ຄົ້ນຫາຂໍ້ມູນ

/ languages

Choisir langue
 

ລາວມົ້ງ / ປະເທດໄທ - ປະເທດລາວ / ສູນຫ້ວຍນ້ຳຂາວ

MSF ຢຸດປະຕິບັດງານ ເພາະຖືກກົດດັນ ຈາກທະຫານໄທ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/05/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/05/2009 13:29 TU

ສພາບການ ການເປັນຢູ່ຂອງ ລາວມົ້ງ ທີ່
ສູນຫ້ວຍນໍ້າຂາວ ແຂວງ ເພັດຊະບູນພາກ
ເໜືອຂອງປະເທດໄທ          ຮ/Msf

ສພາບການ ການເປັນຢູ່ຂອງ ລາວມົ້ງ ທີ່ ສູນຫ້ວຍນໍ້າຂາວ ແຂວງ ເພັດຊະບູນພາກ ເໜືອຂອງປະເທດໄທ ຮ/Msf

ອົງການ ນາຍແພດໄຮ້ພົມແດນ MSF
ໄດ້ ເຜີຍວ່າມີການຈັດສົ່ງລາວມົ້ງໄປ
ສປປລາວ ຢ່າງ ພລະການ ຈາກກອງ
ທັບໄທ ແລະ ກໍປະ ກາດຢຸດການ ປະຕິ
ບັດງານ ດ້ານມະນຸສ ທັມ ຊ່ວຍເຫລືອ
ອົພຍົບລາວມົ້ງ ທີ່ ສູນ ຫ້ວຍນ້ຳຂາວ
ແຂວງເພັດຊະບູນ ຊື່ງ ຢູ່ໃນ ເຂດເໜືອ
ຂອງ ປະເທດໄທ ແລະ ການປະ ຕິບັດ
ງານ ຂອງ ອົງການດັ່ງກ່າວ ແມ່ນໄດ້
ເລີ່ມມາ ຕັ້ງແຕ່ ເດືອນກໍຣະກົດ 2005

ທີ່ສູນຫ້ວຍນ້ຳຂາວ ແຂວງເພັດຊະບູນ ມີ ເຈົ້າໜ້າທີ່ ຂອງ ອົງການ  
ນາຍແພດ ໄຮ້ພົມແດນ ເຣັດວຽກປະຈຳ 4 ຄົນ ພ້ອມດ້ວຍ ພນັກ
ງານທ້ອງຖີ່ນ ຄົນໄທແລະຄົນມົ້ງ ປະມານ 50 ຄົນ ທີ່ ຫ້ອງການ
dispensaire ໃນສູນ

ການເຂົ້າອອກ ຈາກສູນ ຫ້ວຍນໍ້າຂາວ ແຂວງ ເພັດຊະບູນ ນັ້ນ ຈຳເປັນຕ້ອງມີ ບັດ
ເຂົ້າອອກ                                              ຮ/Msf

ການເຂົ້າອອກ ຈາກສູນ ຫ້ວຍນໍ້າຂາວ ແຂວງ ເພັດຊະບູນ ນັ້ນ ຈຳເປັນຕ້ອງມີ ບັດ ເຂົ້າອອກ ຮ/Msf

       ມື້ວານນີ້ປະທານຂອງ ອົງການ MSF ທ່ານນາງ Marie Pierre Allié   ໄດ້ ກ່າວ ຕໍ່ການໃຫ້ສຳພາດ ສື່ມວນຊົນ ວ່າ ທາງ ອົງການ ໄດ້ທຳ ການຮ້ອງຂໍ ຫລາຍເທື່ອໄປຍັງ ອົງການ HCR ຫລື ອົງການຂ້າຫລວງ
ໃຫຍ່ ເພື່ອອົບພຍົບ ເພື່ອໃຫ້ ມີ ການພິຈາຣະນາ ບັນຫາ ຂອງການເປັນຢູ່ ຂອງຊົນລາວມົ້ງ   ທີ່ສູນ  ຫ້ວຍນ້ຳຂາວ ອັນແມ່ນເປັນທີ່ອາສັຍ ຊົ້ນຢູ່ ຕາມມີຕາມຈັງຫວະຂອງ ລາວມົ້ງ  4 700 ຄົນ

ຖ້າຢາກເບີ່ງ ໂທຣະພາບ ກໍແມ່ນມີ ຮົ້ວໜາມໝາກຈັບ ຂັ້ນໄວ້ ໂດຍ ມີ ນາຍຄຣູ
ຢືນເຍີ່ງຮັກສາ ຄວາມເປັນລະບຽບ                             ຮ/Msf

ຖ້າຢາກເບີ່ງ ໂທຣະພາບ ກໍແມ່ນມີ ຮົ້ວໜາມໝາກຈັບ ຂັ້ນໄວ້ ໂດຍ ມີ ນາຍຄຣູ ຢືນເຍີ່ງຮັກສາ ຄວາມເປັນລະບຽບ ຮ/Msf

 ນັບແຕ່ ຕົ້ນປີ 2009 ເປັນຕົ້ນມາ ກອງທັບໄທ ແມ່ນໄດ້ ມີ ການຈັດສົ່ງ
 ຊາວລາວມົ້ງ ກັບຄືນໄປຍັງ ສປປລາວຄືນ ໂດຍມີການ ອິງໃສ່ ຄວາມ
 ສມັກ ໃຈ  ຂອງ ເຂົາເຈົ້າ ແຕ່ວ່າ ກໍແມ່ນໄດ້ມີການ ບັງຄັບ ຫລື ຈັບກຸມ 
 ແລະ ໃຊ້  ຄວາມກົດດັນໃສ່ນຳ

ທຸກຄົນ ໃນສູນ ແມ່ນ ຕ້ອງໄດ້ລຽນແຖວ ລໍຖ້າການແຈກ ອາຫານ ແລະ ເຄື່ອງຈຳ
ເປັນໃຫ້ ຊາວອົພຍົບລາວມົ້ງ                                  ຮ/Msf

ທຸກຄົນ ໃນສູນ ແມ່ນ ຕ້ອງໄດ້ລຽນແຖວ ລໍຖ້າການແຈກ ອາຫານ ແລະ ເຄື່ອງຈຳ ເປັນໃຫ້ ຊາວອົພຍົບລາວມົ້ງ ຮ/Msf

 ອິງຕາມ ອົງການ MSF ແລ້ວ ຣັຖບານໄທ ນັ້ນ ແມ່ນ  ຕີລາຄາ ວ່າ
ລາວມົ້ງ  ນີ້  ເປັນຄົນເຂົ້າເມືອງ ທີ່ຜິດກົດໝາຍ ບໍ່ແມ່ນ ອົພຍົບເລີຍ
ແລ້ວ ລາວມົ້ງ ທີ່  ສູນ ຫ້ວຍນ້ຳຂາວ ກໍ ແມ່ນຈະຖືກສົ່ງກັບ ສປປລາວ
ນັບ ແຕ່ນີ້ ໄປ ເຖີງເ ດືອນ   ກັນຍາ ທີ່ ຈະ ມາເຖີງ ໃນຂນະນີ້ ທາງການ
ໄທ ກໍໄດ້ ສ້າງຄວາມກົດດັນ ໂດຍ ມການ ກວດກາ ຕ້ອງມີ ທາງ ຜ່ານ
ຈາກກອງທັບ ຖ້າແມ່ນວ່າ ລາວມົ້ງ ຕ້ອງການ ໄປກວດ ພຍາດ ນຳ
ນາຍແພດ ຂອງ ອົງການ  ເມື່ອຫາກໄດ້ ຜເຊີນໜ້າຕໍ່ ທ່າທີ່ ອັນ ທະວີຂື້ນແບບນີ້ ຈຳເປັນອົງການ MSF  ກໍ ປະກາດຢຸດການປະ
ຕິບັດງານ ທີ່ສູນຫ້ວຍນ້ຳຂາວ ແລະ ໃນໂອກາດນີ້ 
                                        
ອົງການ ນາຍແພດໄຮ້ພົມແດນ ຈື່ງຮຽກຮ້ອງ ອີກເທື່ອ ໃຫມ່ ຂໍໃຫ້
ຢຸດການ ຈັດສົ່ງລາວມົ້ງ ກັບຄືນປະເທດ ຕາບໃດ ທີ່ ຍັງບໍ່ມີ ໜ່ວຍ
ງານ ເອກຣ່າດ ເຊັ່ນ HCR ມາເບີ່ງ ແລະ ຮັບ ປະ ກັນ ວ່າ ເປັນ ການກັບສປປລາວດ້ວບ ຄວາມສມັກໃຈ ແລະໃຫ້ ຊົນລາວມົ້ງ ໄດ້ຢູ່ ດ້ວຍຄວາມປອດພັຍ ຢູ່ ທີ່ ລາວ

ຄວາມທຸກ ມັນ ກ້າວກ່າຍ ມາຊໍ້າຊອກ ຖ້າຫາກວ່າ ໄດ້ມີ  ພີ່ນ້ອງ ຄົນໃນຄອບຄົວ
ຫາກໄດ້ເສັຍຊີວິດ ຍ້ອນມີການຖືກກະທົບ ຈິດໃຈ ຫລືໄດ້ ມີ ການຖືກ ຕົບຕີ ຈາກ 
ຜູ້ເປັນສາມີ ຍ້ອນສະພາບການໆເປັນຢູ່ໃນສູນ ມັນບໍ່ມີຫັຽງ ອຳນວຍໃຫ້     ຮ/Msf

ຄວາມທຸກ ມັນ ກ້າວກ່າຍ ມາຊໍ້າຊອກ ຖ້າຫາກວ່າ ໄດ້ມີ ພີ່ນ້ອງ ຄົນໃນຄອບຄົວ ຫາກໄດ້ເສັຍຊີວິດ ຍ້ອນມີການຖືກກະທົບ ຈິດໃຈ ຫລືໄດ້ ມີ ການຖືກ ຕົບຕີ ຈາກ ຜູ້ເປັນສາມີ ຍ້ອນສະພາບການໆເປັນຢູ່ໃນສູນ ມັນບໍ່ມີຫັຽງ ອຳນວຍໃຫ້ ຮ/Msf

 

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU