ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 12/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/06/2009 08:52 TU
ທ່ານຊົມພູ ພົງສາ ຫົວໜ້າຝ່ານເທັກນິກ
ການແຂ່ງຂັນຊີເກມສ໌ຄັ້ງທີ່ 25 ທີ່ ສປປ
ລາວ ຈະເປັນ ເຈົ້າພາບ (ພາບຈາກ:
http://www.laosoc.com)
ສປປ ລາວ ໄດ້ໃຫ້ການຢືນຢັນຢ່າງເປັນ
ທາງການຄັກແນ່ແລ້ວວ່າ ຈະບໍ່ນຳໃຊ້ນັກ
ກິລາເຊື້ອສາຍລາວຈາກຕ່າງປະເທດໃນ
ນາມທີມຊາດລາວ ໃນການແຂ່ງຂັນກິລາ
SEA GAMES ຄັ້ງທີ 25 ທີ່ ສປປ
ລາວ ຈະເປັນເຈົ້າພາບລະຫວ່າງວັນທີ 9
ເຖິງ 18 ທັນວາ ປີ 2009 ນີ້
ການປະກາດຢືນຢັນນີ້ ສແດງອອກໂດຍ
ທ່ານຊົມພູ ພົງສາ ຫົວໜ້າກັມມະການ
ຝ່າຍເຕັກນິກກິລາຊີເກມສ໌ຄັ້ງທີ່ 25 ທີ່ໄດ້ໃຫ້ສັມພາດແກ່ວິທຍຸຝຣັ່ງເສດສາກົນ
"Radio France Internationale" ຂອງພວກເຮົາເມື່ອວານນີ້ ພະຫັດ 11
ມິຖຸນາ ປີ 2009
ພ້ອມນີ້ ທ່ານຍັງໄດ້ບອກອີກວ່າ ຂ່າວທີ່ສເນີໂດຍ "ສຳນັກຂ່າວສານປະເທດ
ລາວ" (KPL) ເມື່ອວັນຈັນ ທີ 8 ມິຖຸນາຜ່ານມາ ທີ່ວ່າທາງການລາວໄດ້ເຊື້ອ
ເຊີນ "ນາງສາວແອນ ແກ້ວຖາວົງ" ຫລື "ວຽງສຸກ ແກ້ວ ຖາວົງ" ຊາວອັງ
ກິດເຊື້ອສາຍລາວ ແຊ້ມປ້ຽນເທັນນິສຍິງແຫ່ງປະເທດອັງກິດ ແລະອັນດັບທີ
48 ຂອງໂລກ ໃຫ້ເຂົ້າຮ່ວມທີມຊາດລາວໃນການແຂ່ງຂັນຊີເກມສ໌ຄັ້ງທີ 25 ນັ້ນ
ທ່ານບໍ່ສາມາດບອກໄດ້ວ່າຂ່າວດັ່ງກ່າວອອກມາໄດ້ແນວໃດ ເຊີນທ່ານຄລິກລຸ່ມ
ນີ້ເພື່ອຮັບຟັງການໃຫ້ສັມພາດຂອງເພີ່ນຕໍ່ວິທຍຸ RFI ຂອງພວກເຮົາ
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ