ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດ ອິຕ່າລີ / ການປະຊຸມ G 8 ທີ່ ເມືອງ ລ່າກິລ່າ

ກຸ່ມ G 8 ຮ່ວມປະຊຸມ ກັບ G 5

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/07/2009 06:34 TU

ການພົບພໍ້ ທ່ານ ໂອບ່າມ່າ ໃນໂອກາດ
ການປະຊຸມ G 8 ທີ່ ເມືອງ ລ່າກິລ່າ
ປະເທດ ອິຕ່າລີ       ຮ / ຣຕ

ການພົບພໍ້ ທ່ານ ໂອບ່າມ່າ ໃນໂອກາດ ການປະຊຸມ G 8 ທີ່ ເມືອງ ລ່າກິລ່າ ປະເທດ ອິຕ່າລີ ຮ / ຣຕ

ການປະຊຸມ ມື້ທີ່ສອງ ຂອງ G 8 ນັ້ນ ກໍມີ ຜູ່ຕ່າງໜ້າອີກ 5 ປະເທດທີ່ໄດ້ພຸ່ງ ສູ່ຄວາມຈເຣີນ ມາ ຮ່ວມປະຊຸມນຳເຊັ່ນ ປະເທດ ບເຣ້ຊີລ ສປຈີນ ອັຟຣິກໃຕ້ ອີນເດັຍ ແລະ ເມກຊິກ ອັນຊື່ງເຫັນວ່າ ການປະຊຸມ ແມ່ນບັນຫາອູນນະພູມຂອງ ໜ່ວຍໂລກ ທີ່ມັນຮ້ອນເອົ້າ ທີ່ມັນທະວີ ຂື້ນນັບມື້
ກຸ່ມ G 8 ທີ່ ເມືອງ ລ່າກິລ່າ ປະເທດ ອິຕ່າລີ       ຮ / ຣຕ

ກຸ່ມ G 8 ທີ່ ເມືອງ ລ່າກິລ່າ ປະເທດ ອິຕ່າລີ ຮ / ຣຕ



ສຳລັບ ການປະຊຸມ ສຸດຍອດ ຂອງ G 8 ໃນມື້ນີ້ ກໍແມ່ນ ຕ່າງ ພຍາ ຍາມກັນ ຈະໃຫ້ມີແນວຄິດສອດຄ້ອງ ລະຫວ່າງກັນ ກ່ຽວກັບ ການ ປ່ຽນແປງ ຂອງ ດີນ ຟ້າອາກາດ ແລະ ດ້ານ ການຄ້າ ເປັນ ສອງ ຈຸດໃຫຍ່ ທີ່ ປະເທດ ກຳລັງພັທນາ ລໍຖ້າຜົນ ອອກມາຈາກການປະ
ຊຸມ ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ໂອບ່າມ່າ ໃນຕອນບ່າຍມື້ນີ້

ບັນຫາ ການປ່ຽນແປງຂອງ ດີນຟ້າ ອາກາດ ກໍແມ່ນ ນອກຈາກ ໄດ້ ໂຮມເອົາ ຜູ່ ຕ່າງໜ້າ G 8 , G 5 ແລ້ວ ກໍ ຍັງມີ ປະເທດ ໂອສຕຣາລີ ອີນໂດເນເຊັຍ ສະຫະພາບ ເອີຣົບ ແລະ ດ່ານມາກ ຮ່ວມ 17 ປະເທດ

ເປັນ ການວາງເດີມພັນຍາກຢູ່

ຖັ້າຈະເວົ້າແລ້ວ ມື້ວານນີ້ ປະເທດ ທີ່ ຮັ່ງມີ ອຸດົມສົມບູນ ກໍຍັງ ເຫັນ
ດີ ດ້ວຍ ກັນ ວ່າ ການສ້າງຜລິດສະທ້ອນ ໃຫ້ເກີດ ຄວາມຮ້ອນ ດ້ານ ອຸດສາຫະກັມນັ້ນ ກໍ ແມ່ນ ບໍ່ຕ້ອງກາຍ 2° C ເມື່ອຫາກສົມທຽບ ໃສ່ກັບຍຸກກ່ອນມີອຸດສາຫະກັມ

ນອກຈາກນັ້ນອີກ ກຸ່ມປະເທດນີ້ ກໍ ຍັງ ໄດ້ຕົກລົງກັນ ອີກວ່າ ຈະລຸດ ຜ່ອນການ ຜລິດ ຄວາມ ຮ້ອນອົບເອົ້າຄື ຢູ່ໃນເຮືອນກະຈົກ GES
Gaz à Effet de Serre ຈາກ 50% ໄປຫາ 80% ນັບແຕ່ນີ້ ໄປ
ຫາ ປີ 2050

ຫາກແຕ່ວ່າ ການສົນທະນາ ກັນກ່ຽວກັບ ບັນຫານີ້ ກໍ ຍັງເປັນ
ຂອງ ຍາກຢູ່ ເພາະ ວ່າທັງ ສປຈີນ ແລະ ອີນເດັຍ ກໍ ຍັງບໍ່ເຫັນດີ
ທີ່ ຈະລຸດຜ່ອນການຜລິດ GES ລົງມາ ເຄີ່ງນື່ງ ທັງທີ່ ກຸ່ມ G 8 ພາກັນຍອມຜ່ອນລົງມາແລ້ວ

ບັນຫາ ປະເທດ ອິຣ່ານ

ພາຍໃນ ກຸ່ມ G 8 ແນວຄິດ ກ່ຽວກັນ ອິຣ່ານ ກໍ ບໍ່ສອດຄ້ອງ ກັນ
ທັງນີ້ ກໍ ຍ້ອນ ວ່າ ປະເທດ ຣັດເຊັຍ ໃຫ້ຄວາມເຫັນວ່າ ສະຖານະ
ການ ທີ່ ໄດ້ເກີດ ມີການປະ ທ້ວງ ທີ່ປະເທດນີ້ ກໍ ແມ່ນ ເປັນບັນຫາ ພາຍໃນເອງ

ສ່ວນວ່າ ຕອນແລງວານນີ້ ທ່ານ ຊ໊າກໂກຊີ ປະທານາທິບໍດິ ຝຣັ່ງ
ກໍ ໄດ້ກ່າວ ວ່າ ກຸ່ມ ປະເທດທີ່ ມີ ການອຸດສາຫະກັມສູງ 8 ປະເທດ ກໍເຫັນເປັນ ເອກະສັນ ກັນ ຄວນໃຫ້ ໂອກາດ ເວລາ ແກ່ ອິຣ່ານ
ໂດຍແມ່ນ ມີ ການເຈຣະຈາ ກັບປະ ເທດນີ້ ກ່ຽວກັບ ບັນຫາ ນິວ
ຄເລັຍ ຊື່ງ ການປະຊຸມ ຂອງ 20 ປະເທດ ຈະ ມີ ຂື້ນ ໃນ ວັນທີ່ 24 ກັນຍາໜ້າ ທີ່ Pittsburg

ນອກຈາກນັ້ນອີກ ຜູ່ນຳຝຣັ່ງ ຍັງໄດ້ ກ່າວ ເພີ່ມວ່າ ຖ້າຫາກ ບໍ່ ມີ
ຫຍັງ ກ້າວໜ້າ ຈື່ງ ຄວນຈະ ມີການເອົາທ່າທີ່ໄດ້

ເສຖກິດ ຂອງໂລກ

ການປະຊຸມ ທີ່ L'Aquila ກ່ຽວເຣື້ອງນີ້ ກໍເຫັນ ວ່າ ທັງ 8 ປະ ເທດ
ກໍ ແມ່ນວາງ ຄວາມຮອບຄອບ ໄວ້ກ່ອນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU