ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປປ ລາວ ອະນຸຍາດຈັດຕັ້ງ NGO ທ້ອງຖິ່ນ

ກົດໝາຍໃໝ່ ຈະມີຜົນບັງຄັບໃຊ້ ຕັ້ງແຕ່ເດືອນພະຈິກໜ້າ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/05/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/05/2009 12:25 TU

ສປປ ລາວ ອະນຸຍາດຢ່າງເປັນທາງການແລ້ວ ໃຫ້ເອກຊົນທ້ອງຖິ່ນ (ຄົນລາວ
ເອງ) ສາມາດຈັດຕັ້ງ ອົງການທີ່ບໍ່ຂຶ້ນກັບຣັຖບານ (NGO = Non-govern-
mental organisations) ແລ້ວ.....ນາຍົກ ຣມຕ ລາວ ທ່ານບົວສອນ ບຸບ
ຜາວັນ ໄດ້ລົງນາມໃນດຳຣັດອະນຸຍາດເມື່ອວັນທີ 29 ເມສາຜ່ານມາ ແຕ່ໜັງ
ສືພິມພາສາອັງກິດຂອງຣັຖບານລາວ "Vientiane Times" ຫາກໍເຜີຍຂ່າວ
ອອກເມື່ອວັນຈັນ 11 ພຶສພາຜ່ານມານີ້ເອງ ກົດໝາຍໃໝ່ຈະມີຜົນບັງຄັບໃຊ້
ຕັ້ງແຕ່ເດືອນພະຈິກໜ້າເປັນຕົ້ນໄປ

"NGO" ຕ່າງຊາດໃນລາວຊື່ນຊົມຍິນດີ
"ກ່ອນໜ້ານີ້ ກໍມີ NGO ຢູ່ໃນລາວແລ້ວຫລາຍກວ່າ 100 ອົງການ ແຕ່ການຈັດຕັ້ງມີ
ລັກສນະຊົ່ວຄາວ (ad hoc) ໂດຍຍັງບໍ່ມີກົດໝາຍຮອງຮັບຢ່າງເປັນທາງການ
ເພາະສະນັ້ນການທີ່ນາຍົກ ຣມຕ ທ່ານບົວສອນ ບຸບຜາວັນ ໄດ້ລົງນາມໃນດຳຣັດຄັ້ງ
ນີ້ ຈຶ່ງຖືໄດ້ວ່າແມ່ນບາດກ້າວສຳຄັນ ແມ່ນພື້ນຖານຮອງຮັບທາງດ້ານກົດໝາຍ"
ທ່ານ Luke Stephens ຜູອຳນວຍການ "Concern Worldwide" ສາຂາ ສປປ
ລາວ ໄດ້ກ່າວຕໍ່ຜູ້ສື່ຂ່າວ AFP

"ດຽວນີ້ເປັນທີ່ຊັດເຈນແລະແຈ້ງຂາວຫລາຍຂື້ນກວ່າເກົ່າ ໃນການດຳເນີນການເພື່ອ
ຂໍອະນຸຍາດຈັດຕັ້ງ NGO ໃນລາວ" ທ່ານ Stephens ໄດ້ຢໍ້າອີກ ຊຶ່ງອົງການຂອງເພີ່ນ
ໃຫ້ການສນັບສນຸນເຕັມທີ່ຕໍ່ການທີ່ລາວໄດ້ປະກາດໃຊ້ກົດໝາຍໃໝ່ກ່ຽວກັບການຈັດຕັ້ງ
"NGO" ນີ້

"ແມ່ນບາດກ້າວກະໂດດກ້າວໃຫຍ່ສຳລບັບປະເທດລາວ ທີ່ໄດ້ມີກົດໝາຍອະນຸຍາດ
ການຈັດຕັ້ງ NGO ທ້ອງຖິ່ນໃນຄັ້ງນີ້" ທ່ານນາງ Isabelle Decout ແຫ່ງອົງການ
ຈັດຕັ້ງ "INGO NETWORK" ຊຶ່ງເປັນຜູ້ປະສານງານ NGO ເຖິງ 65 ອົງການໃນ
ສປປ ລາວ ໄດ້ກ່າວຕໍ່ຜູ້ສື່ຂ່າວ.....

ອີກດ້ານໜຶ່ງ ໃນຖແລງການທີ່ເຜີຍແຜ່ອອກ ອົງການສະຫະປະຊາຊາດໃນລາວກໍໄດ້
ໃຫ້ການຕ້ອນຮັບຕໍ່ກົດໝາຍໃໝ່ນີ້ດ້ວຍຄວາມຊື່ນຊົມເຊັ່ນດຽວກັນ ທີ່ອະນຸຍາດໃຫ້ຄົນ
ລາວຕັ້ງແຕ່ສອງຄົນຂື້ນໄປ ມີສິດຂໍອະນຸຍາດຈັ້ງຕັ້ງອົງການທີ່ບໍ່ຂື້ນກັບຣັຖບານໄດ້

ກ່ຽວກັບເຣື່ອງນີ້ ພວກເຮົາໄດ້ໂທຣະສັບທາງໄກສຳພາດຂໍຄວາມເຫັນຈາກ "ທ່ານສົມ
ບັດ ສົມພອນ" ຜູ້ອຳນວຍການສູນຝຶກອົບຮົມຮ່ວມພັທນາ (PADETC = Participatory
Development Training Center) ຜູ້ໄດ້ຮັບຮາງວັນ "Magsaysay" ເມື່ອປີ 2005
(ເຊີນທ່ານຄລິກລຸ່ມນີ້ເພື່ອຮັບຟັງການໃຫ້ ສັມພາດຂອງເພີ່ນ)

SOMBAT SOMPHONE

13/05/2009

 

 

 

 

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU