ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຝຣັ່ງ / ເກາະກອກຊ໌ໃຕ້ / ອັຄຄີໄພ

ລະຫວ່າງ 5500-6000 ha ຂອງປ່າ ຖືກໄຟໃຫມ້

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/07/2009 09:38 TU

ໄຟໄໝ້ລ່າມ ໄປທົ່ວ ທີ່ເກາະ ກອກຊ໌
ເຣືອບີນ canadair ກຳລັງສາດນໍ້າໃສ່
ບ່ອນທີ່ ມີໄຟໄໝ້ຢ່າງແຮງ    ຮ/ຣຕ

ໄຟໄໝ້ລ່າມ ໄປທົ່ວ ທີ່ເກາະ ກອກຊ໌ ເຣືອບີນ canadair ກຳລັງສາດນໍ້າໃສ່ ບ່ອນທີ່ ມີໄຟໄໝ້ຢ່າງແຮງ ຮ/ຣຕ

ໄຟໄໝ້ລ່າມ ໄປທົ່ວ ທີ່ເກາະ ກອກຊ໌ ຊື່ງປ່າໄມ້ອັນງາມ ຂອງເກາະໄດ້ກາຍ ເປັນເຫຍື່ອ ຂອງອັຄຄີພັຍ ອັນສຳຄັນ ເຖີງ 3 ແຫ່ງ ອັນໄຟໄໝ້ໄດ້ເລີ່ມໄໝ້ ມາຕັ້ງແຕ່ ວັນພະຫັດ ອິງຕາມ ການ ເຜີຍ ຂອງເຈົ້າໜ້າທີ່ ດັບເຊື້ອໄຟ ໃນ ເຂດໃຕ້ຂອງເກາະກອກຊ໌ ແລະຈາກ ຄວາມແຮງຂອງລົມ ທີ່ພັດມາ ຈາກ ພາກຕະເວນຕົກ ນັ້ນ ກໍໄດ້ ມີຄວາມ ເປັນຫ່ວງ ຕໍ່ຫລາຍໝູ່ບ້ານ ອີກເຊັ່ນ ກັນ ຫາກແຕ່ວ່າ ຈົນເຖີງວາຣະນີ້ ກໍ ຍັງບໍ່ທັນມີໃຜ ເສັຍຊີວິດເທື່ອ
ມີໄຟໄໝ້ຢ່າງແຮງ ທີ່ ມັນໄດ້ ລ່າມໄປໄຫມ້ ປ່າໄມ້ອັນງາມຂອງເກາະ
ຮ / ຣຕ

ມີໄຟໄໝ້ຢ່າງແຮງ ທີ່ ມັນໄດ້ ລ່າມໄປໄຫມ້ ປ່າໄມ້ອັນງາມຂອງເກາະ ຮ / ຣຕ


ເມືອງ ໂອນແລນ ທີ່ ເກາະກອກຊ໌ ກຳລັງຈະຖືກໄຟໄຫມ້ ກໍ ເປັນໄປໄດ້ ເພາະ ນັບແຕ່ວານນີ້ ກໍແມ່ນ ມີ 3500 ha ແລ້ວ ທີ່ ໄຟໄດ້ໃຫມ້ລ່າມ
ໄປ ໃນເຂດຕະເວນອອກສ່ຽງເໜືອ ຂອງເມືອງ Sartène ອີງຕາມ ການເຜີຍຂອງເຈົ້າໜ້າທີ່ ດັບເຊື້ອໄຟນັ້ນ ກໍແມ່ນ ມີ ປະມານ 5500-6000 ha ຂອງເນື້ອທີ່ ປ່າໄມ້ ທີ່ໄດ້ ຖືກໃຫມ້ໄປແລ້ວ ອັນມັນໄດ້ເລີ່ມ ໄໝ້ກັນມາ ຕັ້ງແຕ່ ວັນພະຫັດຜ່ານມາ

ຈາກການພຽງສັນນິຖານເທົ່ານັ້ນ ກໍ ເຫັນ ວ່າ ໄຟທີ່ໄດ້ເກີດຂື້ນມາ
ນັ້ນ ກໍ ຄົງອາດ ມີຜົນສະທ້ອນຈາກ ສາຍໄຟຟ້າຊ໊ອດ ກໍເປັນໄດ້

ສ່ວນ ສາຣະວັດທະຫານ ໃນເຂດນັ້ນ ໄດ້ໃຫ້ ການສັນນິຖານວ່າ ໃນ
3 ແຫ່ງ ທີ່ ໄດ້ເກີດ ອັຄຄີພັຍ ຂື້ນມານັ້ນ ກໍ ອາດແມ່ນ 2 ແຫ່ງ ທີ່
ມາຈາກ ອຸບັຕິເຫດ ອີກ ແຫ່ງນື່ງ ກໍແມ່ນຍ້ອນ ມີ ເຈຕນາສ້າງ ອາຊຍາກັມ

ກໍຣະນີໄຟໃຫ້ທີ່ ມາກໄຊ

ເປັນການເກີດ ອັຄຄີພັຍຍ້ອນ ໄດ້ມີການຝືກແອບຍິງປືນ ທີ່ ຄ້າຍ
ທະຫານ Légion étrangère ທີ່ ເມືອງ Carpiagne ເພາະການ
ແອບ ຍິງກໍໄດ້ ໃຊ້ກະສຸນ ທີ່ມັນ ພົ່ນໝັດໄຟອອກ ມາໃຫ້ເຫັນ

ຜູ່ຮັບຜິດຊອບ ການຝຶກຊ້ອມດັ່ງກ່າວ ຈື່ງໄດ້ ຖືກນຳມາສອບສວນ
ໃນຂໍ້ ຫາ ສ້າງອັຄຄີພັຍ ໂດຍບໍ່ເຈຕນາ ແລະ ຜູ່ກ່ຽວ ກໍອາດສາ
ມາດ ຕ້ອງໂທດ ເຖີງ 5 ປີ

ແຕ່ໃນຂນະນີ້ ກໍຍັງບໍ່ທັນຖືກຈັບຕົວເທື່ອ ແຕ່ຢູ່ໃນຄວາມຮັບຜິດຊອບຂອງ ກອງທັບ

ທີ່ປະເທດ ສະເປນ ກໍເຊັ່ນກັນ ທີ່ ອັຄຄີພັຍ ມັນໄດ້ລ່າມໄປ ໄໝ້ໃນເຂດ
ໃກ້ຄຽງ ພາໃຫ້ເກີດ ມີການໃຫມ້ລ່າມໄປທົ່ວ           ຮ/ຣຕ

ທີ່ປະເທດ ສະເປນ ກໍເຊັ່ນກັນ ທີ່ ອັຄຄີພັຍ ມັນໄດ້ລ່າມໄປ ໄໝ້ໃນເຂດ ໃກ້ຄຽງ ພາໃຫ້ເກີດ ມີການໃຫມ້ລ່າມໄປທົ່ວ ຮ/ຣຕ

 

ໄຟໄຫມ້ອັນແຮງອີກ ບໍ່ໄກເມືອງຫລວງ ອາແຕນ ຂອງປະເທດ ກແຣສ     ຮ/ຣຕ

ໄຟໄຫມ້ອັນແຮງອີກ ບໍ່ໄກເມືອງຫລວງ ອາແຕນ ຂອງປະເທດ ກແຣສ ຮ/ຣຕ


ອັຄຄີພັຍ ໄດ້ເກີດຂື້ນມາ ບໍ່ວ່າ ຈະແມ່ນຈາກທັມມະຊາດ ຫລື ອຸບັຕິເຫດ ຫລື ຍ້ອນຄົນ ສ້າງອາຊຍາກັມ ກໍຕາມ ໃນຂນະນີ້ ກໍ ໄດ້ ເຫັນເຫດການ ອັນນີ້ເກີດຂື້ນໃນເຂດ méditerranée ມາຫລາຍປະເທດ ເຊັ່ນ ເອສ
ປ່າຍ ອິຕ່າລີ ກແຣສ ອາລເຊ້ຣີ ແລະ ຕູກກີ່

ສເລັ່ຍແລ້ວໃນເຂດ ເອີຣົບ ກໍ ມີ ປະມານ 600 000 ha ຕໍ່ປີ ທີ່ ໄດ້ມີ
ໄຟ ໄຫມ້ປ່າ ນັບໄດ້ວ່າ ເປັນເຫດການທີ່ມີຂື້ນມາໄດ້ 30 ປີແລ້ວ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU