ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຄວາມພະຍາຍາມ ລົດຜ່ອນ ອຸນຫະພູມໂລກ

ບັນ ກີມູນ ພະຍາຍາມ ໂນ້ມນ້າວປັກກິ່ງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/07/2009 12:23 TU

ທ່ານບັນກີມູນ (ຊ້າຍ) ເລຂາທິການໃຫຍ່
ອົງການສະຫະປະຊາຊາດ ພົບປະຫາລືກັບ
ທ່ານປະທານາທິບໍດີ ຫູ ຊິນ ທ່າວ ທີ່ກຸງ
ປັກກິ່ງ (ພາບ: Reuters)

ທ່ານບັນກີມູນ (ຊ້າຍ) ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ພົບປະຫາລືກັບ ທ່ານປະທານາທິບໍດີ ຫູ ຊິນ ທ່າວ ທີ່ກຸງ ປັກກິ່ງ (ພາບ: Reuters)

ເລຂາທິການໃຫຍ່ ອົງການສະຫະປະຊາ
ຊາດ ທ່ານບັນ ກີມູນ ຢ້ຽມຢາມ ສປ ຈີນ
ເປັນເວລາສາມວັນ ເປົ້າໝາຍສຳຄັນ
ຂອງການຢ້ຽມຢາມກໍແມ່ນ ເພື່ອຊຸກຍູ້ໃຫ້
ຈີນເພີ້ມຄວາມພະຍາຍາມຫລາຍຂຶ້ນ ເພື່ອ
ຊ່ວຍປະຊາຄົມໂລກ ກ່ຽວກັບປັນຫາການ
ປ່ຽນແປງຂອງອາກາດ ຊຶ່ງກໍຄືໂນ້ມນ້າວ
ໃຫ້ຈີນພະຍາຍາມ ຫລາຍຂຶ້ນກວ່າເກົ່າ
ເພື່ອແກ້ໄຂປັນຫານີ້ນັ້ນເອງ

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເດີນທາງເຖິງກຸງປັກກິ່ງເມື່ອຄໍ່າວານນີ້ ພໍດີ
ເປັນໂອກາດທີ່ ສປ ຈີນ ໄດ້ເລີ້ມປະກາດການນຳໃຊ້ຫລອດໄຟຟ້າແບບໃໝ່ທີ່ປະຢັດ ກິນ
ໄຟນ້ອຍ ຊຶ່ງສແດງໃຫ້ເຫັນເຖິງຄວາມພຍາຍາມຂອງຈີນ ໃນການລົດຜ່ອນອຸນຫະພູມ
ຜິວໂລກ

"ຖ້າປາສຈາກ ສປ ຈີນ ກໍເປັນໄປບໍ່ໄດ້ທີ່ປະຊາຄົມໂລກຈະສາມາດບັນລຸເຖິງຄວາມສຳ
ເລັດໄດ້ ໃນການສ້າງຕັ້ງສົນທິສັນຍາສບັບໃໝ່ວ່າດ້ວຍອາກາດ" ທ່ານບັນ ກີມູນໄດ້ກ່າວ
ແລະເສີມວ່າ "ແຕ່ຖ້າຈີນໃຫ້ການຮ່ວມໄມ້ຮ່ວມມື ກໍມີຄວາມເປັນໄປໄດ້ຢ່າງສູງທີ່ຈະປະ
ສົບຜົນສຳເລັດໃນກອງປະຊຸມທີ່ກຸງໂຄເປັນເຮເກັນ ທ້າຍປີນີ້"

ເລຂາທິການໃຫຍ່ອົງການສະຫະປະຊາຊາດໝາຍເຖິງກອງປະຊຸມນາໆຊາດທີ່ນະຄອນ
ຫລວງຂອງປະເທດເດັນມາຣ໌ກເດືອນທັນວາໜ້າ ພາຍໃຕ້ການອຸປຖັມຂອງອົງການສະ
ຫະປະຊາຊາດ ເພື່ອຊອກຫາສົນທິສັນຍາສບັບໃໝ່ ທີ່ຈະທົດແທນສົນທິສັນຍາ "ກຽວໂຕ"
ວ່າດ້ວຍອາກາດ ທີ່ຈະໝົດອາຍຸລົງຕັ້ງແຕ່ເດືອນມັງກອນ ປີ 2012 ເປັນຕົ້ນໄປ

ທ່ານບັນ ກີມູນ ທີ່ໄດ້ພົບປະຫາລືກັບປະທານາທິບໍດີ ຫູ ຊິນທ່າວ ແລະ ນາຍົກ ຣມຕ
ເຫວີນ ເຈັຽ ປ້າວ ໃນມື້ນີ້ ວັນສຸກ 24 ກໍລະກົດ 2009 ກໍຮັບຮູ້ຫລັກການທີ່ຈີນນຳສເນີ
ເພື່ອບັນລຸເຖິງເປົ້າໝາຍ ນັ້ນກໍຄືຫລັກການທີ່ວ່າ "ຮັບຜິດຊອບຮ່ວມກັນ ແຕ່ໂດຍວິທີ
ທີ່ແຕກຕ່າງກັນ"

ແຕ່ເລຂາທິການໃຫຍ່ອົງການສະຫະປະຊາຊາດກໍຢໍ້າວ່າ ມີຄວາມຈຳເປັນທີ່ທຸກປະ
ເທດໃນໂລກຕ້ອງໃຊ້ຄວາມພະຍາຍາມຫລາຍກວ່າເກົ່າຕໍ່ໜ້າສຖານະການການປ່ຽນ
ແປງອາກາດຂອງໂລກ ທີ່ເປັນໄປຢ່າງວ່ອງໄວທີ່ສຸດ

"ສປ ຈີນ ເປັນມະຫາອຳນາດໂລກ ເພາະສະນັ້ນຈຶ່ງຄວນມີບົດບາດຮັບຜິດຊອບໃນລະ
ດັບໂລກເຊັ່ນ ດຽວກັນ" ທ່ານບັນ ກີມູນ ໄດ້ກ່າວ ພ້ອມທັງຢໍ້າວ່າ "ຖ້າຈີນມີຄວາມພະ
ຍາຍາມຫລາຍກວ່າເກົ່າ ນອກຈາກຈະເປັນປໂຍດແກ່ໂລກທັງມວນແລ້ວ ກໍຍັງຈະເປັນ
ປໂຍດແກ່ຈີນເອງນຳດ້ວຍ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU