ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຫະພາບ ເອີ່ຣົປ

ເລືອກຕັ້ງ ຜູ່ແທນ ມື້ສຸດທ້າຍ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 07/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 07/06/2009 13:44 TU

ຫ້ອງການເລືອກຕັ້ງ ສະມາຊິກ ສະພາເອີ່ຣົປ ແຫ່ງໜື່ງ ທີ່ເມືອງ ມ໊າກໃຊ໊ ພາກໃຕ້ ຂອງປະເທດຝຣັ່ງ ມື້ເຊົ້ານີ້ (ພາບ : Reuters)

ຫ້ອງການເລືອກຕັ້ງ ສະມາຊິກ ສະພາເອີ່ຣົປ ແຫ່ງໜື່ງ ທີ່ເມືອງ ມ໊າກໃຊ໊ ພາກໃຕ້ ຂອງປະເທດຝຣັ່ງ ມື້ເຊົ້ານີ້ (ພາບ : Reuters)

ໃນມື້ນີ້ ພົລເມືອງ ຂອງອີກ ໑໙ ປະເທດສະມາຊິກ ຂອງສຫະພາບ ເອີ່ຣົປ ເປັນຝ່າຍມ້ວນທ້າຍ ໄປປ່ອນບັດ ເລືອກຕັ້ງ ທີ່ເລີ່ມມາ ຕັ້ງແຕ່ ມື້ວັນພະຫັດ. ໂດຍລວມແລ້ວ ປາກົດວ່າ ຜູ່ໄປໄຊ້ສິດ ປ່ອນບັດ ຈະໜ້ອຍກວ່າ ຄັ້ງເມື່ອປີ ໒໐໐໔ ແລະອີງຕາມ ການ ຢັ່ງສຽງ ສອບປາກຄຳ ແລ້ວ ກໍປາກົດ ອອກມາວ່າ ພັກຝ່າຍຕ້ານ ການສ້າງ ສຫະພາບ ຄືບໜ້າຂື້ນຫຼາຍ.

ມາຣາທອນ ປ່ອນບັດສືບຕໍ່ ໃນມື້ນີ້ ໂດຍແມ່ນພົລເມືອງ ຂອງອີກ ໑໙ ປະເທດ ສະມາຊິກ ຂອງສຫະພາບ ເອີ່ຣົປ ໄປປ່ອນບັດ ເລືອກຕັ້ງ ຕາມຫ້ອງການ ປ່ອນບັດຕ່າງໆ ທີ່ໄຂຕັ້ງແຕ່ຕອນເຊົ້າ ແລະກວ່າຈະປິດ ກໍເມື່ອໃນເວລາ ໒໐ ໂມງເທົ່ານັ້ນ ສຳລັບບາງເຂດ.
ການປ່ອນບັດ ໃນມື້ນີ້ ເປັນການມ້ວນທ້າຍ ການເລືອກຕັ້ງ ໔ ມື້ ທີ່ເລີ່ມມາ ຕັ້ງແຕ່ ມື້ວັນພະຫັດ ໂດຍມີບັນດາ ປະເທດ ອັງກິດແລະ ໂຮນລົງເດີ ເປັນຝ່າຍເປີດ ປະຖົມມະເລີກ ຕິດຕາມດ້ວຍ ບັນດາ ປະເທດ ອ໊ຽກລັງເດີ ແລະເຊັ໊ກກ໌ ມື້ວັນສຸກ ແລະມີບັນດາປະເທດ ສະໂລ່ຫວັກກ໌ ເລ່ຕ໋ອນນີ ມານລ໌ເຕີ ແລະ ຊີບເປີຣ໌ ໃນມື້ວັນເສົາ.

ຫ້ອງການ ເລືອກຕັ້ງ ສະມາຊິກ ສະພາ ເອີ່ຣົປ ແຫ່ງໜື່ງ ທີ່ປະເທດ ຣູມານີ ສະມາຊິກ ນ້ອງໃໝ່ ຂອງສຫະພາບ ໒໗<br />(ພາບ : Reuters)

ຫ້ອງການ ເລືອກຕັ້ງ ສະມາຊິກ ສະພາ ເອີ່ຣົປ ແຫ່ງໜື່ງ ທີ່ປະເທດ ຣູມານີ ສະມາຊິກ ນ້ອງໃໝ່ ຂອງສຫະພາບ ໒໗
(ພາບ : Reuters)

ການເລືອກຕັ້ງ ຜູ່ແທນຣາສດອນ ສະພາເອີ່ຣົປຊຸດ ໒໐໐໙ ນີ້ ປະຊາ ຊົນ ສຫະພາບ ເອີ່ຣົປ ໒໗ ປະເທດ ມີໜ້າທີ່ ເລືອກເອົາ ຜູ່ຕ່າງໜ້າ ຂອງຕົນ ໄປນັ່ງໃນສະພາ ທັງໝົດ ໗໓໖ ທ່ານດ້ວຍກັນ ສ່ວນຜົນ ຂອງ ການເລືອກຕັ້ງນັ້ນ ຈະມີການ ປະກາດ ຢ່າງເປັນທາງ ການ ພ້ອມໆກັນ ທັງ ໒໗ ປະເທດ ພາທີ ໃນເວລາ ໒໐ ໂມງ ເວລາ ມາຕະຖານ ສາກົນ.

ຫາກແຕ່ ກໍເປັນທີ່ສັງເກດໄດ້ເຖີງ ທ່າອ່ຽງ ຂອງການເລືອກຕັ້ງ ຄັ້ງນີ້ ໄດ້ວ່າ ໂດຍລວມແລ້ວ ພັກການເມືອງ ຝ່າຍຕ້ານ ການສ້າງສຫະພາບ ຄືບໜ້າຂື້ນຫຼາຍ ເຊັ່ນຕົວຢ່າງ ທີ່ປະເທດ ໂຮນລັງເດີ ອີງຕາມການ ຢັ່ງສຽງ ສອບປາກຄຳແລ້ວ ປາກົດວ່າ ພັກຂວາຈັດ ຕ້ານສຫະພາບ ໄດ້ຄະແນນສຽງ ໄປເຖີງ ໑໗ % ລ້ຳໜ້າພັກ ການເມືອງ ອັນດັບສອງ ຂອງປະເທດໄປ.
ນອກຈາກນີ້ ກໍສາມາດ ຄາດຄະເນໄດ້ວ່າ ຜູ່ໄປໄຊ້ສິດ ປ່ອນບັດ ຈະໜ້ອຍ ກວ່າ ຄັ້ງເມື່ອປີ ໒໐໐໔ ທີ່ມີຜູ່ມີສິດໄຊ້ສິດ ໄດປ່ອນບັດ ບໍ່ຮອດເຄີ່ງ ຄືມີ ພຽງ ໔໕,໔ % ເທົ່ານັ້ນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU