ຄົ້ນຫາຂໍ້ມູນ

/ languages

Choisir langue
 

ທັສນະ ໜັງສືພິມຝຣັ່ງ

40 ປີ ແຫ່ງການຂື້ນດວງເດືອນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 20/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 20/07/2009 10:51 TU

40 ປີ ແຫ່ງການຂື້ນດວງເດືອນ ເປັນຫົວຂໍ້ໃຫຍ່ ຂອງລາຍວັນຝຣັ່ງ ໃນເຊົ້າມື້ນີ້,

 

ເລີ້ມຕົ້ນຈາກ ລາຍວັນ ລີເບຣາຊົ່ງ ພາດຮູບ ເນີ່ຍ ອ່າມສຕຣ່ອງ ໃສ່ ເຄື່ອງອາວະກາດ ມະນຸດ ຜູ່ທຳອິດ ຂື້ນຢືນຢູ່ເທີງເດືອນ ໃນປີ 1969 ແລະພາດຫົວຂໍ້ວ່າ "ເມື່ອມະນຸດ ຫາກຕ້ອງການ ດວງເດືອນ" ແລະກໍໃຫ້ທັສນະວ່າ ເມື່ອ 40 ປີຫລັງ ຜ່ານມາ, ຈະລວດ ອັບໂປໂລ 11 ໄດ້ຖືກສົ່ງ ມະນຸດ ຂື້ນອາວະກາດ 3 ຄົນ ໃນນັ້ນ ມີ 2 ຄົນໄດ້ ລົງ ໄປຢຽບພື້ນເດືອນ ໂດຍເລີ້ມຕົ້ນດ້ວຍ ເນີ່ຍ ອ່າມສຕຣ່ອງ ແລະ ຕິດຕາມດ້ວຍ ບູຍຊ໌ ອ່ານດຣິ່ນ ແລະອີກຜູ່ນຶ່ງ ຄື ໄມ່ເກີ່ນ ໂກລິ່ນສ໌ ນັ້ນ ບັງຄັບຍານ ລໍຖ້າເພື່ອນ ຢູ່ໃນອະວະກາດ, ບໍ່ໄດ້ລົງພື້ນນຳໝູ່.

 

ການໄປຢ່າງຢູ່ເທີງເດືອນ ຍັງຢູ່ໃນຄວາມຝັນຕລອດມາ ແລະ ອາເມ ຣິກາ ຄາດວ່າ ຈະກັບຄືນໄປ ດວງເດືອນອີກ ນັບແຕ່ ປີ 2020 ໄປ. ດັ່ງດຽວກັບ ໂລກອັງຄານກໍຢູ່ໃນຄວາມໃຝ່ຝັນ ຂອງມະນຸດ ໃນສັຕະ ວັດ ທີ 21 ນີ້ ຄືກັນ ຢ່າງໄວກໍຕ້ອງຖ້າ ປີ 2050 ພຸ້ນ ອາຈະເຫັນ ມະນຸດ ຂື້ນຢ່າງຢູ່ ໂລກ ພຣະອັງຄານ. ສຳຫລັບ ສປ ຈີນ ກໍມີໂຄງ ການ ຈະຂື້ນເດືອນຄືກັນ.

 

ສ່ວນລາຍວັນ ເລີ ປາຣີຊ່ຽງ ພາດຮູບນັກອາວະກາດ ຢືນປັກທຸງ ອາເມຣິກາ ຢູ່ເທີງເດືອນ ແລ້ວ ໃສ່ຫົວຂໍ້ໃຫຍ່ວ່າ " ອັນນີ້ແມ່ນ ວັນທີ 20 ກໍຣະກະດາ 1969.

 

2 ລັາຍວັນ ທີ່ກ່າວມານີ້ ໄດ້ເຜີຍ ການຂື້ນເດືອນ ຢ່າງຍາວລະອຽດ ແລະເຣື້ອງ ນັກອາວະກາດ 3 ຄົນ ຫລັງຈາກລົງມາພື້ນດິນ ແລະ ເຣື້ອງສົ່ງຈະລວດຕ່າງໆ ຂື້ນສູ່ອາວະກາດໃນປີຕໍ່ທມາ. ນັກອາວະກາດ ທັງ 3 ຄົນ ນັ້ນ ຍັງມີຊີວິດຢູ່.

 

ອີກເຣື້ອງນຶ່ງ ທີ່ເປັນຂ່າວໃຫຍ່ ໃນໜັໃສືພິມ ເລີ ຟີກາໂຣ ແມ່ນເຣື້ອງ ໃຂ້ຫວັດໝູ ຫຼືວ່າ Grippe A.

ໂດຍພາດຫົວຂໍ້ໃຫຍາວ່າ " ບັນດາບໍຣິສັດ ຕ່າງໆ ໃນຝຣັ່ງ ກຳລັງ ຕຽມ ປະເຊີນໜ໊າ ກັບເຊື້ອໂຣຄ ດັ່ງກ່າວນີ້ ຢ່າງ ເຂັ້ມງວດ, ເຊັ່ນ ການແຈກຍາຍ ຜ້າປິດດັງ ກັນເຊື້ອໂຣຄ, ການກຳນົດການສັນຈອນ ແລະການທຳງານຜ່ານ ແອ່ງແຕກແນຕ ຫຼື ໂທຣະສັບ ທີ່ບ້ານຕົນເອງ ແທນທີຈະມາໂຮງການ ດັ່ງນີ້ເປັນຕົ້ນ.   ທາງການ ອານາມັຍ ຄາດ ວ່າ ໃນເດືອນຕຸລາໜ້ານີ້ ເຊື້ອໂຣຄໃຂ້ຫວັດໝູ ຈະແຜ່ລະບາດ ຢ່າງ ຮ້າຍແຮງໃນຝຣັ່ງ, ມີຜູ່ ອາຈະຕິດເຊື້ອໂຣຄ ປະມານ 25 ຫາ 50 % ໃນຝຣັ່ງ ໃນລະດູ ໃບໃມ້ລົ່ນ ຈະມາເຖີງນີ້.

 

ດັ່ງດຽວກັບລາຍວັນ ລ່າ ຕຣີບູນລ໌ ກໍໃຫ້ທັສນະວ່າ : ຢູ່ໃນ ໂຮງໝໍ ກໍມີການຊ່ຽງ ຕໍ່ການຕິດເຊື້ອໂຣຄ ໃຂ້ຫວັດໝູ ໃນລະດູຮ້ອນນີ້.

 

ກ້ຽວໄປຫາ ລາຍວັນ ລ່າກຣົ່ວ ນັ້ນສົນໃຈເຣື້ອງເສຖະກິດ, ໂດຍພາດ ຫົວຂໍ້ໃຫຍ່ວ່າ "ໂຮງງານ ໃນຝຣັ່ງ ມີອານາຄົດບໍ່ແນ່ນອນ. ທັງນີ້ເຫັນໄດ້ຈາກ ການເພີ້ມທະວີ ການວາງແຜນ ເອົາຄົນອອກງານ ໃນປັດຈຸບັນນີ້ ແມ່ນ ສ້າງຄວາມຢ້ານກົວ ວ່າ ອຸສຫະກັມ ໃນຝຣັ່ງຈະ ມີ ການລົ້ມລະລາຍ ຊຶ່ງຄວນຈະຕ້ອງຊອກຫາ ຕລາດໃໝ່ ແລະ ການລົງທຶນ ໃສ່ການຝຶກ ແອບວິຊາຊີບໃໝ່ ເພື່ອປະເຊີນໜ້າກັບ ບັນຫາວ່າງງານ.

 

ສຳຫັລບ ລາຍວັນ ເລີມົງດ໌ ນັ້ໜສົນໃຈບັນຫາການເງີນ ໃນລັດ ກາລີ ຟອກນີ່ ພຸ້ນ ເປັນປະເດັນສຳຄັນ ແລະພາດຫົວຂໍ້ວ່າ "ລັດ ກາລີຟອກ ນີ່ ຢູ່ໃນສະພາວະສຸກເສີນ ທາງດ້ານງົປະມານ.

 

ສານຍຸຕິທັມ ຖືກປິດ, ໂຄງການສັງຄົມສົງເຄາະ ຖືກລົບລ້າງ ຍ້ອນ ຂາດເງີນງົປະມານ. ນັບວ່າ ເປັນລັດ ທີ່ຮັ່ງມີ ແລະ ມີພົລະເມືອງ ຫລາຍ ກວ່າໝູ່ໃນ ສຫລ ອາເມຣິກາ ໄດ້ພົບພໍ້ກັບວິກິດການ ບໍ່ເຄີຍ ມີມາກ່ອນເລີຍ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU