ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຝຣັ່ງເສດ

ປັບປຸງຊັບຊ້ອນ ຄະນະຣັຖບານ ຄັ້ງໃຫຍ່

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/06/2009 12:28 TU

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ (ຢືນກາງ) ຖ່າຍພາບເປັນທີ່ຣະລຶກຮ່ວມກັບຄນະຣັຖບານ
ຊຸດປັບປຸງໃໝ່ ຫລັງຈາກມີການປະກາດບັນຊີລາຍຊື່ຄນະຣັຖບານຄົບຊຸດເມື່ອວານນີ້ (ອັງຄານ 23
ມິຖຸນາ 2009) (ພາບ: Reuters)

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ (ຢືນກາງ) ຖ່າຍພາບເປັນທີ່ຣະລຶກຮ່ວມກັບຄນະຣັຖບານ ຊຸດປັບປຸງໃໝ່ ຫລັງຈາກມີການປະກາດບັນຊີລາຍຊື່ຄນະຣັຖບານຄົບຊຸດເມື່ອວານນີ້ (ອັງຄານ 23 ມິຖຸນາ 2009) (ພາບ: Reuters)

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ໄດ້ການປະຕິຮູບຄນະຣັຖບານຢ່າງ
ຂນານໃຫຍ່ເມື່ອວານນີ້ (ພຸດ 24 ມິຖຸນາ 2009) ມີ ຣມຕ ຈະນວນແປດທ່ານ
ອອກໄປ ແລະ ແປດທ່ານເຂົ້າມາໃໝ່ ຊຶ່ງຖືໄດ້ວ່າເປັນການປັບປຸງຊັບຊ້ອນຢ່າງ
ຂນານໃຫຍ່ເກີນຄວາມຄາດໝາຍ ແນໃສ່ຮື້ຟື້ນເສຖກິດຂອງປະເທດຕາມທີ່ທ່ານ
ປະທານາທິບໍດີໄດ້ຖແລງຕໍ່ໜ້າກອງປະຊຸມຫລວງຣັຖສະພາທີ່ເມືອງແວຣ໌ຊາຍ
ເມື່ອວັນຈັນທີ່ຜ່ານມາ

ພາຣະກິດສຳຄັນຂອງຣັຖບານໃໝ່
ພາຣະກິດອັນດັບທີໜຶ່ງ ທີ່ຄນະຣັຖບານຊຸດຊັບຊ້ອນແລະປັບປຸງໃໝ່ ຈະຕ້ອງປະຕິບັດກໍຄື
ການວາງແນວທາງ "ນະໂຍບາຍຮີບດ່ວນແຫ່ງຊາດ" ພາຍໃນຣະຍະເວລາສາມເດືອນ
ໂດຍທີ່ນະໂຍບາຍຮີບດ່ວນດັ່ງກ່າວຈະໄດ້ຮັບການອູ້ມຊູສນັບສນຸນໂດຍງົບປະມານທີ່ຈະ
ມາຈາກການກູ້ຢືມ ທີ່ທ່ານປະທານາທິບໍດີໄດ້ປະກາດໃນວັນປະຊຸມຫລວງຣັຖສະພາ
ຄນະຣັຖບານຊຸດໃໝ່ເປີດປະຊຸມຄັ້ງທຳອິດໃນມື້ນີ້ (ພຸດ 24 ມິຖຸນາ)

ການວາງ "ນະໂຍບາຍຮີບດ່ວນແຫ່ງຊາດ" ກໍຄື ແກ້ໄຂວິກິດການເສຖກິດແລະການເງິນ
ຂອງປະເທດ ອັນເປັນຜົນກະທົບມາຈາກວິກິດການຂອງໂລກ ທີ່ທ່ານປະທານາທິບໍດີ
ນິໂກລາສ໌ ຊາຣ໌ໂກຊີ ວ່າຍັງບໍ່ທັນສິ້ນສຸດລົງເທື່ອ ຈົນເຮັດໃຫ້ການຂາດດຸນງົບປະມານ
ຂອງຣັຖບານເລິກລົງເຖິງກວ່າ 7% ຂອງ PIB (GDP)

ການໃຫ້ຄວາມສຳຄັນຮີບດ່ວນທາງເສຖກິດທີ່ກ່າວ ເປັນການອະທິບາຍໄດ້ເປັນຢ່າງດີ
ຕໍ່ການທີ່ ທ່ານນາງ Christine Lagarde ແລະ ທ່ານ Eric Woerth ຍັງຄົງສືບຕໍ່ຮັກ
ສາຕຳແໜ່ງເດີມຂອງຕົນຢູ່ຕໍ່ໄປ ຄືຕຳແໜ່ງ ຣມຕ ເສຖກິດ ແລະ ຕຳແໜ່ງ ຣມຕ ງົບ
ປະມານ ຕາມລຳດັບ

ຣມຕ ເປີດກວ້າງ
ຣັຖບານຊຸດປັບປຸງໃໝ່ ທີ່ນຳພາໂດຍນາຍົກ ຣມຕ ຄົນເດີມ ຄື ທ່ານ François Fillon
ຍັງໄດ້ຕ້ອນຮັບ ທ່ານ Frédéric Mitterrand ທີ່ເຂົ້າມາກຳກະຊວງວັທນະທັມ ທົດ
ແທນທ່ານນາງ Christine Albanel....ວິທຍຸ RFI ຂອງພວກເຮົາກໍຂຶ້ນຕໍ່ກະຊວງວັທ
ນະທັມ

ບໍ່ມີໃຜຄາດຄະເນມາກ່ອນວ່າ ທ່ານ Frédéric Mitterrand ຈະກາຍມາເປັນ ຣມຕ ກະ
ຊວງວັທນະທັມ ດັ່ງນັ້ນຈຶ່ງສ້າງຄວາມແປກປະຫລາດໃຈໄປທົ່ວ ທັງນີ້ເພາະທ່ານ
Frédéric Mitterrand ເປັນຫລານຊາຍຂອງທ່ານອະດີດປະທານາທິບໍດີສັງຄົມນິຍົມ
ມື້ລາງ François Mitterrand

ເພາະສນັ້ນ ຈຶ່ງຖືໄດ້ວ່າເປັນການເນັ້ນການເປີດປະຕູຂອງຣັຖບານຝ່າຍຂວາ ຫາຝ່າຍ
ຄ້ານ  ເຖິງແມ່ນວ່າທ່ານ Frédéric Mitterrand ເປັນຜູ້ມີແນວຄິດຂວາກໍຕາມ

ຣມຕ ອີກທ່ານໜຶ່ງໃນຄນະຣັຖບານຊຸດຊັບຊ້ອນໃໝ່ ທີ່ຖືວ່າແມ່ນ "ຣມຕ ເປີດກວ້າງ" ກໍຄື
ທ່ານ Michel Mercier ທີ່ກາຍມາເປັນ ຣມຕ ຮັບຜິດຊອບກິຈການຊົນນະບົດແລະການ
ຈັດສັນດິນແດນ

ທີ່ຖືວ່າແມ່ນ "ຣມຕ" ເປີດກວ້າງກໍເພາະທ່ານເປັນນາຍຄັງຂອງພັກແນວຄິດກາງຂວາ
"Movement démocratique" (MoDem) ທີ່ມີທ່ານ François Bayrou ເປັນປະ
ທານ ແລະ ທ່ານ François Bayrou ຜູ້ນີ້ກໍເປັນຜູ້ຄັດຄ້ານທ່ານປະທານາທິບໍດີ
Nicolas Sarkozy ສຸດໂຕ່ງ

ເລື່ອນຖານະ ຣມຕ
ນອກຈາກ ທ່ານນາງ Rachida Dati ແລະ ທ່ານ Michel Barnier ທີ່ອອກຈາກຄນະ
ຣັຖບານເພື່ອໄປທຳໜ້າທີ່ສະມາຊິກສະພາຢຸໂຣບຫລັງຈາກໄດ້ຮັບການເລືອກຕັ້ງແລ້ວ
ບັນດາ ຣມຕ ທີ່ສຳຄັນທ່ານອື່ນໆຍັງຄົງຢູ່ໃນຄນະຣັຖບານຕໍ່ໄປ ແຖມໄດ້ຮັບການເລື່ອນ
ຖານະຂື້ນເປັນ ຣມຕ ອາວຸໂສນຳດ້ວຍ

ດັງນັ້ນ ທ່ານນາງ Michèle Alliot-Marie (Ministre d'Etat ທຽບເທົ່າຕຳແໜ່ງ
ຮອງນາຍົກ ຣມຕ) ຈຶ່ງໄດ້ຍ້າຍຈາກກະຊວງພາຍໃນໄປຮັບຕຳແໜ່ງເປັນ ຣມຕ ຍຸດຕິທັມ
ທົດແທນທ່ານນາງ Rachida Dati ທຳໃຫ້ທ່ານນາງ Michèle Alliot-Marie ກາຍ
ມາເປັນ ຣມຕ ອາວຸໂສ ທີ່ມີພຽງສອງທ່ານໃນ ຄນະຣັຖບານ ຮ່ວມກັບທ່ານ Jean-Louis
Boorlo ທີ່ຍັງຮັກສາຕຳແໜ່ງ ຣມຕ ກະຊວງນິເວດວິທຍາ ພລັງງານ, ການພັທນາ
ທີ່ຍືນຍົງ, ສມຸດສາດ, ເທັກໂນໂລຢີຂຽວ ແລະ ອາກາດ ຊຶ່ງຖືໄດ້ວ່າເປັນອະພິມະຫາກະ
ຊວງ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU