ຄົ້ນຫາຂໍ້ມູນ

/ languages

Choisir langue
 

OMS / ໄຂ້ຫວັດສາຍພັນໃຫມ່

ເຕືອນພັຍ ຕໍ່ ພຍາດນີ້ ຂີດສູງສຸດ ລະດັບ 6

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 12/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 12/06/2009 14:04 TU

ທ່ານນາງ ມາກກາເຣຕ ຊັ້ນ ອະທິບໍດີ
ຂອງ ອົງການອະນາມັຍໂລກ ກ່າວເຖີງ
ໂຣຄໄຂ້ຫວັດສາຍພັນໃຫມ່ ໃນໂອກາດ
ການປະຊຸມ OMS ຄັ້ງທີ່ 62 ທີ່ເຊີແນວ
ຮ/ຣຕ

ທ່ານນາງ ມາກກາເຣຕ ຊັ້ນ ອະທິບໍດີ ຂອງ ອົງການອະນາມັຍໂລກ ກ່າວເຖີງ ໂຣຄໄຂ້ຫວັດສາຍພັນໃຫມ່ ໃນໂອກາດ ການປະຊຸມ OMS ຄັ້ງທີ່ 62 ທີ່ເຊີແນວ ຮ/ຣຕ

ອິງຕາມຕົວເລກ ທີ່ ທາງອົງການ ອະນາ ມັຍໂລກໃຫ້  ກໍ ແມ່ນ ມີ 29 669 ຄົນ ໃນ 74 ປະເທດ ແລະ ກໍມີ ເກືອບ 150 ຄົນ ເສັຍຊີວິດ ຍ້ອນໂຣຄດັ່ງ ກ່າວນີ້ ແລະ ມື້ ວານນີ້ ຢ່າງເປັນ ທາງການ ອົງການ ອະນາມັຍໂລກ ຈື່ງ ໄດ້ ປະກາດ ເຕືອນພັຍ ໃຫ້ຢູ່ ໃນ ລະດັບ ສູງສຸດ ເຖີງຂີດ 6 ອັນເປັນ ອັນດັບ ອັນຕຣາຍ ອັນໝາຍເຖີງວ່າ ພຍາດ ໄຂ້ຫວັດ A H1N1 ສາຍພັນ ໃຫມ່ ມັນ ລ່າມໄປ ກວ້າງໄກ ໄວແທ້ ດັ່ງນັ້ນ ເຖີງ ວ່າ ຈະໄດ້ເຫັນ ວ່າ ອະເມຣິກາ ນຳໜ້າ ອັນດັບນື່ງ ອັນມີ ຄົນຕິດເຊື້ອ ພຍາດນີ້ ກໍ ຕາມ ກໍຄວນມີ ການຕຽມລະວັງພັຍ ຈາກ ປະເທດ ທີ່ ທຸກຍາກ ເພາະ ຂາດພາຫະນະ
    ເປັນການເຕືອນພັຍ ໂຣຄຣະບາດ ອັນບໍ່ເຄີຍ ມີມາກ່ອນ ໃນ ຮອບ ກວ່າ 40 ປີ ຂອງ ອົງການ OMS ນັບ ແຕ່ປີ 1968 ເປັນຕົ້ນມາ 

ໃນເມື່ອ ໄດ້ມີການປະກາດເຕືອນພັຍ ກ່ຽວກັບ ພຍາດໄຂ້ຫວັດສາຍພັນໃຫມ່ 
ໃຫ້ເປັນໂຣຄ ລະບາດ ເຖີງຂີດອັນຕຣາຍຂີດສູງສຸດ ລະດັບ 6      ຮ/ກູເກີລ

ໃນເມື່ອ ໄດ້ມີການປະກາດເຕືອນພັຍ ກ່ຽວກັບ ພຍາດໄຂ້ຫວັດສາຍພັນໃຫມ່ ໃຫ້ເປັນໂຣຄ ລະບາດ ເຖີງຂີດອັນຕຣາຍຂີດສູງສຸດ ລະດັບ 6 ຮ/ກູເກີລ


   ອົງການ ສາກົນ ດ້ານນີ້ຍັງໄດ້ ເພີ່ມອີກວ່າ ໄວຣັສ ຊນິດນີ້ ມັນ
   ໄດ້ແພ່ ຫລາຍໃນເຂດ ອະເມຣິກາເໜືອ

    ດັ່ງນັ້ນ ຈື່ງເຫັນວ່າ ການເຕືອນພັຍອັນ ນີ້ ກໍແມ່ນຊຸກຍູ້ ໃຫ້
    ປະເທດຕ່າງໆ ມີການຕຽມພ້ອມ ເພື່ອ ຮັບມື ກັບ ເຊື້ອ
    ພຍາດ ແລະ ກໍ ຫລີກເວັ້ນ ບໍ່ໃຫ້ ປະຊາຊົນ ພາກັນຫວາດ
    ກົວເກີນໄປ

   ໂຄສົກຂອງ OMS ຍັງກ່າວອີກວ່າ ການເຕືອນພັຍ ຄັ້ງນີ້
    ກໍ ແມ່ນ ຕ້ອງຮັບຊາບວ່າ ເຊື້ອ ໄວຣັສ H1N1ມັນກຳລັງ
    ແຜ່ລະ ບາດໄປ ຕາມທາງພູມີສາດ


ຈຸດເລີ່ມຕົ້ນ ຂອງການພົບພໍ້ເຫັນໄຂ້ຫວັດ H1N1 ສາຍພັນໃຫມ່ ກໍແມ່ນເລີ່ມ ມາ
ຈາກປະເທດ ເມກຊິກ ຕັ້ງແຕ່ກາງເດືອນ ກຸມພາຜ່ານມາ ຈົນເຖີງມື້ນີ້ ມີຄົນຕິດເຊື້ອ
ເກືອບ 3 ໝື່ນຄົນແລ້ວ ມີເກືອບ 150 ຄົນ ຕາຍ ໃນ 7 ປະເທດ     ຮ / ກູເກີລ

ຈຸດເລີ່ມຕົ້ນ ຂອງການພົບພໍ້ເຫັນໄຂ້ຫວັດ H1N1 ສາຍພັນໃຫມ່ ກໍແມ່ນເລີ່ມ ມາ ຈາກປະເທດ ເມກຊິກ ຕັ້ງແຕ່ກາງເດືອນ ກຸມພາຜ່ານມາ ຈົນເຖີງມື້ນີ້ ມີຄົນຕິດເຊື້ອ ເກືອບ 3 ໝື່ນຄົນແລ້ວ ມີເກືອບ 150 ຄົນ ຕາຍ ໃນ 7 ປະເທດ ຮ / ກູເກີລ


     ເມື່ອຫາກໄດ້ເຫັນ ວ່າ ອົງການອະນາມັຍໂລກ ປະກາດ ການ
     ເຕືອນພັຍ ໃຫ້ຢູ່ເຖີງຂັ້ນສູງສຸດ ຈາກລະດັບ 5 ກ້າວຂື້ນໄປຫາ
     ລະດັບ 6  ອັນເປັນ ຂີດສູງສຸດ ປະເທດ ເມກຊີກ ທີ່ເປັນ ປະ
     ເທດທຳອິດ ຕົ້ນຕໍ່ ຂອງ ການພົບພໍ້ ພຍາດ ໄຂ້ຫວັດ ສາຍພັນ
     ໃຫມ່ 2009 ຈື່ງໄດ້ ຮັກສາການ  ເຕືອນພັຍ ຕໍ່ ໄວຣັສ H1N1
     ໄວ້ຄືເກົ່າ

     ສ່ວນ ທີ່ປະເທດຝຣັ່ງ ນັ້ນ ຣມຕ ສາທາຣະນະສຸກ ທ່ານນາງ
    ໂຣສຊາລີນ ບາເຊີໂລ໊ ໄດ້ ກ່າວ ໃຫ້ ສຳພາດແກ່ສື່ມວນຊົນ
     ໃນມື້ນີ້ ວ່າ ປະເທດຝຣັ່ງ ຍັງ ຮັກສາ ການເຕືອນ ພັຍ ໃຫ້ຢູ່
     ໃນລະດັບ 5 ແລະ ກໍ ກ່າວເພີ່ມວ່າ ທີ່ ປະ ເທດຝຣັ່ງ ການ 
     ລ່າມແຜ່ເຊື້ອພຍາດ ບໍ່ໄດ້ເຖີງຂັ້ນໜ້າວິຕົກ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU