ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/05/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/05/2009 14:19 TU
ເພື່ອເປັນການນັບຖື ຊີວິດສ່ວນຕົວບຸກຄົນ ນາຍແພດ ໄດ້ປະຕິເສດ ຕໍ່ ການເຜີຍ ຜົນຂອງການ ກວດສຸຂະພາບ ຂອງນາງ ໂອໂຣບາຕໍ້ຣ໌, ອາຍຸ 20 ປີ, ສັນຊາດອັງກິດ, ຖືກຈັບຂັງຄຸກ ທີ່ໂພນທອງ ປະເທດ ລາວ ໃນຖານມີ ເຮໂຣອິນ ຢູ່ຄວາມຄອບຄອງ 680 ກຣາມ ຕອນ ກຳລັງ ຈະຂື້ນຍົນໄປ ບາງກອກ.
ອິງຕາມກົດໝາຍຂອງລາວນັ້ນ, ຖ້າຜູ່ໃດຖືກຈັບທີ່ມີ ເຣໂຣອິນ ຕິດຕົວ ເກີນ 500 ກຣາມ ອາດຕ້ອງໂທດ ເຖີງຂັ້ນປະຫານຊີວິດ, ແຕ່ວ່າ ທ່ານ ເຄນທອງ ນວນທະສິງ ໂຄສົກຂອງກະຊວງ ການຕ່າງປະເທດ ລາວນັ້ນ ໄດ້ຖະແລງວ່າ ກົດໝາຍໄດ້ລະບຸວ່າ ສະຕຣີທີ່ກຳລັງ ຖືພາ ຄັນນັ້ນ ຈະບໍ່ສາມາດ ຖືກຕັດສິນ ລົງໂທດປະຫານຊີວິດໄດ້.
ສນັ້ນການຕັ້ງທ້ອງຖືພາຄັນມາໄດ້ 5 ເດືອນ ຂອງນາງ ສາມັນທາ ໂອໂຣບາທໍ້ຣ໌ ອາດເຮັດໃຫ້ພົ້ນໂທດ ປະຫານຊີວິດ ກໍເປັນໄດ້.
ທ່ານເຄນທອງ ກ່າວຕໍ່ໄປວ່າ, ຄະດີຂອງ ນາງ ສາມັນທາ ໂອໂຣບາ ທໍ້ຣ໌ ນີ້ ອາດເລືອນການໄຕ່ສວນ ໃສ່ໃນອາທິດໜ້າ ເພື່ອວ່າ ຈະໃຫ້ມີ ທະນາຍຄວາມ ປ້ອງກັນ ຜູ່ກ່ຽວ ແລະ ປັດຈຸບັນນີ້ ກ່ຽວກັບ ທະນາຍ ຄວາມນັ້ນ ພວກເຮົາກຳລັງພິຈາຣະນ່ກັນຢູ່.
ປີກາຍນີ້ ອົງການນິຣະໂທດສະກັມສາກົນ ໄດ້ທວນໃຫ້ຊາບວ່າ ປະເທດ ລາວ ບໍ່ໄດ້ທຳການລົງໂທດ ປະຫານຊີວິດ ມາແຕ່ ປີ 1989.
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ