ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໂອບາມາ/ຊ໊າກໂກສີ

ພົບກັນ ທີ່ ເມືອງກັງ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/06/2009 14:22 TU

ມື້ນີ້ ທີ່ເມືອງ ກັ້ງ ພາກເໜືອ ປະທດຝຣັ່ງ : ບັນດາ ປະທານາທິບໍດີ ອາເມຣິກາ ແລະຝຣັ່ງ ບາຣັກ ໂອບາມາ ແລະນິກໂກລາ ຊ໊າກໂກສີ ໃນພິທີ ລະລຶກຄົບຮອບ ໖໕ ປີ ແຫ່ງການຂື້ນບົກ ຂອງກຳລັງ ພັນທະມິດ ອາເມຣິກາ ທີ່ເມືອງ ນອກມັງດີ໋ ເມື່ອສມັຍ ສົງຄາມໂລກ ຄັ້ງທີສອງ (ພາບ : Reuters)

ມື້ນີ້ ທີ່ເມືອງ ກັ້ງ ພາກເໜືອ ປະທດຝຣັ່ງ : ບັນດາ ປະທານາທິບໍດີ ອາເມຣິກາ ແລະຝຣັ່ງ ບາຣັກ ໂອບາມາ ແລະນິກໂກລາ ຊ໊າກໂກສີ ໃນພິທີ ລະລຶກຄົບຮອບ ໖໕ ປີ ແຫ່ງການຂື້ນບົກ ຂອງກຳລັງ ພັນທະມິດ ອາເມຣິກາ ທີ່ເມືອງ ນອກມັງດີ໋ ເມື່ອສມັຍ ສົງຄາມໂລກ ຄັ້ງທີສອງ (ພາບ : Reuters)

ປະທານາ ທິບໍດີ ຝຣັ່ງ ແລະນິກໂກລາ ຊ໊າກໂກສີ ແລະ ປະທານາ ທິບໍດີ ອາເມຣິກາ ບາຣັກ ໂອບາມາ ພົບພໍ້ກັນ ທີ່ ເມືອງກັງ ໃນມື້ນີ້ ສົນທະນາຫາລື ບັນຫາ ອີ່ຣານ ແລະເຂດ ຕາເວນອອກກາງ ໃນໂອກາດ ຮ່ວມໃນພິທີ ລະລຶກຄົບຮອບ ໖໕ ປີ ແຫ່ງການ ຂື້ນບົກ ຂອງກຳລັງ ພັນທະມິດ ອາເມຣິກາ ທີ່ເມືອງ ນອກມັງດີ໋ ເມື່ອສມັຍ ສົງຄາມໂລກ ຄັ້ງທີສອງ.

ຫັຼງຈາກຢ້ຽມ ປະເທດ ເຍັຽຣະມັນ ດ້ວຍການຜ່ານຢ້ຽມເມືອງ ແດຣດສ໌ ທີ່ຖືກທຳລາຍ ຈາກການຖລົ່ມຣະເບີດ ຂອງກຳລັງ ພົນທະມິດ ເມື່ອປີ ໑໙໔໕ ແລະຜ່ານຢ້ຽມ ສູນກັງຂັງຊາວຍີວ ທີ່ເມືອງ ບຸດຊັນໂວນດ໌ ມື້ວານນີ້ ໃນມື້ນີ້ ແລະມື້ອື່ນ ທ່ານ ບາຣັກ ໂອບາມາ ມ້ວນທ້າຍ ການມາເອີ່ຣົປ ທີ່ປະເທດຝຣັ່ງ.
ໃນຕອນເຊົ້າ ທ່ານ ໂອບາມາພ້ອມດ້ວຍ ພັລຍາ ຍານາງ ມີແຊນ ຮ່ວມກັບ ປະທານ ນິກໂກລາ ຊ໊າກໂກສີ ພ້ອມພັລຍາ ຢ້ຽມຢາມ ອະນຸສະຖານ ທີ່ໂສກນາຕກັມທີ່ສຸດ ແຫ່ງໜື່ງ ແຫ່ງປວັດສາດ ຂອງ ທະວີບເອີ່ຣົປ ອັນໄດ້ແກ່ ສຸສານປ່າຊ້າ "ໂກນລ໌ວີນລ໌ສວກແມກຣ໌" ຫຼຸມຝັງສົບ ທະຫານອາເມຣິກາ ໙ ໓໘໗ ຫຼຸມ ທີ່ເສັຽຊີວິດ ໃນສົງຄາມເມື່ອປີ ໑໙໔໔.

ບັນດາສັດຕຣີ ໝາຍເລກໜື່ງ ອາເມຣິກາ ແລະຝຣັ່ງ ທີ່ຕິດຕາມ ບັນສາມີຜູ່ນຳ, ມີແຊນ ໂອບາມາ ແລະ ກ໊າກລາ ບຣູຍນີ-ຊ໊າກໂກສີ (ພາບ : Reuters)

ບັນດາສັດຕຣີ ໝາຍເລກໜື່ງ ອາເມຣິກາ ແລະຝຣັ່ງ ທີ່ຕິດຕາມ ບັນສາມີຜູ່ນຳ, ມີແຊນ ໂອບາມາ ແລະ ກ໊າກລາ ບຣູຍນີ-ຊ໊າກໂກສີ (ພາບ : Reuters)

ຕອນບ່າຍ ບັນດາທ່ານ ປະທານາ ທິບໍດີ ອາເມຣິກາ ແລະຝຣັ່ງ ໄດ້ຮ່ວມພິທີ ລະລືກເຖີງ ເຫດການ ຍົກພົນຂື້ນບົກ ຂອງກຳລັງ ພັນທະມິດ ທີ່ເມືອງ ນອກມັງດີ໋. ໃນພີທີດັ່ງກ່າວ ນອກຈາກ ບັນດາປະທານ ສອງ ທ່ານແລ້ວ ກໍຍັງມີ ບັນດານາຍົກ ການາດາ ແລະອັງກິດ ສເຕ່ຟານ ຮ໊າກເປີກ ແລະ ກອກດອນ ບຣາວ ພ້ອມເຈົ້າ ຟ້າຊາຍ ຊ໊າກເລິ ນຳອີກ ດ້ວຍ. ທົບທວນໃຫ້ຊາບວ່າ ທຸກໆ ວັນທີ ໖ ມິຖຸນາ ປະທານາທິບໍດີ ອາເມຣິກາ ທຸກທ່ານ ນັບແຕ່ ທ່ານ ຈີມມີ ກາກເຕີກ ມາ (ຍົກເວັ້ນ ທ່ານ ຊ໊ອກ ບຸດສ໌ ພໍ່) ແມ່ນໄດ້ມາຢ້ຽມ ແລະຮ່ວມພິທີ ໄວ້ອາລັຍ ແດ່ດວງວີນຍານ ຂອງນັກຣົບ ເສັຽຊີວິດ ດັ່ງກ່າວນີ້ສເມີ.

ແຕ່ວ່າ ໃນວາຣະ ຮ່ວມພິທີ ລະລືກຄົບຮອບ ໖໕ ປີ ແຫ່ງການສະຣະຊີບ ທະຫານໃນສົງຄາມໂລກ ຄັ້ງທີສອງ ໃນມື້ນີ້ນັ້ນ ບັນດາທ່ານ ໂອບາມາແລະ ຊ໊າກໂຄສີ ຍັງໄດ້ຖືໂອກາດ ສົນທະນາ ຫາລືກັນ ກ່ຽວແກ່ ບັນຫາ ປະເທດອີ່ຣານ ແລະບັນຫາເຂດ ຕາເວັນອອກກາງ ຊື່ງຝ່າຍປະທານ ຝຣັ່ງ ມີຈຸດປະສົງ ຢາກສແດງໃຫ້ເຫັນ ເຖີງຄວາມ ເປັນເອກສັນ ການມອງແລະແກ້ໄຂ ບັນຫາ ສອງປະເດນດັ່ງກ່າວ.
ທ່າທີ ຂອງຝຣັ່ງ ດັ່ງກ່າວ ແມ່ນສືບເນື່ອງມາຈາກ ທີ່ ປະທານ ໂອບາມາ ໄດ້ສແດງທ່າທີ ແຕກຕ່າງກັບ ຜູ່ນຳຄົນກ່ອນ ວ່າດ້ວຍທ່າສຫະຣັຖ ຕໍ່ໜ້າ ກໍຣະນີ ອີ່ຣ໊ານແລະ ເຂດຕາເວັນອອກກາງ ແລະທ່ານໄດ້ສແດງທ່າທີ ເປີດກວ້າງ ຫາຊາວມຸສລິມ ໃນທັນທີທີ່ທ່ານ ໂອບາມາ ໄດ້ຂື້ນກຳຕຳແໜ່ງ ປະທານາທິບໍດີ ອາເມຣິກາ. ຊື່ງໃນທັນທີ ປະເທດຝຣັ່ງກໍໄດ້ ສັນລະເສີນ ໃນ "ການມອງການໄກ ແລະທ່າທີເປີດກວ້າງ" ຂອງຜູ່ນຳຄົນໃໝ່ ອາເມຣິກາ ເຊັ່ນດຽວກັນ.

ຢ່າງໃດ໋ກໍດີ ຫັຼງຈາກໄດ້ຢ້ຽມຊົມ ກຸງຣີຢາດ, ກຸງ ເລີ່ແກ໊ກ, ເມືອງ ແດຣດສ໌ ແລະນອກມັງດີ໋ ແລ້ວ ສະມາຊິກຄອບຄົວ ຂອງປະທານ ອາເມຣິກັນ ໝາຍມີ ພັລະຍາ ນານາງ ມີແຊນລ໌ ບຸດສາວທັງສອງ ມາລີອາ ໑໐ ປີ ແລະ ສາຊ້າ ໗ ປີ ກໍຈະຖືໂອກາດ ຢ້ຽມຢາມທ່ອງທ່ຽວ ນະຄອນຫຼວງ ປາຣີສ໌ ກັນ. ໃນມື້ແລງນີ້ ຄອບຄົວ ໂອບາມາ ມີລາຍການຢ້ຽມຊົມ ໂບດສວຍງາມລືຊ່າ ໂນດເຕຣີດາມ ເດີ ປາຣີສ໌. ໃນມື້ອື່ນເຊົ້າ ແມ່ນລາຍການຊົມສະເພາະ ສູນວັທນະທັມ ຊ໊ອກ ປົມປີດູ. ໃນຕອນຍ່າຍ ທ່ານ ໂອບາມາ ຈະອອກເດີນທາງກັບ ສ່ວນສະມາຊິກ ຄອບຄົວ ໂອບາມາ ຍັງຈະຢູ່ຕໍ່ຮອດມື້ວັນຈັນ ເພື່ອສືບຕໍ່ ການຢ້ຽມຢາມ ວັທນະທັມ ແລະມີລາຍການ ພົບພໍ້ຄູ່ສາມີພັລຍາ ປະທານາທິບໍດີ ຝຣັ່ງ ກ່ອນຈະກັບ ສຫະຣັຖ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU