ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການປະຊຸມ ອາຊຽນ-ເອີຣົບ / ກຸງພະນົມເປັນ

ຄະດີ ອ່ອງ ຊານ ຊູ ຈີ ບໍ່ແມ່ນການເມືອງ ຫລືກ່ຽວກັບ ສິດທິມະນຸສ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/05/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/05/2009 10:42 TU

ການປະຊຸມ ຂອງ ຣມຕ ຕ່າງປະເທດຂອງ
ອາຊຽນ ແລະ ພາຄີເອີຣົບ 27 ປະເທດທີ່
ກຸງພະນົມເປັນ 27-28 ພືສພາ    ຮ/ຣຕ

ການປະຊຸມ ຂອງ ຣມຕ ຕ່າງປະເທດຂອງ ອາຊຽນ ແລະ ພາຄີເອີຣົບ 27 ປະເທດທີ່ ກຸງພະນົມເປັນ 27-28 ພືສພາ ຮ/ຣຕ

ທ່ານ ມ່ອງ ມີນ ຮອງ ຣມຕ ຕ່າງ
ປະເທດ ພະມ້າໄດ້ ກ່າວ ມື້ນີ້ ທີ່
ກອງປະຊຸມ ອາຊຽນ -ເອີຣົບ ວ່າ
ເປັນການຖືກກົດດັນ ແລະ ມີ ການ
ແຊກແຊງ ຈາກພາຍນອກ ກ່ຽວ
ການ ໄດ້ ມີການຫຍີບຍົກ ບັນຫາ
ການຕັດສີນ ຄະດີ ຂອງ ທ່ານນາງ
ອ່ອງ ຊານ ຊູ ຈີ ຂື້ນມາ ແລະ ທ່ານ
ມ່ອງ ມີນ ກໍຍັງກ່າວ ເນັ້ນອີກວ່າ
ມັນເປັນ ເຣື້ອງຄະດີພາຍໃນ ຂອງ ສະຫະພາບ ມ່ຽນມ່າ ບໍ່ ແມ່ນການ ເມືອງ ຫລື ດ້ານສິດທິມະນຸສ ດັ່ງນັ້ນທາງ ການພະມ້າ ຈື່ງມີຄວາມເຫັນ ວ່າ ການຕັດ ສີນໃສ່ ຜູ່ນຳຝ່າຍຄ້ານນັ້ນ ກໍຖືກຕ້ອງກັບ ກົດໝາຍຂອງປະເທດ

ທາງການພະມ້າໄດ້ຢືນຢັນວ່າ ການພິຈາຣະນາຄະດີຂອງ ອ່ອງ ຊານ
ຊູ ຈີ ບໍ່ ໄດ້ ມີ ການເມືອງພົວພັນເລີຍ ແລະ ກໍເປັນທີ່ສອດຄ້ອງ ກັບກົດ
ໝາຍ ຂອງປະເທດ ອັນຊື່ງ ໃນຂນະດຽວກັນນີ້ ທະນາຍຄວາມ ຂອງ
ຜູ່ນຳ ຝ່າຍຄ້ານ ກໍໄດ້ເຜີຍວ່າ ການດຳເນີນ ພິຈາຣະນາຄະດີ ເປັນ
ໄປ ແບບບໍ່ຖືກຕ້ອງ

ການປະກາດເຊັ່ນນີ້ ຂອງຜູ່ຕ່າງໜ້າ ຣັຖບານພະມ້າ ກໍໄດ້ສແດງໃຫ້
ຊາບວ່າ ເປັນການຢັ້ງຢືນຄັກແນ່ ວ່າ ຣັຖບານມຸ່ງໜ້າ ຕົວເອງໃຫ້ມີ
ວິຖີດຳເນີນ ຕາມນະໂຍບາຍການເມືອງ ທີ່ ຣັຖບານໄດ້ຂີດເສັ້ນ ມາ
ແລ້ວ ເພື່ອໃຫ້ເປັນໄປ ໃນສີ່ງ ທີ່ " ປະຊາຊົນອອກສຽງມາແລ້ວ "
ໂດຍ ຈະ ແມ່ນໃຫ້ ມີ ການເລືອກຕັ້ງທົ່ວໄປ ໃນ ປີ 2010

ຮູບ ຄົບຄນະ ຜູ່ປະກອບສ່ວນການປະຊຸມ ອາຊຽນ-ເອີຣົບ ມື້ນີ້ 28 ພືສພາ ອັນຊື່ງ 
ໃນໂອກາດນີ້ ກໍໄດ້ມີການຫຍິບຍົກເອົາບັນຫາ ການຕັດສີນຄະດີ ອ່ອງຊານ ຊູຈີ ຂື້ນ
ມາເວົ້າ ແຕ່ຜູ່ຕ່າງໜ້າ ຂອງຣັຖບານພະມ້າກ່າວ ວ່າ ມັນເປັນ ເຣື້ອງ ຄະດີພາຍໃນ
ຂອງສະຫະພາບ ມ່ຍນມ່າ ບໍ່ແມ່ນການເມືອງ ຫລື ດ້ານສິດທິມະນຸສ       ຮ/ຣຕ

ຮູບ ຄົບຄນະ ຜູ່ປະກອບສ່ວນການປະຊຸມ ອາຊຽນ-ເອີຣົບ ມື້ນີ້ 28 ພືສພາ ອັນຊື່ງ ໃນໂອກາດນີ້ ກໍໄດ້ມີການຫຍິບຍົກເອົາບັນຫາ ການຕັດສີນຄະດີ ອ່ອງຊານ ຊູຈີ ຂື້ນ ມາເວົ້າ ແຕ່ຜູ່ຕ່າງໜ້າ ຂອງຣັຖບານພະມ້າກ່າວ ວ່າ ມັນເປັນ ເຣື້ອງ ຄະດີພາຍໃນ ຂອງສະຫະພາບ ມ່ຍນມ່າ ບໍ່ແມ່ນການເມືອງ ຫລື ດ້ານສິດທິມະນຸສ ຮ/ຣຕ



 ລາຍວັນ ທາງການຂອງພະມ້າ The New Light of Myanmar
ໄດ້ ທຳການພີມຈົດໝາຍທີ່ທາງກະຊວງການ ຕ່າງປະເທດພະມ້າ
ຕອບການ ຮຽກຮ້ອງ ຂອງຄນະມົນຕຣີ ແຫ່ງຄວາມໝັ້ນຄົງ ຂອງອົງ
ການ ສຫປຊ ລົງວັນທີ່ 22 ພືສພາ 2009 ໃຫ້ ມີການ ປ່ອຍຕົວ ນັກ
ໂທດການເມືອງ ແລະ ກໍໃຫ້ ມີການ ເຈຣະຈາກັນຢ່າງຈະແຈ້ງ ກັບ
ທ່ານນາງອ່ອງ ຊານ ຊູ ຈີ

 ນັບແຕ່ ໄດ້ເລີ່ມມີການ ພິຈາຣະນາຄະດີ ໃສ່ທ່ານນາງ ອ່ອງ ຊານ ຊູ ຈີ  
ຕັ້ງແຕ່ ວັນທີ່ 18 ພືສພາ ເປັນຕັ້ນມາ ກໍໄດ້ ມີ ພິຍານມາ ໃຫ້ຖືກສອບ 
ປາກຄຳ ຈາກ ສານ 14 ຄົນ ສ່ວນຫລາຍ ກໍ ແມ່ນ ເຈົ້າໜ້າທີ່ຕຳຣວດ 

ທາງສານບໍ່ຍອມຮັບຄຳໃຫ້ການ ຂອງຈຳເລີຍເຖີງ 3 ຄົນ ໃນຈຳນວນ
ທັງ ໝົດ 4 ຄົນ ອີງຕາມ ການເຜີຍຂອງ Nyan Win ຜູ່ ທີ່ເປັນ ທັງ 
ໂຄສົກ ຂອງ ສັນນິບາດ ເພື່ອປະຊາທິປະໄຕ ໃນພະມ້າ ແລະກໍເປັນ ທະ
ນາຍ ຄວາມຂອງ ທ່ານ ນາງ ອ່ອງ ຊານ ຊູ ຈີ ນຳດ້ວຍ ຕອນແລງ ມື້
ວານນີ້ Nyan Win ກໍ ຍັງໄດ້ກ່າວ ວ່າ ເມື່ອຫາກເປັນ ເຊັ່ນນີ້ແລ້ວ ຈະ
ເຫັນ ການຕັດສີນຄະດີ ມັນຈະດຳເນີນໄປ ຢ່າງຍຸຕິທັມ ຫລືບໍ 

ທ່ານໄດ້ ກ່າວເພີ່ມອີກ ວ່າ ຜົນການຕັດສີນຄະດີອາດຈະຮູ້ໄດ້ໃນວັນສຸກນີ້

ໃນນາມ ທີ່ ປະເທດໄທເປັນປະທານວຽນ ຂອງສະມາຄົມອາຊຽນ ໃນຂນະ
ນີ້ ທ່ານ ກະສິດ ພິຣົມຢາ ຣ ມ ຕ ຕ່າງປະເທດໄດ້ຕອບໃຫ້ຊາບວ່າ ໃນ ຕອນ 
ຄໍ່າມື້ນີ້  ຈື່ງ ຈະຮູ້ໄດ້ ວ່າມີ ຄຳເຫັນອັນໃດ ສົ່ງໄປຫາ ຣັຖບານພະມ້າ ກໍຈະ
ແມ່ນ ໃນ ຖແລງການຣ່ວມ ຂອງການປະຊຸມ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU