ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກຸ່ມ ເຊ້ 20 ຫລື G 20

ທີ່ມາ ຂອງ ກຸ່ມ ເຊ້ 20 ຫລື G 20

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/03/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/04/2009 15:46 TU

ວິກິຕການ ດ້ານເສຖກິດຂອງໂລກ ໄດ້ກະທົບໄປເຖີງທຸກຂແນງ ຢ່າງຫລີກລ່ຽງບໍ່ໄດ້
ຣູບ / ຣຕ

ວິກິຕການ ດ້ານເສຖກິດຂອງໂລກ ໄດ້ກະທົບໄປເຖີງທຸກຂແນງ ຢ່າງຫລີກລ່ຽງບໍ່ໄດ້ ຣູບ / ຣຕ

ຈຳເປັນ ທີ່ສຸດ ເມື່ອຖືກກົດດັນ ຈາກບັນຫາ ວີກິຕການເຊັ່ນນີ້ ວົງການດ້ານ ການຄັງສາກົນ ຈື່ງໄດ້ທວງໃຫ້ ມີການປະຕິຮູບ ກົດເກນຕ່າງໆ ອັນໄດ້ແກ່ ການຈັດສັນ ປັບປຸງລະບົບໃຫ້ມັນເໝາະສົມເພື່ອກອບກູ້ ລະບົບໃນລະຍະສັ້ນ

ວິກິຕການ ການຄັງ ສແດງໃຫ້ເຫັນວ່າ ພື້ນຖານຂອງການ ວາງມາຕການ ອັນ
ຄັກແນ່ ຈາກ ຣັຖບານ ພາໃຫ້ ເກີດ ມີ ຜົນສະທ້ອນຢ່າງ ສຳຄັນທີ່ສຸດໄດ້ ແລະ
ການກວດກາ ແບບ ໂປ່ງໃສ ມີ ຫລັກການ ປະຊາທິປະໄຕ ນັ້ນ ມັນຈຳເປັນຕ້ອງ
ໃຫ້ມີການ ຮ່ວມມືລະດັບສາກົນ ຫລາຍກວ່າ ທີ່ ຈະສ້າງຄວາມແຂ່ງຂັນຊື່ງ ກັນ
ແລະກັນ

ກ່ອນອື່ນ ກໍ ມາຮູ້ຈັກກັນວ່າ G 20 ມີໃຜແດ່ ປະກອບສ່ວນ ?

ທີ່ມາ ຂອງ ກຸ່ມ ເຊ້ 20 ຫລື G 20 ກຸ່ມປະເທດ G 20 ຖືກຈັດຕັ້ງກັນຂື້ນມາໃນປີ
1999 ໃນສະຖານະພາບ ການເປັນ Forum ດ້ານເສຖກິດ ຫລັງຈາກ ທີ່ ໄດ້ເກີດ
ມີວິກິຕການຯຄັງ ແບບຕິດຕໍ່ ໜໍ່ເນື່ອງ ກັນ ມາຕລອດໃນຊຸມປີ 1990 ຈຸດປະສົງ
ໃນສມັຍນັ້ນ ແມ່ນແນໃສ່ໃຫ້ມີການ ສົ່ງເສີມ ສນັບສນຸນ ໂດຍອິງໃສ່ພື້ນຖານຂອງ
ການ ແລກຄວາມ ຄິດເຫັນ ລະດັບສາກົນດ້ວຽກັນ ລະຫວ່າງກັນ ເທີງດ້ານເສຖ
ກິດ ທີ່ ຂຍາຍກ້ວາງ

ດ້ານການຄ້າ G 20 ມີ ນໍ້າໜັກແບບໃດ ?

ກຸ່ມປະເທດ ນີ້ ສແດງໃຫ້ເຫັນ ມີ 2 ສ່ວນ 3 ທາງດ້ານການຄ້າ ແລະ ຈຳນວນ ປະ
ຊາຊົນໂລກ ແລະ ກໍ ມີ 90 % ຂອງ PIB ຜົນຜລິຕພາຍໃນ  ຂອງຫລາຍປະເທດ

ສມາຊິກ ຂອງ ກຸ່ມ ເຊ້  20  -  Groupe G 20

 

·          Afrique du Sud     /  ປະເທດ ອັຟຣິກໃຕ້

·          Allemagne        /   ປະເທດ ເຍັຍລະມັນ

·          Arabie saoudite    /   ປະເທດ ອ່າຣາບີ ຊາອຸດິດ

·          Argentine       /    ປະເທດ ອ໊າກຊັງຕີ່ນ

·          Australie       /    ປະເທດ ໂອສຕລາລີ

·          Brésil         /​ ​   ປະເທດ ບເຣຊີລ

·          Canada      /     ປະເທດ ການາດາ

·          Chine        /     ປະເທດ ຈີນ

·          Corée du Sud  /   ປະເທດເກົາຫລີໃຕ້

·          États-Unis   /     ສະຫະຣັດ ອະເມຣິກາ

·          France    /      ປະເທດ ຝຣັ່ງ

·          Inde       /    ປະເທດ ອີນເດັຍ

·          Indonésie    /   ປະເທດ ອີນໂດເນເຊັຍ

·          Italie      /     ປະເທດ  ອີຕ່າລີ

·          Japon      /​​    ປະເທດ ຍີ່ປຸ່ນ

·          Mexique     /   ປະເທດ ເມກຊິກ

·          Royaume-Uni   /  ສະຫະຣາຊອານາຈັກ

·          Russie        /  ປະເທດ ຣັດເຊັຍ

·          Turquie       /  ປະເທດ  ຕຸ໊ກກີ່
 Union européenne    / ສະຫະພາບ ເອີຣົບ


 

ຄຳຕອບກ່ຽວ ຕໍ່ບັນຫານີ້ ກໍແມ່ນ ຜູ່ຮັບຜິດຊອບ ການບໍຣິຫານ ແລະ ຂອງ ປະເທດ ທີ່ ກ່ຽວຂ້ອງ ພ້ອມດ້ວຍຜູ່ຮັບຜິດຊອບ ສະຖາບັນການ ເງີນ ຕ່າງໆ ທີ່ ບໍ່ສາມາດ ຫລື ບໍ່ອາດ ຣູ້ເທົ່າ ເຖີງການ ໃນຜົນ ສະ ທ້ອນ ທີ່ ມັນໄດ້ດືງກັນເປັນລູກໂຊ່ ດັ່ງທີ່ເຫັນມາ

 

ການຊຸມນຸມ ປະທ້ວງ ຂອງປະຊາຊົນ ທີ່ ກຸງລອນດອນ ໃນວັນເສົາ ທີ່ ໒໘ ມີນາ ໒໐໐໘
ໂດຍ ມີການທວງ ເຖີງ ບັນຫາອັຕຄັຕດ້ານເສຖກິດ ແລະອຸນນະພູມຂອງໂລກ    ຮ/ຣຕ

ການຊຸມນຸມ ປະທ້ວງ ຂອງປະຊາຊົນ ທີ່ ກຸງລອນດອນ ໃນວັນເສົາ ທີ່ ໒໘ ມີນາ ໒໐໐໘ ໂດຍ ມີການທວງ ເຖີງ ບັນຫາອັຕຄັຕດ້ານເສຖກິດ ແລະອຸນນະພູມຂອງໂລກ ຮ/ຣຕ

ກອງປະຊຸມ G20

01/04/2009

ທ່ານ ໂອ່ບ່າມ່າ ປະທານາທິບໍດີ ອະເມຣິກັນ ແລະ ນາຍົກ ອັງກິດ ທ່ານ ກໍດ໊ອນ
ບະຣາວນ໌ ທີ່ກຸງ ລອນດອນ  ໃນມື້ນີ້ 01/04/09                 ຮ /ຣຕ

ທ່ານ ໂອ່ບ່າມ່າ ປະທານາທິບໍດີ ອະເມຣິກັນ ແລະ ນາຍົກ ອັງກິດ ທ່ານ ກໍດ໊ອນ ບະຣາວນ໌ ທີ່ກຸງ ລອນດອນ ໃນມື້ນີ້ 01/04/09 ຮ /ຣຕ

ການໃຫ້ສຳພາດ ແກ່ ວິທະຍຸ ເອີຣົບ ໑ ຂອງ ປະທານາທິບໍດີ ຊ໊າກໂກຊີ່
ຊື່ງ ແມ່ນ ນັກຂ່າວ ແອລກ່າບາຊ໌ ເປັນ ຜູ່ ສຳພາດ      ຮູບ / ຣຕ

ການໃຫ້ສຳພາດ ແກ່ ວິທະຍຸ ເອີຣົບ ໑ ຂອງ ປະທານາທິບໍດີ ຊ໊າກໂກຊີ່ ຊື່ງ ແມ່ນ ນັກຂ່າວ ແອລກ່າບາຊ໌ ເປັນ ຜູ່ ສຳພາດ ຮູບ / ຣຕ

ທ່ານ ໂອ່ບ່າມ່າ ປະທານາທິບໍດີ ອະເມຣິກັນ ແລະ ຄູ່ ຕຳແໜ່ງຣັດເຊັຍ ທ່ານ 
ເມດເວ້ແດຟ  ສົນທະນາກັນ ທີ່ກຸງ ລອນດອນ                 ຮ /ຣຕ

ທ່ານ ໂອ່ບ່າມ່າ ປະທານາທິບໍດີ ອະເມຣິກັນ ແລະ ຄູ່ ຕຳແໜ່ງຣັດເຊັຍ ທ່ານ ເມດເວ້ແດຟ ສົນທະນາກັນ ທີ່ກຸງ ລອນດອນ ຮ /ຣຕ

ການໃຫ້ສຳພາດ ແກ່ ວິທະຍຸ ເອີຣົບ ໑ ຂອງ ປະທານາທິບໍດີ ຊ໊າກໂກຊີ່
ຊື່ງ ແມ່ນ ນັກຂ່າວ ແອລກ່າບາຊ໌ ເປັນ ຜູ່ ສຳພາດ      ຮູບ / ຣຕ

ການໃຫ້ສຳພາດ ແກ່ ວິທະຍຸ ເອີຣົບ ໑ ຂອງ ປະທານາທິບໍດີ ຊ໊າກໂກຊີ່ ຊື່ງ ແມ່ນ ນັກຂ່າວ ແອລກ່າບາຊ໌ ເປັນ ຜູ່ ສຳພາດ ຮູບ / ຣຕ

ກອງປະຊຸມສຸດຍອດ G20

01/04/2009

    ໃນໂອກາດນີ້ ກໍຄວນ ມາຮູ້ຈັກວ່າ 
      ຄວາມເຫັນ ຂອງ ປະເທດ ທີ່ ກຳລັງພຸ່ງຈເຣີນ

 ກຸ່ມປະເທດ ທີ່ວ່ານີ້ ກໍ ໄດ້ແກ່ປະທດ ບະເຣ້ຊີລ ຣັດເຊັຍ ສປຈີນ ແລະ
 ອີນເດັຍ ທີ່ສາມາດ ຢືນຢັດ ແລະກ້າເວົ້າໄດ້ວ່າ ເຂົາເຈົ້າບໍ່ໄດ້ ມີການ
 ກ່ຽວຂ້ອງຫັຽງ ໃນບັນຫາ ວິກິຕການ ຂອງໂລກ

 ຕ້ອງເຂົ້າໃຈ ໃຫ້ດີວ່າ ໃນ ຂນະນີ້ເອງ ທັງ ເອີຣົບ ແລະ ສະຫະຣັດ  ອະເມຣິກາ ນັ້ນ ກໍແມ່ນ ຕ້ອງການ 4 ປະເທດນີ້ ເພື່ອໃຫ້ມີການ ຊ່ວຍ ກັນຄໍ້າຊູ ຂະຍາຍກ້ວາງ ເສຖກິດໂລກ

ນາຍົກຣັຖມົນຕຣີ ກໍຣ໌ດອນ ບະຣາວນ໌ ແຫ່ງ ສະຫະຣາຊອານາຈັກ ໄດ້ທຳການ ຮັບຕ້ອນ
ທ່ານ ລູ໋ຍ ອີ່ນ່າຊີໂອ່ ລູ່ລ່າ ດ໋າ ຊີລວາ ປະທານາທິບໍດີ ແຫ່ ປະເທດ ບເຣ່ຊີລ     ຮ/ຣຕ

ນາຍົກຣັຖມົນຕຣີ ກໍຣ໌ດອນ ບະຣາວນ໌ ແຫ່ງ ສະຫະຣາຊອານາຈັກ ໄດ້ທຳການ ຮັບຕ້ອນ ທ່ານ ລູ໋ຍ ອີ່ນ່າຊີໂອ່ ລູ່ລ່າ ດ໋າ ຊີລວາ ປະທານາທິບໍດີ ແຫ່ ປະເທດ ບເຣ່ຊີລ ຮ/ຣຕ

    ຄວາມເຫັນຂອງ ປະເທດ ບະເຣ້ຊີລ

 

ໃນກອງປະຊຸມສຸດຍອດ ນີ້ ປະທານາທິບໍດີ Lula ກໍຫວັງ ຈະ ສເນີໃຫ້
ມີການປະຕິຮູບ ແລະ ກໍຈະເນັ້ນ ໃຫ້ເຫັນ ນໍ້າໜັກຂອງ ບັນດາປະເທດ
ທີ່ ກຳລັງພຸ່ງຈະເຣີນ ແລະ ກໍ ຄວນ ໃຫ້ ມີການຫັນປ່ຽນ ກຸ່ມ ປະເທດ
G 7 ໃຫ້ ໄປເປັນ G 20 ອັນເຫັນ ສົມຄວນ ທີ່ຈະເປັນ ທີ່ ມີ ນໍ້າໜັກ
ໃນການປົກຄອງໂລກ ທົ່ວໄປ

 

  ນອກຈາກນີ້ ປະທານາທິບໍດີ ລູ່ລ່າ ຍັງໄດ້ທວງ ອີກວ່າ ໃນ ສະຖາບັນ
  ການເງີນສາກົນຕ່າງຯນັ້ນ ກຸ່ມປະເທດດັ່ງກ່າວກໍສາມາດມີ ນໍ້າໜັກໄດ້ 

  ດັ່ງນັ້ນ ຈື່ງເຫັນວ່າ ທັງ ບະເຣ້ຊີລ ຣັດເຊັຍ ສປ໗ີນ ແລະ ອີນເດັຍ
  ໄດ້ ກ່າວໃຫ້ ເຂົ້າໃຈໃນໂອກາດ ທີ່ ໄດ້ມີ ການປະຊຸມຂອງ ບັນດາ
  ຣມຕ ການຄັງ G 20 ໃນກາງ ເດືອນມີນານີ້ ວ່າ ອາດຈະ ບໍ່ຈ່າຍ
  ຈຳນວນເງີນເພີ່ມ ໃຫ້ແກ່ ອົງການ ເງີນທືນ ສາກົນ ຫລື FMI ແລະ
  ທະນາຄານໂລກ ຕາບໃດ ທີ່ຍັງ ຖືກ ຕີລາຄາ ແບບ ບໍ່ໃຫ້ ຄວາມ
  ສຳຄັນໃດຯ

ນາຍົກຣັຖມົນຕຣີ ກໍຣ໌ດອນ ບະຣາວນ໌ ແຫ່ງ ສະຫະຣາຊອານາຈັກ ໄດ້ທຳການ ຮັບຕ້ອນ
ທ່ານ ດີມິຕຣີ ເມດເວ້ແດຟ ປະທານາທິບໍດີ ແຫ່ງ ຣັດເຊັຍ                ຮ/ຣຕ

ນາຍົກຣັຖມົນຕຣີ ກໍຣ໌ດອນ ບະຣາວນ໌ ແຫ່ງ ສະຫະຣາຊອານາຈັກ ໄດ້ທຳການ ຮັບຕ້ອນ ທ່ານ ດີມິຕຣີ ເມດເວ້ແດຟ ປະທານາທິບໍດີ ແຫ່ງ ຣັດເຊັຍ ຮ/ຣຕ

                  
 
ປະເທດ ຣັດເຊັຍ

ສຳລັບ ຣັດເຊັຍ ການປະຊຸມ ສຸດຍອດ ຄັ້ງນີ້ ມັນອຳນວຍໃຫ້ ອະເມຣິກາ
ເພີ່ມ ຄວາມຍີ່ງໃຫຍ່ຂອງຕົນຂື້ນອີກ ດັ່ງນັ້ນ ຣັດເຊັຍ ຈື່ງ ມີຄວາມເຫັນ
ຄືກັບ ສປຈີນ ຄື ວ່າ ສເນີ ໃຫ້ ມີເງີນສຳລອງຄໍ້າປະກັນ ສຳລັບທົ່ວໂລກ
ເພື່ອ ວ່າ ຈະບໍ່ ໄດ້ໃຊ້ເງີນ ຕະກູນ ໂດນລ່າ

Arkadi Dvorkovitch ທີ່ປືກສາ ຂອງທຳນຽບ ວັງ ກະແຣມເມີແລ່ງ
ນັ້ນ ໄດ້ກ່າວ ວ່າ ໃນເມື່ອ ຫາກ ມີ ເງີນ 3 ຕະກູນ ຄື ໂດນລາ ເອີໂຣ
ແລະ ຢວນ ກໍຄວນ ເພີ່ມໃຫ້ ມີ ເງີນ rouble ຣັດເຊັຍ ນຳດ້ວຍ ແລະ
ຄຳ ນຳອີກ

 

 

ນາຍົກຣັຖມົນຕຣີ ກໍຣ໌ດອນ ບະຣາວນ໌ ແຫ່ງ ສະຫະຣາຊອານາຈັກ ໄດ້ທຳການ ຮັບຕ້ອນ
ທ່ານ ມັນໂມມັນ ສິງຄ໌ ຄູ່ຕຳແໜ່ງ ຄົນອີນເດັຍ                         ຮ/ຣຕ

ນາຍົກຣັຖມົນຕຣີ ກໍຣ໌ດອນ ບະຣາວນ໌ ແຫ່ງ ສະຫະຣາຊອານາຈັກ ໄດ້ທຳການ ຮັບຕ້ອນ ທ່ານ ມັນໂມມັນ ສິງຄ໌ ຄູ່ຕຳແໜ່ງ ຄົນອີນເດັຍ ຮ/ຣຕ

                                                                                                     
 ປະເທດ ອີນເດັຍ

 

ປະເທດ ອີນເດັຍ ໄດ້ເຫັນວ່າ ການສົ່ງ ສີນຄ້າອອກ ຂອງຕົນ ສຸ່ ປະເທດ ຕະເວນ ຕົກໄດ້ ມີອັຕຣາ ລຸດລົງ ຫລາຍ ແລະ ກໍມີຄວາມ ຫວັ່ນ ຢ້ານ ມັນທະວີຂື້ນເລື້ອຍ

 

ນາຍົກຣັຖມົນຕຣີ ກໍຣ໌ດອນ ບະຣາວນ໌ ແຫ່ງ ສະຫະຣາຊອານາຈັກ ໄດ້ທຳການ ຮັບຕ້ອນ
ທ່ານ ຫູ່ ຈີ່ນ ຖ໊າວ ປະທານາທິບໍດີ ແຫ່ງ ສປຈີນ                       ຮ/ຣຕ

ນາຍົກຣັຖມົນຕຣີ ກໍຣ໌ດອນ ບະຣາວນ໌ ແຫ່ງ ສະຫະຣາຊອານາຈັກ ໄດ້ທຳການ ຮັບຕ້ອນ ທ່ານ ຫູ່ ຈີ່ນ ຖ໊າວ ປະທານາທິບໍດີ ແຫ່ງ ສປຈີນ ຮ/ຣຕ


ປະເທດ ຈີນ

Zhou Xiaochuan ຜູ່ຮັບຊອບ ທະນາຄານກາງ ຂອງ ສປຈີນ ໄດ້ສເນີ ວ່າ ຄວນຈະໃຫ້ ມີການໃຊ້ເງີນຕະກູນອື່ນ ແທນເງີນ ໂດນລ່າ ອັນຄວນໃຫ້ ຂື້ນກັບ ອົງການເງີນທືນສາກົນ FMI

ສປຈີນ ທີ່ເປັນປະເທດ ກຳລັງ ພຸ່ງສູ່ຄວາມຈະເຣີນ ແລະໃນໂອກາດ ການ
ປະຊຸມ G 20 ນີ້ ກໍ ສາມາດ ສແດງ ບົດບາດ ໃນສອງ ລັກສະນະ ຄື ເປັນ ປາກກະບອກສຽງແທນ 3 ປະເທດ ໃນກຸ່ມ ນີ້ ແລະ ຈາກ ອີກອັນ ນື່ງນັ້ນ ອິງຕາມຂ່າວ ຂອງ ໂທຣະພາບແຫ່ງຊາດ ຂອງຈີນ ນັ້ນ ກໍ ແມ່ນ ບັນດາ
ປະເທດ ທີ່ກຳລັງ ພຸ່ງສູ່ ຄວາມຈະເຣີນ ນັ້ນ ກໍຫວັງເຫັນ ໃນຍາມ ຄັບຂັນ ວິກິຕການ ນີ້ ໃຫ້ ເຂົາເຈົ້າ ໄດ້ຮັບຄວາມຮັບຜິດຊອບ ໃນ ສຖາບັນ ການ ເງີນສາກົນ ນຳອີກ

ກອງປະຊຸມສຸດຍອດ G20

02/04/2009

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU