ຄົ້ນຫາຂໍ້ມູນ

/ languages

Choisir langue
 

14 ກໍຣະກະດາ, ວັນຊາດຝຣັ່ງ

ອິນເດັຍ ເປັນແຂກກິຕິມະສັກ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/07/2009 12:52 TU

ກອງ ທະຫານອີນເດັຍ ເດີນສວນສນາມ ໃນວັນຊາດໃຣັ່ງ ມື້ນີ້ ທີ່ Champs Elysées  ຮ/ຣຕ

ກອງ ທະຫານອີນເດັຍ ເດີນສວນສນາມ ໃນວັນຊາດໃຣັ່ງ ມື້ນີ້ ທີ່ Champs Elysées ຮ/ຣຕ

ມື້ນີ້ ວັນທີ 14 ກໍຣະກະດາ, ເປັນວັນສລອງ ວັນຊາດຝຣັ່ງ ພິທີ ສລອງສຳຄັນ ຖືກຈັດຂື້ນໃນເຊົ້ານີ້ ມີ ການເດີນສວນສນາມ ທີ່ຖນົນ ຊັງ ເອລີ່ເຊ່ Champs-Elysées.  ສິ່ງທີ່ ແປກໃໝ່ໃນປີນີ້ ແມ່ນ ມີ ທ່ານ ມາໂມຮັ່ນ ຊິ່ງ ນາຍົກ ອິນເດັຽ ຊຶ່ງເປັນແຂກຮັບເຊີນ ກິຕິ ມະສັກ ມາຮ່ວມນຳ. ອິນເດັຍ ໄດ້ນຳ ກອງທະຫານ ປະມານ 400 ຄົນມາຮ່ວມ ເດີນສວນສະນາມນໍາ

ກອງທະຫານ ອິນເດັຽທີ່ມາຮ່ວມ ເດີນສວນສະນາມໃນວັນຊາດຝຣັ່ງ ມື້ນີ້ ແມ່ນກອງທະຫານບົກ ມາຣາທ່າ ກໍ່ຕັ້ງຂື້ນ ໃນປີ 1768 ທີ່ລັດມະຫາຣາຊຕຣາ, ກອງທະຫານຈາກ ສະຖາບັນ ມາຣາທ່ານີ້ ເຄີຍໄດ້ຖືກສົ່ງມາຮ່ວມ ສູ້ລົບ ກັບຝ່າຍພັນທະມິຕ ໃນ ເອີຣົບ ໃນປາງສົງຄາມໂລກ ຄັ້ງທີສອງ.

 

ປັດຈຸບັນນີ້, ປະເທດ ອິນເດັຽເປັນຄູ່ຮ່ວມມື ທາງດ້ານຍຸທະວິທີ ກັບຝຣັ່ງ ຊຶ່ງ ຝຣັ່ງກໍເປັນປະເທດ ທີ່ສົ່ງຂາຍອາວຸດໃຫ້ ອິນເດັຽ ຢູ່ລະດັບ 3 ຂອງໂລກ.

 

ແຕ່ການເຊີນ ປະເທດ ອິນເດັຽມາຮ່ວມໃນຄັ້ງນີ້ ເຮັດໃຫ້ກຸ່ມຕ້ານ ອາ ວຸດ ນິວຄະເລັຽ ທີ່ມີຊື່ວ່າ ຂວນການ ອອກຈາກ ນິວຄະເລັຽ ໄດ້ຄັດ ຄ້ານ ໃນການເຊີນ ອິນເດັຽ ໂດຍຖືວ່າ ເປັນການເຊີນ ທີ່ສົ່ງເສີມໃຫ້ ມີການຂຍາຍ ອາວຸດ ຄິວຄະເລັຽ ຢ່າງເປັນກິຕິມະສັກ, ພ້ອມກັບ ປະນາມ ການເຊັ່ນສັນຍາຮ່ວມມື ດ້ານນິວຄະເລັຽ ລະວ່າງ ຝຣັ່ງ ແລະ ອິນເດັຽ.

 

ທັງນີ້ກໍເພາະວ່າ ອິນເດັຽ ບໍ່ໄດ້ຮ່ວມເຊັນ ໃນສົນທິສັນຍາສາກົນ ວ່າ ດ້ວຍ ການຫ້າມຂຍາຍ ອາວຸດ ນິວຄະເລັຽ. ນອກຈາກນີ້ ຍັງຕຳນິ ອົງການສາກົນ ດ້ານພລັງງານ ນິວຄະເລັຽ ທີ່ມີເຂົ້າຂ້າງ ອິນເດັຽ ເພື່ອອຳນວຍ ໃຫ້ມີ ອາວຸດມະຫັນຕະພັຍ ແລະຄາດວ່າ ປະທານາ ທິບໍດີ ສ໊າກໂກຊີ່ ບໍ່ມີນໍ້າໜັກ ຫຍັງໝົດ ໃນເມື່ອທ່ານກ່າວເຖີງ ເຣື້ອງ ການຕ້ານ ການຂຍາຍອາວຸດນິວຄະເລັຽ ແລະຕູ່ກ່າວຫາ ປະເທດ ອິຣານ ໃນການຝັກໄຝ່ ສ້າງອາວຸດ ນິວຄະເລັຽ.

 

ທີ່ຜາມໄຊ ທ່ານ ຊ໊າກໂກຊີ ກຳລັງ ສົນທະນາ ກັບ ພັລະຍາ ກາກລ່າ ບຣູນີ 
ຊ໊າກໂກຊີ .ຈາກຊ້າຍມາຂວາ ທ່ານ ນາງ ຊານນີນ ຮູ໊ບ ເຊຟເຟີ ພັລຍາເລຂາ
ໃຫຍ່ ຂອງ ອົງການ ໂອ໋ຕັ໋ງ ,ທ່ານນາງ ກຸຊຣັນ ຄໍຣ໌ ພັລຍາ ນາຍົກອີນເດັຍ
ແລະ ຂວາສຸດ ທ່ານນາງ ບຸນ ຣານີ ພັລຍາ ນາຍົກ ຮຸນເຊນ ແຫ່ງກຳພູເຈັຍ
ຮ/ຣຕ

ທີ່ຜາມໄຊ ທ່ານ ຊ໊າກໂກຊີ ກຳລັງ ສົນທະນາ ກັບ ພັລະຍາ ກາກລ່າ ບຣູນີ ຊ໊າກໂກຊີ .ຈາກຊ້າຍມາຂວາ ທ່ານ ນາງ ຊານນີນ ຮູ໊ບ ເຊຟເຟີ ພັລຍາເລຂາ ໃຫຍ່ ຂອງ ອົງການ ໂອ໋ຕັ໋ງ ,ທ່ານນາງ ກຸຊຣັນ ຄໍຣ໌ ພັລຍາ ນາຍົກອີນເດັຍ ແລະ ຂວາສຸດ ທ່ານນາງ ບຸນ ຣານີ ພັລຍາ ນາຍົກ ຮຸນເຊນ ແຫ່ງກຳພູເຈັຍ ຮ/ຣຕ

 

ສ່ວນ ນາຍົກ ຂເມນ ທ່ານ ຮຸນເສນ ແລະ ພັລະຍາ ກໍໄດ້ຖືກເຊີນ ມາຮ່ວມຊົມ ທີ່ຜາມປະທານາທິດີ ແລະໄດ້ຖືກ ຈັດໃຫ້ນັ່ງໃກ້ກັບ ຍານາງ ກາກລ່າ ບຣູຍນີ່ ພັລະຍາຂອງທ່ານ ສ໊າກໂກຊີ່. ນອກຈາກນັ້ນ ກໍມີບຸກຄົນສຳຄັນ ຕ່າງປະເທດ ແລະໃນປະເທດ ມາຮ່ວມນຳ.

 

ພິທີ ເດີນສວນສະນາມ ທີ່ຜ່ານໄປໃນເຊົ້ານີ້ ແມ່ນກອງທະຫານ ອິນ ເດັຍ ຢ່າງອອກໜ້າ ໃນຖານເປັນແຂກຮັບເຊີນ ສໍາຫລັບ ຝຣັ່ງນັ້ນ ມີ ໝວດນັກຮຽນ ຈາກໂຮງຮຽນ ສັພະວິຊາຊ່າງ ຫຼືວ່າສັພະເຕັກນິກ ຊັ້ນ ສູງ ຄື Ecole polytechnique ອອກໜ້າ ນອກຈາກນັ້ນ, ຕິດຕາມ ດ້ວຍ ກອງທະຫານ ຈາກທຸກເລົ່າ ມາຮ່ວມນຳ ຕາມປະເພນີ.

 

ອີກດ້ານນຶ່ງ, ໃນຄືນວັນທີ 13 ຕໍ່ໄສ່ 14 ກໍຣະກະດາ ນີ້ ທົ່ວປະເທດ ຝຣັ່ງ, ລົດໄດ້ຖືກຈູດ 317 ຄັນ, ຖ້າທຽບໄສ່ປີກາຍນີ້ ມີອັຕຣາສູງຂື້ນ 6,73%.  ສ່ວນ ພວກຕ້ອງສົງສັຍ (ອັນຕະພານ ແລະ ມິດສາຊີບ) ຖືກຈັບ 240 ຄົນ, ສູງຂື້ນ ສອງເທົ່າຕົວ. ປີການນີ້ ມີ 121 ຄົນ ຖືກຈັບ.

ກະຊວງພາຍໃນຝຣັ່ງ ໄດ້ສັ່ງລະດົມ ກຳລັງຮັກສາຄວາມປອດພັຍ ປະມານ 40.000 ຄົນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU