ອາເມຣິກາ-ລາວ-ຂເມນ
ຖືກຖອນອອກຈາກບັນຊີມືດ ອາເມຣິກາ
ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/06/2009 15:55 TU
ແຜ່ນທີ່ ປະເທດລາວ
ປະທານາທິບໍດິ ບາຣັກ ໂອບາມາ ປະກາດຖອນ ລາຍຊື່ ປະເທດ ລາວ ແລະ ຂເມນ ອອກຈາກບັນຊີມືດ ຊຶ່ງເປັນບັນຊີ ທີ່ຫ້າມ ບໍໃຫ້ບໍຣິສັດ ອາເມຣິກັນ ເຂົ້າໄປເຮັດການຄ້າ ຢູ່ໃນ 2 ປະເທດດັ່ງກ່າວນີ້ ທີ່ໄດ້ຮັບສິດ ໃນການກູ້ຢືມ ແລະ ການຄໍ້າປະກັນ
ປະທານາທິບໍດິ ບາຣັກ ໂອບາມາ ປະກາດຖອນ ລາຍຊື່ ປະເທດ ລາວ ແລະ ຂເມນ ອອກຈາກບັນຊີມືດ ຊຶ່ງເປັນບັນຊີ ທີ່ຫ້າມ ບໍໃຫ້ບໍຣິສັດ ອາເມຣິກັນ ເຂົ້າໄປເຮັດການຄ້າ ຢູ່ໃນ 2 ປະເທດດັ່ງກ່າວນີ້ ທີ່ໄດ້ຮັບສິດ ໃນການກູ້ຢືມ ແລະ ການຄໍ້າປະກັນ.
ປະທານາທິບໍດິ ບາຣັກ ໂອບາມາ ປະກາດວ່າ 2 ປະເທດນີ້ ບໍ່ໄດ້ຢູ່ໃນ ລະບອບ ມາກສ໌-ເລນິນ ອີກແລ້ວ ແລະ ກໍໄດ້ມີຄວາມ ກະຕືລືລົ້ນຕໍ່ລະລະບົບ ການຕລາດເສຣີ.
ການຈົດຊື່ເຂົ້າບັນຊີມືດນັ້ນ ເຮັດໃຫ້ 2 ປະເທດນີ້ ບໍ່ໄດ້ຮັບ ການອູ້ມຊູຈາກ ທະນາຄານ ອາເມຣິກັນ ໂດຍ ອັທະໂນມັດ ຕໍ່ການຊ່ວຍເຫຼືອ ໃນການສົ່ງສິນຄ້າອອກ.
ສຳຫລັບ ທ່ານ ຟີລິບ ສມິຟ ອະທິບໍດີ ອົງການປ້ອງກັນ ຊົນເຜົ່ງມົ້ງ ທີ່ອູ້ມຊູ ກຳລັງ ທຳຫານ ອາເສຣິກັນ ໃນປາງສົວຄາມ ວຽດນາມ ໄດ້ຖລແງວ່າ ໄດ້ຮັບເຄາະ ຈາກການ ກຳຈັດປັດໄຫລ່ ມາໄດ້ຫລາຍ ສິບປີນັ້ນ ຄາດວ່າ ການຕັດສິນໃຈ ຂອງ ທ່ານ ໂອບາມາ ປົດເປື້ອງ ປະເທດລາວອອກຈາກ ບັນຊີມືດນັ້ນ ເປັນສິ່ງສະທົກສະທ້ານໃຈ ແລະ ອັບອາຍຂາຍໜ້າ. ທ່ານ ຟີລິບ ສມິຟ ຫຍໍ້າວ່າ ລາວ ເປັນປະເທດ ທີ່ມີລະບອບ ພັກໂທນ ຊຶ່ງເປັນພັນທະມິດໃກ້ຊິດ ກັບ ພະມ້າ ແລະ ເກົາຫຼີເໜືອ ພ້ອມກັບຕູ່ ທ່ານໂອບາມາ ວ່າ ເປັນການຕັດສິນໃຈ ສົ່ງເສີມໃຫ້ ລັຖບານລາວ ດຳເນີນການເຂັ່ນຂ້າ ປະຊາຊົນພົລະເຮືອນ ຕໍ່ໄປ.