ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສ໊າກໂກຊີ່ 2 ປີທີ່ ວັງເອລີ່ເຊ່

ແລະ ເລີ້ມຫາສຽງເລືອກຕັ້ງ ເອີຣົບ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 07/05/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 07/05/2009 12:58 TU

ປະທານາທິບໍດີ ນິກໂກລາ ສ໊າກໂກຊີ່Reuters

ປະທານາທິບໍດີ ນິກໂກລາ ສ໊າກໂກຊີ່
Reuters

ວັນທີ 6 ພຶສພາ 2009, ເປັນວັນຄົບຮອບ 2 ປີ ຂອງ ທ່ານ ນິກໂກລາ ສ໊າກໂກຊີ່ ແຫ່ງການຂື້ນກຳຕຳແໜ່ງ ປະທານາທິບໍດີ ຝຣັ່ງ, ທ່ານບໍ່ໄດ້ ກ່າວເຖີງຜົນງານ ແຕ່ໄດ້ເລີ້ມ ວາງນະໂຍບາຍ ກ່ຽວກັບ ສຫພ ເອີຣົບ

ວັນທີ 6 ພຶສພາ 2009, ເປັນວັນຄົບຮອບ 2 ປີ ຂອງທ່ານ ນິກໂກລາ ສ໊າກໂກຊີ່ ແຫ່ງການຂື້ນ ກຳຕຳແໜ່ງ ປະທານາທິບໍດີຝຣັ່ງ, ທ່ານບໍ່ໄດ້ ກ່າວເຖີງຜົນງານໃນທີ່ຊຸມໜຸມ ແຕ່ໄດ້ເລີ້ມ ຫາສຽງ ແລະ ວາງນະໂຍ ບາຍ ກ່ຽວກັບການເລືອກຕັ້ງເອົາ ສະມາຊິກ ສຫພ ເອີຣົບ.

 

ກ່ອນອື່ນ ແມ່ນຜົນງານ ຂອງທ່ານ ສ໊າກໂກຊີ່ ທີ່ ສະຖາບັນ CSA ໄດ້ເຜີຍ ຜົນການຢັ່ງສຽງ ຂອງຊາວຝຣັ່ງ ວ່າມີຄວາມເຫັນ ຢ່າງໃດ ກ່ຽວກັບການບໍຣິຫານ ບ້ານເມືອງ ພາຍໃຕ້ການເປັນ ປະທານາທິບໍດີ ຂອງເພີ່ນ ໃນ 2 ປີຜ່ານມາ.

 

ໃນນັ້ນມີ ຊາວຝຣັ່ງເຫັນດີ ເຖີງ 85% ວ່າ ທ່ານ ສ໊າກໂກຊີນີ້ ເປັນຄົນ ຫ້າວຫັນຊານຊັຍ, 75% ເປັນຄົນກ້າຫານ, 66% ຮັບຮູ້ວ່າທ່ານ ຮູ້ຈັກ ຕັດສີນໃຈ ໃນບັນຫາຍຸ້ງຍາກ, 64% ວ່າທ່ານມີບຸກຄຣິກ ເປັນຜູ່ນຳໃນ ລະດັບສາກົນ, 60% ວ່າທ່ານມີຄວາມຮັບຊອບໃນລັກຊນະຊາດສູງ, 54% ວ່າທ່ານຮູ້ຈັກ ວ່າຈະເດີນທາງສາຍໃດ, 54% ອີກ ວ່າທ່ານ ມີ ຄວາມສາມາດ, 52% ວ່າ ທ່ານ ສາມາດ ແກ້ໄຂເຣື້ອງໃດ ເຣຶ້ອງນຶ່ງ ໄດ້ດີ ແລະ 50% ວ່າ ທ່ານນັ້ນ ສາມາດປະຕິຮູບປະເທດຊາດໃໝ່ໄດ້.

 

ບັດນີ້ມາເບີ່ງຫາງສຽງ ພວກທີ່ ບໍ່ເຂົ້າຂ້າງທ່ານນັ້ນ ມີແຕ່ 73% ເຫັນ ວ່າ ທ່ານບໍ່ຮັບຟັງສຽງຮ້ອງທຸກ ຈາກປະຊາຊົນຝຣັ່ງ ພຽງພໍເທື່ອ, 67% ວ່າທ່ານ ບໍ່ແກ້ໄຂບັນຫາໃຫ້ຊາວຝຣັ່ງໄດ້, 61% ວ່າທ່ານ ບໍ່ເຂົ້າໃກ້ ປະຊາຊົນ, 55% ວ່າທ່ານ ບໍ່ເປັນ ປທນບດ ທີ່ດີ.

 

ຖ້າທຽບສຽງສະນັບສະນູນ ແລະ ສຽງຄ້ານ ໃສ່ກັນເບີ່ງແລ້ວ, ສຽງນິຍົມ ຂອງທ່ານຍັງສູງຢູ່ ແລະສ້ຽວຊານບາງທ່ານ ຄາດວ່າ ຖ້າມີການເລືອກ ຕັ້ງ ປະທານາທິບໍດີ ຂື້ນໃນວາຣະນີ້, ທ່ານ ສ໊າກໂກຊີ່ ມີເປີເຊັນສູງ ທີ່ຈະຖືກຕັ້ງໃໝ່ອີກ ເປັນຄັ້ງທີ 2, ເພາະ 54% ຍັງໃວ້ໃຈທ່ານ ອີກຢູ່.

 

ສ່ວນ ບຸກຄົນສຳຄັນ ໃນ ຄນະລັຖະບານ ແລະ ໃນພັກ ອູຍແອມເປ່ ນັ້ນ ກໍໄດ້ສັນລະເສີນ ແລະອວຍພອນໃຫ້ ທ່ານ ສ໊າກໂກຊີ່ ພ້ອມກັບ ໃຫ້ທັສນະວ່າ ທ່ານມີຄວາມກ້າຫານ ເຕັມໄປດ້ວຍຄວາມສະມັກໃຈ ແລະ ມີຄວາມທຸນທຽງຢ່າງເລືອດເຢັນ ໃນການດຳເນີນ ຊຸກສົ່ງ ການ ປະຕິຮູບ ເພື່ອໃຫ້ໄປເຖີງ ປີ 2012.

 

ແຕ່ວ່າ ບັນດາພັກຝ່າຍຄ້ານ ນັ້ນຊ້ຳພັດຕຳນິຕິຕຽນຢ່າງໃຫຍ່ ເຊັ່ນ ພັກສັງຄົມນິຍົມ  ແລະ ພັກຄອມມູຍນິດ ນັ້ນວ່າ ການນຳພາ ຂອງ ທ່ານສ໊າກໂກຊີ່ ພາຍໃນສອງປີ ຜ່ານມານີ້ ມີຄວາມຫລົ້ມເຫລວ ຢ່າງທຸກທົນ ແລະຢ່າງອະນາດ. ໂດຍສະເພາະ ເຣື້ອງຄ່າຄອງຊີບ, ເຣື້ອງການວ່າງງານ, ເຣື້ອງການສຶກສາ, ເຣື້ອງອິສຣະພາບ, ເຣື້ອງ ບໍຣິການມວນຊົນ, ເຣື້ອງຍຸຕິທັມ ແລະ ເຣື້ອງຄວາມປອດພັຍ ສະງົບສຸກຂອງປະຊາຊົນ.

 

ບັດນີ້ ກ້ຽວມາຫາ ບັນຫາ ເອີຣົບ ຊຶ່ງ ການເລືອກຕັ້ງເອົາ ສມຊ ສະພາ ຈະມີຂື້ໃນ ວັນທີ 7 ມິຖຸນາ ໜ້ານີ້, ທ່ານ ສ໊າກໂກຊີ່ ໄດ້ເລີ້ມລົງຫາ ສຽງ ວາງນະໂຍບາຍກ່ຽວກັບ ເອີຣົບ ຕໍ່ໜ້າ ສມຊ ພັກ ແລະ ພວກທີ່ ສະນັບສນູນພັກ ອູຍແອມເປ່ ປະມານ 4.000 ຄົນ ທີ່ ເມືອງ ໜີ່ມ.

 

ທ່ານ ສ໊າກໂກຊີ່ ກ່າວວ່າ ທ່ານບໍ່ໄດ້ມາ ປ້ອງກັນ ຜົນງານ ຂອງສອງປີ ຜ່ານມາ, ແຕ່ທ່ານກໍໄດ້ ທວນຄືນຫລາຍເທື່ອວ່າ ພາຍໃນ 2 ປີ ມາ ປະເທດຝຣັ່ງ ມີຄວາມກ້າຫານ ໃນການເຮັດການປະຕິຮູບ ຫລາຍ ຂແໜງ ແລະພວກເຮົາ ກໍພະຍາຍາມ ປ່ຽນແປງ ປະເທດຝຣັ່ງໃໝ່,  ພວກເຮົາບໍ່ສາມາດ ປ່ຽນແປງໄດ້ ໂດຍປາສະຈາກ ສຫພ ເອີຣົບ.

 

ທ່ານວ່າ ເອີຣົບນັ້ນ ຕ້ອງ ປ້ອງກັນ ແລະຄຸ້ມຄອງ ແລະ ມີບົດບາດ ທາງການເມືອງ ສຳຄັນ ຕໍ່ໜ້າການຕໍ່ລອງບັນຫາ ບໍ່ວ່າ ຢູ່ໃນ ກຸ່ມ ເຊ່ 20, ບັນຫາ ໃນບ່ານກັ່ງ ຕລອດເຖີງ ບັນຫາໃນພາກ ຕາເວັນອອກກາງ ຊຶ່ງ ເອີຣົບນັ້ນ ຄວນມີຄວາມເຊື່ອໝັ້ນ ແລະບໍ່ຍອມຮັບເອົາ ຄວາມອ່ອນ ສະມັຕພາບ.

 

ກ່ຽວກັບ ສຫພ ເອີຣົບ.

ທ່ານ ສກຊ ວ່າບໍ່ຄວນຂຍາຍ ສຫພ ເອີຣົບ ອອກກ້ວາງໂດຍບໍ່ມີຂອບ ເຂດ ແລະບໍ່ມີບ່ອນຢຸດຢັ້ງ ແລະການຂໍເຂົ້າ ເປັນ ສມຊ ຂອງປະເທດ ຕວຽກກີ່ ນັ້ນບໍ່ສົມຄວນ, ແຕ່ ທ່ານ ປາຖນາ ຢາກສ້າງ ການຮ່ວມມື ຢ່າງໃກ້ຊິດ ທາງດ້ານເສຖກິດ ແລະ ຄວາມປອດພັຍຮ່ວມກັບ ປະເທດ ຕວຽກກີ່.

 

ກ່ຽວກັບ ສັນຍາ ລີສບອ່ນ.

ການໃຫ້ ສັຕະຍາບັນ ຕໍ່ສັນຍາ ລິສບ່ອນ ນັ້ນຍັງບໍ່ທັນ ຮັບເອົາຈາກ ປະເທດ ສມຊ ທັງໝົດເທື່ອ ໃນປັຈຸບັນນີ້ ໝຄວ ຍັງບໍ່ທັນເປັນເອກະ ສັນເທື່ອ, ມີ 25 ປະເທດ ໄດ້ຮັບເອົາແລ້ວ, ຍັງອີກ 2 ປະເທດ ເທົ່າ ນັ້ນ. ທຸກປະເທດ ຄວນສຸມໃສ່ ເພື່ອໃຫ້ໄດ້ ສັຕະຍາບັນ ຈາກທຸກ ປະເທດ.

 

ກ່ຽວກັບ ດ້ານປະຊາທິປະຕັຍ

ທ່ານ ສກຊ ວ່າ ຕ້ອງໃຫ້ມີ ການອະພີປຣາຍ ຖົກຖຽງກັນ ແລກປ່ຽນ ຄວາມຄິດເຫັນກັນ ຢ່າງແທ້ຈິງ, ຖ້າບໍ່ດັ່ງນັ້ນ ເອີຣົບ ບໍ່ສາມາດອ້າງຕົນ ວ່າ ມີລະບອບ ປະຊາທິປະຕັຍ ແບບມີຊີວິດຊີວາໄດ້.

ບໍ່ແມ່ນວ່າ ປະເທດໃດ ຢາກຕັດສິນໃຈຢ່າງໃດ ແລ້ວກໍເຮັດຕາມໃຈ, ປະຊາທິປະຕັຍ ແມ່ນມະຕິ ແລະ ລະບຽບການຮ່ວມ.

 

ກ່ຽວກັບ ແກ໊ສ ຣັດເຊັຍ

ທ່ານ ສກຊ ສະເນີໃຫ້ ເອິຣົບ ເອົາມາຕການ ຊື້ ແກ໊ສ ຈາກ ຣັດເຊັຍ ຮ່ວມກັນ ເພື່ອໃຫ້ມີຍຸທະວິທີ ໃນການອຸປະໂພກພະລັງງານ ຂອງ ສຫພ ເອີຣົບ ຕໍ່ໜ້າ ຣັດເຊັຍ.

 

ກ່ຽວກັບ ລະການໝູນເງີນທະນາຄານ

ທ່ານ ສກຊ ສະເນີ ເຣື້ອງການ ຈັດລະບຽບໝູນວຽນເງີນ ໂດຍໃຫ້ມີ ການຈັດຕັ້ງຄນະກັມມະການ ຄວມຄຸມ ກວດກາ ລະບົບໜູນເງີນ ຂອງ ທະນາຄານ ພ້ອມກັບໃຫ້ມີອຳນາດ ໃນການລົງໂທດ ຕໍ່ຜູ່ທຳຜິດ ຢ່າງ ແທ້ຈິງ.

 

ເຖີງຢ່າງໃດກໍດີ,  ການເລືອກຕັ້ງ ເອົາ ສມຊ ສະພາ 2 ຄັ້ງ ຜ່ານມາ ໃນປີ 1999 ແລະ 2004 ນັ້ນ ຝ່າຍຂວາ ໄດ້ບ່ອນນັ່ງ ນ້ອຍກວ່າ ຝ່າຍຊ້າຍ.

SARKOZY

07/05/2009

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU