ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເລືອກຕັ້ງ ສມຊ ສະພາ ເອີຣົບ

ບັນດາພັກ ອະນຸລັກຂວາ ໄດ້ສຽງຫລາຍກວ່າໝູ່

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/06/2009 14:34 TU

ສະພາ ເອີຣົບAfp

ສະພາ ເອີຣົບ
Afp

ຜົນການເລືອກຕັ້ງ ເອົາສະມາຊິກສະພາ ຜູ່ແທນ 27 ປະເທດ ໃນ ສະຫະພາບ ເອີຣົບ ສຳຫລັບ 736 ບ່ອນນັ່ງ ໄດ້ສີ້ນສຸດລົງ ໂດຍແມ່ນ ຝ່າຍອະນຸລັກຂວາ ໄດ້ຮັບສຽງຫລາຍກວ່າໝູ່ 296 ບ່ອນນັ່ງ, ສ່ວນບັນດາ ຝ່າຍຊ້າຍ ສັງຄົມປະຊາທິປະຕັຍ ນັ້ນ ໄດ້ 182 ບ່ອນນັ່ງ. ສະເລັຽ ພວກບໍ່ອອກສຽງ ໃນເອີຣົບ ມີ 56,9%

ຜົນການເລືອກຕັ້ງ ເອົາສະມາຊິກສະພາ ຜູ່ແທນ 27 ປະເທດ ໃນ ສະ ຫະພາບ ເອີຣົບ ສຳຫລັບ 736 ບ່ອນນັ່ງ ໄດ້ສີ້ນສຸດລົງ ໂດຍແມ່ນ ຝ່າຍອະນຸລັກຂວາ ໄດ້ຮັບສຽງຫລາຍກວ່າໝູ່ 296 ບ່ອນນັ່ງ, ສ່ວນ ບັນດາ ຝ່າຍຊ້າຍ ສັງຄົມປະຊາທິປະຕັຍ ນັ້ນ ໄດ້ 182 ບ່ອນນັ່ງ. ສະເລັຽ ພວກບໍ່ອອກສຽງ ໃນເອີຣົບ ມີ 56,9%.

 

ສະພາ ເອີຣົບ ສົກປີ 2009-2014 ເປັນສມັຍ ທີ່ຈະຕ້ອງປະເສີນໜ້າ ກັບ ໂຄງຮ່າງ ກົດໝາຍ ສຳຫລັບ ແກ້ໄຂ :

-         ວິກິດການ ການເງີນ.

- ການປ່ຽນແປງ ສະພາບແວກລ້ອມທັມມະຊາດ.

- ປະຕິຮູບກົດໝາຍແຮງງານ ໃນເອີຣົບ ໂດຍກຳນົດ ບໍ່ໃຫ້ ເກີນ 48 ຊົ່ວໂມງຕໍ່ ອາທິດ.

-         ການຂຍາຍ ອຳນາດຂອງສະພາ ແຕ່ເຣື້ອງນີ້ ແມ່ນຂື້ນຢູ່ກັບ ສັນຍາ ລິສບ່ອນ ວ່າຈະກຳນົດ ກົດເກນ ອຳນາດໃຫ້ ສະພາຢ່າງໃດ, ເພາະປັດຈຸບັນ ຍັງມີບາງປະເທດ ບໍ່ທັນໄດ້ຮັບຮອງໃຫ້ ສັຕະຍາບັນ ຢ່າງເປັນເອກະສັນເທື່ອ.

 

ສະພາຈະເລີ້ມເປີດໃໝ່ໃນວັນທີ 14 ກໍຣະດາ ສຳຫລັບ 3 ມື້ ທີ່ເມືອງ ສຕາສບວກ ໂດຍຈະເລີ້ມຕົ້ນ ດ້ວຍການ ເລືອກຕັ້ງປະທານ ສະພາ ເອີຣົບ.

ຫລັງຈາກນັ້ນ ກໍຈະມີການຮັບຮອງເອົາ ການເປັນປະທານ ກັມມາທິ ການ ເອີຣົບ ສມັຍທີ 2 ຂອງທ່ານ ມານູແອ່ນ ບາໂຣໂສ.  

 

ສະພາ ເອີຣົບ ທັງໝົດ ມີ 736 ບ່ອນນັ່ງ (ບນ), ຖືກແບ່ງປັນ ຕາມ ຈຳນວນ ພົນລະເມືອງ ຂອງແຕ່ລະປະເທດ ດັ່ງນີ້ :

 

ເຍັຽຣະມັນ (99), ຝຣັ່ງ (72), ອັງກິດ (72), ອິຕາລີ່ (72), ເອສປາຍ (50), ໂປໂລຍ (50), ຣູມານີ່ (33), ໂຮນລັງດ໌ (25), ແບນຊິກກ໌ (22), ປ໊ອກຕູຍກ່ານ (22), ກແຣດສ໌ (22), ຮົງກຣີ່ (22), ເຊັກກ໌ (22), ສຸແອດ (18), ບູລກ່າຣີ່ (17), ໂອຕຣິດຊ໌ (15), ແຟ່ງລັງດ໌ (13), ດານມາກ (13), ສໂລວາກກີ່ (13), ອຽກລັງດ໌ (12), ລິດຕູຍ ອານີ່ (12), ເລັດໂຕນີ່ (6), ສໂລເວນີ (7), ລຸກຊັມບວາກ (6), ເອສໂຕນີ່ (6), ຊີບປເຣິ (6) ແລະ ມ່ານຕ໌ (5),

 

ບັນດາພັກ ສຳຄັນ ທີ່ໄດ້ຮັບຄະແນນສຽງ ຫລາຍກວ່າໝູ່ ມີດັ່ງນີ້ :

 

ເຍັ້ຽຣະມັນ (99 ບນ) :

ປະຊາຊົນ 82,2 ລ້ານຄົນ. ບໍ່ອອກສຽງ 56,71%.

ຝ່າຍກຳອຳນາດ ພັກປະຊາທິປະຕັຍ ຄຣິດຕັງ (CDU) ຂອງນາຍົກ ອັງເກີ່ນລາ ແມກເກີ່ນ ນຳໜ້າ 30,7%, ຝ່າຍຄ້ານ ພັກສັງຄົມ ປະຊາທິປະຕັຍ (SPD) ນັ້ນ ໄດ້ 20,8%, ພັກອະນຸຣັກທັມມະຊາດ (Grünen) 12,10% (14 ບນ), ພັກ ເສຣີ (FPD) 11% (11 ບນ)...

-         ພັກປະຊາທິປະຕັຍ ຄຣິດຕັງ (CDU) 30,7% (34 ບນ)

-         ພັກສັງຄົມ ປະຊາທິປະຕັຍ (SPD) 20,8% (23 ບນ)

-         ພັກອະນຸຣັກທັມມະຊາດ (Grünen) 12,10% (14 ບນ)

-         ພັກເສຣີ (FPD) 11% (11 ບນ).

 

ປະເທດຝຣັ່ງ (72 ບນ)

ປະຊາຊົນ ... ລ້ານຄົນ. ບໍ່ອອກສຽງ 59,52%.

ມີ 2 ພັກ ຖືວ່າ ໄດ້ໄຊຊນະ ຄືພັກ ອູບແອມເປ່ ຝ່າຍຂວາ ຮ່ວມກັບ ພັກ ກາງໃໝ່ ນຳໂດຍທ່ານ ແບກຕຣັ່ງ ແລະພັກ ຂຽວເອີຣົບ ຫຼື ອະນຸລັກທັມມະຊາດ ນຳໂດຍທ່ານ ໂກ່ນຕ໌ ເບັນດິດ ພຸ້ງພົ້ນຂື້ນມາ ສູສີກັບພັກສັງຄົມນິຍົມ.

ສ່ວນພັກສັງຄົມນິຍົມ ນຳໂດຍ ຍນ ໂອບຣີ່ ແລະພັກ ໂມແດມ ຫຼື ຂະບວນການປະຊາທິປະຕັຍ ໄບ່ຣູ ນັ້ນ ປຣາຊັຍ ໄດ້ຄະແນນນ້ອຍ ເກີນຄາດ.

-         ພັກຝ່າຍຂວາກຳອຳນາດ ອູຍແອມເປ່ 28,5% (30 ບນ),

-         ພັກສັງຄົມນິຍົມ 16,8% (14 ບນ),

-         ພັກຂຽວເອີຣົບ 16,2% (14 ບນ),

-         ພັກ ໂມແດມ ຫຼື ຂະບວນການປະຊາທິປະຕັຍ 8,5% (6 ບນ)......

 

ອັງກິດ (72 ບນ) :

ປະຊາຊົນ 61,3 ລ້ານຄົນ. ບໍ່ອອກສຽງ 65,20%.

ພັກກັມມະກອນ ສັງຄົມປະຊາທິປັຕ ນຳໂດຍທ່ານ ຂອງ ນາຍົກ ກໍຣ໌ ດອນ ບຣ່າວ ຕົກລົງລະດັບ 3 ຢ່າງໜັກໜ່ວງບໍ່ເຄີຍມີໃນປະວັດສາດ ຍ້ອນບັນຫາ ການໃຊ້ຈ່າຍ ຟຸ່ມເຟືອຍ ຂອງ ສະມາຊິກ ສະພາ ໄດ້ ຖືກເປີດເຜີຍ ກ່ອນ ການເລືອກຕັ້ງ.

-         ພັກອະນຸລັກຂວາ (24 ບນ),

-         ພັກ ຕ້ານເອີຣົບ (13 ບນ),

-         ພັກກັມມະກອນ ສັງຄົມປະຊາທິປັຕ (11 ບນ),

-         ພັກເສຣີ ປະຊາທິປະຕັຍ (10 ບນ).

 

ອິຕາລີ (72 ບນ) :

ປະຊາຊົນ 59,6 ລ້ານຄົນ. ບໍ່ອອກສຽງ 33,50%.

ຢູ່ອິຕາລີ ນີ້ແມ່ນຝ່າຍກຳອຳນາດ ນຳໂດຍ ນາຍົກ ແບກລຸສໂກນີ່ ຄື ພັກປະຊາຊົນເສຣີ ແນວໂນ້ມ ກາງ-ຂວາ (PDL) ນຳໜ້າ ພັກ ປະຊາ ທິປັຕ ແນວໂນ້ມ ກາງ-ຊ້າຍ (PD) 5%, ສ່ວນ ພັກຂະບວນການ ຊາວເໜືອ ນິຍົມຂວາຊາດນິຍົມ (Ligue du Nord : populiste) ແລະ ພັກ ຝ່າຍຊ້າຍ (IDV) ນັ້ນ ພຸ້ງຂື້ນ.

-         ພັກປະຊາຊົນເສຣີ ອະນຸຣັກຂວາ (PDL) 34,70% (29 ບນ),

-         ພັກກາງຊ້າຍ ປະຊາທິປັຕ (PD) 26,30% (22 ບນ),

-         ພັກຂະບວນການ ຊາວເໜືອ ນິຍົມຂວາຊາດນິຍົມ (Ligue du Nord : populiste) 9,5% (8 ບນ),

-         ພັກ ເສຣີ (IDV) 8% (7 ບນ)...

 

ເອສປາຍ (50 ບນ) :

ປະຊາຊົນ 45,3 ລ້ານຄົນ. ບໍ່ອອກສຽງ 55,70%.

ຝ່າຍຂວາ ພັກປະຊາຊົນ (PP) ຊຶ່ງເປັນຝ່າຍຄ້ານ ໄດ້ຊນະ ຝ່າຍກຳ ອຳນາດ ພັກສັງຄົມນິຍົມ ນຳໂດຍ ນາຍົກ ຊາປາເຕໂຣ (PSOE) ນັ້ນ ຕົກລົງມາຢູ່ ລະດັບສອງ ຕິດຕາມດ້ວຍ ພັກຊາດນິຍົມຂວາ (CpE) ແລະ ພັກ ຂຽວຄອມມູຍນິດ (IU-ICV).

-         ພັກປະຊາຊົນ (PP) 42,23% (23 ບນ),

-         ພັກສັງຄົມນິຍົມ (PSOE) 38,51% (21 ບນ)

-         ພັກຊາດນິຍົມຂວາ (CpE) 5,12% (2 ບນ),

-         ພັກຂຽວຄອມມູຍນິດ (IU-ICV) 3,73% (2 ບນ).

 

ໂປໂລຍ (50 ບນ) :

ປະຊາຊົນ 38 ລ້ານຄົນ. ບໍ່ອອກສຽງ 72,6%.

ຝ່າຍຂວາເສຣີ (PO) ຂອງຝ່າຍກຳອຳນາດ ນຳໂດຍ ນາຍົກ ໂດນ່ານ ດຸສກ໌ ຍັງນຳໜ້າອີກຢູ່ 45,2%, ສ່ວນຝ່າຍຄ້ານ ພັກອະນຸລັກຂວາ ຊາດນິຍົມ ເພື່ອສິດທິສະເມພາບຕໍ່ໜ້າກົດໝາຍ ແລະ ຄວາມຍຸຕິທັມ (PiS) ນຳໂດຍ ສອງອ້ານນ້ອງຝາແຝດ ກັກຊິນສກີ່ ນັ້ນ ມາທີ 2 ໄດ້ 29,50%. ສຳຫລັບ ຝ່າຍຊ້າຍ ແນວໂຮມ ພັກສັງຄົມປະຊາທິປະຕັຍ (SLD-UP) ນັ້ນໄດ້ 12% ແລະພັກຊາວນາ (PSL) ໄດ້ 7,9%.

-         ຝ່າຍຂວາເສຣີ (PO) 45,2% (24 ບນ)

-         ພັກຂວາຈັດ ຊາດນິຍົມ (PiS) (16 ບນ)

-         ພັກສັງຄົມປະຊາທິປະຕັຍ (SLD-UP) 12% (6 ບນ)

-         ພັກຊາວນາ (PSL) ໄດ້ 7,9% (4 ບນ)

 

ຣູມານີ່ (33 ບນ) :

ປະຊາຊົນ 21,4 ລ້ານຄົນ. ບໍ່ອອກສຽງ 72,8%.

ຫລັງຈາກ ກວດກາ ນັບຄະແນນໃໝ່ອີກ ຄັ້ງທີ 2 ແມ່ນ ແນວໂຮມ ພັກ ສັງຄົມປະຊາທິປະຕັຍ ມີແນວໂນ້ມ ກາງຊ້າຍ-ເສຣີ (PSD-PC) ສູສີ ກັບພັກເສຣີປະຊາທິປະຕັຍ ຂວາ-ກາງ (PD-L) ສອງພັກດັ່ງກ່າວນີ້ ປະສົມກັນເປັນ ຄນະລັຖະບານ ໄດ້ຮັບຄະແນນ ພັກລະ 30% ກວ່າ ໂດຍເລື່ອນ ພັກຝ່າຍຂວາ ເສຣີ (PNL) ນັ້ນໄກເກືອບເຄິ່ງ ແລະເລື່ອນ ຝ່າຍອະນຸຣັກຂວາ ຊາດນິຍົມ (UDMR).

-         ພັກສັງຄົມປະຊາທິປະຕັຍເສຣີ (PSD-PC) 30,80% (11 ບນ).

-         ພັກເສຣີປະຊາທິປະຕັຍ ຂວາ-ກາງ (PD-L) 30,50% (11 ບນ).

-         ພັກຝ່າຍຂວາ ເສຣີ (PNL) 16,70% (6 ບນ).

-         ພັກອະນຸຣັກຂວາ ຊາດນິຍົມ (UDMR) 8,90% (3 ບນ)...

 

ໂຮນລັງດ໌ (25 ບນ) :

ປະຊາຊົນ 16,4 ລ້ານຄົນ. ບໍ່ອອກສຽງ 63,5%.

ສອງພັກ ນຳໜ້າຄະແນນ ເປັນພັກທີ່ຕ້ານເອີຣົບ, ພັກ ທີນຶ່ງແມ່ນ ພັກ ປະຊາທິປະຕັຍ ຄຣິດຕັງ ນຳໂດຍ ຄແອ້ ວິນເດີ້, ສ່ວນພັກອານຸລັກນິຍົມຂວາ ຕ້ານເອີຣົບ ຄືກັນນັ້ນ ມາທີສອງ.

-         ພັກປະຊາທິປະຕັຍ ຄຣິດຕັງ (CDA) 19,9% (5 ບນ)

-         ພັກອານຸລັກນິຍົມຂວາ (PVV) 17% (4 ບນ)

-         ພັກສັງຄົມປະຊາທິປະຕັຍ (PvdA) 12,10% (3 ບນ)

-         ພັກເສຣີ (VVD) 11,4% (3 ບນ)

-         ພັກຊ້າຍເສຣີ (D66) 11,3% (3 ບນ)

-         ພັກສັງຄົມນິຍົມ-ອະນຸລັກທັມມະຊາດ (GL) 8,9% (3 ບນ)

 

ແບນຊິກ (22 ບນ) :

ປະຊາຊົນ 10,7 ລ້ານຄົນ. ບໍ່ອອກສຽງ 14,1%.

ປະເທດ ແບນຊິກ ແບ່ງອອກເປັນສາມເຂດ ຄືເຂດ ຟລາມມັງ ປາກ ພາສາ ໂຮນລັງດ໌, ເຂດປາກພາສາຝຣັ່ງ ແລະເຂດປາກພາສາ ເຍັຽຣະມັນ.

ເຂດພາສາ ໂຮນລັງດ໌ :

-         ພັກປະຊາທິປະຕັຍ ຄຣິສຕັງ (CD&V) 23,52% (3 ບນ)

-         ພັກເສຣີ (Open VLD) 20,24% (3 ບນ)

-         ພັກຂວາຈັດ (VI, Belang) 15,99% (2 ບນ)

-         ພັກສັງຄົມນິຍົມ (SP.A) 13,26% (2 ບນ)

 

ເຂດພາສາຝຣັ່ງ :

-         ພັກສັງຄົມນິຍົມ (PS) 29,06% (3 ບນ)

-         ພັກເສຣີ (MR) 26,07% (2 ບນ)

-         ພັກຂຽວ (ECOLO) 23,09% (2 ບນ)

 

ເຂດພາສາ ເຍັຽຣະມັນ :

- ພັກປະຊາທິປະຕັຍ ຄຣິສຕັງ (CSP) 32,25% (1 ບນ).

 

ປ໊ອກຕູຍກ່ານ (22 ບນ) :

ປະຊາຊົນ 10,6 ລ້ານຄົນ. ບໍ່ອອກສຽງ 63%.

ຝ່າຍກຳອຳນາດ ພັກສັງຄົມນິຍັມ ຂອງນາຍົກ ໂສກຣາແຕສ ປຣາຊັຍ ຕໍ່ຝ່າຍຂວາ.

-         ພັກປະຊາທິປະຕັຍ ຄຣິສຕັງ (PSD) 31,68% (8 ບນ)

-         ພັກສັງຄົມນິຍົມ (PS) 26,58% (7 ບນ)

-         ພັກຊ້າຍຈັດ (BE) 10,73% (3 ບນ).

 

ກແຣດສ໌ (22 ບນ) :

ປະຊາຊົນ 11 ລ້ານຄົນ. ບໍ່ອອກສຽງ 47,8%.

ພັກສັງຄົມນິຍົມ ຊນະການເລືອກຕັ້ງ ນຳໜ້າພັກອະນຸຣັກຂວາ ທີ່ໄດ້ ກຳອຳນາດ ມາ 5 ປີແລ້ວ, ພັກຊ້າຍຈັດ ຄອມມູຍນິດ ມາທີ 3 ແລະ ພັກຂວາຈັດ ມາ ທີ 4.

-         ພັກສັງຄົມນິຍົມ (PASOK) 36%70 (9 ບນ)

-         ພັກອະນຸຣັກຂວາປະຊາທິປະຕັຍໃໝ່ (ND) 32,33% (7 ບນ)

-         ພັກຊ້າຍຈັດ ຄອມມູຍນິດ (KKE) 8,34% (2 ບນ)

-         ພັກຂວາຈັດ (LA.O.S) 7,13% (2 ບນ).

 

ຮົງກຣີ່ (22 ບນ) :

ປະຊາຊົນ 10 ລ້ານຄົນ. ບໍ່ອອກສຽງ 63,7%.

ຝ່າຍຄ້ານ ພັກຂວາຊາດນິຍົມ ນຳໂດຍອະດີດ ນາຍົກ ວິດຕໍ້ ອ໊ອກບັນ ແກ້ມັດ ຝ່າຍຊ້າຍ ສັງຄົມນິຍົມ ກຳອຳນາດ ແລະຊນະຢ່າງຂາດຮອຍ.

-         ພັກຂວາຊາດນິຍົມ (Fidez) 56,37 (14 ບນ)

-         ພັກສັງຄົມນິຍົມ (MSzP) 17,38% (4 ບນ)

-         ພັກຂວາຈັດ (JOBBIK) 14,77% (3 ບນ)

-         ພັກປະຊາທິປະຕັຍ ຄຣິສຕັງ (MDF) 5,3% (1 ບນ).

 

 

ປະເທດ ເຊັກກ໌ (22 ບນ) :

ປະຊາຊົນ 10,3 ລ້ານຄົນ. ບໍ່ອອກສຽງ 72,2%.

ພັກປະຊາທິປະຕັຍ ພົລະເມືອງດີ ແນວໂນ້ມກາງຂວາ ນຳໂດຍອະດີດ ນາຍົກ ມາເຣັກ ໂຕໂປລາເນັກ ທີ່ຖືກຝ່າຍກຳອຳນາດ ໃນປັດຈຸບັນນີ້ ຜັກດັນອອກຈາກ ອຳນາດຕອນເປັນປະທານວຽນ ເອີຣົບນັ້ນ ໄດ້ແກ້ ມັດຄືນ.

-         ພັກປະຊາທິປະຕັຍ ພົລະເມືອງດີ (ODS) 31,44% (9 ບນ)

-         ພັກສັງຄົມປະຊາທິປະຕັຍ (CSSD) 22,39% (7 ບນ)

-         ພັກຄອມມູຍນິດ (KSCM) 14,19% (4 ບນ)

-         ພັກປະຊາທິປະຕັຍ ຄຣິສຕັງ (KDU-CSL) 7,65% (2 ບນ).

 

ສຸເອດ (18 ບນ) :

ປະຊາຊົນ 9,2 ລ້ານຄົນ. ບໍ່ອອກສຽງ 65,2%.

ພັກສັງຄົມປະຊາທິປະຕັຍ ຍັງນຳໜ້າຄືເກົ່າ ແລະຕິດຕາມດ້ວຍ ພັກ ອະນຸຣັກ ຂວາ ຕາມເຄີຍ.

  - ພັກສັງຄົມປະຊາທິປະຕັຍ (SAP) 24,60% (5 ບນ)

  - ພັກອະນຸຣັກ ຂວາ (M) 18,80% (4 ບນ)

  - ພັກເສຣີ (FP) 13,6% (3 ບນ)

  - ພັກຂຽວ (MP) 10,8% (2 ບນ).

 

ໂອຕຣິດຊ໌ (17 ບນ) :

ປະຊາຊົນ 8,3 ລ້ານຄົນ. ບໍ່ອອກສຽງ 57,6%.

-         ພັກອະນຸຣັກ ຂວາ (ÖVP) ນຳໜ້າ 29,7% (6 ບນ)

-         ພັກສັງຄົມປະຊາທິປະຕັຍ (SPO) 23,8% (5 ບນ)

-         ພັກຊ້າຍຈັດ ຕ້ານເອີຣົບ (Martin) 17,9% (3 ບນ)

-         ພັກຊາດນິຍົມ (FPÖ) 13,10 (2 ບນ).

 

ບູລກາຣີ່ (17 ບນ) :

ປະຊາຊົນ 7,6 ລ້ານຄົນ. ບໍ່ອອກສຽງ 62,5%.

 

(ກະຣຸນາ ຖ້າອ່ານຕໍ່ມື້ໜ້າ)

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU