຍອມກັບປະ
ເທດແລະໄດ້ເຂົ້າຮ່ວມສົມທົບກັບ ເໝົາເຈີຕຸງ ໃນການເຮັດການປະຕິວັດ

ປັດຈຸບັນໄດ້ກັບໄປໃຊ້ຊີວິດໃນບ້ານເກີດ ສຫຣ ອະເມຣິກາ ແລະ ກາຍເປັນທີ່ປຶກສາໃຫ້
ແກ່ບັນດາບໍຣິສັດໃຫຍ່ໆນາໆຊາດ ທີ່ລົງທຶນໃນປະເທດຈີນ

"Le Figaro" ຂຽນອີກວ່າ ສຳລັບການສເລີມສລອງຄົບຮອບ 60 ປີຂອງການກໍ່ຕັ້ງ
ສາທາຣະນະຣັດປະຊາຊົນຈີນໃນມື້ອື່ນນີ້ "Sidney Rittenberg" ບໍ່ໄດ້ຮັບການເຊື້ອ
ເຊີນ ຈຶ່ງຈະບໍ່ມີໂອກາດໄດ້ເຫັນການສເລີມສລອງຄັ້ງຍິ່ງໃຫຍ່ ເຊັ່ນດຽວກັນກັບບໍ່ໄດ້
ເຫັນວັນກໍ່ຕັ້ງ ເມື່ອວັນທີ 1 ຕຸລາ 1949 ເພາະບໍ່ເທົ່າໃດວັນກ່ອນໜ້ານັ້ນ ຜູ້ກ່ຽວໄດ້
ເຂົ້າໄປນອນໃນຄຸກ ໂດຍຄຳສັ່ງຂອງ Staline

ທັສນະ ຣາຍວັນຝຣັ່ງ

RDP

ຂ່າວຈາກ ນ.ສ.ພ. ວັນສຸກ 23 ຕຸລາ 2009

ຂ່າວທີ່ເດັ່ນທີ່ສຸດໃນໜ້າໜຶ່ງຂອງໜັງສືພິມເກືອບທຸກສບັບໃນມື້ນີ້ ໄດ້ແກ່ຂ່າວ ທ່ານ Jean Sarkozy ລູກຊາຍອາຍຸ 23 ປີ ຂອງທ່ານປະທານາທິບໍດີ Nicolas Sarkozy ໄດ້ຕັດສິນໃຈຖອນ ຕົວຈາກການສມັກເປັນປະທານ ຂອງສຖາບັນ "EPAD" ຊຶ່ງກໍຄືສຖາບັນຂອງຣັດທີ່ບໍຣິຫານຄຸ້ມ La Défense ຂອງນະຄອນຫລວງປາຣີສ ຊຶ່ງເປັນຄຸ້ມແຫ່ງວົງການທຸຣິກິດການຄ້າທີ່ໃຫຍ່ທີ່ສຸດໃນຢຸໂຣບ ເຊີນທ່ານຄລິກເຂົ້າອ່ານລາຍ ລະອຽດດ້ານໃນ

23/10/2009 12:16 TU

RDP

ຂ່າວຈາກ ນ.ສ.ພ. ວັນອັງຄານ 20 ຕຸລາ 2009

ຂ່າວໃນໜ້າໜັງສືພິມມື້ນີ້ ມີຫລາຍຫົວຂໍ້ໜ້າສົນໃຈ ແຕ່ທີ່ເດັ່ນກວ່າໝູ່ ແມ່ນຂ່າວກ່ຽວກັບ ງົບປະມານປະຈຳປີ 2010 ທີ່ຣັຖບານ ຝຣັ່ງເສດ ສເນີ ທີ່ພວກເຮົາເຫັນວ່າ ເປັນທີ່ໜ້າສົນໃຈ ເຊີນທ່ານຄລິກເຂົ້າໄປ ຮັບຟັງດ້ານໃນ

20/10/2009 12:08 TU

RDP

ຂ່າວຈາກ ນ.ສ.ພ. ປະຈຳວັນພະຫັດ 15 ຕຸລາ 2009

ມີຫລາຍຂ່າວໜ້າສົນໃຈ ໃນນັ້ນທີ່ສຳຄັນກໍມີ ສັນຍານໂທຣະສັບມືຖື ແລະ
ປັນຫາຄວາມຍາກຈົນໃນ ໂລກ ແລະ ປັນຫາອື່ນໆອີກຫລາຍປັນຫາ ແຕ່
ພວກເຮົາເລືອກສະເພາະປັນຫາສັນຍານໂທຣະສັບມືຖື ແລະປັນຫາຄວາມຍາກຈົນໃນໂລກ
ເທົ່ານັ້ນ ມາກ່າວເຖິງໃນມື້ນີ້ ເຊີນຄລິກອ່ານລາຍລະອຽດດ້ານໃນ

15/10/2009 11:17 TU

REVUE DE PRESSE

ຂ່າວໜັງສືພິມ ວັນອັງຄານ 6 ຕຸລາ 2009

ມື້ນີ້ມີຂ່າວໜ້າສົນໃຈຫລາຍຂ່າວດ້ວຍກັນ ທີ່ຖືວ່າເດັ່ນກໍແມ່ນ ການວ່າຄະດີ ຄວາມກໍຣະນີອື້ສາວ "Clearstream" ທີ່ມີທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ເປັນໂຈດ ແລະ ອດີດນາຍົກ ຣມຕ ໂດມີນິກ ເດີ ວິລແປັງ ເປັນຈຳເລີຍ...ໂຈດ ຟ້ອງວ່າຈຳເລີຍເປັນຜູ້ຢູ່ເບື້ອງຫລັງໃນການປ່ອຍບັນຊີລາຍຊື່ປອມ ວ່າເປັນຜູ້ມີບັນຊີລັບໃນສະ ຖາບັນການເງິນ "Ckearstream" ທີ່ມີສຳນັກງານໃຫຍ່ທີ່ປະເທດລັກເຊມເບີກ ໃນນັ້ນມີທ່ານ ຊາຣ໌ໂກຊີຮ່ວມນຳຜູ້ໜຶ່ງໃນຈຳນວນຊື່ບັນດານັກການເມືອງຫລາຍທ່ານ

06/10/2009 12:53 TU

ຂ່າວຈາກ ນ.ສພ. ວັນຈັນ 28 ກັນຍາ 2009

ຂ່າວເດັ່ນໃນໜ້າໜຶ່ງຂອງບັນດາຣາຍວັນປະຈຳມື້ນີ້ ແມ່ນຂ່າວໄຊຊະນະ ໃນການເລືອກຕັ້ງຂອງພັກຝ່າຍຂວາໃນປະເທດເນີຣະມັນ ນຳພາໂດຍນາ ຍົກ ຣມຕ ທ່ານນາງ ອັງເຄີລາ ແມຣ໌ເຄລ ແລະ ຂ່າວຜູ້ກຳກັບພາພຍົນຊື່ດັງຊາວຝຣັ່ງເສດ ເຊື້ອສາຍໂປແລນດ໌ ໂຣມັງ ໂປລັນສກີ ຖືກຈັບ ທີ່ປະເທດສວິສເຊີແລນດ໌

28/09/2009 13:35 TU

ຂ່າວໃຫຍ່ໃນໜ້າ ນ.ສ.ພ. ວັນຈັນ 21 ກັນຍາ 2009

ຄະດີ "Clearstream" ເປັນຂ່າວໃຫຍ່ໃນໜ້າໜຶ່ງຂອງບັນດາ ຣາຍວັນເກືອບທຸກສບັບປະຈຳມື້ນີ້ ວັນຈັນ 21 ກັນຍາ 2009

21/09/2009 11:41 TU

ທັສນະລາຍວັນຝຣັ່ງ

ອາກອນ ມົລະພິດ ເປັນຫົວຂໍ້ຂ່າວໃຫຍ່ ຂອງລາຍວັນຝຣັ່ງໃນເຊົ້າມື້ນີ້

11/09/2009 11:54 TU

ທັສນະໜັງສືພິມຝຣັ່ງ

ເຣື້ອງໄຂ້ຫວັດໝູ, ຄະດີ ກເລັ່ຽສຕຣີມ ເປັນຂ່າວໃຫຍ່ ໃນລາຍວັນຝຣັ່ງມື້ນີ້

08/09/2009 10:27 TU

ທັນສນະ ລາຍວັນຝຣັ່ງ

ວັນຈັນ 24/08/2009

ການເມືອງຝຣັ່ງ, ບຳເນັດ ນັກຄ້າຫຸ້ນ, ແຮງງານມືດ ເປັນຫົວຂໍ້ໃຫຍ່ ຂອງລາຍວັນຝຣັ່ງໃນມື້ນີ້

24/08/2009 11:56 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU