ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິທະຍຸຝຣັ່ງສາກົນ Rfi

ນັດຢຸດງານປະທ້ວງໄດ້ເດືອນກວ່າ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/06/2009 10:39 TU

ວິທະຍຸຝຣັ່ງສາກົນ RfiRfi

ວິທະຍຸຝຣັ່ງສາກົນ Rfi
Rfi

ນັດຢຸດງານປະທ້ວງໂດຍບໍ່ມີກຳນົດ ຂອງກັມມະບານ ແລະພະນັກງານ ວິທະຍຸຝຣັ່ງສາກົນ ໄດ້ເລີ້ມແຕ່ ວັນທີ 12 ພຶສພາ ເພື່ອຕ້ານຕໍ່ ແຜນ ເອົາຄົນອອກງານ 206 ຄົນ. ນັບວ່າເປັນ ການປະທ້ວງ ທີ່ ຍາວນານ ບໍ່ເຄີບມີມາ ຕັ້ງແຕ່ 1968 ໃນວົງການ ສື່ມວນຊົນ

ບັນດາພະນັກງານ ວິທີຍຸ, ທໍຣະພາບ ແລະຂ່າວ ສາທາຣະນະຊົນ ອັນ ມີ : ທໍຣະພາບຂອງລັຖ ທຸກຊ່ອງ, ວິທະຍຸແຫ່ງຊາດຝຣັ່ງ, ວິທະຍຸຝຣັ່ງ ສາກົນ ແລະ ສຳນັກງານຂ່າວສານຝຣັ່ງ (ອາ ແອຟ ເປ່) ຖືກຮຽກ ຮ້ອງໃຫ້ລົງຖນົນປະທ້ວງໃນມື້ອື່ນ ວັນອັງຄານ ທີ16/06, ຈາກຫົວຂົວ ອ່ານມາ ໄປ ຫາຖນົນ ເອລີເຊ່.

 

ພາຍໃນ ເດືອນນຶ່ງຜ່ານມາ, ການກະຈາຍສຽງ ຂອງ ວິທະຍຸຝຣັ່ງສາກົນ Rfi ທີ່ອອກຕ່າງປະເທດນັ້ນ ໄດ້ຖືກກະທົບກະເທືອນ ບໍ່ເປັນປົກະຕິ ຍ້ອນມີພະນັກງານບາງພາກສ່ວນ ໄດ້ທຳຫານຢຸດງານປະທ້ວງ.

 

ລາຍການພິເສດ ກ່ຽວກັບງານຊາປະນະກິດສົບ ຂອງປະທານາທິບໍດີ ກົງໂກ, ທ່ານ ໂອມ່າ ບົ່ງໂກ ໄດ້ຖືກທ່າຍທອດ ຕາມປົກະຕິ ແຕ່ ລາຍການເລືອກຕັ້ງ ເອົາສະມາຊິກ ສະພາຜູ່ແທນເອີຣົບ ໄດ້ຖືກປ່ອຍ ເພງແທນ.

 

ການປະທ້ວງ ໄດ້ດຳເນີນຕິດຕໍ່ກັນມາ ນຶ່ງເດືອນແລ້ວ ແລະ ແຕ່ລະມື້ ກໍມີມະຕິ ຈາກກອງປະຫລວງ ທຸກຄັ້ງ. ນັບວ່າເປັນປະວັດການ ທີ່ມີ ການປະທ້ວງ ຢ່າງຕິດຕໍ່ຍາວນານ ເຊັ່ນນີ້ ນັບແຕ່ 1968 ມາ ແລະ ກໍເປັນການຕັດສິນໃຈ ເດັດຂາດຂອງພະນັກງານ ເພື່ອຕ້ານຕໍ່ໂຄງການ ຂອງຄນະປົກຄອງ ທີ່ ຄາດຈະເອົາຄົນອອກງານ 206 ຄົນ.

 

ຄນະກັມມະບານຮຽກຮ້ອງໃຫ້ແຕ່ງຕັ້ງ ຜູ່ໄກ່ເກັ່ຽ ຈາກວັງ ເອລີ່ເຊ່ ທຳນຽບປະທານາທິບໍດີ ແລະຮຽກຮ້ອງໃຫ້ ມີກາໂຈະ ແຜນຫຍຸບ ວຽກງານ ທີ່ທາງຄນະປົກຄອງໄດ້ປະກາດໄປເມື່ອ ເດືອນມົກະຣາ ຕົ້ນປີນີ້ ແລະບໍ່ໃຫ້ຫຍຸບ ພະແນກພາສາລາວ, ເຍັຽຣະມັນ, ໂປໂລຍ, ຕວຽກກີ່, ແຊກໂບ-ກໂຣອາດຕ໌ ແລະ ອ່ານບານີ່ ໂດຍບໍ່ຍອມຮັບ ການເອົາຄົນອອກງານ ແບບບັງຄັບ.

 

ແຕ່ແຜນຫຍຸບວຽກງານ ຂອງງຄນະປົກຄອງ ໄດ້ຖືກສານອຸທອນ ນະຄອນຫລວງ ປາຣີ ສັ່ງໂຈະໄວ້ແລ້ວ ແລະສັ່ງໃຫ້ ທາງຄນະປົກຄອງ ເຜີຍລາຍລະອຽດຢ່າງແຈ່ມແຈ້ງ ກ່ຽວກັບການ ຈັດຕັ້ງ ອົງການ ສື່ມວນຊົນຝຣັ່ງອອກຕ່າງປະເທດ (Holding Audiovisuel extérieur de la France : AEF) ທີ່ຮວບເອົາ 3 ບໍຣິສັດເຂົ້າໂຮມກັນ ຄື ວິທະຍຸຝຣັ່ງສາກົນ (Rfi), ທໍຣະພາບ ຝຣັ່ງ 24 ຊົ່ວໂມງ (France 24) ແລະ ທໍຣະພາບ ຊ່ອງ 5 ໂລກ (TV5Monde).

 

ຂຸນສານ ຈະພິພາກສາ ໃນມື້ວັນທີ 17 ມິຖຸນາໜ້ານີ້ ວ່າການໂຮມເຂົ້າ ກັນເປັນ ບໍຣິສັດດຽວ ນັ້ນຈະຖືກຕ້ອງຕາມຫລັກການ ຫຼືບໍ່.

 

ສ່ວນຝ່າຍປົກຄອງນັ້ນ ກໍໄດ້ສະເນີ ໂຄງການກ່ຽວກັບ ອະນຸສັນຍາ ຢຸດ ການປະທ້ວງ ຕໍ່ກັມມະບານ ແຕ່ໃນນັ້ນ ໄດ້ລະບຸວ່າ ມີຄວາມຈຳເປັນຈະ ຕ້ອງ ປະຕິຮູບ ວິທະຍຸຝຣັ່ງສາກົນ Rfi ແລະມີວັຖຸປະສົງ ເຮັດໃຫ້ ງົປະມານ ມີຄວາມດູນດ່ຽງ.

 

ວິທະຍຸຝຣັ່ງສາກົນ Rfi ທີ່ ປາຣີ ມີ 19 ພາສາ ຕ່າງດ້າວ ແລະ ກະຈາຍຖ່າຍທອດສຽງຕໍ່ ໃນ 74 ໂດຍມີຄົນຮັບຟັງ 45 ລ້ານຄົນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU