ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/05/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/05/2009 14:41 TU
ນັບແຕ່ ເດືອນ ກໍຣະກະດາໜ້ານີ້ ເປັນຕົ້ນໄປ ທະຫານຝຣັ່ງ ບໍ່ຕໍ່າກວ່າ 400 ຄົນ ຈະຖືກສົ່ງໄປ ປະຈຳການ ຢູ່ໃນ 3 ຖານ ທີ່ມີຊື່ວ່າ "ຄ້າຍ ສັນຕິພາບ". ຖານທັບເຮືອ ແລະ ພັສະດຸສຳພາວຸດ ຕັ້ງຢູ່ທີ່ ທ່າເຮືອ ອາບູດາບີ່ (ມີນ່າ ຊ່າເຢັດ), ຖານທັບອາກາດ ຢ່າງນ້ອຍໃຫ້ມີ ຍົນລົບ 3 ລຳ ຢູ່ໃນເດີນຍົນ ອ່ານ ດາຟຣາ ແລະ ຄ້າຍທະຫານ ສຳຫລັບ ຝຶກຊ້ອມລົບ ໃນເຂດທະເລຊາຍ.
ພັນເອກ ແອເວ່ ເຊ່ແຣນ ຜູ່ບັນຊາການ ຖານທັບຝຣັ່ງ ດັ່ງກ່າວນີ້ ໄດ້ ຖະແລງວ່າ ຖານທັບຢູ່ໃນ ເອມຽກຣາ ອາຣັບ ນີ້ ແມ່ນສຳຫລັບ ໃວ້ ເປັນກອງໜູນ ຖານທັບຝຣັ່ງທີ່ຕັ້ງຢູ່ໃນ ມະຫາສະມຸດ ອິນເດັຽ ແລະ ສຳຫລັບ ໃວ້ຂະຍາຍການຮ່ວມມື ທາງດ້ານທະຫານ ກັບປະເທດ ເອມຽກຣາ ອາຣັບ.
ທ່ານ ສ໊າກໂກຊີ່ ໄດ້ໄປເຖີງ ນະຄອນຫລວງ ອາບູ ດາບີ່ ມື້ວັນຈັນ ເພື່ອຈະເຊັນສັນຍາ ຫລາຍສະບັບ ໃນໂຄງການ ເປັນຄູ່ຮ່ວມມື ທາງ ດ້ານຍຸທະສາດ. ການຮ່ວມມືທາງດ້ານການທະຫານ ລະວ່າງ ຝຣັ່ງ ກັບ ປະເທດ ເອມຽກຣາ ອາຣັບ ນີ້ ມີມາແຕ່ ປີ 1970, ກອງທັບ ປະເທດ ເອມຽກຣາ ອາຣັບ ໄດ້ສັ່ງຊື້ ຍົນລົບ ມີຣາເຊີ 5 ແລະ ມີຣາເຊີ 2000 ໃນຊຸມປີ 1980 ແລະ 1990 ແລະ ລົດຍານເກາະ ເລີກະແລ້.
ປະເທດຝຣັ່ງ ຕ້ອງການຂາຍຍົນ ຣາຟ່ານ 60 ລຳ ແຕ່ຍັງບໍ່ທັນມີ ປະເທດ ໃດສັ່ງຊື້ເທື່ອ, ປະເທດ ເອມຽກຣາ ອາຣັບ ຄາດວ່າ ຈະປ່ຽນ ຍົນລົບ "ມີຣາເຊີ 2000" ຂອງຕົນ 60 ລຳ.
ປະທານາທິບໍດີ ສ໊າກໂກຊີ່ ໄດ້ສົນທະນາ ຕອນ ອົງມຸງກຸດ ອາບູ ດາບີ່ ຄື ອ່ານ ນ່າຢ່ານ ຫລັງຈາກ ຮັບປະທານອາຫານຄໍ່າ ແລງວານນີ້, ເຫັນວ່າມີ ຄວາມກ້າວໜ້າດີ, ແຕ່ຍັງບໍ່ທັນໄດ້ ເຊັນສັນຍາ ຊື້ຂາຍ ກັນເທື່ອ.
ຝຣັ່ງຖືໂອກາດ ໃນຕອນໄປ ຢ້ຽມຢາມ ປະເທດ ເອມຽກຣາ ອາຣັບ ເທື່ອນີ້ ເພື່ອ ສະເນີຂາຍ ສູນພະລັງໄຟຟ້າ ນີວຄະເລັຽ ລະບົບ ເອີ ເປ່ ແອ້ ໃນວົງເງີນ 25 ຫາ 50 ພັນ ລ້ານ ເອີໂຣ, ຄາດວ່າ ປະເທດ ເອມຽກຣາ ຈະຕັດສິນໃຈໃນ ກາງເດືອນ ກັນຍາ ໜ້ານີ້.
ໃນປັດຈຸບັນນີ້ ກອງທັບ ເອມຽກຣາ ອາຣັບ ມີອາວຸດຍຸດໂທປະກອນ ຝຣັ່ງ ເກືອບເຖີງເຄີ່ງນຶ່ງ.
ສັນຍາລັບ ກ່ຽວກັບການຮ່ວມມື ດ້ານທະຫານ ລະວ່າງ 2 ຝ່າຍ ມີ ຂື້ນໃນປີ 1995 ພາຍໃຕ້ປະທານາທິບໍດີ ຊ໊າກ ຊີຣັກ.
ສັນຍາຮ່ວມມືທາງດ້ານທະຫານ ສະບັບໃໝ່ນີ້ ແມ່ນ ສືບຕໍ່ສັນຍາ ຂອງ ປີ 1995 ເພື່ອເຮັດໃຫ້ ການປ້ອງກັນ ມີລັກຊນະໃໝ່ ທັນສມັຍ ຊຶ່ງຈະ ຕ້ອງຍື່ນຂໍ ສັຕະຍາບັນ ຈາກສະພາ ເສັຽກ່ອນ ແຕ່ວ່າ ທະຫານຝຣັ່ງ ໄປປະຈຳການຢູ່ນັ້ນແລ້ວ.
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ