ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/05/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/06/2009 10:11 TU
ການສ້າງສນາມກິລາ SEA GAMES ຄັ້ງທີ່ 25 ທີ່ ສປປ ລາວ ຈະເປັນເຈົ້າພາບລະຫວ່າງວັນທີ
9 – 18 ພະຈິກ 2009 ໄດ້ເສັດສິ້ນໄປແລ້ວເຖິງ 90% ແລະທຸກຢ່າງຈະດຳເນີນໄປຕາມກຳໜົດ
ເດີມຢ່າງບໍ່ມີການຊັກຊ້າ (ພາບ: http://25thseagames.blogspot.com/)
ນັບຖອຍຫລັງຈາກມື້ນີ້ເປັນຕົ້ນໄປ (ເສົາ 30 ພຶສພາ 2009) ກໍເຫລືອເວລາ
ອີກ192 ວັນ ການແຂ່ງຂັນກິລາ SEA GAMES ຄັ້ງທີ 25 ກໍຈະເປີດຂຶ້ນທີ່
ນະຄອນວຽງຈັນລະຫວ່າງວັນທີ 9 – 18 ທັນວາ 2009
ການສ້າງສນາມໃຫຍ່ ບັນຈຸຄົນໄດ້ 20 000 ຄົນທີ່ ບ້ານດົງຊ້າງຫິນ ເມືອງ
ໄຊທານີ ກຳແພງນະຄອນວຽງຈັນນັ້ນ ໄດ້ສຳເລັດລຸລ່ວງໄປແລ້ວ 90% ບໍຣິ
ສັດຜູ້ຮັບເໝົາກໍ່ສ້າງຈະທຳພິທີມອບສນາມກິລາດັ່ງກ່າວ ຊຶ່ງເປັນສນາມມາຕ
ຖານສາກົນແຫ່ງທຳອິດຂອງລາວ ໃຫ້ແກ່ເຈົ້າໜ້າທີ່ກີລາລາວໃນເດືອນກັນຍາ
ໜ້ານີ້
ສ່ວນການກະກຽມການແຂ່ງຂັນທຸກຢ່າງ ທີ່ຈະມີທັງໝົດ 25 ປະເພດກິລາ ຕລອດເຖິງພິທີ
ເປີດແລະປິດ ທີ່ຈະມີຂຶ້ນທີ່ສນາມໃຫຍ່ນັ້ນ ກໍໄດ້ສຳເລັດລຸລ່ວງໄປແລ້ວເຖິງ 80%.....
"ທຸກສິ່ງທຸກຢ່າງຈະດຳເນີນໄປຕາມກຳໜົດເດີມຢ່າງບໍ່ມີການຊັກຊ້າຕາມທີ່ມີກະແສຂ່າວ
ລື" ທ່ານ ດຣ. ພູທອງ ແສງອາຄົມ ຣມຕ ປະຈຳສຳນັກນາຍົກ ຣມຕ ແລະ ປະທານ
ຄນະກັມມະການກິລາແຫ່ງຊາດລາວ ເຜີຍຕໍ່ຜູ້ສື່ຂ່າວ
ສັນຍາລັກຢ່າງເປັນທາງການຂອງ SEA GAMES ຄັ້ງທີ່ 25 ທີ່ ສປປ
ລາວ ເປັນເຈົ້າພາບ (ພາບຈາກ: http://25thseagames.blogspot.
com/)
ສນາມໃຫຍ່ທີ່ບ້ານດົງຊ້າງຫິນ ເມືອງໄຊທານີ ກຳແພງນະຄອນວຽງຈັນ ນອກຈາກຈະ
ເປັນສນາມຮອງຮັບພິທີເປີດແລະປິດແລ້ວ ກໍຍັງຈະເປັນເວທີການແຂ່ງຂັນກິລາເຖິງ 10
ປະເພດ ທັງປະເພດໃນຮົ່ມແລະປະເພດກາງແຈ້ງ
ສ່ວນການແຂ່ງຂັນອີກ 15 ປະເພດທີ່ເຫລືອ ຈະຈັດຂຶ້ນທີ່ "ສນາມເຈົ້າອະນຸວົງ" ທີ່ໝູ່
ບ້ານອະນຸ, ທີ່ສນາມເມືອງຈັນທະບຸຣີ, ທີ່ສູນ LAO-ITECC, ທີ່ສນາມບຶງຂະຫຍອງ
ແລະ ສນາມກິລາຂອງມະຫາວິທຍາໄລແຫ່ງຊາດ ຊຶ່ງການກໍ່ສ້າງໃກ້ຈະເສັດສິ້ນສົມ
ບູນແລ້ວ ສິ່ງທີ່ດຳເນີນການຂັ້ນສຸດທ້າຍຕອນນີ້ກໍເຫລືອພຽງການນຳອຸປກອນການ
ແຂ່ງຂັນເຂົ້າຕິດຕັ້ງເທົ່ານັ້ນ ທ່ານ ດຣ.ພູທອງໄດ້ກ່າວ
ຈຳປາ (ຊ້າຍ) ແລະ ຈຳປີ (ຂວາ) ສັນຍາລັກ
ອີກອັນໜຶ່ງຂອງຊີເກມສ໌ຄັ້ງທີ່ 25
(ພາບ: http://25thseagames.blogspot.com/)
ທ່ານຢໍ້າອີກວ່າ ຄນະກັມມະການກິລາຕ່າງໆທີ່ຕັ້ງຂື້ນ ປະກອບໄປດ້ວຍເຈົ້າໜ້າທີ່ຈາກ
ຫລາຍກະຊວງທະບວງກົມເຊັ່ນ ກະຊວງໂຍທາແລະຂົນສົ່ງ, ກະຊວງສາທາຣະນະສຸກ,
ກະຊວງຮັກສາຄວາມປອດໄພ, ກະຊວງໂຄສະນາການແລະວັທນະທັມ, ອົງການທ່ອງ
ທ່ຽວແຫ່ງຊາດ ແລະ ກົມກອງອື່ນໆ
ປະທານຄນະກັມມະການກິລາແຫ່ງຊາດລາວຊີ້ແຈງອີກວ່າ ຄນະກັມມະການທັງໝົດນີ້
ມີພາຣະກິດໃນການເບີ່ງແຍງການຕ້ອນຮັບ, ການຂົນສົ່ງ ແລະ ຄວາມປອດໄພໃນຣະຍະ
ເວລາການແຂ່ງຂັນ
"ພວກເຮົາໄດ້ຮັບຣາຍງານຈາກຄນະກັມມະການທຸກຄນະກ່ຽວກັບການກະກຽມ ປາກົດ
ວ່າໃກ້ຈະເສັດສິ້ນສົມບູນແລ້ວໃນບາງພາກສ່ວນ ແຕ່ບາງພາກສ່ວນກໍຍັງຕ້ອງດຳເນີນ
ການຕໍ່ຕື່ມອີກ" ທ່ານ ດຣ. ພູທອງໄດ້ກ່າວຕໍ່ຜູ້ສື່ຂ່າວ
ເສື້ອ T-Shirt ທີ່ທາງເຈົ້າພາບຜລິດອອກ
ຈຳໜ່າຍໃຫ້ບັນດາຜູ້ເຂົ້າຮ່ວມຊົມຊື້ ເພື່ອ
ສ້າງສີສັນໃຫ້ແກ່ຊີເກມສ໌ຄັ້ງທີ່ 25 (http:
//25thseagames.blogspot.com/)
ການແຂ່ງຂັນກິລາ SEA GAMES ທີ່
ສປປ ລາວ ເປັນເຈົ້າພາບ ຈະຈັດຂຶ້ນລະ
ຫວ່າງວັນທີ 9 ເຖິງ 18 ທັນວາ 2009
ໂດຍຈະມີການແຂ່ງຂັນທັງໝົດ 390 ນັດ
ໃນກິລາ 25 ປະເພດຄື: ແລ່ນແລະລານ,
ລອຍນໍ້າ, ຍິງທະນູ, ແບດມິນຕັນ, ສນຸກເກີ້,
ບິລລຽດ, ມວຍ, ແຂ່ງຣົດຖີບ, ເຕະບານ,
ກອລ໌ຟ, ຢູໂດ, ກາຣາເຕ້, ເຊປັກກະຕໍ້,
ຍິງປືນ, ເທັນນິສ, ປິງປອງ, ວອລເລບອລ,
ມວຍປໍ້າ, ຍົກນໍ້າໜັກ, ມວຍ, ປັນຈະສີລາ,
ເປຕັງ, Fin swimming, diving and
Shuttlecock.
ບັນດາປະເທດຕ່າງໆທີ່ຈະສົ່ງນັກກິລາເຂົ້າ
ແຂ່ງຂັນໃນ SEA GAMES ຄັ້ງທີ 25 ທີ່
ນະຄອນວຽງຈັນ ສປປ ລາວ ຄັ້ງນີ້ ມີທັງ
ໝົດ 11 ປະເທດໃນເອເຊັຽຕະວັນອອກສຽງ
ໃຕ້ ຕາມລຳດັບຕົວ ອັກສອນໂຣມັນດັ່ງນີ້:
ບຣູເຣ, ກຳພູເຈັຽ, ອິນໂດນີເຊັຽ, ລາວ, ມາເລເຊັຽ, ມຽນມາ, ຟີລິບປິນ, ສິງຄະໂປ,
ໄທຍ, ຕີມໍຕະວັນອອກ ແລະ ວຽດນາມ
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ