ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໄຂ້ຫວັດໝູ/OMS

ມໍ່ເຕືອນພັຍ ຂີດ ໖ ແລ້ວ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/06/2009 14:02 TU

ສັນຍາລັກ ອົງການ ອານາມັຍໂລກ OMS (ພາບ : Flickr)

ສັນຍາລັກ ອົງການ ອານາມັຍໂລກ OMS (ພາບ : Flickr)

ອົງການ ອານາມັຍໂລກ OMS ຕຣຽມ ຈະຍົກ ຣະດັບເຕືອນພັຍ ຮອດຂີດ ໖ ກໍຄືການເຕືອນພັຍ ຂັ້ນສຸດຂີດ ທີ່ຝ່າຍຊ່ຽວຊານຝຣັ່ງ ວ່າ ເຫັນສົມຄວນແລ້ວ ທີ່ຈະຕ້ອງ ຍົກຣະດັບ ເຕືອນພັຍ ສູງສຸດດັ່ງ ກ່າວ ເພາະພະຍາດ ມັນມາຮອດ ມາເຖີງ ແລະແຜງລິດຂອງມັນ ໃນໂລກຢ່າງແທ້ຈິງແລ້ວ. ອີງຕາມຂໍ້ມູນ ສາກົນແລ້ວ ປັດຈຸບັນ ພະຍາດ ໄຂ້ຫວັດໝູ ຕິດແປດໃສ່ ມະນຸດ ໒໖ ໕໖໓ ຄົນ ໃນ ໗໓ ປະເທດ ແລະມີຜູ່ເສັຽຊີວິດ ໑໔໐ ຄົນ.

ດ໊ອກເຕີ້ ກາຍສີ ຟູກູດະ ນ້ຳເບີສອງ ຂອງ ອົງການ ອານາມັຍໂລກ OMS ໄດ້ຕັກເຕືອນວ່າ "ໂລກມະນຸດ ກຳລັງຈະກ້າວເຂົ້າສູ່ ສະພາວະ ວິກິດການແຜ່ຣະບາດ ພະຍາດໄຂ້ຫວັດໝູ ຢູ່ລ່ອມລໍ່ ສນັ້ນຈື່ງຂໍຊັກຊວນ ຮຽກຮ້ອງ ໃຫ້ບັນດາ ຣັຖະບານໃນໂລກ ໃຫ້ພາກັນເອົາ ມາຕຣາການ ເໝາະສົມຮັບໜ້າ". ອັນເປັນການ ຊີ້ໃຫ້ເຫັນ ໄປໃນໂຕວ່າ OMS ຕຣຽມ ຈະຍົກຣະດັບ ເຕືອນພັຍ ຮອດຂີດ ໖ ກໍຄືການເຕືອນພັຍ ຂັ້ນສຸດຂີດ ທີ່ຝ່າຍຊ່ຽວຊານ ຝຣັ່ງວ່າ ເຫັນສົມຄວນແລ້ວ.
ດ້ານສາສດາຈານ ອັງຕວນ ຟະໂລໂຮນຕ໌ ເອກອະທິບໍດີ ສະຖາບັນ ຄົ້ນຄົ້ວ ສຸຂພາບແລະ ອານາມັຍ ໄດ້ຖແລງໃຫ້ຄວາມເຫັນວ່າ "ວິກິດ ການ ການແຜ່ຣະບາດ ຂອງ ພະຍາດໄຂ້ຫວັດໝູ ແມ່ນມາຮອດ ມາເຖີງ ແລະແຜງລິດຂອງມັນ ໃນໂລກຢ່າງແທ້ຈິງແລ້ວ ເຖີງເວລາ ແລ້ວ ທີ່ຈະຕ້ອງ ຍົກຣະດັບ ເຕືອນພັຍ ຂັ້ນສູງສຸດ".

ສ່ວນ ຄນະກຳມາທິການ ສຫະພາບເອີ່ຣົປ ກໍປຣາຖນາ ໃຫ້ ທັງ ໒໗ ປະເທດຂອງ ສຫະພາບ ວາງຍຸດທະສາດຮ່ວມ ສັກຢາກັນຫວັດ ໃຫ້ ປະຊາຊົນ ໃນສຫະພາບ ໃນເວລາອັນໄວ ແຕ່ວ່າ ບັນດາພາຄີ ຊ້ຳພັດ ຕ້ອງການ ເວລາໄຄ່ຄວນ ຮີ່ນຕອງເສັຽກ່ອນ.
ໃນໂອກາດ ປະຊຸມຄນະຣັຖມົນຕຣີ ສາທາຣະນະສຸກ ຂອງສຫະພາບ ເອີ່ຣົປ ມື້ວານນີ້ ທ່ານ ອັງດູນລາ ຫວັດຊີລີ່ອູ໋ ຂ້າຫຼວງໃຫ່ຽ ວ່າດ້ວຍ ສາທາຣະນະສຸກ ໄດ້ສເນີວ່າ "ບັນດາພາຄີ ຄວນຕົກລົງກັນ ຮ່ວມຜລິດ ແລະຊົມໄຊ້ ຢາຫວັກແຊ໊ງ ກັນຫວັດ". ແຕ່ວ່າທ່ານ ກໍໄດ້ສເນີຕື່ມອີກວ່າ "ອັນເນື່ອງມາຈາກ ທີ່ຈະບໍ່ສາມາດ ຜລິດຢາ ຕາມປະຣິມານ ຄົບເທົ່າ ຈຳນວນ ພົລເມືອງເອີ່ຣົປ ໃນທັນທີ ພ້ອມກັນ ນັ້ນ ສຫະພາບເອີ່ຣົປ ກໍຄວນຈັດ ກຸ່ມຄົນທີ່ຈະຕ້ອງ ໄດ້ຮັບການ ສັກຢາກັນຫວັດ ກ່ອນໝູ່ ໂດຍຈັດ ເປັນສອງຈຸດ້ວຍກັນ : ກຸ່ມທຳອິດ ກຸ່ມຄົນທີ່ ເຮັດວຽກງານທີ່ ສ່ຽງຕໍ່ການຈະຕິດແປດ ພະຍາດໄດ້ໄວ (ປະມານ ໕ % ຂອງພົລເມືອງ ສຫະພາບ ຫຼືປະມານ ໒໕ ລ້ານຄົນ), ກຸ່ມທີສອງ ກຸ່ມຄົນທີ່ຈັດວ່າ ເປາະບາງ ອັນເນື່ອງຈາກ ອາຍຸສັງຂານ ເປັນເຄົ້າ ກໍຄືເດັກ ແລະຄົນ ຊາລາ ຫຼືຜູ່ມີສຸຂພາບ ອ່ອນແອ (ປະມານ ໓໐ % ຂອງພົລເມືອງ ສຫະພາບ ຫຼືປະມານ ໑໕໐ ລ້ານຄົນ).
ໃນການສເນີ ຮ່ວມຜລິດ ແລະຊົມໄຊ້ ຢາຫວັກແຊ໊ງ ກັນຫວັດ ບັນດາ ຣັຖມົນຕຣີ ສາທາຣະນະສຸກ ຂອງສຫະພາບເອີ່ຣົປ ພາກັນສແດງ ຄວາມ ເຫັນພ້ອງ ຢ່າງເປັນ ເອກສັນ ຫາກແຕ່ວ່າ ຖ້າແມ່ນວ່າຕ້ອງ ມີການ ຄັດເລືອກ ຄົນເປັນກຸ່ມ ວ່າໃຜ໋ຄວນ ໄດ້ຮັບການ ສັກຢາກັນຫວັດ ກ່ອນໃຜ໋ ນັ້ນ ພາຄີເອີ່ຣົປ ວ່າ ຂໍຄິດພິຈາຣະນາ ເບີ່ງກ່ອນ.

ຢ່າງໃດ໋ກໍດີ ອີງຕາມຂໍ້ມູນ ລ້າສຸດຂອງສາກົນແລ້ວ ປັດຈຸບັນ ພະຍາດ ໄຂ້ຫວັດໝູ ຕິດແປດໃສ່ ມະນຸດບໍ່ຕໍ່າກວ່າ ໒໖ ໕໖໓ ຄົນ ໃນ ໗໓ ປະເທດ ແລະມີຜູ່ເສັຽຊີວິດ ໑໔໐ ຄົນແລ້ວ. ໃນນັ້ນ ພົບກໍຣະນີ ຕິດແປດ ໃໝ່ ໑໐ ກໍຣະນີ ທີ່ປະເທດ ຣູມານີ ໑ ກໍຣະນີ ທີ່ສາທາ ຣະນະຣັຖແຊ໊ກ ແລະກໍຣະນີ ຜູ່ເສັຽຊີວິດ ໜື່ງລາຍ ທີ່ປະເທດ ໂກລົມບີ ອັນເປັນ ລາຍແລກ ໃນປະເທດນີ້.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU