ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອຸບັດຕິເຫດທາງອາກາດ

Airbus ຕົກອີກຄັ້ງທີສອງ ໃນເວລາ ບໍ່ເຖິງເດືອນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/06/2009 14:05 TU

ເຮືອບິນໂດຍສານ Airbus A-310 ຂອງສາຍ
ການບິນ Yemenia Airways ທີ່ເກີດອຸບັດຕິ
ເຫດ (ພາບ: Reuters)

ເຮືອບິນໂດຍສານ Airbus A-310 ຂອງສາຍ ການບິນ Yemenia Airways ທີ່ເກີດອຸບັດຕິ ເຫດ (ພາບ: Reuters)

ຣະຍະເວລາບໍ່ເຖິງໜຶ່ງເດືອນຊໍ້າ ຫລັງ
ຈາກທີ່ແອຣ໌ບັສ A-330-200 ຂອງສາຍ
ການບິນ Air France ໄດ້ເກີດອຸບັດຕິ
ເຫດຕົກໃນມະຫາສະໝຸດແປຊີຟິກ ພ້ອມ
ຜູ້ໂດຍສານແລະເຈົ້າໜ້າທີ່ເຮືອບິນ 228
ຄົນ

ຕົກມາເຖິງມື້ນີ້ (ອັງຄານ 30 ມິຖຸນາ
2009) ແອຣ໌ບັສ A-310-300 ສາຍການບິນ "Yemenia Airways" ກໍ
ເກີດອຸບັດຕິເຫດຕົກອີກພ້ອມຜູ້ໂດຍສານ 153ຄົນ ໃນນັ້ນເປັນຊາວຝຣັ່ງເສດ
66 ຄົນ ສ່ວນທີ່ເຫລືອເປັນຊາວ Comoriens...ຂ່າວຫລ້າສຸດແຈ້ງມາວ່າ
ມີເດັກນ້ອຍໜຶ່ງຄົນລອດຊີວິດ

ຄະນະຜູ້ໂດຍສານຂອງແອຣ໌ບັສ A-310-200 ທີ່ເກີດອຸບັດຕິເຫດຄັ້ງນີ້ ເລີ້ມຕົ້ນການເດີນ
ທາງທີ່ສະໜາມບິນ Charles de Gaulle ຂອງນະຄອນຫລວງປາຣີສ໌ ປະເທດຝຣັ່ງ
ເສດ ດ້ວຍເຮືອບິນໂດຍ ສານປະເພດ A-330-200 ຂອງສາຍການບິນດຽວກັນ ໄປລົງ
ທີ່ເມືອງມາຣ໌ໄຊ ໃນພາກໃຕ້ຂອງປະ ເທດ

ຈາກເມືອງມາຣ໌ໄຊ ບັນດາຜູ້ໂດຍສານໄດ້ປ່ຽນເຮືອບິນເປັນ A-310-300 ມຸ່ງໜ້າສູ່ກຸງ
Saana ເມືອງຫລວງຂອງປະເທດ Yemen ແຕ່ກໍໄດ້ເກີດອຸບັດຕິເຫດຕົກເສຍກ່ອນໃນ
ມະຫາສະໝຸດອິນເດຍເມື່ອຄືນວັນຈັນຕໍ່ເຊົ້າອັງຄານນີ້ ຫ່າງຈາກໝູ່ເກາະ Comores
ປະມານ 15 ກ.ມ. ກ່ອນທີ່ເຮືອບິນຈະບິນລົງສູ່ສະໜາມບິນກຸງ Moroni ເມືອງຫລວງ
ຂອງເກາະ Comores

"ບໍ່ແມ່ນເລື້ອງແປກປລາດທີ່ເກີດອຸບັດຕິເຫດຄັ້ງນີ້ ເພາະເປັນເຮືອບິນທີ່ບໍ່ໄດ້ມາຕຖານ
ສາກົນເລີຍ" ທ່ານ Farid Soilihi ປະທານສະມາຄົມ "SOS-Voyages aux
Comores" ໄດ້ກ່າວຕໍ່ຜູ້ສື່ຂ່າວ

ທ່ານຢໍ້າອີກວ່າ "Yemenia Airways" ເປັນສາຍການບິນຣາຄາຖືກທີ່ສຸດໃນຈຳນວນ
ສາຍການບິນ ໂຫລໆ ບໍ່ມີສາຍແອວ ຫ້ອງນໍ້າຕັນ ຫ້ອງເກັບກະເປົ໋າເປີດ ບໍ່ມີລະບົບຄວາມ
ປອດໄພແຕ່ຢ່າງໃດເລີຍ

ປະທານສະມາຄົມ "SOS-Voyages aux Comores" ໄດ້ເຜີຍອີກວ່າ ໄດ້ເຄີຍສົ່ງ
ຈົດໝາຍເຕືອນໄປຍັງກະຊວງຕ່າງປະເທດ ກະຊວງພາຍໃນ ແລະ ກະຊວງຂົນສົ່ງ ຂອງ
ຝຣັ່ງເສດມາແລ້ວ ສະມາຄົມກະຈະຈັດການປະທ້ວງທີ່ເດີ່ນບິນ Charles de Gaulle
ໃນວັນທີ 11 ເດືອນສິງຫາໜ້າ ແຕ່ກໍມາເກີດອຸບັດຕິເຫດນີ້ກ່ອນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU