ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຍົນຕົກ ທີ່ ໂກ໊ມໍຣ໌

ພົບກ່ອງດຳຂອງ ຍົນຕົກແລ້ວ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/07/2009 11:41 TU

ຣມຕ ການຂົນສົ່ງຝຣັ່ງ ທ່ານ ໂດມີນິກ
ບຸສເຊີໂຣ໊ ໃຫ້ສຳພາດແກ່ສື່ມວນຊົນ ມື້
ວານນີ້ ກ່ຽວກັບຍົນ A310-300 ຕົກ
ທີ່ໝູ່ເກາະໂກ໊ມໍຣ໌         ຣ/ຟລິກ

ຣມຕ ການຂົນສົ່ງຝຣັ່ງ ທ່ານ ໂດມີນິກ ບຸສເຊີໂຣ໊ ໃຫ້ສຳພາດແກ່ສື່ມວນຊົນ ມື້ ວານນີ້ ກ່ຽວກັບຍົນ A310-300 ຕົກ ທີ່ໝູ່ເກາະໂກ໊ມໍຣ໌ ຣ/ຟລິກ

ທາງການຝຣັ່ງ ໄດ້ເຜີຍວ່າ ໄດ້ພົບກ່ອງ ສັນຍານດຳ ຂອງຍົນແອຣ໌ບຸສທີ່ ໄດ້ຕົກ ທີ່ໝູ່ເກາະ ໂກ໊ມໍຣ໌ ແລ້ວ ສ່ວນຣັຖບານ ຂອງປະເທດ ເບ້ເມນ ນັ້ນໄດ້ຢືນຢັນວ່າ ຍົນ ແອຣ໌ບຸສລຳດັ່ງກ່າວໄດ້ມີການກວດ ແປງເບີ່ງດ້ານເຕກນິກມາແລ້ວໃນເດືອນ ພືສພາ ແລະຍົນລຳນີ້ ກໍໄດ້ທຳການບີນ ໄປ-ມາຕລອດເລື້ອຍ ສູ່ເອີຣົບ ແລະ ກໍ ຢໍ້າ ວ່າ ມີນະໂຍບາຍເຂັ້ມງວດ ໃນການ ກວດແປງ ຮັກສາເຄື່ອງບີນ
ໂຄສົກ ຂອງກະຊວງ ການຮ່ວມມືຝຣັ່ງ ໄດ້ທຳການເປີດເຜີຍ ວ່າ ກ່ອງດຳໄດ້ໃຫ້ ສັນຍານ ໂດຍ ແມ່ນເຮືອບີນລາດຕະເວນ ທາງ
ອາກາດ ເປັນຜູ່ຈັບສັນຍານ ໃນ ເວລາ 16 ມ 30 (ເວລາທີ່ຝຣັ່ງ) ໄກຈາກຝັງ Grand Comore ປະມານ 40 km

ແລະ ໃນຂນະນີ້ ກຳປັ່ນ La Rieuse ຝຣັ່ງ ໄດ້ມຸ່ງໜ້າໄປ ຍັງ
ພື້ນທີ່ດັ່ງ ກ່າວເພື່ອກູ້ເອົາ ກ່ອງດຳຂື້ນມາຈາກທະເລ ເມື່ອໄດ້
ເຫັນວ່າ ມີຜູ່ນື່ງລອດຊີວິດໄດ້ ກໍບໍ່ສາມາດເວົ້າໄດ້ວ່າ ຍົນທີ່ໄດ້
ຕົກໄປນັ້ນ ໄດ້ຖືກລະເບີດກາງອາກາດ

ຄນະໜ່ວຍກູ້ພັຍຝຣັ່ງ ມື້ວານນີ້ ກໍໄດ້ທຳການ ຄົ້ນຫາຜູ່ ທີ່ອາດ ມີການລອດຊີວິດ ຫລັງ ການປະສົບເຫດ ເຮືອບີນຕົກ ໃນເຂດ
ທ່າມກາງ ສະພາບອາກາດທີ່ມີການ ປັ່ນປ່ວນ ແລະ ການຄົ້ນຫາ ກໍດຳເນີນຕື່ມອີກ ໃນມື້ນີ້ເຊັ່ນກັນ


ຄອບຄົວ ຂອງຜູ່ທີ ຖືກເຄາະຮ້າຍ ຍົນ A310-300 ຕົກ ຕ່າງພາກັນໂສກເສົ້າເມື່ອ ຊາບເຫັນການ Crash ຂອງຍົນລຳດັ່ງກ່າວ ທີ່ໄດ້ພາກເອົາ ຊີວິດຄົນໄປ 153 ຄົນ ແຕ່ກໍມີນາງນ້ອຍອາຍຸ 14 ປີ ທີ່ລອດຊີວິດຢ່າງປະຕິຫານ ຮ / ຟລິກ

ຄອບຄົວ ຂອງຜູ່ທີ ຖືກເຄາະຮ້າຍ ຍົນ A310-300 ຕົກ ຕ່າງພາກັນໂສກເສົ້າເມື່ອ ຊາບເຫັນການ Crash ຂອງຍົນລຳດັ່ງກ່າວ ທີ່ໄດ້ພາກເອົາ ຊີວິດຄົນໄປ 153 ຄົນ ແຕ່ກໍມີນາງນ້ອຍອາຍຸ 14 ປີ ທີ່ລອດຊີວິດຢ່າງປະຕິຫານ ຮ / ຟລິກ



ຣັຖບານຂອງເຍ້ເມນໄດ້ສແດງຄວາມບໍ່ພໍໃຈເມື່ອ ທ່ານ ໂດມີນິກ ບຸສເຊີໂຣ ຣມຕ ດ້ານການຄົມມະນາຄົມຝຣັ່ງ ໄດ້ເຜີຍ ວ່າ ຍົນລຳ
ນີ້ໄດ້ຖືກ ທາງຝ່າຍ ທ່າອາກາດ ພົລເຮືອນຝຣັ່ງ ກວດ ພົບ ໃນ ປີ
2007 ແອຣ໌ບຸສລຳນີ້ ມີ ຂໍ້ບົກພ່ອງຫລາຍຈຸດ ແລະ ຍົນລຳດັ່ງ
ກ່າວ ຈື່ງໄດ້ຖືກ ສັ່ງຫ້າມບໍ່ໃຫ້ບີນ ຜ່ານນ່ານຟ້າຝຣັ່ງ ອີກເລີຍ

ສາເຫດມາຈາກເຫດຜົນ  ຂອງດີນຟ້າອາກາດ ບໍ ? ຍົນມັນ
ຂາດ ການຊ້ອມແຊ້ມ
ມີການ ຊຳລຸດຊຸດໂຊມ ບໍ ? ຫລືວ່າ ເປັນຍ້ອນເກີດຄວາມຜິດພາດ ອັນມາຈາກຄົນ ບໍ ? ອັນເຫັນ
ວ່າ ມັນສາມາດ ຖືກນຳມາວິຈັຍກັນ ຊື່ງກໍບໍ່ທັນຣູ້ໄດ້ ແລະ
ໃນຂນະນີ້ ກໍ ແມ່ນໄດ້ຣູ້ສັນຍານ ຂອງ ກ່ອງດຳແລ້ວ ມີແຕ່ ລໍຖ້າການໄປເອັາຂື້ນມາຈາກນ້ຳ
ແລ້ວ ຈື່ງ ສາມາດ ໃຈ້ແຍກ
ວ່າ ສາເຫດຂອງຍົນຕົກ ມັນແມ່ນອັນໃດກັນແທ້

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU