ຄົ້ນຫາຂໍ້ມູນ

/ languages

Choisir langue
 

ແອຣ໌ ຝຣັ່ງ ຕົກ

228 ຄົນຢູ່ໃນຍົນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/06/2009 10:57 TU

ການຊອກຫາ ຍົນສາຍການບິນ ແອຣ໌ຝຣັ່ງ ຕົກໃນມະຫາສະມຸດ ອັດລັງຕິກReuters

ການຊອກຫາ ຍົນສາຍການບິນ ແອຣ໌ຝຣັ່ງ ຕົກໃນມະຫາສະມຸດ ອັດລັງຕິກ
Reuters

ການຊອກຫາ ຍົນສາຍການບິນ ແອຣ໌ຝຣັ່ງ ຕົກໃນມະຫາສະມຸດ ອັດລັງຕິກ ຍັງດຳເນີນຕໍ່ ໃນນັ້ນມີ 228 ຄົນ, ມາເຖີງປັດຈຸບັນ, ຍັງບໍ່ຮູ້ ຕົ້ນຕໍ່ ຂອງ ອຸປະຕິເຫດເທື່ອ, ຄາດວ່າ ຍົນອາດຖືກ ຟ້າຜ່າ ຕອນຜ່ານລົມພະຍຸ

ຍົນສາຍການບິນ ແອຣ໌ຝຣັ່ງ ແອຣ໌ ບິສ 330-200 ນ້ຳເບີ AF447 ບິນຈາກ ເມືອງ ຣີໂອ ເດິ ແຈນີ່ເອໂຣ ປະເທດ ບເຣຊິນ ໃນມື້ວັນ ອາທິດ 31/05 ແຕ່ 19ໂມງ30 (ເວລາທ້ອງຖິ່ນ-ບເຣຊິນ) ແລະ ຄວນມາເຖີງ ສະນາມບິນ ຣວດສີ່ ຊາກລ໌ ເດິ ໂກ່ນ (ປາຣີ-ຝຣັ່ງ) ມື້ວັນຈັນ 01/06, ເວລາ 11ໂມງ15 (ເວລາທ້ອງຖິ່ນຝຣັ່ງ).

 

ຍົນສາຍການບິນ ແອຣ໌ຝຣັ່ງ ແອຣ໌ ບິສ 330-200Reuters

ຍົນສາຍການບິນ ແອຣ໌ຝຣັ່ງ ແອຣ໌ ບິສ 330-200
Reuters

 

 

ແຕ່ຍົນດັ່ງກ່າວໄດ້ຫາຍສາບສູນ ອອກຈາກ ຈໍສັນຍານການບິນ ຂອງ ລະບົບ ຄອມພີວເຕີ້ ກົມການບີນ ບເຣຊິນ ເວລາ 3ໂມງ33 (ເວລາ ທ້ອງຖິ່ນຝຣັ່ງ), ຄືຫລັງຈາກໄດ້ບີນມາແລ້ວ 3 ຊົ່ວໂມງ ເຄິ່ງ.

 

ປະທານາທິບໍດີ ສ໊າກໂກຊີ ຄາດວ່າ ໂຊກ ທີ່ຈະພົບພໍ້ ຜູ່ທີ່ຍັງມີຊີວິດ ຢູ່ນັ້ນ ມີນ້ອຍເຕັມທີ ແລະເປັນອຸປະຕິເຫດ ທີ່ບໍ່ເຄີຍມີມາ ໃນ ບໍຣິສັດ ສາຍການບິນຝຣັ່ງ ແບບນີ້ຈັກເທື່ອ.

 

ຝຣັ່ງ ຂໍຮ້ອງໃຫ້ ອາເມຣິກາ ຊ່ວຍຊອກຫາ ຍົນ, ແລະ ອາເມຣິກາ ກໍໄດ້ ຕອບຮັບຊ່ວຍ ວ່າຈະອຳນວຍຍົນ ແລະ ດາວທຽມຂອງກອງທັບ ສຳຫລັບຊອກຄົ້າຫາຍົນ ແອຣ໌ ຝຣັ່ງ, ນັບແຕ່ເລີ້ມຕົ້ນມາ ຍົນທະຫານ ບເຣຊິນ ແລະ ຝຣັ່ງ ໄດ້ເພີ້ມການ ຕິດຕາມຊອກຫາ ຍົນຕົກ ຢູ່ບໍ່ຂາດ ລະຍະ.

ບເຣຊິນ ໄດ້ລະດົມ ຍົນ 6 ລຳ, ເອລິກົບແຕ 2 ລຳ ແລະ ເຮືອ 3 ລຳ ໄປຊ່ວຍຊອກຫາຍົນ ໃນທະເລ ທາງພາກຕາເວັນອອກ ຊ່ຽງເໜືອ ໃນວົງເຂດ ທີ່ສົງສັຍວ່າຍົນຕົກຢູ່ໃນບໍຣິເວດນັ້ນ ຊຶ່ງຫ່າງຈາກ ນ່ານຟ້າ ປະເທດ ເຊເນກ່ານ ປະມານ 100 ກລມ.

 

32 ສັນຊາດ ຢູ່ໃນຍົນ

ໃນັ້ນມີ ຝຣັ່ງ 61 ຄົນ, ບເຣຊິນ 58 ຄົນ, ເຍັຽຣະມັນ 26 ຄົນ, ຈີນ 9 ຄົນ, ອິຕາລີ່ 9 ຄົນ ສວິດສ໌ 6 ຄົນ, ອັງກິດ 5 ຄົນ ແລະ ລີບັງ 5 ຄົນ.

ນອກນັ້ນ ຍັງມີ ອົງກຣົ່ວ 4 ຄົນ, ຊໂລວະກີ່ 3 ຄົນ, ນ໊ອກແວເຊີ 3 ຄົນ, ອຽກລັງດ໌ 3 ຄົນ, ອາເມຣິກາ 2 ຄົນ, ໂປໂລຍ 2 ຄົນ, ມາຣົກ 2 ຄົນ ແລະ ເອສປາຍ 2 ຄົນ ແລະ ອື່ນໆອີກ ຫລາຍສັນຊາດ, ຮວມທັງໝົດ ມີ 32 ສັນຊາດ ແລະ 228 ຄົນ.

 

ຍົນສາຍການບິນ ແອຣ໌ຝຣັ່ງ ແອຣ໌ ບິສ 330-200 ລຳນີ້ ໄດ້ເລີ້ມ ບິນມາແຕ່ ວັນທີ 18 ເມສາ 2005, ທັງໝົດບິນມາໄດ້ 18.870 ຊົ່ວໂມງ. ການກວດກາ ສ້ອມແປງ ຄັ້ງສຸດທ້າຍ ແມ່ນ ວັນທີ 16 ເມສາ 2009.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU