ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວຄືບໜ້າ ອຸບັດຕິເຫດ ເຮືອບິນ A-330

Air France ຈະດຳເນີນການປ່ຽນ ອາໄຫລ່ ຄວບຄຸມຄວາມໄວ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/06/2009 14:06 TU

ໜ່ວຍຊອກຄົ້ນຂອງກອງທັບເຮືອບຣາຊິລກໍາ
ລັງກູ້ເອົາປີກທ້າຍຂອງ A-330 ຂອງ Air
France ທີ່ເກີດອຸບັດຕິເຫດ (Reuters)

ໜ່ວຍຊອກຄົ້ນຂອງກອງທັບເຮືອບຣາຊິລກໍາ ລັງກູ້ເອົາປີກທ້າຍຂອງ A-330 ຂອງ Air France ທີ່ເກີດອຸບັດຕິເຫດ (Reuters)

ບໍຣິສັດສາຍການບິນ Air France
ຈະດຳເນີນການປ່ຽນ "Pitot probes"
ຂອງເຮືອບິນ A-330 ແລະ A-340
ໂດຍໄວ ໂດຍກໍານົດຕາລາງເວລາການ
ປ່ຽນແປງຢ່າງຄັກແນ່....

"Pitot probes" ກໍຄືອາໄຫລ່ທີ່ໃຊ້ສໍາ
ລັບຄວບຄວບຄຸມຄວາມໄວຂອງເຮືອບິນ
ປະເພດນີ້ທີ່ຜລິດໂດຍ Airbus ຂອງຢຸ
ໂຣບ

Air France ປະກາດດັ່ງກ່າວ ຍ້ອນໄດ້ຮັບຄວາມກົດດັນຈາກອົງການຈັດຕັ້ງ
ກັມມະບານນັກບິນສຽງສ່ວນນ້ອຍ "ALTER" ທີ່ໄດ້ຮຽກຮ້ອງພະນັກງານ ທັງ
ທີ່ເປັນນັກບິນແລະຝ່າຍເມຄານິກ ໃຫ້ພາກັນປະຕິເສດການປະຕິບັດໜ້າທີ່ເທິງ
ເຮືອບິນ A-330 ແລະ A-340 ຈົນກວ່າຈະມີການປ່ຽນອາໄຫລ່ຄວບຄຸມຄວາມ
ໄວ ຢ່າງນ້ອຍສອງຕົວໃນຈໍານວນທັງໝົດສາມຕົວຂອງເຮືອບິນ

ສາເຫດທີ່ຍັງບໍ່ໄດ້ຮັບການຢືນຢັນ
ກ່ອນໜ້ານີ້ບໍຣິສັດ Airbus, Air France ແລະ ເຈົ້າໜ້າທີ່ສອບສວນຫາສາເຫດຂອງ
ອຸບັດຕິເຫດ ຍັງບໍ່ໄດ້ໃຫ້ການຢືນຢັນຄັກແນ່ວ່າອາໄຫລ່ວັດຄວາມໄວ (Pitot probes)
ເປັນສາເຫດຂອງອຸບັດຕິເຫດ

ແຕ່ກໍໄດ້ແຈ້ງໃຫ້ຊາບວ່າ "Pitot probes" ບັນທຶກຄວາມໄວບໍ່ສມໍ່າສເມີເພາະເກີດການ
ກ້າມຕົວຍ້ອນບໍ່ສາມາດທົນຄວາມໜາວເຢັນໃນທີ່ສູງໄດ້ ແລະ ສົ່ງຂໍ້ມູນຄວາມໄວທີ່ຜິດ
ພາດໃຫ້ແກ່ນັກບິນເຖິງ 24 ຄັ້ງ ຈຶ່ງເຮັດໃຫ້ນັກບິນຜ່ອນຄວາມໄວລົງ ຫລື ເລັ່ງຄວາມໄວ
ຂື້ນ ຈົນເກີດອຸບັດຕິເຫດ

ຢ່າງໃດກໍຕາມ ທ່ານ Erick Derivry ໂຄສົກກັມມະບານສຽງສ່ວນຫລາຍຂອງ Air
France ຄືກັມມະບານ "SNPL" ກໍໄດ້ອອກມາໃຫ້ສັມພາດຕໍ່ຜູ້ສື່ຂ່າວວ່າ ຈົນຮອດປັດ
ຈຸບັນນີ້ຍັງບໍ່ມີຂໍ້ມູນທີ່ຊີ້ໃຫ້ເຫັນຄັກແນ່ວ່າອຸບັດຕິເຫດມີສ່ວນກ່ຽວຂ້ອງກັບອາໄຫລ່ວັດຄວາມ
ໄວ ພຽງແຕ່ວ່າອາດມີຄວາມເປັນໄປໄດ້ ເທົ່ານັ້ນ.....

ເຮືອບິນໂດຍສານ A-330 ຂອງສາຍການບິນ Air France ຖ້ຽວບິນ AF-447 ພ້ອມ
ຜູ້ໂດຍສານແລະພະນັກງານເຮືອບິນ 228 ຄົນ ໄດ້ເກີດອຸບັດຕິເຫດຕົກໃນມະຫາສມຸດ
ແອຕແລນຕິກເມື່ອຄືນ ວັນທີ 31 ພຶສພາ ຕໍ່ວັນທີ 1 ມິຖຸນາຜ່ານມາ ໃນຂນະທີ່ບິນຈາກ
ກຸງ Rio de Janeiro ປະເທດບຣາຊິລ ມຸ່ງໜ້າສູ່ກຸງປາຣີສ ປະເທດຝຣັ່ງເສດ ເປັນອຸ
ບັດຕິເຫດທີ່ຮ້າຍແຮງທີ່ສຸດໃນປວັດສາດ 75 ປີຂອງ Air France Air France

ຮູ້ປັນຫາມາດົນແລ້ວ
ສໍານັກຂ່າວ AFP ເຜີຍໃຫ້ຊາບວ່າ ເມື່ອເດືອນພະຈິກ ປີ 2008 Air France ເອງກໍ
ເຄີຍສົ່ງບັນທຶກເຕືອນບັນດານັກບິນມາກ່ອນແລ້ວກ່ຽວກັບປັນຫາຂໍ້ມູນຄວາມໄວຜິດປົກຕິ
ທີ່ "Pitot probes" ສົ່ງໃຫ້ນັກບິນ ແລະ ນັກບິນຜູ້ຊ່ວຍຫລາຍຄັ້ງ ນອກຈາກນີ້ການຄວບ
ຄຸມການບິນອັຕໂນມັດກໍໃຊ້ການບໍ່ໄດ້ຫລາຍຄັ້ງ ສຳນັກຂ່າວ AFP ລາຍງານວ່ານັກບິນ
ສອງຄົນທີ່ບໍ່ປະສົງອອກນາມ ກໍໃຫ້ການຢືນຢັນຕໍ່ກະແສຂ່າວນີ້

ຢ່າງໃດກໍຕາມ ໂຄສົກຂອງ Air France ໄດ້ອອກມາຖແລງວ່າ ແຕ່ນັ້ນມາເຮືອໂດຍ
ສານປະເພດ A-330 ທຸກລໍາຂອງບໍຣິສັດໄດ້ຮັບການປ່ຽນ "Pitot probes" ຢ່າງນ້ອຍ
ໜຶ່ງຕົວຈາກທັງໝົດສາມ ສ່ວນທີ່ເຫລືອຈະໄດ້ຮັບການປ່ຽນຕາມພາຍຫລັງ

ເຖິງປານນັ້ນກໍຕາມ ໃນຖແລງການທີ່ເຜີຍແຜ່ອອກເມື່ອວັນເສົາຜ່ານມາ Air France
ໄດ້ແຈ້ງໃຫ້ຮູ້ວ່າ ກ່ອນເກີດອຸບັດຕິເຫດຂອງຖ້ຽວບິນ AF-447 ໄດ້ເກີດມີການຂັດ ແຍ່ງ
ກັນລະຫວ່າງ Air France ແລະ Airbus ກ່ຽວກັບປັນຫາທີ່ວ່າຈະປ່ຽນ "Pitot
probes" ຫລືບໍ່

ສາຍການບິນອື່ນໆຄອຍຖ້າຄໍາແນະນໍາຂອງ Airbus
ອີກດ້ານໜຶ່ງ ຜູ້ຕາງໜ້າບັນດາບໍຣິສັດການບິນຫລາຍບໍຣິສັດທີ່ຮ່ວມປະຊຸມປະຈໍາປີຂອງ
IATA (International Air Transport Association) ທີ່ກຸງກວາລາລັມເປີ ປະເທດ
ມາເລເຊັຽໃນມື້ນີ້ ຍັງສແດງຄວາມໄວ້ວາງໃຈວ່າ A-330 ແລະ A-340 ເປັນເຄື່ອງບິນ
ທີ່ມີຄວາມແນ່ນອນ ແລະວ່າໃນປັດຈຸບັນຍັງບໍ່ພົບເຫດຜົນໃດໆທີ່ຈະຕ້ອງມີການສອບສວນ
ກ່ຽວກັບອາໄຫລ່ຄວບຄຸມຄວາມໄວ

"ຂ່າວກ່ຽວກັບ Pitot probes ແມ່ນຂ່າວທີ່ແຜ່ອອກໂດຍບັນດາສື່ຕ່າງໆ ແຕ່ພວກເຮົາ
ຍັງບໍ່ຮູ້ຄັກແນ່ວ່າມັນເປັນຕົວສ້າງປັນຫາ" ທ່ານ Fernando Pinto ຕາງໜ້າ
Air Portugal ໄດ້ກ່າວ.... ໃນຂນະທີ່ ທ່ານ Bjorn Naf ຜູ້ອໍານວຍການໃຫຍ່ບໍຣິສັດ
Gulf Air ກໍກ່າວທີ່ກອງປະຊຸມວ່າ ຖ້າຫາກມີຄໍາແນະນໍາຢ່າງເປັນທາງການຈາກ Airbus
ພວກເຮົາກໍຈະດໍາເນີນການຕາມຄວາມຈໍາເປັນ "ພວກເຮົາຈະບໍ່ຖືເບົາໃນເຣື່ອງຄວາມ
ປອດໄພຢ່າງເດັດຂາດ" ທ່ານໄດ້ກ່າວ ແລະວ່າຕ້ອງການປຶກສາຫາລືລົງເລິກກ່ຽວກັບປັນ
ຫານີ້ກັບ Airbus ອີກເທື່ອໜຶ່ງ

ໃນທໍານອງດຽວກັນ ທ່ານ Akbar al Baker ຜູ້ອຳນວຍການໃຫຍ່ຂອງ Qatar
Airways ທີ່ມີເຮືອບິນໂດຍສານປະເພດ A-330 ແລະ A-340 ເຖິງ 16 ລໍາ ກໍກ່າວ
ວ່າຈະດໍາເນີນການໃດໆກໍຕໍ່ໄດ້ຮັບຄໍາແນະນໍາຈາກ Airbus ເທົ່ານັ້ນ

ຈົນຮອດມື້ນີ້ ວັນອັງຄານ 9 ມິຖຸນາ 2009 ເຈົ້າໜ້າທີ່ກອງທັບເຮືອແລະອາກາດຂອງປະ
ເທດບຣາຊິລ ໄດ້ພົບສົບຂອງຜູ້ເສັຽຊີວິດຈາກບຸບັດຕິເຫດເຮືອບິນຕົກຄັ້ງນີ້ 24 ສົບແລ້ວ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU