ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໂອບາມາຢ້ຽມຢາມເຍີຣະມັນ

ປະກາດຕຽມພ້ອມ ເຈຣະຈາກັບອີຫຣ່ານ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/06/2009 14:18 TU

ທ່ານປະທານາທິບໍດີອະເມຣິກັນ ບາຣັກ ໂອບາມາ ໃນກອງປະຊຸມໃຫ້ສັມພາດຕໍ່ຜູ້ສື່ຂ່າວຮ່ວມກັນກັບ
ທ່ານນາງອັງເຄີລາ ແມຣ໌ເຄລ ນາຍົກ ຣມຕ ເຍີຣະມັນ ທີ່ເມືອງ Dresden (ພາບ:Reuters)

ທ່ານປະທານາທິບໍດີອະເມຣິກັນ ບາຣັກ ໂອບາມາ ໃນກອງປະຊຸມໃຫ້ສັມພາດຕໍ່ຜູ້ສື່ຂ່າວຮ່ວມກັນກັບ ທ່ານນາງອັງເຄີລາ ແມຣ໌ເຄລ ນາຍົກ ຣມຕ ເຍີຣະມັນ ທີ່ເມືອງ Dresden (ພາບ:Reuters)

ທ່ານປະທານາທິບໍດີອະເມຣິກັນ ບາຣັກ ໂອບາມາ ເດີນທາງອອກຈາກປະເທດ
ອີຢິບ ເຖິງເມືອງ Dresden ປະເທດເຍີຣະມັນໃນມື້ນີ້ (ສຸກ 5 ມິຖຸນາ) ເພື່ອ
ການຢ້ຽມຢາມຢ່າງເປັນທາງການເປັນເວລາໜຶ່ງວັນ ໃນໂອກາດນີ້ທ່ານຍັງເດີນ
ທາງໄປຢ້ຽມຢາມສູນທໍຣະມານຂ້າລ້າງເຜົ່າພັນຊາວຢິວທີ່ເມືອງ Buchenwald
ກ່ອນເດີນທາງມາປະເທດຝຣັ່ງເສດໃນມື້ອື່ນ (ເສົາ 6 ມິຖຸນາ) ເພື່ອຮ່ວມໃນພິທີ
ສລອງວັນຄົບຮອບ 65 ປີຂອງການຍົກພົນຂຶ້ນບົກທີ່ຝັ່ງ Normandie ຂອງ
ຝ່າຍພັນທະມິດໃນສົງຄາມໂລກຄັ້ງທີສອງ ທີ່ຈະຈັດຂື້ນທີ່ສຸສານທະຫານອະເມຣິ
ກັນທີ່ເມືອງ Colleville/Mer ຕໍ່ໜ້າ Omaha Beach

ຢໍ້າ ຕຽມພ້ອມ ເຈຣະຈາກັບອີຫຣ່ານ
ໃນການເປີດປະຊຸມໃຫ້ສັມພາດຕໍ່ຜູ້ສື່ຂ່າວທີ່ເມືອງ Dresden ຮ່ວມກັບນາຍົກ ຣມຕ ເຍີ
ຣະມັນ ທ່ານນາງອັງເຄີລາ ແມຣ໌ເຄລ ທ່ານປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວຢໍ້າ
ອີກເທື່ອໃໝ່ວ່າ ສຫຣ ອະເມຣິກາ ຕຽມພ້ອມແລ້ວທີ່ຈະເຈຣະຈາຢ່າງຈິງຈັງກັບອີຫຣ່ານ
ກ່ຽວກັບປັນຫານິວເຄລັຽ ໂດຍມີການປຶກສາຫາລືກັນຢ່າງໃກ້ຊິດກັບ 6 ປະເທດ "ພວກເຮົາ
ຕ້ອງດຳເນີນການທຸກຢ່າງເພື່ອຍັບຍັ້ງການແຂ່ງຂັນທາງດ້ານອາວຸດນິວເຄລັຽໃນຂົງ
ເຂດຕະວັນອອກກາງ" ທ່ານໂອບາມາໄດ້ກ່າວ

6 ປະເທດທີ່ທ່ານໂອບາມາກ່າວເຖິງປະກອບໄປດ້ວຍ ສະມາຊິກຖາວອນຂອງຄະນະມົນ
ຕຣີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ 5 ປະເທດ: ສຫຣ ອະເມຣິກາ, ສະຫະ
ຣາຊອານາຈັກ, ຝຣັ່ງເສດ, ຣັດເຊັຽ ແລະ ສປ ຈີນ + ປະເທດເຍີຣະມັນ

ທັງ 6 ປະເທດດັ່ງກ່າວ ໄດ້ປະກາດເມື່ອເດືອນເມສາຜ່ານມາວ່າ ຈະເຊື້ອເຊີນອີຫຣ່ານ
ຮ່ວມປະຊຸມປຶກສາຫາລື ທັງນີ້ເພື່ອຊອກຫາທາງອອກຈາກກໍຣະນີພິພາດໃນປັນຫານິວ
ເຄັລຽທີ່ເກີດຂື້ນ

ໜຶ່ງເດືອນຕໍ່ມາ ຝ່າຍອີຫຣ່ານໄດ້ຕອບວ່າ ການປະຊຸມຈະມີຂື້ນໄດ້ກໍຕໍ່ເມື່ອຫລັງການເລືອກ
ຕັ້ງປະທານາທິບໍດີຂອງອີຫຣ່ານທີ່ຈະມີຂຶ້ນໃນວັນທີ 12 ເດືອນມິຖຸນານີ້ເທົ່ານັ້ນ ເທີງຫລັກ
ການທີ່ວ່າຕ້ອງເປັນການເຈຣະຈາ "ທີ່ສ້າງສັນ" ແຕ່ຕົນຈະບໍ່ຍອມຍົກເລີກການກັ່ນທາດຢູ
ເຣນຽມເພື່ອ "ພລັງງານນິວເຄລັຽພົລເຮືອນ" ໃນ ຂນະທີ່ມະຫາອຳນາດຕະວັນຕົກເຊື່ອວ່າ
ອີຫຣ່ານພະຍາຍາມຜລິດອາວຸດນິວເຄລັຽ

ບັນຍາກາດເອື້ອອຳນວຍ
ທ່ານປະທານາທິບໍດີອະເມຣິກັນກ່າວອີກວ່າ ສຫຣ ອະເມຣິກາໄດ້ສ້າງບັນຍາກາດທີ່ເອື້ອ
ອຳນວຍແລ້ວ ເພື່ອຊຸກຍູ້ການເຈຣະຈາສັນຕິພາບໃນຂົງເຂດຕະວັນອອກກາງໃຫ້ກ້າວໄປ
ຂ້າງໜ້າ ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງໃຫ້ອິສຣາເອລແລະຊາວອາຫຣັບທັງມວນ
ຊອກທາງແກ້ໄຂປັນຫາແບບອະລຸ້ມລະຫລ່ວຍ ຜ່ອນສັ້ນຜ່ອນຍາວ ເພື່ອສ້າງສັນຕິພາບໃນ
ຂົງເຂດນີ້ຂອງໂລກ ເຖິງແມ່ນວ່າຈະເປັນການຍາກກໍຕາມ

ນອກຈາກນີ້ຜູ້ນຳອະເມຣິກັນຍັງເຊື່ອໝັ້ນອີກວ່າການເຈ ຣະຈາຈະມີຄວາມຄືບໜ້າຢ່າງແນ່
ນອນໃນປີ 2009 ນີ້ ໃນຂນະທີ່ນາຍົກ ຣມຕ ເຍີຣະມັນ ທ່ານນາງ ອັງເຄີລາ ແມຣ໌ເຄລ
ກໍຢໍ້າວ່າ ທຸກຝ່າຍບໍ່ຄວນປ່ອຍໂອກາດທີ່ສວຍງາມທີ່ ສຫຣ ອະເມຣິກາ ສ້າງຂື້ນນີ້ ໃຫ້
ຜ່ານໄປໂດຍບໍ່ເກີດປະໂຫຍດຕໍ່ສັນຕິພາບ

ກ່ຽວກັບພາວະໂລກຮ້ອນ
ໃນສ່ວນທີ່ກ່ຽວກັບປັນຫາພາວະໂລກຮ້ອນ ທ່ານປະທານາທິບໍດີ ບາຣັກ ໂອບາມາ ກໍກ່າວ
ວ່າທ່ານມີຄວາມຫວັງວ່າປະເທດຂອງທ່ານຈະມີບົດບາດນຳເພື່ອຕໍ່ສູ້ກັບປັນຫາພາວະ
ໂລກຮ້ອນນີ້ "ສຫຣ ອະເມຣິກາພ້ອມແລ້ວທີ່ຈະປະກອບສ່ວນນຳ ສຫພ ຢຸໂຣບ ທີ່ມີຄວາມ
ກ້າວໜ້າກວ່າພວກເຮົາ ໃນຄວາມພະຍາຍາມແກ້ໄຂພາວະໂລກຮ້ອນນີ້" ທ່ານໂອບາມາ
ໄດ້ກ່າວ

ສຫຣ ອະເມຣິກາເປັນປະເທດທີ່ປ່ອຍກ໊າສ CO2 ສ້າງມົນພາວະຫລາຍທີ່ສຸດໃນໂລກ
ຊຶ່ງເປັນສາເຫດເຮັດໃຫ້ອຸນຫະພູມຜິວໂລກສູງຂື້ນ.....ເມື່ອບໍ່ນານມານີ້ຣັຖສະພາອະເມ
ຣິກັນໄດ້ຜ່ານມະຕິລົດຜ່ອນການປ່ອຍກ໊າສ CO2 ຈາກນີ້ເຖິງປີ 2020 ໃຫ້ໄດ້ 17%
ເມື່ອທຽບກັບຣະດັບການປ່ອຍຂອງປີ 2005

ຣັຖບານເກົ່າຂອງອດີດປະທານາທິບໍດີ GWB ໄດ້ປະກາດຖອນ ສຫຣ ອະເມຣິກາ ອອກ
ຈາກສົນທິສັນຍາກຽວໂຕວ່າດ້ວຍການລົດຜ່ອນອຸນຫະພູມຜິວໂລກ ທັງນີ້ເພາະ GWB
ກ່າວຫາວ່າສົນທິສັນຍານີ້ບໍ່ວາງເປົ້າໝາຍທີ່ເປັນຕົວເລກໃດໆໃຫ້ແກ່ບັນດາປະເທດທີ່
ກຳລັງພັທນານຳປະຕິບັດເລີຍ

ປະຊາຄົມນາໆຊາດພາຍໃຕ້ການອຸປຖັມຂອງອົງການສະຫະປະຊາຊາດຈະຈັດກອງປະ
ຊຸມທີ່ກຸງໂຄເປັນເຮເກັນ ປະເທດເດັນມາກ ໃນເດືອນທັນວາໜ້ານີ້ ເພື່ອສ້າງຕັ້ງສົນທິສັນ
ຍາສບັບໃໝ່ທົດແທນສົນທິສັນຍາກຽວໂຕ ທີ່ຈະໝົດອາຍຸລົງໃນປີ 2012

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU