ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດ ອິຕາລີ / ການປະຊຸມ G 8

ປະຊຸມ ສຸດຍອດ ປະເທດ ຮັ່ງມີທີ່ສຸດ ໃນໂລກ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 08/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/07/2009 14:14 TU

ໂລໂກ໊ ຂອງການປະຊຸມ G 8 ທີ່ມີຂື້ນ
ໃນລະຫວ່າງ ວັນທີ່ 8-10 ກໍຣະກະດາ
ຂອງ ສັປະດານີ້         ຮ / ຣຕ

ໂລໂກ໊ ຂອງການປະຊຸມ G 8 ທີ່ມີຂື້ນ ໃນລະຫວ່າງ ວັນທີ່ 8-10 ກໍຣະກະດາ ຂອງ ສັປະດານີ້ ຮ / ຣຕ

ຟື້ນຟູເສຖກິດ ຂອງໂລກ ແລະ ບັນຫາ ອິຣານ ເປັນຫົວຂໍ້ສຳຄັນ ທີ່ຈະມີ ການ ປະຊຸມສຸດຍອດ ລະຫວ່າງກັນ ຫາກແຕ່ ວ່າບໍ່ມີ ການເວົ້າເຖີງສະພາບແວດລ້ອມ ຊື່ງເຫັນ ວ່າຄວນ ຈະຕ້ອງເວົ້າກັນ ເຖີງ ການປ້ອງກັນ ແລະ ຮັກສາ ບໍ່ໃຫ້ໜ່ວຍ ໂລກນີ້ ມັນເພີ່ມຄວາມ ຮ້ອນເຮງຂື້ນ
ທັມມະດາແລ້ວ ການປະຊຸມ ແມ່ນ ເລີ່ມໃນເວລາ 11 ມ ຕາມເວລາ ມາຕຖານ ສາກົນ ດ້ວຍການ ຮັປະທານ ອາຫານທ່ຽງ ຊື່ງ ຄວບກັບ ການເຮັດວຽກ ໄປ ພ້ອມໆກັນ ກ່ຽວກັບ ບັນຫາ ເສຖກິດ ຂອງ ໂລກ ອັນຕ້ອງ ມີ ກົລຍຸທ ໃຫ້ມັນ ສາມາດ ຝ່າອຸປະສັກຂອງ ວິກິຕການໆ
ເງີນ ຊື່ງ ຜູ່ນຳ ຂອງ ບັນດາ ປະເທດ ທີ່ ມີຄວາມຮັ່ງມີ ອຸດົມສົມບູນ ກວ່າຫມູ່ 7  ປະເທດ ໃນໂລກ ເຊັ່ນ ຝຣັ່ງ ອັງກິດ ເຍັຍລະມັນ ຍີ່ ປຸ່ນ ການາດາ ອະເມຣິກາ ອີຕາລີ ແລະ ຣັດເຊັຍ ຈື່ງ ໄດ້ມີ ການ ເອີ້ນ
ກັນ ວ່າ G 8

ເປັນໂອກາດ ທີ່ ຂາປະຊຸມ ທັງໝົດ ຈະ ພາກັນ ມີການສລຸບຜົນດ້ວຍ
ກັນ ກ່ຽວກັບ ສະພາບການ ການເງີນຂອງໂລກ ລະຫວ່າງ ການປະ ຊຸມສຸດຍອດ ຂອງ G 20 ໃນເດືອນ ເມສາຜ່ານມາ ແລະ ທີ່ ເມືອງ ປິສບູກ ສະຫະຣັດ ອະເມຣິກາ ໃນເດືອນ ກັນຍາໜ້າ

ກ່ຽວກັບ ບັນຫາ ປະເທດ ອິຣານນັ້ນ ອິງຕາມ ທັສນະ ຂອງ ທ່ານ ແບກລຸສໂກ່ນີ່ ນາຍົກ ຂອງ ອິຕາລີ ແລ້ວ ກໍເຫັນວ່າ ປະເທດຝຣັ່ງ ມີຄວາມເຫັນດີ ທີ່ ຈະຄວນ ເພີ່ມ ການວາງໂທດ ໃສ່ ອິຣານ ແລະ ກໍເຫັນວ່າ ໃນຕອນແລງ ວານນີ້ ທີ່ ກ່າຣາກ໊າສ ປະເທດ ເວເນຊູຍ
ເອລ່າ ໃນໂອກາດ ການໃຫ້ສຳພາດແກ່ ໂທຣະພາບ Globovision
ນັ້ນ  ຣມຕ ກະຊວງ ຕ່າງປະເທດ ອະເມຣິກາ ທ່ານ ນາງ ຮິລາຣີ
ກລິນຕັນ ໄດ້ ກ່າວວ່າ ກຸງວໍຊິງຕັນ ອາດເຫັນດີ ເພີ່ມໂທດ ໃສ່ ປະ
ເທດ ອິຣ່ານ ຖ້າຫາກການເຈຣະຈາ ຫາກ ບໍ່ປະສົບ ຄວາມສຳເຣັດ



ກຸ່ມນິຍົມ ອະນຸລັກນິຍົມ ທັມມະຊາດ ໄດ້ພາກັນ ເຄື່ອນໄຫວ ຢູ່ ທີ່ ນ້ຳແຊນ
ທວງໃຫ້ມີ ການຮັກສາ ສພາບແວດລ້ອມກ່ອນທີ່ຈະມີການປະຊຸມ G 8 ມື້ນີ້
ທ ເມືອງ  L'Aquila ປະເທດ ອິຕາລີ                    ຮ / ຣຕ

ກຸ່ມນິຍົມ ອະນຸລັກນິຍົມ ທັມມະຊາດ ໄດ້ພາກັນ ເຄື່ອນໄຫວ ຢູ່ ທີ່ ນ້ຳແຊນ ທວງໃຫ້ມີ ການຮັກສາ ສພາບແວດລ້ອມກ່ອນທີ່ຈະມີການປະຊຸມ G 8 ມື້ນີ້ ທ ເມືອງ L'Aquila ປະເທດ ອິຕາລີ ຮ / ຣຕ



ປ້ອງກັນຄວາມຮ້ອນຂອງໜ່ວຍໂລກ


ໃກ້ຈະເຖີງເວລາ ປະຊຸມກັນ ກ່ຽວກັບເຣື້ອງນີ້ ໃນເດືອນ ທັນວາໜ້າ
ທີ່ Copenhague ນັ້ນ ກຸ່ມ G 8 ທີ່ເປັນເຈົ້າການ ສ້າງມົນພິດ ແລະ ອູນນະພູມຮ້ອນຄື ໃນເຮືອນກະຈົກ ອອກມາ ເຖີງ 40% ນັ້ນ ກໍ ຕ້ອງ ມີການຕົກລົງກັນ ໃຫ້ ມີການຜ່ອນ CO2 ຄວັນພິດ ສູ່ໂລກ ຢ່າງນ້ອຍ
50 %  ແຕ່ນີ້ ໄປຫາ ປີ 2050

ຫາກແຕ່ວ່າ ຖ້າຂາດ ການປະກອບສ່ວນແນວຄິດ ອັນນີ້ ຈາກ ບັນດາ ປະເທດ ທີ່ກຳລັງພຸ່ງຈເຣີນຂື້ນໃຫມ່ ມັນກໍຄົງຍັງເປັນຂອງຍາກ ຢູ່ແທ້

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU