ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວຄືບໜ້າ ອຸບັດຕິເຫດ AF-447

ເຮືອດຳນໍ້ານິວເຄລັຽຝຣັ່ງເສດ ປະຕິບັດການ ຊອກຫາກ່ອງດຳ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/06/2009 13:48 TU

ເຈົ້າໜ້າທີ່ກອງທັບເຮືອບຣາຊິລກຳລັງຂົນ
ຊາກສົບຂອງຜູ້ໂດຍສານເຄາະຮ້າຍໄປເກັບ
ໄວ້ທີ່ໝູ່ເກາະ Fernando de Noronha
(ພາບ: Reuters)

ເຈົ້າໜ້າທີ່ກອງທັບເຮືອບຣາຊິລກຳລັງຂົນ ຊາກສົບຂອງຜູ້ໂດຍສານເຄາະຮ້າຍໄປເກັບ ໄວ້ທີ່ໝູ່ເກາະ Fernando de Noronha (ພາບ: Reuters)

ເຮືອດຳນໍ້າ "Emeraude" ທີ່ຂັບເຄື່ອນ
ດ້ວຍພລັງງານນິວເຄລັຽຂອງກອງທັບ
ເຮືອຝຣັ່ງເສດ ເລີ້ມປະຕິບັດການຊອກ
ຫາ "ກ່ອງດຳ" ຂອງເຮືອບິນໂດຍສານ
ຂອງສາຍການບິນ Air France ຖ້ຽວ
ບິນ AF-447 ແລ້ວ ທີ່ອຸບັດຕິເຫດຕົກ
ໃນມະຫາສມຸດແອຕແລນຕິກ ພ້ອມຜູ້
ໂດຍສານແລະພນັກງານເຮືອບິນທັງໝົດ
228 ຄົນ

ໃນການປະຕິບັດງານທີ່ແຂ່ງກັບເວລາຄັ້ງນີ້ ເຮືອດຳນໍ້າ "Emeraude" ນຳໃຊ້
"Robot" ແບບ Hi Tech ຢ່ອນລົງໄປໃຕ້ນໍ້າເພື່ອຢັ່ງຫາກ່ອງດຳຂອງແອຣ໌ບັສ
A-330 ທີ່ເກີດອຸບັດຕິເຫດ ຖ້າກາຍເວລາສາມອາທິດຂໍ້ມູນຕ່າງໆທີ່ກ່ອງດຳ
ບັນທຶກເອົາໄວ້ ອາດຖືກລົບເລືອນ ແລະ ຈະເປັນການສ້າງຄວາມຫຍຸ້ງຍາກເພີ້ມ
ຂື້ນໃນການທີ່ຈະຮູ້ສາເຫດຄັກແນ່ຂອງອຸບັດຕິເຫດຄັ້ງນີ້ ທີ່ເປັນຄັ້ງຮ້າຍແຮງທີ່
ສຸດໃນປວັດສາດ 75 ປີຂອງ Air France

ຂີດຄວາມສາມາດໃນຂອບເຂດ 20 ໄມລ໌ທະເລ
ຈາກການຖແລງຕໍ່ຜູ້ສື່ຂ່າວຂອງນາວາເອກ Christophe Prazuck ໂຄສົກຂອງເສນາທິ
ການກອງທັບຝຣັ່ງເສດ ທຳໃຫ້ພວກເຮົາຊາບວ່າ ເຮືອດຳນໍ້າ "Emeraude" ມີຂີດຄວາມ
ສາມາດໃນການຊອກຄົ້ນ ໃນບໍຣິເວນພື້ນທີ່ "20 ໄມລ໌ທະເລຕໍ່ 20" ຫລື "36 ກ.ມ. ຕໍ່
36" ພາຍໃນເວລາໜຶ່ງວັນ ຖ້າບໍ່ພົບກ່ອງດຳໃນວັນດຽວ ກໍຈະມີການປ່ຽນພື້ນທີ່ເຂດຊອກ
ຄົ້ນໄປເລື້ອຍໆໃນແຕ່ລະວັນ

ນອກຈາກ "Robot" ແບບ Hi Tech ທີ່ເຮືອດຳນໍ້າ "Emeraude" ນຳໃຊ້ໃນການຊອກ
ຄົ້ນແລ້ວກະຊວງປ້ອງກັນປະເທດຂອງ ສຫຣ ອະເມຣິກາ ຍັງໄດ້ຈັດສົ່ງເຄື່ອງຢັ່ງສຽງ
ສອງເຄື່ອງເຂົ້າຮ່ວມໃນການຄົ້ນຄວ້ານຳດ້ວຍ ໃນຂນະທີ່ກອງທັບເຮືອຂອງປະເທດບຣາ
ຊິລນັ້ນກໍໄດ້ຈັດສົ່ງທະຫານເຮືອອອກຊອກຄົ້ນຫາໃນຂົງເຂດນັ້ນຫລາຍວັນມາແລ້ວ

ເມື່ອວານນີ້ຄນະຊອກຄົ້ນຂອງບຣາຊິລໄດ້ພົບຊາກສົບຂອງຜູ້ໂດຍສານເຄາະຮ້າຍແລ້ວ
ຈຳນວນ 41 ສົບ ແລະໄດ້ນຳມາເກັບໄວ້ທີ່ໝູ່ເກາະ Fernando de Noronha ທີ່ຢູນອກ
ຝັ່ງຕະວັນອອກສຽງເໜືອຂອງປະເທດບຣາຊິລ ໝູ່ເກາະເຫລົ່ານີ້ຖືກນຳໃຊ້ເປັນຖານປະຕິ
ບັດການໃນການຊອກຄົ້ນ

ຄວາມເລິກ 6100 ແມັຕ
ຢ່າງໃດກໍຕາມ ການຊອກຄົ້ນຫາກ່ອງດຳປັນພາຣະກິດທີ່ແສນຍາກລຳບາກ ອັນເນື່ອງມາ
ຈາກບໍຣິເວນທີ່ ສົງໃສວ່າກ່ອງດຳອາດຈົມລົງໄປນັ້ນ ຢູ່ເລິກເຖິງ 6100 ແມັຕ (20 000
ຟີຕ) ແລະຫ່າງຈາກຝັ່ງຂອງປະເທບຣາຊິລ 1150 ກ.ມ. (714 ໄມລ໌)

"ພວກເຮົາຕັ້ງຄວາມຫວັງໄວ້ກັບໂຊກເຊັ່ນດຽວກັນ ທັງນີ້ເພາະພວກເຮົາບໍ່ຮູ້ຄັກແນ່ວ່າເຮືອ
ບິນດິ່ງລົງທະເລທີ່ຈຸດໃດກັນແທ້" ເຈົ້າໜ້າທີ່ຂອງກອງທັບເຮືອຝຣັ່ງເສດທ່ານໜຶ່ງໄດ້
ກ່າວຕໍ່ຜູ້ສື່ຂ່າວ ແລະອະ ທິບາຍອີກວ່າ ຖ້າ "Robot" ສົ່ງສັນຍານບອກໃຫ້ຮູ້ວ່າກ່ອງດຳ
ຢູ່ໃສ ເຮືອຄົ້ນຄວ້າທາງວິທຍາສາດຂອງຝຣັ່ງເສດອີກລຳໜຶ່ງຊື່ "Pourquoi pas" ກໍຈະ
ຈັດສົ່ງ "ເຮືອດຳນໍ້າຂນາດຈິ໋ວ" ໄປເກັບ ເອົາກ່ອງດຳນັ້ນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU