ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝຣັ່ງເສດ: ຜົນການເລືອກຕັ້ງ ສະມາຊິກ ສະພາຢຸໂຣບ

ພັກ UMP ຝ່າຍຣັຖບານ ກຳໄຊຊະນະ ສວຍງາມ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 08/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 08/06/2009 13:26 TU

ທ່ານ Daniel Cohn-Bendit ຫົວໜ້າພັກຂຽວອະນຸຣັກທັມມະຊາດ ກຳລັງກ່າວສແດງຄວາມດີໃຈ
ຫລັງຈາກການປະກາດຜົນການເລືອກຕັ້ງສະມາຊິກສະພາຢຸໂຣບເມື່ອວານນີ້ (ອາທິດ 7 ມິຖຸນາ 2009) ຊຶ່ງຄະແນນສຽງຂອງພັກຂອງເພີ່ນພຸ່ງຂື້ນປານຈຣວດ ໄດ້ອັນດັບທີສາມ 16,28% (ພາບ: Reuters)

ທ່ານ Daniel Cohn-Bendit ຫົວໜ້າພັກຂຽວອະນຸຣັກທັມມະຊາດ ກຳລັງກ່າວສແດງຄວາມດີໃຈ ຫລັງຈາກການປະກາດຜົນການເລືອກຕັ້ງສະມາຊິກສະພາຢຸໂຣບເມື່ອວານນີ້ (ອາທິດ 7 ມິຖຸນາ 2009) ຊຶ່ງຄະແນນສຽງຂອງພັກຂອງເພີ່ນພຸ່ງຂື້ນປານຈຣວດ ໄດ້ອັນດັບທີສາມ 16,28% (ພາບ: Reuters)

ພັກການເມືອງ UMP ຂອງຝ່າຍຣັຖບານກຳໄຊຊະນະສວຍງາມໃນການເລືອກ
ຕັ້ງສະມາຊິກສະພາຢຸໂຣບເມື່ອວານນີ້ ໂດຍໄດ້ຮັບຄະແນນສຽງເຖິງ 28,87%
ຕິດຕາມມາເປັນອັນດັບທີສອງແມ່ນພັກ ສັງຄົມນິຍົມ ທີ່ໄດ້ພຽງ16,48% ເທົ່າ
ນັ້ນ ຖືໄດ້ວ່າເປັນຄະແນນທີ່ຕົກຕໍ່າທີ່ສຸດເມື່ອປຽບທຽບກັບການເລືອກຕັ້ງສະມາ
ຊິກສະພາຢຸໂຣບຄັ້ງຜ່ານມາເມື່ອປີ 2004

ອັນດັບທີ່ສາມໄດ້ແກ່ພັກຂຽວອະນຸຣັກທັມມະຊາດ ທີ່ໄດ້ຄະແນນເຖິງ 16,28%
ເປັນຄະແນນສຽງທີ່ພຸ່ງຂຶ້ນປານຈຣວດ ແລະນ້ອຍກວ່າພັກສັງຄົມນິຍົມພຽງ
0,2% ເທົ່ານັ້ນ ສະແດງໃຫ້ເຫັນວ່າພັກຂຽວໄດ້ດຶງເອົາຄະແນນສຽງຂອງພັກ
ສັງຄົມນິຍົມໄປເປັນຈຳນວນມາກ

ພັກການເມືອງທີ່ຖືວ່າປລາໄຊຢ່າງເຈັບແສບອີກພັກໜຶ່ງກໍຄືພັກ Modem ແນວຄິດກາງ
ຂວາຂອງທ່ານ François Bayrou ທີ່ຕໍ່ຕ້ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ
ຢ່າງໜັກ ພັກດັ່ງກ່າວໄດ້ຮັບຄະ ແນນສຽງພຽງ 8,4% ເທົ່ານັ້ນ

ໝາຍຄວາມວ່າຕໍ່າກວ່າ 10% ທີ່ຖືວ່າເປັນຂີດແດງຂອງຄະແນນຕໍ່າສຸດ ຖ້າພັກການ
ເມືອງໃດໄດ້ຄະແນນສຽງຕໍ່າກວ່ານີ້ ຖືວ່າເປັນການຕົກຕໍ່າຂນາດໜັກ

ຢ່າງໃດກໍຕາມ ຕົວເລກການນອນຫລັບທັບສິດ ບໍ່ໄປລົງຄະແນນສຽງເລືອກຕັ້ງຄັ້ງນີ້ ເປັນ
ຕົວເລກທີ່ສູງທີ່ສຸດບໍ່ເຄີຍມີມາກ່ອນ ຄືສູງເຖິງ 59,52% ໝາຍຄວາມວ່າຫລາຍກວ່າການ
ນອນຫລັບທັບສິດໃນການເລືອກຕັ້ງສະມາຊິກສະພາຢຸໂຣບເມື່ອປີ 2004 ທີ່ມີ 59,38%

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ໄດ້ສແດງຄວາມຊື່ນຊົມຍິນດີຕໍ່ຜົນການເລືອກ
ຕັ້ງຄັ້ງນີ້ພ້ອມທັງປະກາດວ່າຈະສືບຕໍ່ນະໂຍບາຍການປະຕິຮູບຕໍ່ໄປ ໂດຍຈະປະກາດແຜນ
ປະຕິຮູບໃໝ່ອີກໃນໄວໆນີ້

ນອກຈາກນີ້ ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ກໍຍັງມີຄວາມປະສົງຈະຕ້ອນຮັບ
ພົບປະຫາລືກັບຫົວໜ້າພັກການເມືອງທຸກພັກທີ່ຈະມີທີ່ນັ່ງໃນສະພາຢຸໂຣບຫລັງຈາກການ
ເລືອກຕັ້ງຄັ້ງນີ ທ່ານໄດ້ກະໄວ້ວ່າຈະທຳການຕ້ອນຮັບພົບປະຫາລືກັບບັນດາຫົວໜ້າພັກ
ການເມືອງເຫລົ່ານັ້ນ ກ່ອນກອງປະຊຸມສຸດຍອດ ສຫພ ຢຸໂຣບ ທີ່ຈະມີຂຶ້ນໃນວັນທີ 18 –
19 ມິຖຸນາທີ່ຈະເຖິງນີ້

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU