ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປ ຈີນ

ພິທີປິດ ງານກິລາ ໂອແລ່ມປິກ ສາກົນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/08/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/10/2008 15:00 TU

ພິທີປິດ ງານກິລາ ໂອແລ່ມປິກ ສາກົນ ທີ່ ປັກກິງAfp

ພິທີປິດ ງານກິລາ ໂອແລ່ມປິກ ສາກົນ ທີ່ ປັກກິງ
Afp

ສປ ຈີນ ໄດ້ຫລຽນຊັຍ ທັງໝົດ 100 ຫລຽນ ໃນນັ້ນ ມີ ຫລຽນຄຳ 51 ຫລຽນ, ຫລຽນເງີນ 21 ແລະ ຫລຽນ ທອງແດງ 28.   ສ່ວນ ສຫລ ອາເມຣິກາ  ມາທີ ສອງ ໄດ້ 36 ຫລຽນຄຳ, 38 ຫລຽນ ເງີນ ແລະ 36 ຫລຽນທອງແດງ.

ການແຂ່ງຂັນກິລາ ໂອແລ່ມປິກສາກົນ ທີ່ ປັກກິງ ໄດ້ສີ້ນສຸດລົງແລ້ວ ມື້ວານນີ້.

 

ພິທີປິດ ງານກິລາ ໂອແລ່ມປິກ ສາກົນ ທີ່ ປັກກິງAfp

ພິທີປິດ ງານກິລາ ໂອແລ່ມປິກ ສາກົນ ທີ່ ປັກກິງ
Afp

ພິທີປິດ ງານກິລາ ໂອແລ່ມປິກ ສາກົນ ໄດ້ຈົບລົງດ້ວຍຄວາມ ສງ່າ ລາສີ ດ້ວຍການສະແດງ ສິລະປະ ແປກແນວ ຕ່າງໆ ທີ່ໜ້າຊື່ນຊົມ ແລະ ປິຕິຍິນດີ.

 

ຖືໄດ້ວ່າ ເປັນການຈັດສັນ ທີ່ມີຜົນສຳເຣັດດີ, ເຖີງແມ່ນວ່າ ທາງເຈົ້າ ໜ້າທີ່ ຮັກສາຄວາມປອດພັຍໄດ້ ສະກັດກັ້ນ ແລະ ຈັບ ຄນະປະທ້ວງ ທຸກຄັ້ງທີ່ ສະເນີໜ້າອອກມາ.

 

ອິງຕາມນັກຊ້ຽວທີ່ ໄດ້ສັນທັດກໍຣະນີ ນັ້ນ ເຫັນວ່າ ເຖີງແມ່ນ ຈີນ ມີຜົນສຳເຣັດ ໃນການຈັດງານ ກິລາ ໂອແລ່ມປິກ,  ແລະ ໄດ້ຮັບ ຄວາມເຄົາຣັບນັບຖື ຢູ່ໃນວົງການສາກົນ ນັ້ນກໍດີ, ແຕ່ວ່າ ຈີນ ບໍ່ໄດ້ ສະແດງໃຫ້ເຫັນ ເຖີງລັກຊນະ ອ່ອນໂຍນ ຂອງລະບອບ ປົກຄອງ ເລີຍ,  ເຊັ່ນ ການປະຕິບັດ ດ້ານ ສິດທິມະນຸດ, ແລະການປາບປາມ ຢ່າງແຂງຂັນ ຕໍ່ທຸກການ ປະທ້ວງ ທີ່ຄັດຄ້ານຕໍ່ລະບອບ ນັ້ນ ຍັງດຳ ເນີນ ຢ່າງບໍ່ລົກລະ.

 

ເຊັ່ນໃນເຂດ ຕິເບດ ທະຫານຍັງ ຄວບຄຸມ ຢູ່ທຸກ ຍາມ ແລະ ທຸກ ມຸມແຈ, ນັກບວດ ຕິເບດ ແລະ ຄົນຕ່າງດ້າວ ຖືກຊິ່ງຊອມ ຢ່າງໃກ້ ຊິດ.

 

ພິທີປິດ ງານກິລາ ໂອແລ່ມປິກ ສາກົນ ທີ່ ປັກກິງAfp

ພິທີປິດ ງານກິລາ ໂອແລ່ມປິກ ສາກົນ ທີ່ ປັກກິງ
Afp

ແຕ່ເຖີງຢ່າງໃດກໍດີ ສປ ຈີນ ໄດ້ບັນລຸຜົນ ເຖີງເປົ້າໝາຍ ການແຂ່ງ ຂັນ ກິລາສາກົນ  ເພື່ອສະແດງ ໃຫ້ໂລກ ເຫັນວ່າ ຈີນ ກໍສາມາດ ບືນຕົວຂື້ນເປັນມະຫາອຳນາດ ຫຼືວ່າ ເປັນນ້ຳເບີນຶ່ງ ຂອງໂລກ ທາງ ດ້ານ ແຂ່ງຂັນ ຍາດແຍ້ງ ຫລຽນຊັຍ ໄດ້ລະດັບນຶ່ງຄືກັນ ໂດຍ ເຮັດໃຫ້ ປະຊາຊົນຈີນ ມີຄວາມ ທະນົງກຽດ ແລະ ສັກສີ ຢ່າງ ສູງເດັ່ນ.

 

ເຊັ່ນ ຜົນການແຂ່ງຂັນ ກິລາໂອແລ່ມປິກ ສາກົນ ຄັ້ງທີ 29 ນີ້ ແມ່ນ ສປ ຈີນ ໄດ້ ຫລຽນຄຳ ຫລາຍກວ່າໝູ່ໃນໂລກ.

 

ຄື : ໄດ້ຫລຽນຊັຍ ທັງໝົດ 100ຫລຽນ ໃນນັ້ນ ມີ ຫລຽນຄຳ 51 ຫລຽນ, ຫລຽນເງີນ 21 ແລະ ຫລຽນ ທອງແດງ 28.

 

ສ່ວນ ສຫລ ອາເມຣິກາ ຊຶ່ງເຄີຍ ນຳໜ້າ ໂລກມາຕະລອດນັ້ນ, ແຕ່ ປີນີ້ ມາທີ ສອງ ເສັຍທ່າ ໃຫ້ ສປ ຈີນ ຢ່າງ ຂາດຮອຍ ທາງດ້ານ ຫລຽນຄຳ. ຄືໄດ້ແຕ່ 36 ຫລຽນຄຳ ລຸດ ຈາກ ຈີນ 15 ຫລຽນຄຳ. ເຖີງເສັຍຊັຍ ຫລຽນຄຳ ໃຫ້ຈີນ, ແຕ່ ອາເມຣິກາ ຍັງໃວ້ລາຍ ເປັນ ເຈົ້າໂລກດ້ານກິລາ ນັ້ນອີກຢູ່ ເພາະ ໄດ້ ຫລຽນຊັຍ ຫລາຍ ກວ່າ ໝູ່ໃນໂລກ 110 ຫລຽນ ໂດຍ ໄດ້ຫລຽນເງີນ ນັ້ນ 38 ຫລຽນ ແລະ 36 ຫລຽນ ທອງແດງ.

 

ແຕ່ວ່າ ໃນການຈັດ ລະດັບທີ ການແຂ່ງຂັນນັ້ນ ເພີ່ນ ຈັດໃຫ້ ປະເທດ ທີ່ ໄດ້ຫລຽນຄຳ ຫລາຍກວ່າ ໝູ່ນັ້ນ ອອກໜ້າ.

 

ປະເທດ ທີ່ ມາທີສາມ ແມ່ນ ຣັດເຊັຍ ໃນ 23 ຫລຽນຄຳ, 21 ຫລຽນ ເງີນ ແລະ 28 ຫລຽນທອງແດງ.

 

ທີ່ 4 ອັງກິດ 19 ຫລຽນຄຳ, ທີ່ 5 ເຍັຽຣະໄດ້ 16 ຫລຽນຄຳ, ທີ່ 6 ອົສຕຣນລີ່ 14 ຫລຽນຄຳ, ທີ່ 7 ເກົາຫີໃຕ້ ໄດ້ 13 ຫລຽນຄຳ, ທີ່ 8 ຍີ່ປຸ່ນ 9 ຫລຽນຄຳ ແລະ ທີ 9 ແມ່ນ ອິຕາລີ່ ໄດ້ 8 ຫລຽນຄຳ.

 

ສ່ວນຝຣັ່ງນັ້ນ ມາທີ່ 10 ໄດ້ຫລຽນຊັຍ ຫລາຍເກີນຄາດ ທັງໝົດ 40 ຫລຽນ ໃນນັ້ນ ໄດ້ 7 ຫລຽນຄຳ, 16 ຫລຽນເງີນ ແລະ 17 ຫລຽນ ທອງແດງ.

 

ການແຂ່ງຂັນກິລາ ໂອແລ່ມປິກສາກົນ ອີກ 4 ຂ້າງໜ້າ ແມ່ນ ກຸງ ລອນດອນ ຂອງປະເທດ ອັງກິດ ຖືກມອບໃຫ້ເປັນເຈົ້າພາບ ຈັດສັນ ຕ້ອນຮັບ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU