ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເຊື້ອໂຣຄໃຂ້ຫວັດໝູ ເລີ້ມລະບາດຮ້າຍແຮງ

ບໍ່ວ່າຢູ່ເອີຣົບ ຫຼືອື່ນໆ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 23/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 23/07/2009 13:07 TU

ອົງການ ອານາມັຍໂລກ ໂຄສະນາ ການປ້ອງກັນ ເຊື້ອໂຣຄໃຂ້ຫວັດໝູ

ອົງການ ອານາມັຍໂລກ ໂຄສະນາ ການປ້ອງກັນ ເຊື້ອໂຣຄໃຂ້ຫວັດໝູ

ເນື່ອງຈາກວ່າ ເຊື້ອໂຣຄໃຂ້ຫວັດໝູ ກຳລັງແຜ່ລະບາດ ຂຍາຍ ກວ້າງອອກ ທຸກໆມື້, ສນັ້ນ ທາງ ສະຫະພາບ ເອີຣົບ ຄາດວ່າ ເຊື້ອໂຣຄນີ້ ຈະເລີ້ມລະບາດ ໃນລະດູຮ້ອນນີ້ ແລະຈະຮ້າຍແຮງ ຂື້ນ ໃນລະດູໃບໃມ້ລົ່ນ

ສະນັ້ນ, ທາງການຂອງແຕ່ລະປະເທດ ໃນ ສຫພ ເອີຣົບ ຈະຕ້ອງເລີ້ມ ໂຄສະນາ ເຕືອນໃຫ້ມີການສີດຢາ ກັນໂຣຄ ຕໍ່ຜູ່ທີ່ ມີສຸຂະພາບອ່ອນ ແອ, ຜູ່ເຖົ້າ ແລະ ເດັກ ດັ່ງນີ້ເປັນຕົ້ນ.

 

ມາເຖີງປັດຈຸບັນນີ້, ໃນ ສຫພ ເອີຣົບ ມີຄົນຕິດ ໃຂ້ຫວັດໝູ ແລ້ວ 17.189 ຄົນ, ໃນນັ້ນ ຕາຍໄປແລ້ວ 31 ຄົນ ໃນປະເທດອັງກິດ ແລະ 4 ຄົນ ໃນປະເທດ ເອສປາຍ. ແລະແຜ່ລະບາດຕິດລາມຕໍ່ກັນ ມີຂື້ນທຸກໆມື້.

 

ມື້ນີ້ ທາງການລາວ ກໍໄດ້ປະກາດວ່າ ມີຄົນນຶ່ງ ອາຍຸ 31 ປີ ໄດ້ເສັຍ ຊີວິດ ເປັນຜູ່ທຳອິດ, ທັງໝົດມີຜູ່ຕິດໃຂ້ຫວັດໝູ 30 ກວ່າຄົນ ຢູ່ໃນ ລາວ.

 

ສ່ວນຢູ່ຝຣັ່ງນັ້ນ, ມີ 793 ກໍຣະນີຖືກຄົ້ນພົບເຊື້ອໂຣຄ, ແຕ່ຍັງບໍ່ທັນມີ ຜູ່ເສັຽຊີວິດ.

ນອກນັ້ນ, ໃນປະເທດອື່ນໆ ກໍມີການຕິດແປດຢ່າງວ່ອງໄວ ແລະ ຂຍາຍ ອອກກ້ວາງ ບໍ່ເວັ້ນແຕ່ລະມື້.

 

ເຊື້ອໂຣຄໃຂ້ຫວັດໝູ ກຳລັງລະບາດທົ່ວໂລກ ຢ່າງຮ້າຍແຮງ, ອົງການອານາມັຍໂລກ ເຜີຍວ່າ ມາເຖີງປັດຈຸບັນນີ້, ມີຜູ່ເສັຽຊີວິດ ທັງໝົດບໍ່ຕໍ່າກວ່າ 700 ຄົນແລ້ວ. ແລະບໍ່ຕໍ່າ 125.000 ຄົນ ກຳລັງມີເຊື້ອໂຣຄດັ່ງກ່າວ.

 

ການສີດຢາປ້ອງກັນ ເຊື້ອໂຣຄໃຂ້ຫວັດໝູ

ການສີດຢາປ້ອງກັນ ເຊື້ອໂຣຄໃຂ້ຫວັດໝູ

 

ທາງການຝຣັ່ງ ໄດ້ຕັກເຕື່ອນ ແລະ ບອກວິທີ ໃຫ້ປະຊາຊົນ ຮູ້ຫລັກ ການ ປ້ອງກັນ ເຊື້ອໂຣຄ ຫວັດໝູ ໃນກໍຣະນີ້ ມີມັນລະບາດຢ່າງຮ້າຍ ແຮງ ຄື :

 

1-        ຖ້າບໍຈຳເປັນ ບໍ່ຄວນໂທຣະສັບ ນໍ້າເບີ 15 ຊຶ່ງເປັນນໍ້າເບີ ຮຽກໝໍ ສຸກເສີນ. ແລະແນະນຳໃຫ້ ໂທໄປ ຫານາຍໝໍ ປະຈຳຕົວດີກວ່າ.

       ສ່ວນ ນາຍແພດ ປະຈຳຕົວ ຕາມ ກລີນິກນັ້ນ ກໍຄືກັນ  

       ເພາະຄົນປ່ວຍ ອາດແຕກຕື່ນ ແລະພາກັນຫລັ່ງໄຫລ່  

       ມາເຕັມ ເພາະຫ້ອງລໍຖ້າ ກວດສຸຂະພາບ ຊຶ່ງບໍ່ພຽງພໍ 

       ຈະຕ້ອນຮັບ ຄົນປ່ວຍເປັນຈຳນວນຫລາຍໄດ້. 

 

2-        ການໄປໂຮງໝໍນັ້ນ ກໍຕ້ອງແມ່ນ ກໍຣະນີ ທີ່ປ່ວຍໜັກໜ່ວງ ທີ່ສຸດ ຫຼື ເດັກອາຍຸຕໍ່າກວ່າ 1 ປີ.

       ເພາະວ່າ ຢູ່ທາງໂຮງໝໍນັ້ນ ຍັງບໍ່ທັນຕຽມພ້ອມ ທີ່ຈະຕ້ອນ

       ຮັບ ຄົນປ່ວຍ ເປັນຈຳນວນຫລວງຫລາຍ ໄດ້ເທື່ອ.

 

3-        ການສິດຢາ ຕາມີຟລູ ຊຶ່ງເປັນຢາກັນ ເຊື້ອໂຣຄໃຂ້ຫວັດໝູ ນັ້ນ ບໍ່ຈຳເປັນຈະຕ້ອງສີດເລື້ອຽໄປ ໃນທຸກກໍຣະນີ ໂດຍຕ້ອງ ແມ່ນນາຍໝໍເອງ ເປັນຜູ່ອະນຸຍາດ ໃຫ້ວ່າ ຈະເຫັນສົມຄວນ ຫຼື ບໍ່.

 

4-        ການແຈກຢາຍໜ້າກາກ ຫຼືວ່າ ຜ້າອັດດັງແລະປາກ ກັນເຊື້ອ ໂຣຄໃຂ້ຫວັດໝູ ນັ້ນ ແມ່ນແຈກ ໃຫ້ ລ້າ ຫຼືວ່າ ຟຣີ ທີ່ ຮ້ານຂາຍຢາ ທົ່ວໄປ.

 

 

5-        ຜູ່ທີ່ມີ ສຸຂະພາບອ່ອນແອ ມີເຊື້ອວັນນະໂຣຄ ທາງປອດ ຫັນໃຈຍາກ, Pneumocoque  ຫຼືມັກເປັນ ຫົວໃຈອ່ອນ ຫຼືຫົວໃຈກຳເລີບ, ແລະ ໂຣຄຮ້າຍແຮງອື່ນໆ ປະຈຳຕົວ ກໍຄວນໄປປຶກສາໝໍ ແລະ ຄວນສິດຢາ ກັນເຊື້ອໂຣຄ ໃວ້ແຕ່ ບັດນີ້ເປັນຕົ້ນໄປ ແລະ ບໍ່ຄວນປະໝາດ.

 

6-        ຖ້າຊື້ ບາຫອດ ໃວ້ແທກ ອຸນຫະພູມຮ່າງກາຍ ເອົາໄວ້ປະຈຳ ເຮືອນ ກໍຍິ່ງ ເປັນການດີ.

ການປ້ອງກັນ ເຊື້ອໂຣຄໃຂ້ຫວັດໝູ ດ້ວຍການປິດດັງ

ການປ້ອງກັນ ເຊື້ອໂຣຄໃຂ້ຫວັດໝູ ດ້ວຍການປິດດັງ

 

ວ່າດ້ວຍຢາປ້ອງກັນ :

ລັຖບານຝຣັ່ງ ໄດ້ສັ່ງຊື້ ຢາສີດກັນໃຂ້ຫວັດໝູໄປແລ້ວ 94 ລ້ານ ກ່ອງ ສຳຫລັບ ເດືອນ ກັນຍາ ຈະມາເຖີງນີ້, ຕົກເປັນເງີນ 900 ລ້ານ ເອີ ໂຣ.

 

ສ່ວນຢູ່ອັງກິດນັ້ນ ຄາດວ່າ ຈະເລີ້ມ ສີດຢາແຕ່ ເດືອນກັນຍາ ເປັນຕົ້ນ ໄປ ແລະ ປະກາດວ່າ ໄດ້ສັ່ງຊື້ ຢາສີດ ແລ້ວ 195 ລ້ານ ຫລອດ. ແລະ ອິຕາລີ ພຽງແຕ່ແຈ້ງວ່າ ມີເຈຕະນາ ຈະສັ່ງຊື້ຢາສີດ 48 ລ້ານ ຫລອດ.

ເພື່ອຈະປ້ອງກັນໃຫ້ໄດ້ ປະສິດທິຜົນດີ ແທ້ນັ້ນ ຈະຕ້ອງ ສີດຢາ 2 ຄັ້ງ ທັງໝົດເປັນ 2 ຫລອດ.

 

ບໍຣິສັດ ຜລິດຢາ ຣົດຊ໌ ຄາດວ່າຈະ ຜລິດ ຢາຕາມີຟລູ 658 ລ້ານ ເອີໂຣ ເພີ້ມອີກ ໃນ 6 ເດືອນທາງຫລັງ ຂອງປີ 2009, ຫັລງຈາກ ໄດ້ຂາຍໄປແລ້ວ 658 ລ້ານ ເອີໂຣ ໃນ 6 ເດືອນ ທຳອິດ.

 

ສຳຫລັບ ສປ ຈີນ ແລະ ອົສຕຣາລີ່ ນັ້ນ ໄດ້ປະກາດມື້ນີ້ວ່າ ກຳລັງ ທົດລອງຢາ ສູດໃໝ່.

 

ຜົນກະທົບທາງດ້ານເສຖະກິດ :

ຖ້າມີປະຊາຊົນລົ້ມປ່ວຍ ດ້ວຍເຊື້ອໂຣຄໃຂ້ຫວັດໝູ ຫລາຍເກີນຄວນ ນັ້ນ, ແນ່ນອນ ບຸກຄລາກອນທີ່ອອກແຮງງານ ກໍບໍ່ສາມາດ ຈະໄປທຳ ງານໄດ້, ສນັ້ນ, ຜົນສະທ້ອນເສັຽຫາຍ ທາງດ້ານເສຖະກິດ ກໍຈະຫລີກ ລຽງບໍ່ໄດ້. ແຕ່ໃນປັດຈຸບັນນີ້ ທາງການ ບໍ່ສາມາດຈະປະເມີນ ຜົນເສັຽ ຫາຍໄດ້ຢ່າງຄັກແນ່.

 

ທັງໝົດແມ່ນສຸດແລ້ວແຕ່ວິທີປ້ອງກັນເຊື້ອໂຣຄວ່າຈະໄດ້ຜົນຊໍ່າໃດ, ສນັ້ນ ອົງການ ອານາມັຍໂລກ ແລະ ລັຖະບານ ໃນໂລກ ຈະຕ້ອງ ຂ້ຽວເລັ່ງເອົາມາຕະການຢ່າງເຂັ້ມງວດ ເພື່ອປ້ອງກັນ ປະຊາຊົນ ເພື່ອບໍ່ໃຫ້ມີຜົນກະທົບ ເສັຽຫາຍ ໃສ່ ເສຖະກິດຢ່າງຫລວງຫລາຍ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU