ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມ ອາເມຣິກາ-ຣັດເຊັຍ

ການລຸດຜ່ອນອາວຸດ ນີວຄະເລັຽ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 03/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 03/06/2009 15:30 TU

ກອງປະຊຸມ ອາເມຣິກາ-ຣັດເຊັຍ ກ່ຽວກັບ ສັນຍາ ການລຸດຜ່ອນ ອາວຸດ ນີວຄະເລັຽ (START 1)rfibd

ກອງປະຊຸມ ອາເມຣິກາ-ຣັດເຊັຍ ກ່ຽວກັບ ສັນຍາ ການລຸດຜ່ອນ ອາວຸດ ນີວຄະເລັຽ (START 1)
rfibd

ອາເມຣິກາ ແລະ ຣັດເຊັຍ ໄດ້ສີ້ນສຸດການເຈຣະຈາ ແບບປິດລັບ ກ່ຽວກັບ ສັນຍາ ການລຸດຜ່ອນ ອາວຸດ ນີວຄະເລັຽ (START 1) ໃນຕອນບ່າຍມື້ນີ້ ທີ່ ເຊີແນ່ວວ໌, ສ່ວນເນື້ອໃນຂໍ້ຕົກລົງນັ້ນ ອາຈະ ຖືກເປີດເຜີຍ ຕອນປະທານາທິບໍດີ ໂອບາມາ ພົບກັບ ຄູ່ຕຳແໜ່ງ ເວເມເດັບ ທີ່ຄາດໃສ່ ໃນຕົ້ນເດືອນ ກໍຣະກະດາ ວັນທີ 6-8 ທີ່ ກຸງ ມົສກູ່

ຄນະເຈຣະຈາ ອາເມຣິກາ-ຣັດເຊັຍ ໄດ້ຖະແລງການຮ່ວມກັນວ່າ ການ ເຈຣະຈາໃນ 3 ມື້ ຜ່ານມານັ້ນ ໄດ້ສີ້ນສຸດລົງແລ້ວ ໂດຍບໍ່ເປີດເຜີຍ ຫຍັງ ເພີ້ມເຕີມ.

 

ສັນຍາ ການລຸດຜ່ອນ ອາວຸດນີວຄະເລັຽ (START 1) ນີ້ ແມ່ນສັນຍາ ທີ່ໄດ້ເລີ້ມມາ ແຕ່ ປີ 1991 ໃນຈຸດປະສົງ ໃຫ້ມີການລຸດຜ່ອນ ອາວຸດ ນີວຄະເລັຽ ຂອງ ອາເມຣິກາ-ຣັດເຊັຍ ລົງ 1/3 ແລະກຳນົດກໍຈະມາເຖີງ ໃນວັນທີ 5 ທັນວາ 2009.

 

ກອງປະຊຸມຄັ້ງທີ 1 ທີ່ ມົສກູ່ ວັນທີ 19-20 ມິຖຸນາ 2009 ນັ້ນ ຝ່າຍ ຣັດເຊັຍ ຄາດວ່າ ມີຜົນສ້າງສັນດີ.

 

ແຕ່ນັກສັນທັດກໍຣະນີ ຄາດວ່າ ທັງສອງຝ່າຍອາດຕົກລົງກັນບໍ່ໄດ້ ເພາະ ມີບັນຫາ ກ່ຽວກັບ ໂຄງການ ຕິດຕັ້ງ ລະບົບຈະລວດ ຕໍ່ຕ້ານຈະລວດ ຂອງ ອາເມຣິກາ ໃນເອີຣົບ ຊຶ່ງ ອາເມຣິກາ ຖະແລງວ່າ ແມ່ນສຳຫລັບ ໃວ້ປ້ອງກັນ ຈະລວດ ອິຣານ ໃນກໍຣະນີ ຫາກຖືກໂຈມຕີ ແຕ່ ຣດັເຊັຍ ນັ້ນຖືວ່າ ເປັນການນາບຂູ່ ຕໍ່ປະເທດຕົນ.

 

ຣັດເຊັຍ ຕ້ອງການ ໃຫ້ມີຂໍ້ ສົນທະນາ ກ່ຽວກັບການກຳນົດ ຫົວລະເບີດ ນີວຄະເລັຽ ແຕ່ ອາເມຣິກາ ເຫັນວ່າ ຍັງບໍ່ເໝາະສົມເທື່ອ ໃນສະພາບ ການປັດຈຸບັນນີ້ເທື່ອ, ແຕ່ບໍ່ໄດ້ ປະຕິເສດ ຕໍ່ຫລັກການ ພຽງແຕ່ຖືວ່າ ການທຳລາຍ ຫົວລະເບີດນີວຄະເລັຽນັ້ນ ຈະຕ້ອງໃຊ້ຈ່າຍ ຣາຄາແພງ ຫລາຍໂພດ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU