ຄົ້ນຫາຂໍ້ມູນ

/ languages

Choisir langue
 

ງານມະຫາກັມ ຍົນ ຄັ້ງທີ່ 48

ຄົບຮອບ 100 ປີຂອງງານມະຫາກັມ ສແດງຍົນ ໃນຝຣັ່ງ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/06/2009 16:39 TU

ງານມະຫາກັມ ຍົນ ຄັ້ງທີ່ 48 ທີ່ ບວກເຊ່, ຄົບຮອບ 100 ປີຂອງງານມະຫາກັມ ສແດງຍົນ ໃນຝຣັ່ງ

ງານມະຫາກັມ ຍົນ ຄັ້ງທີ່ 48 ທີ່ ບວກເຊ່, ຄົບຮອບ 100 ປີຂອງງານມະຫາກັມ ສແດງຍົນ ໃນຝຣັ່ງ

ງານມະຫາກັມ ສະແດງຍົນ ແລະ ເຄື່ອງບິນຂື້ນອາວະກາດ ຄັ້ງທີ 48 ນີ້ ເປັນງານຄົບຮອບ 100 ປີ, ເປັນປີທີ່ ມີການຈັດສັນ ຢ່າງຟົດຟື້ນ. ບໍຣິສັດ ຜລິດຍົນ ຈາກທົ່ວໂລກ ມາຮ່ວມ ພ້ອມດ້ວຍ ບໍຣິສັດ ກິ່ງກ້ານສາຂາ ມາວາງ ສະແດງສິນຄ້າປະກອບຍົນ ເກືອບເຖີງ 2.000 ຜາມ. ແລະມີຄົນເຂົ້າຊົມ ປະມານ 300.000 ຄົນແຕ່ລະຄັ້ງ

ງານມະຫາກັມ ສະແດງຍົນ ແລະ ເຄື່ອງບິນຂື້ນອາວະກາດ ຄັ້ງທີ 48 ທີ່ສະນາມບິນ ເມືອງ ບວກເຊ່ ຈັດຂື້ນທຸກໆ 2 ປີ ເລີ້ມແຕ່ ວັນທີ 15 ຫາ 21 ມິຖຸນາ. ການບິນໂຊສະແດງຍົນ ມີທຸກໆມື້, ມື້ລະ 3 ຊົ່ວ ໂມງ ເລີ້ມແຕ່ ເວລາ 12 ໂມງໄປ. ຖ່າຍທອດອອກຈໍພາບພະຍົນ ແລະອະທິບາຍການບິນ ແລະ ຄວາມດີເດັ່ນຂອງຍົນໄປພ້ອມ ເປັນ ພາສາຝຣັ່ງ ແລະ ອັງກິດ.

ຍົນແອຣ໌ບຸສ 380

ຍົນແອຣ໌ບຸສ 380

 

ປີນີ້ ມີບໍຣິສັດສຳຄັນຕ່າງໆ ຈາກທົ່ວໂລກ ມາຮ່ວມນຳເໝືອນດັ່ງທຸກໆ ຄັ້ງ ທີ່ຜ່ານມາ.

ເຊັ່ນໃນເອຣົບ ມີ : ບໍຣິສັດ ແອຣ໌ບຸສ (ຍົນໂດຍສານ), ດັສໂຊ (ຍົນລົບ ແລະຍົນທຸຣະກິດ), ອັສຕຣອມ (ຈະລວດອາຣິອ່ານ), ສເນັກມ່າ (ຫົວຈັກ), ຕວຽກໂບເມກາ (ຈັກປັ່ນຍົນເອ່ລີກົບແຕ), ເອໂຣກົບແຕ (ຍົນເອລີກົບແຕ່ ພົລະເຮືອນ ແລະ ທະຫານ), ເອີອ່າເດ່ແອສ (ຍົນລົບເອີໂຣຟ່າຍເຕີ້), ໂຣ່ນສຣ່ອຍ(ຫົວຈັກຍົນທະຫານ ແລະຈັກປັ່ນຍົນເອ່ລີກົບແຕ), ອາເບເອີ ສິສແຕມ (ຍົນລົບເອີໂຣຟ່າຍເຕີ້), ອາເລເນັຽ (ຍົນລົບເອີໂຣຟ່າຍເຕີ້), ສາບບ໌ (ຍົນລົບ ກຣີເປິ່ນ)

 

ຍົນລົບ ຣາຟ່ານລ໌

ຍົນລົບ ຣາຟ່ານລ໌

ທີ່ອາເມຣິກາ ມີ : ບໍຣິສັດ ໂບອິ່ງ (ຍົນໂດຍສານ ແລະຍນົລົບ), ລ໊ອກກີດ ມາກຕິນ (ຍົນລົບ), ແຊສນ່າ (ຍົນນ້ອຍເບົາ), ເຊເອີ ອາວິອາຊັນ (ຫົວຈັກຍົນທະຫານ ແລະ ໂດຍສານ), ພຣັດຕ໌ ແລະ ວິດເນ່ (ຈັກຍົນ), ສີ່ກ໊ອສກີ່ (ຍົນເອລີກົບແຕ່).

 

ທີ່ການາດາ ມີບໍຣິສັດ ບົ່ມບາກດິເອ່ (ຍົນທຸຣະກິດ ແລະ ໂດຍສານ).

ທີ່ຣັດເຊັຍມີ ບໍຣິສັດ ເຮັດຍົນ ມິກ (ຍົນລົບ) ແລະ ບໍຣິສັດ ສຸກ່ອຍ (ຍົນລົບ ແລະ ຍົນໂດຍສານ).

ທີ່ສປ ຈີນ ມີ ບໍຣິສັດ ໂກມັກ ແລະ ບໍຣິສັດປະກອບຍົນ ແອຣ໌ບຸສ 320.

ທີ່ອິນເດັຍ ມີ ບໍຣິສັດ ອິນດູສຕັນ (ຍົນຝຶກຫັດ, ຈັກຍົນ ແລະ ຍົນເອລີກົບແຕ).

ທີ່ຍີ່ປຸ່ນ ມີ ບໍຣິສັດ ມິສຸມິສຊິ ແຮບວີ່

ທີ່ບເຣ່ຊິນ ອັມບຣາແອ້ (ຍົນທຸຣະກິດ).

 

(ກະຣຸນາ ອ່ານຕໍ່ມື້ໜ້າ)

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU