ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມສຸດຍອດ ສຫພ ເອີຣົບ

ເລືອກຕັ້ງປະທານກັມມາທິການ ເອີຣົບ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/06/2009 16:38 TU

ທ່ານ ໂຮເຊ່ ມານູແອນ ບາໂຣໂຊ່Reuters

ທ່ານ ໂຮເຊ່ ມານູແອນ ບາໂຣໂຊ່
Reuters

ບັນດາຜູ່ນຳ ເອີຣົບ ປະຊຸມກັນມື້ນີ້ ເພື່ອອູ້ມຊູ ທ່ານ ໂຮເຊ່ ມານູແອນ ບາໂຣໂຊ່ ໃນການເລືອກຕັ້ງເປັນປະທານ ກັມມາທິການ ເອີຣົບ ອີກສມັຍນຶ່ງ ແລະຈະເຮັດໃຫ້ ປະເທດ ອຽກລັງດ໌ ລົງປະຊາມະຕິຮັບ ເອົາ ສົນທິສັນຍາ ລິດສບ່ອນ

ຜູ່ນຳ 27 ປະເທດ ຂອງ ສຫພ ເອີຣົບ ເລີ້ມປະຊຸມກັນມື້ນີ້ ແຕ່ເວລາ 17 ໂມງໄປ ໂດຍເຫັນພ້ອມທີ່ຈະ ເລືອກເອົາ ທ່ານ ໂຮເຊ່ ມານູແອນ ບາໂຣໂຊ່ ອາຍຸ 53 ປີ  ມີແນງໂນ້ມອານຸລັກນິຍົມຂວາ ເປັນປະທານ ກັມມາທິການ ເອີຣົບ ອີກສມັຍນຶ່ງ ສຳຫລັບ 5 ປີ ຂ້າງໜ້າ.

 

ທ່ານ ໂຮເຊ່ ມານູແອນ ບາໂຣໂຊ່ ໄດ້ເຜີຍໂຄງການສຳຄັນ ໂດຍເໜັ້ນ  ໜັກ ໄສ່ການປ້ອງກັນຜົນປະໂຍດ ຂອງເອີຣົບ ແລະ ເຮັດໃຫ້ການເມືອງ ເອີຣົບ ມີສະມັຕະພາບ ຊຶ່ງເປັນນະໂຍບາຍ ທີ່ຄ້ານຄື ຂໍ້ສເນີ ຂອງ ປະທານາທິບໍດີ ສ໊າກໂກຊີ່

 

ປະທານາທິບໍດີ ສ໊າກໂກຊີ່ ແລະ ນາຍົກລັຖະມົນຕຣີ ແມກເກີ່ນ ປະ ກາດ ອູ້ມຊູ ທ່ານ ບາໂຣໂຊ່ ແຕ່ຂໍຮ້ອງໃຫ້ ຜູ່ກ່ຽວສະເນີໂຄງການ ຢ່າງແຈ່ມແຈ້ງ.

ທ່ານ ສ໊າກໂກຊີ່ ຖແລງ ກ່ອນໜ້ານັ້ນວ່າ "ໜ້າທີ່ ຂອງທ່ານ ທ່ານ ບາໂຣໂຊ່ ແມ່ນປ້ອງກັນ ປະຊາຊົນ ເອີຣົບ ແລະ ຄໍ້າປະກັນ ລະບົບ ການໝູນເງີນໃຫ້ສມໍ່າສເມີ ແລະ ໃຫ້ມີຄວາມສມັກໃຈ ເຮັດໃຫ້ເອີຣົບ ມີອຳນາດ ດ້ານການເມືອງ ຢ່າງແທ້ຈິງ.

 

ກ່ອນໜ້ານີ້ ທ່ານ ບາໂຣໂຊ່ ໄດ້ຖືກຝຣັ່ງຕຳນິວ່າ ເອົາທ່າທີ ຕໍ່ໜ້າ ວິກິດການເສຖກິດຂອງໂລກ ຊ້າເກີນໄປ.

ບາງປະເທດ ກໍເວົ້າວ່າ ທ່ານເປັນຄົນແກ້ໄຂບັນຫາສະເພາະໜ້າເທົ່ານັ້ນ, ບາງປະເທດກໍວ່າ ເປັນຄົນ ຕີຫລົບທົບໄດ້ ໄປຕາມກະແສລົມ. ແຕ່ມາເຖີງປັດຈຸບັນນີ້, ມີທ່ານຜູ່ດຽວ ຮັບສະມັກເລືອກຕັ້ງ.

 

ສະພາເອີຣົບ ຈະເລືອກເອົາ ປະທານກັມມາທິການ ບໍຣິຫານເອີຣົບ ໃນ ກາງເດືອນ ກໍຣະດາໜ້ານີ້.  

 

ສ່ວນກ່ຽວກັບ ສົນທິສັນຍາ ລິດສບ່ອນ, ກ່ອນຈະສາມາດມີຜົນບັງຄັບໃຊ້ ນັ້ນ ກໍຕ້ອງຖືກຮັບ ສັຕຕະຍາບັນ ຈາກ 27 ປະເທດ ຢ່າງເປັນເອກະສັນ ເສັຽກ່ອນ, ແຕ່ປະເທດ ອຽກລັງດ໌ ໄດ້ປະຕິເສດໄປແລ້ວ ດ້ວຍການລົງ ປະຊາມະຕິ ໃນເດືອນ ມິຖຸນາ ປີ 2008.

 

ເພື່ອຈະໃຫ້ ປະເທດ ອຽກລັງດ໌ ຮັບສົນທິສັນຍາ ລິດສບ່ອນ ໃນຕອນ ຈະລົງ ປະຊາມະຕິ ໃນເດືອນ ຕຸລາ ຫຼືວ່າ ເດືອນກັນຍາ ໜ້ານີ້, ບັນດາຜູ່ນຳ ເອີຣົບ ຈະຕ້ອງຄໍ້າປະກັນ ທາງດ້ານກົດໝາຍ ຕໍ່ປະເທດ ອຽກລັງດ໌ ວ່າຈະບໍ່ໄປ ແຕະຕ້ອງ ຄວາມເປັນກາງ ທາງດ້ານທະຫານ, ບໍ່ແຕະຕ້ອງ ກົດໝາຍຫ້າມແທ້ງລູກ ແລະລະບົບພາສີຂອງ ອຽກລັງດ໌. ຖ້າມີການຄໍ້າປະກັນດັ່ງກ່າວນີ້ແລ້ວ ອາດເຮັດໃຫ້ປະຊາຊົນ ອຽກລັງດ໌ ປ່ຽນໃຈ ກໍເປັນໄດ້.

 

ສຳຫລັບ ອັງກິດນັ້ນ ຝ່າຍກຳອຳນາດ ກຳລັງສຽງຕົກ ອາດເປັນໂອກາດ ໃຫ້ຝ່າຍຕ້ານເອີຣົບມີສຽງຫລາຍຂື້ນ ແລະສົ່ງຜົນກະທົບ ໃສ່ການຮັບ ໃຫ້ສັຕະຍາບັນ ຕໍ່ສົນທິສັນຍາ ລິດສບ່ອນນີ້ ກໍເປັນໄດ້.

 

ແລະຢູ່ ປະເທດ ເຊັກກ໌ ປະທານປະເທດ ຄົນໃໝ່ ທ່ານ ກໂລສ ນັກ ຕ້ານເອີຣົບ ອາດເຮັດໃຫ້ການຮັບ ສັຕະຍາບັນ ຊັກຊ້າ ດ້ວຍການລົງ ລາຍເຊັນ ແຕ່ປັດຈຸບັນນີ້ ປະເທດ ເຊັກກ໌ ຍັງຖ້າສິ່ງຊອເບີ່ງຜົນການ ລົງຊາມະຕິ ຂອງ ອຽກລັງດ໌ ນັ້ນເສັຽກ່ອນ ຖ້າປະເທດນີ້ຮັບ ແລ້ວ ປະເທດເຊັກກ໌ ຈຶ່ງຈະສະເນີ ສົນທິສັນຍາ ດັ່ງກ່າວນີ້ ອີກເທື່ອໃໝ່ ໃຫ້ສະພາ ພິຈາຣະນາຮັບຮອງເອົາ .

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU