ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໃຂ້ຫວັດໝູ

ແຜ່ລະບາດ ບໍ່ຢຸດຢັ້ງ ໃນໂລກ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 22/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 22/06/2009 14:22 TU

ສັນຍາລັກ ອົງການ ອານາມັຍໂລກ OMS (ພາບ : Flickr)

ສັນຍາລັກ ອົງການ ອານາມັຍໂລກ OMS (ພາບ : Flickr)

ໂຮງຮຽນປະຖົມ ທີ່ປາຣີ ຄຸ້ມ 15 ຖືກປິດ ຈົນເຖີງມື້ ວັນພະຫັດ ຍ້ອນມີເດັກນັກຮຽກ 7 ຄົນ ໄດ້ຕິດ ເຊື້ອໂຣຄ ໃຂ້ຫວັດໝູ H1N1 ຫລັງຈາກ ກັບມາແຕ່ ປະເທດ ອັງກິດ

ທີ່ ເມືອງ ຕູ່ລູສ໌ ໂຮງຮຽນ ມັທະຍົມ ທີ່ມີ ນັກຮຽນມັທະຍົມປີທີນຶ່ງ 16 ຄົນ ໄດ້ຕິດເຊື້ອໂຣຄ ໃຂ້ຫວັດ ໝູ ມາແຕ່ກາງເດືອນ ມິຖຸນາ ໄດ້ເລີ້ມ ກັບຄືນ ເຂົ້າໂຮງຮຽນແລ້ວ ໃນວານ ນີ້.

 

ໃນຝຣັ່ງ ມາເຖີງປັດຈຸບັນນີ້ ມີ 150 ຄົນຕິດ ເຊື້ອໂຣຄ ໃຂ້ຫວັດໝູ H1N1, ໃນນັ້ນ ມີ 115 ກໍຣະນີ ຕິດມາຈາກຕ່າງປະເທດ ແລະ 19 ກໍຣະນີ ຕິດຈາກພວກທີ່ໄປທ່ຽວຕ່າງປະເທດ ຕິດເຊື້ອໂຣຄກັບມາ ພ້ອມ.

 

ຢູ່ ສປ ຈີນ ເຊື້ອໂຣຄ ໃຂ້ຫວັດໝູ H1N1 ໄດ້ຕິດແປດກັນຕໍ່ ເຖີງ 4 ເທົ້າຕົວ ພາຍໃນ 12 ມື້ ຄືມາເຖີງມື້ນີ້ ມີ 414 ກໍຣະນີ, ໃນນັ້ນ ມີ 200 ກໍຣະນີ ໄດ້ຖືກປົວຫາຍດີແລ້ວ. ປັດຈຸບັນ ທາງການ ໄດ້ສັ່ງປິດ 30 ກວ່າໂຮງຮຽນ.

 

ສ່ວນຢູ່ ປະເທດ ອ່ານເຊ່ຣີ່ ມີກໍຣະນີ ທີ 2 ໄດ້ຖືກຄົ້ນພົບເຫັນ ເຊື້ອ ໂຣຄ ໃຂ້ຫວັດໝູ H1N1 ໃນຕອນແລງວັນອາທິດ ຜ່ານມານີ້ ຊຶ່ງແມ່ນ ເດັກທີ່ຫາກໍ ກັບມາຈາກ ສຫລ ອາເມຣິກາ. ປະເທດ ອ່ານເຊ່ຣີ່ ມີ ຢາສີດ ກັນໂຣຄໃຂ້ຫວັດໝູ (ຕາມີຟລູ) 6,5 ລ້ານຫລອດ ຕຽມໃວ້ລໍ ສະພາບການ.

 

ສຳຫລັບ ປະເທດ ອິຣານ ນັ້ນ ຫາກໍມີ ກໍຣະນີທຳອິດ ໄດ້ເລີ້ມລະບາດ ຂື້ນ, ແມ່ນເດັກ 16 ປີ ທີ່ຢູ່ ອາເມຣິກາ ໄດ້ກັບຄືນມາ ປະເທດ ອິຣານ ໃນອາທິດແລ້ວນີ້.

 

ແຕ່ຢູ່ໃນ ປະເທດ ຟີລິບປິນ ນັ້ນ ມີກໍຣະນີ ຜູ່ເສັຽຊີວິດ ດ້ວຍເຊື້ອໂຣຄ ໃຂ້ຫວັດໝູ H1N1 ຜູ່ທຳອິດ, ແມ່ນຜູ່ຍິງ ອາຍຸ 49 ປີ.

ປະເທດ ຟີລິບປິນ ມີ 428 ຄົນ ຕິດເຊື້ອໂຣຄດັ່ງກ່າວ.

 

ອົງການ ອານາມັຍໂລກ ເຜີຍວ່າ ໃນໂລກມີຜູ່ຕິດ ເຊື້ອໂຣຄ ໃຂ້ຫວັດ ໝູ H1N1 ເຖີງ 52.000 ກໍຣະນີແລ້ວ, ໃນນັ້ນມີ 231 ຄົນ ເສັຽຊີວິດ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU