ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຝຣັ່ງເສດ

ຊາຣ໌ໂກຊີ ສະເໜີກູ້ເງິນ ເພື່ອຟື້ນເສຖກິດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 23/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 23/06/2009 13:02 TU

ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌
ຊາຣ໌ໂກຊີ ຂນະກ່າວຖແລງນະໂຍບາຍ
ຕໍ່ກອງປະຊຸມຫລວງຣັຖສະພາທີ່ວັງແວຣ
ຊາຍວັນນີ້ 22 ມິຖຸນາ 2009 (Reuters)

ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ຂນະກ່າວຖແລງນະໂຍບາຍ ຕໍ່ກອງປະຊຸມຫລວງຣັຖສະພາທີ່ວັງແວຣ ຊາຍວັນນີ້ 22 ມິຖຸນາ 2009 (Reuters)

ໃນການກ່າວຕໍ່ໜ້າກອງປະຊຸມຫລວງຣັຖ
ສະພາ (ທັງສະພາສູງ ແລະ ສະພາຜູ້
ແທນຮວມກັນ) ທ່ານປະ ທານາທິບໍດີ ນິ
ໂກລາສ໌ ຊາຣ໌ໂກຊີ ໄດ້ສເນີວ່າຣັຖບານ
ຈະບໍ່ນຳໃຊ້ນະໂຍບາຍເພີ້ມພາສີລາຍໄດ້
ແຕ່ຈະດຳເນີນການກູ້ຢືມເພື່ອກະຕຸ້ນໃຫ້
ເສຖກິດຟື້ນຕົວ

ແຕ່ເຖິງປານນັ້ນ ທ່ານກໍຍັງໄດ້ຮຽກຮ້ອງ
ໃຫ້ມີການປະຢັດມັທຍັດ ທັງນີ້ເພື່ອລົດ
ຜ່ອນການຂາດດຸນມະ ຫາສານຂອງກອງເງິນທຶນປະກັນສັງຄົມ (Sécurité
sociale)

ທາງສາຍໃໝ່ເພື່ອຟື້ນເສຖກິດ
ອັນເນື່ອງມາຈາກທ່ານປະທານາທິບໍດີຝຣັ່ງເສດ ຈະບໍ່ນຳໃຊ້ວິທີການທີ່ເຄີຍໃຊ້ມາເປັນປະ
ເພນີເພື່ອແກ້ໄຂປັນຫາເສຖກິດ ຄືການຕັດລາຍຈ່າຍຂອງຣັຖບານລົງ ແລະເພີ້ມພາສີ
ລາຍໄດ້ຂຶ້ນ ແຕ່ຈະທຳການກູ້ເງິນແທນທີ່ ດັ່ງນັ້ນຈື່ງຖືໄດ້ວ່າແມ່ນທາງສາຍໃໝ່ ຫລືແບບ
ຢ່າງໃໝ່ເພື່ອກະຕຸ້ນເສຖກິດໃຫ້ຂຍາຍຕົວ (ການກູ້ຢືມຂອງຣັຖບານຄັ້ງຫລ້າສຸດມີຂື້ນເມື່ອປີ
1993)

ການກ່າວຖແລງນະໂຍບາຍຂອງທ່ານປະທານາທິບໍດີຕໍ່ໜ້າກອງປະຊຸມຫລວງຣັຖສະພາ
ຄັ້ງນີ້ ເປັນໄປຕາມການປະຕິຮູບກົດໝາຍຣັຖທັມມະນູນ ທີ່ມີຂຶ້ນເມື່ອເດືອນກໍຣກົດ ປີ 2008

ນັບເປັນຄັ້ງທຳອິດຕັ້ງແຕ່ປີ 1875 ເປັນຕົ້ນມາ ທີ່ພັກຄອມມຸຍນິດແລະພັກຂຽວອະນຸລັກທັມ
ມະຊາດ ໄດ້ຕັດສິນໃຈຄວໍ້າບາດ ບໍ່ຍອມເຂົ້າຮ່ວມ ແລະປະນາມການຖແລງຂອງທ່ານປະ
ທານາທິບໍດີວ່າເປັນ "ຄຳປາໃສຂອງຣາຊບັນລັງ" "ເປັນການໂຊວ໌ຂອງທ່ານປະທານາທິບໍ
ດີ"

ພະຍາຍາມຢູ່ເໜືອຄວາມຂັດແຍ່ງການເມືອງ
ຕອນໜຶ່ງຂອງການກ່າວ ທ່ານປະທານາທິບໍດີໄດ້ພະຍາຍາມຢູ່ເໜືອຄວາມຂັດແຍ່ງດ້ານ
ການເມືອງ ໂດຍທ່ານໄດ້ທົບທວນເຖິງຄວາມສາມັກຄີຂອງຄົນຝຣັ່ງເສດຈາກທຸກພັກຝ່າຍ
ໃນການຕໍ່ຕ້ານການຍຶດຄອງຂອງກອງທັບເຍີຣະມັນນາຊີ ແລະ ປາກົດການຄວາມສຳເລັດ
ຂອງການພັທນາທາງເສຖກິດຫລັງສົງຄາມ ທີ່ຮູ້ຈັກກັນດີໃນນາມ "Trente glorieuses"

ໝາຍເຖິງວ່າ ທ່ານປະທານາທິບໍດີຮຽກຮ້ອງໃຫ້ຄົນຝຣັ່ງເສດທຸກຄົນຮ່ວມໃຈກັນໃນການ
ກອບກູ້ປະເທດໃຫ້ຫລຸດພົ້ນຈາກວິກິດການເສຖກິດແລະການເງິນໃນຄັ້ງນີ້

ເປົ້າໝາຍການຂາດດຸນລົງ 0%
ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ກ່າວວ່າ ເງິນກູ້ຢືມ (ທີ່ຍັງບໍ່ມີການເຜີຍຈຳ
ນວນ ແລະ ການກູ້ຢືມແບບໃດ) ຈະຖືກນຳໃຊ້ໂດຍຄະນະຣັຖບານຂອງທ່ານນາຍົກ ຣມຕ
ຟຣັງຊົວສ໌ ຟີຢົງ ທີ່ຈະມີການຊັບຊ້ອນໃໝ່ໃນມື້ອື່ນນີ້ ເພື່ອດຶງການຂາດດຸນງົບປະມານລົງ
ໃຫ້ເຫລືອ 0% ໂດຍນຳເອົາລາຍໄດ້ຈາກການຂຍາຍຕົວທາງເສຖກິດໄປຖົມຂຸມງົບປະ
ມານ ຊຶ່ງເປັນການຫລີກລ້ຽງການເພີ້ມພາສີລາຍໄດ້ຂອງພົລເຮືອນ ແລະ ການຕັດລາຍ
ຈ່າຍຂອງຣັຖບານ

ຣັຖບານຄາດຄະເນວ່າປີ 2009 ນີ້ ຈະມີການຂາດດຸນງົບປະມານເຖິງກວ່າ 7% ຂອງ
PIB ແຕ່ເຖິງປານນັ້ນ ຜູ້ນຳຝຣັ່ງເສດກໍຍັງໄດ້ຮຽກຮ້ອງໃຫ້ມີການປະຢັດມັດທະຍັດ ໂດຍ
ສະເພາະການໃຊ້ຈ່າຍຂອງກອງເງິນທຸນປະກັນສັງຄົມ (Sécurité sociale) ຊຶ່ງປັດຈຸ
ບັນມີການຂາດດຸນມະຫາສານເຖິງ ກວ່າ 20 000 ລ້ານຢູໂຣເມື່ອປີ 2008 ຜ່ານມາ
ແລະຄາດວ່າປີ 2009ນີ້ຈະເລິກລົງຕື່ມອີກຢ່າງນ້ອຍ 10 000 ລ້ານຢູໂຣ ໂດຍຣັຖສະພາ
ຈະວາງກົດໝາຍອອກຄັກແນ່ທ້າຍປີນີ້ກ່ຽວກັບວິທີການປະຢັດ

ໂດຍໄດ້ຮັບກຳລັງໃຈຈາກໄຊຊະນະຂອງພັກການເມືອງຂອງເພີ່ນ "UMP" ໃນການເລືອກ
ຕັ້ງສະມາຊິກສະພາຢຸໂຣບ ແລະຄະແນນນິຍົມຈາກການຢັ່ງສຽງທີ່ສູງຂຶ້ນ ທ່ານປະທານາ
ທິບໍດີຝຣັ່ງເສດໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ການປະຕິຮູບມະຫາວິທຍາໄລແລະໂຮງ
ຮຽນມັທຍົມຕໍ່ໄປ ພ້ອມທັງສະແດງການຄັດຄ້ານຕໍ່ການໃສ່ຜ້າຄຸມຫົວໂດບປິດໜ້າຢ່າງ
ສິ້ນເຊີງຂອງຜູ້ຍິງຊາງອິສລາມນຳດ້ວຍ

ແນ່ນອນ ບັນດາພັກການເມືອງຝ່າຍຊ້າຍຊຶ່ງເປັນຝ່າຍຄ້ານແລະບັນດາກັມມະບານໄດ້
ພາກັນອອກມາສະແດງປະຕິກິຣິຍາໃນທາງລົບຕໍ່ການຖແລງນະໂຍບາຍຂອງທ່ານປະທາ
ນາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ໃນຄັ້ງນີ້ ໃນຂນະທີ່ພັກຂວາ "UMP" ຝ່າຍຣັຖບານສະ
ແດງຄວາມພໍໃຈ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU