ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 12/05/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/05/2009 09:49 TU
ວິກິດການເສຖກິດແລະການເງິນຂອງໂລກເຮັດໃຫ້ສາຍການບິນລາວໄດ້ຮັບຜົນກະທົບ ລົດຈຳນວນ
ຖ້ຽວບິນຕິດຕໍ່ກັບຕ່າງປະເທດລົງ (ພາບ: Flickr.com)
ທ່ານສຸນທອນ ຣາດາ ຜູ້ອຳນວຍການຝ່າຍການຄ້າຂອງສາຍການບິນລາວ (Lao
Airlines) ໄດ້ເຜີຍຕໍ່ຜູ້ສື່ຂ່າວ AFP ໃນມື້ນີ້ (ອັງຄານ 12 ພຶສພາ) ວ່າ ນັບຕັ້ງແຕ່
ທ້າຍເດືອນເມສາເປັນຕົ້ນມາ ສາຍການບິນລາວໄດ້ຕັດສິນໃຈລົດຖ້ຽວບິນລົງຈາກ 7
ຖ້ຽວຕໍ່ສັປດາ (ວັນລະຖ້ຽມ) ເຫລືອພຽງ 5 ຖ້ຽວຕໍ່ສັປດາເທົ່ານັ້ນ
ຈຳນວນຖ້ຽວບິນທີ່ລົດລົງດັ່ງກ່າວ ແມ່ນຖ້ຽວບິນທີ່ຕິດຕໍ່ລະຫວ່າງນະຄອນຫລວງວຽງ
ຈັນ - ກຸງຮາໂໜ້ຍ (ວຽດນາມ), ວຽງຈັນ - ນະຄອນຄຸນໝິງ (ສປ ຈີນ)
ໃນທຳນອງດຽວກັນຖ້ຽວບິນຕິດຕໍ່ລະຫວ່າງເມືອງມໍຣະດົກໂລກ ນະຄອນຫລວງພຣະ
ບາງ - ບາງກອກ ແລະ ນະຄອນຫລວງພຣະບາງ - ນະຄອນຊຽງໃໝ່ ໃນພາກເໜືອ
ຂອງປະເທດໄທຍ ກໍລົດລົງຈາກວັນລະຖ້ຽມ ເຫລືອ 5 ຖ້ຽວຕໍ່ສັປດາເຊັ່ນດຽວກັນ
ໃນຂນະທີ່ຖ້ຽວບິນ ຫລວງພຣະບາງ - ສຽມມະຣາດ (ກັມພູເຈັຽ) ໂດຍຜ່ານນະຄອນ
ວຽງຈັນ ກໍລົດລົງ ຈາກ 3 ຖ້ຽວຕໍ່ສັປດາ ເຫລືອພຽງ 2 ຖ້ຽວ
ທ່ານສຸນທອນ ຣາດາ ໄດ້ກ່າວຕໍ່ຜູ້ສື່ຂ່າວວ່າ ໃນໂອກາດຕຸດສົງການ ຫລື ບຸນປີໃໝ່
ລາວເມື່ອກາງເດືອນເມສາຜ່ານມາ ຖ້ຽວບິນພາຍໃນປະເທດຕິດຕໍ່ລະຫວ່າງນະຄອນ
ວຽງຈັນແລະນະຄອນຫລວງພຣະ ບາງ ໄດ້ລົດລົງເຫລືອພຽງ 4 ຖ້ຽວຕໍ່ວັນເທົ່ານັ້ນ
ແທນທີ່ຈະແມ່ນ 10 ຖ້ຽວຕໍ່ວັນ ຕາມທີ່ເຄີຍເປັນມາ
ເວົ້າລວມ ສາຍການບິນລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດເຖິງ 361 000 ຄົນເມື່ອປີ
2008 ຜ່ານມາ ເປັນການເພີ້ມຂື້ນເຖິງ 7% ເມື່ອປຽບທຽບກັບປີ 2007
ແຕ່ສຳລັບປີ 2009 ນີ້ ທ່ານສຸນທອນ ຣາດາ ຍັງບໍ່ມີຕົວເລກສະຖິຕິຈຳນວນຜູ້ໂດຍສານ
ຢ່າງຄັກແນ່ເທື່ອ ແຕ່ບອກໄດ້ພຽງແຕ່ວ່າຈະຕ້ອງລົດລົງຢ່າງແນ່ນອນ
ແຕ່ທ່ານກໍຫວັງວ່າຈຳນວນຜູ້ໂດຍສານອາດເພີ້ມສູງຂຶ້ນໃນຕອນທ້າຍຂອງປີນີ້ ຊຶ່ງເປັນ
ຣະດູການທ່ອງທ່ຽວໃຫຍ່ໃນຂົງເຂດ ປະກອບກັບການທີ່ລາວເປັນເຈົ້າພາບຈັດການ
ແຂ່ງຂັນກິລາຊີເກມສ໌
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ