ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສລອງວັນຊາດຝຣັ່ງ ໑໔ ກໍຣະກະດາ

ກອງທັບອີນເດັຽ ຮ່ວມຄັ້ງແລກ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/07/2009 14:07 TU

ຖນົນເອລີເຊ ນະຄອນຫຼວງ ປາຣີສ໌ ກອງ ອາຣັກຂາ ປະຈຳໂຕ ປະທານາທິບໍດີ ແຫ່ງ ສາທາຣະນະຣັດຝຣັ່ງ ໃນຂນະເດີນ ສວນສນາມ ສລອງວັນຊາດ ໑໔ ກໍຣະກະດາ ໒໐໐໘ (ພາບ : Flickr)

ຖນົນເອລີເຊ ນະຄອນຫຼວງ ປາຣີສ໌ ກອງ ອາຣັກຂາ ປະຈຳໂຕ ປະທານາທິບໍດີ ແຫ່ງ ສາທາຣະນະຣັດຝຣັ່ງ ໃນຂນະເດີນ ສວນສນາມ ສລອງວັນຊາດ ໑໔ ກໍຣະກະດາ ໒໐໐໘ (ພາບ : Flickr)

ປະເທດອີນເດັຽ ເປັນແຂກ ກິຕິ ມະສັກ ຖືກເຊີນມາຮ່ວມ ສລອງ ວັນຊາດຝຣັ່ງ ໑໔ ກໍຣະກະດາ ປີນີ້. ອັນໝາຍຄວາມວ່າ ກອງທັບ ອີນເດັຽ ຈະເດີນສວນສນາມ ຄັ້ງ ທຳອິດ ທີ່ຖນົນເອລີເຊ ໂດຍຈະມີ ນາຍົກອີນເດັຽ ຕິດຕາມມາຮ່ວມ ຊົມນຳ. ນອກຈາກນີ້ ນັບເປັນ ຄັ້ງແລກ ທີ່ຈະເດີນສວນສນາມ ທີ່ປາຣີສ໌ແລ້ວ ກໍຍັງເປັນຄັ້ງ ປະຖົມມະເລີກ ທີ່ ກອງທັບອີນເດັຽ ຮ່ວມເດີນສວນສນາມ ສລອງ ວັນຊາດ ໃນຕ່າງປະເທດ ນຳອີກດ້ວຍ.
ຣາຕຣີ ເອລີເຊ. ຖນົນເອລີເຊ  ຂື້ນຊື່ລືຊາວ່າ ເປັນຖນົນ ທີ່ສວຍງາມທີ່ສຸດ ຂອງໂລກ (ພາບ : Flickr)

ຣາຕຣີ ເອລີເຊ. ຖນົນເອລີເຊ ຂື້ນຊື່ລືຊາວ່າ ເປັນຖນົນ ທີ່ສວຍງາມທີ່ສຸດ ຂອງໂລກ (ພາບ : Flickr)

ໃນຖານະ ເປັນແຂກ ກິຕິມະສັກ ທີ່ຖືກເຊີນມາຮ່ວມ ສລອງວັນຊາດ ຝຣັ່ງ ໑໔ ກໍຣະກະດາ ປີນີ້ ປະເທດ ອີນເດັຽ ໄດ້ສົ່ງ ທະຫານຈາກ ໓ ກຳລັງກອງທັບ ມາປະກອບສ່ວນ ເດີນ ສວນສນາມ ທີ່ຈະມີຂື້ນ ຕາມ ສາຍຖນົນ ເອລີເຊ ນະຄອນຫຼວງ ປາຣີສ໌. ໃນຈຳນວນ ໓ ກຳລັງ ກອງທັບ ທີ່ອີນເດັຽ ສົ່ງມານັ້ນ ກໍມີ ຈາກກອງທັບບົກ ເກົ່າແກ່ ມານັດທາ (ຣັຖມະຫາຣາຊທະຣາ ພາກຕາເວັນຕົກ) ສ້າງຂື້ນມາ ເມື່ອປີ ໑໗໖໘ ຊື່ງເປັນກອງກຳລັງທັບ ທີ່ປະເທດອີນເດັຽ ເຄີຍໄດ້ສົ່ງມາ ປະຕິບັດງານ ໃນ ທະວີບ ເອີ່ຣົບ ທີ່ປະເທດ ອີ່ຕາລີ ເມື່ອສມັຍ ສົງຄາມໂລກຄັ້ງທີສອງ.
ໃນການ ເດີນສວນສນາມ ສລອງວັນຊາດຝຣັ່ງ ໃນມື້ອື່ນ ທີ່ຈະມີຂື້ນ ເທີງທ້ອງຖນົນ ເອລີເຊ ອັນໂດ່ງດັງ ຕາມ ຕາມຮີດປະຕິບັດມາໄດ້ ຫຼາຍທົສວັດແລ້ວນັ້ນ ຈະເລີ່ມ ຫຼືເປີດປະຖົມມະເລີກ ໂດຍກຳລັງທັບ ຂອງອີນເດັຽ ໂດຍຈະມີ ນາຍົກອີນເດັຽ ຕິດຕາມມາຮ່ວມຊົມນຳ.

ນັບວ່າ ແມ່ນຄັ້ງທຳອິດ ທີ່ກອງກຳລັງທັບ ອີນເດັຽໄດ້ມາຮ່ວມ ສລອງ ວັນຊາດຝຣັ່ງ ແລະກໍນັບເປັນຄັ້ງແລກ ຄືກັນທີ່ ກອງທັບອີນເດັຽ ມາຮ່ວມ ເດີນສວນສນາມ ສລອງວັນຊາດ ໃນຕ່າງປະເທດ.
"ການຮັບຕ້ອນ ທະຫານອີນເດັຽ ເຂົ້າຮ່ວມ ເດີນສວນສນາມ ສລອງ ວັນຊາດ ຄັ້ງທຳອິດ ດັ່ງກ່າວ ກຸງປາຣີສ໌ ຕ້ອງການຊີ້ໃຫ້ເຫັນ ຢ່າງ ແຈ້ງຂາວ ຢ່າງມີຄວາມໝາຍ ເຖີງສາຍພົວພັນ ອັນແໜ້ນແຟ້ນ ລະຫວ່າງ ສອງປະເທດ ຝຣັ່ງ-ອີນເດັຽ". ນີ້ແມ່ນຄຳຊີ້ແຈງ ຂອງທ່ານ ໂລຣັງ ແຕສແຊກ ໂຄສົກປະຈຳກະຊວງ ປ້ອງກັນ ປະເທດຝຣັ່ງ.
ໃນຂນະທີ່ ທາງກະຊວງການຕ່າງປະເທດ ອີນເດັຽກໍ ອອກຖແລງການ ວ່າ ປະເທດອີນເດັຽ ແມ່ນຊື່ນຊົມ ຍີນດີເປັນຢ່າງຍີ່ງ ທີ່ປະເທດຝຣັ່ງແລະ ອີນເດັຽ ມີສາຍພົວພັນຢ່າງໄດ້ຊິດ ຮັກແພງແລະອົບອຸ່ນ ບົນພື້ນຖານ ແຫ່ງຄວາມເຂົ້າອົກ ເຂົ້າໃຈກັນ ທັງທາງດ້ານການເມືອງ ແລະທັງທາງ ດ້ານ ຍຸດທະສາດ ຢ່າງສເມີຕົ້ສເມີປາຍ ຂອງທັງສອງປະເທດ.

ທົບທວນໃຫ້ຊາບວ່າ ທ່ານ ສິ່ງ ນາຍົກຂອງອີນເດັຽ ໄດ້ມາຢ້ຽມຢາມ ປະເທດຝຣັ່ງ ເມື່ອ ທ້ອງເດືອນກັນຍາ ຜ່ານມາ. ໃນໂອກາດ ການຢ້ຽມ ຢາມດັ່ງກ່າວ ທ່ານ ໄດ່ເຊັນສັນຍາ ຮ່ວມໄມ້ຮ່ວມມື ກັບປະເທດຝຣັ່ງ ວ່າດ້ວຍ ພລັງນີວເຄລັຽ ພົລເຮືອນ. ສວ່ນທ່ານ ຊ໊າກໂກສີ ປະທານ ປະເທດຝຣັ່ງ ກໍໄດ້ເປັນແຂກ ກິຕິມະສັກ ມື້ສລອງວັນຊາດ ອີນເດັຽ ທີ່ກຸງ ນີວແດນຫຼີ ເມື່ອທ້ອງເດືອນ ມົກະຣາ ຜ່ານມາເຊັ່ນດຽວກັນ. ແລະໃນ ໂອກາດດັ່ງກ່າວ ຝຣັ່ງ-ອີນເດັຽ ກໍຍັງໄດ້ວາງລາຍເຊັນ ຕໍ່ອາຍຸ ສັນຍາ "ຄູ່ຂາ ຮ່ວມຍຸດທະສາດ" ອັນເປັນສັນຍາ ທີ່ທັງສອງຝ່າຍ ຜູກມັດກັນມາ ຕັ້ງແຕ່ ເມື່ອປີ ໑໙໙໘ ເປັນຕົ້ນມາ.

ເປັນທີ່ຊາບກັນດີແລ້ວວ່າ ທາງປາຣີສ໌ ແມ່ນໄດ້ຮັບຮູ້ວ່າ ປະເທດ ອີນ ເດັຽ ເປັນປະເທດໜື່ງ ທີ່ມີບົດບາດສຳຄັນ ໃນເວທີສາກົນ ໂດຍຝຣັ່ງ ໄດ້ ສແດງການ ສນັບສນູນ ອີນເດັຽ ຢ່າງຂັນແຂງ ໃນການສມັກເຂົ້າເປັນ ສະມາຊິກຖາວອນ ຂອງຄນະມົນຕຣີ ແຫ່ງຄວາມໝັ້ນຄົງ ຂອງສຫະ ປະຊາຊາດ.
ນອກຈາກນີ້ ປະເທດຝຣັ່ງ ຍັງໄດ້ສແດງ ຄວາມປຣາຖນາ ຢາກໃຫ້ມີ ການຂຍາຍ ວົງກວ້າງ ຂອງ ກຸ່ມປະເທດ ອຸດສຫະກັມ G8 ສູ່ບັນດາ ປະເທດ ເສຖກິດພົ້ນພຸ່ງ ໂດຍຮັບເອົາ ປະເທດເລົ່ານີ້ ເຂົ້າສັງກັດ ເປັນ ພາຄີ ໃນນັ້ນນັບທັງ ປະເທດອີນເດັຽ ເຂົ້ານຳ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU