ຄົ້ນຫາຂໍ້ມູນ

/ languages

Choisir langue
 

ແກ້ປັນຫາ ພາວະໂລກຮ້ອນ

ມີແຊລ ໂຣກຣ໌ດ ສເນີ ເກັບພາສີຂຽວ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 29/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 29/07/2009 13:33 TU

ທ່ານນາງ Christine Lagarde ຣມຕ
ກະຊວງເສຖກິດຝຣັ່ງເສດ ເຫັນວ່າອັຕ
ຣາພາສີຂຽວ 32 ຢູໂຣ ສຳລັບຜູ້ປ່ອຍ
ແກ໊ສ CO2 ຈໍານວນ 1 ໂຕນ ຕໍ່ປີນັ້ນ
ແມ່ນຣາຄາທີ່ແພງເກີນໄປ

"ເພື່ອທີ່ຈະປ່ຽນແປງຄວາມເຄີຍຊິນໃນການໃຊ້ພະລັງງານຂອງຊາວຝຣັ່ງເສດ
ເຮົາຈໍາເປັນຕ້ອງນໍາໃຊ້ວິ ທີການທີ່ທຸກຄົນຮັບໄດ້ ແຕ່ພາສີ 32 ຢູໂຣສໍາລັບ
ການປ່ອຍແກ໊ສ CO2 ໜຶ່ງໂຕນຕໍ່ປີນັ້ນ ແມ່ນສັນຍານທີ່ແຮງໂພດ ແລະເປັນພາ
ສີທີ່ແພງເກີນໄປ" ນີ້ແມ່ນຂໍ້ຄວາມຕອນໜຶ່ງ ທີ່ ຣມຕ ເສຖກິດ ທ່ານນາງ
Christine Lagarde ໄດ້ກ່າວໃຫ້ສໍາພາດຕໍ່ວິທຍຸ France Inter ໃນຕອນ
ເຊົ້າຂອງມື້ນີ້

ທ່ານນາງ Christine Lagarde ໄດ້ໃຫ້ສັມພາດ ຫລັງຈາກທີ່ ທ່ານ Michel Rocard
ປະທານຄນະກັມມາທິການ ທີ່ມີຊື່ດຽວກັບເພີ່ນເອງ ໄດ້ມອບບົດລາຍງານໃຫ້ແກ່ ທ່ານ
Jean-Louis Borloo ຣມຕ ກະຊວງສະພາບສິ່ງແວດລ້ອມເມື່ອວານນີ້

ບົດລາຍງານດັ່ງກ່າວໄດ້ສເນີວ່າ ເພື່ອເປັນການກະຕຸກຊຸກຍູ້ ໃຫ້ຊາວຝຣັ່ງເສດ ປ່ຽນ
ແປງຄວາມເຄີຍ ຊິນ ຈາກການໃຊ້ນໍ້າມັນ ແລະ ແກ໊ສ ໃຫ້ຫັນໄປໃຊ້ພະລັງງານທົດແທນ
ທີ່ສະອາດນັ້ນ ຈໍາເປັນຕ້ອງຈັດຕັ້ງລະບົບເກັບພາສີຂຽວ 32 ຢູໂຣຕໍ່ປີ ສໍາລັບແກ໊ສ CO2
ທີ່ປ່ອຍອອກ

ທັງນີ້ນັບຕັ້ງແຕ່ປີ 2010 ເປັນຕົ້ນໄປ ຫລັງຈາກນັ້ນໃຫ້ເພີ້ມຂຶ້ນປີລະ 5% ໄປຈົນເຖິງ
100 ຢູໂຣໃນປີ 2030 ນໍ້າມັນແລະແກ໊ສ ທີ່ເພີ່ນເອີ້ນວ່າ "Energie fossile" ຊຶ່ງກໍຄືພະ
ລັງງານທີ່ຂຸດເຈາະມາຈາກພື້ນດິນ ຫລືພື້ນທະເລນັ້ນ ເປັນພະລັງງານທີ່ປ່ອຍແກ໊ສ
CO2 ໃນປະຣິມານສູງ ເປັນສາເຫດສໍາຄັນທີ່ສຸດ ເຮັດໃຫ້ບັນຍາກາດຫຸ້ມຫໍ່ຜິວໂລກບອບ
ບາງລົງ ເປີດໃຫ້ແສງແດດສ່ອງລົງສູ່ໂລກຫລາຍຂຶ້ນ ຊຶ່ງກໍຄືສາເຫດຂອງພາວະໂລກ
ຮ້ອນ

ຣັຖບານຈະນໍາພິຈາຣະນາໃນໂອກາດມໍ່ໆນີ້ ວ່າຈະອະນຸມັດຫລືບໍ່ອະນຸມັດບົດລາຍງານຂອງ
ທ່ານ Michel Rocard ຫລືວ່າຈະມີການສເນີໃຫ້ມີການປ່ຽນແປງແກ້ໄຂ ໃຫ້ມີການອະລຸ້ມ
ອະຫລ່ວຍກັນໄດ້ ລະຫວ່າງກຸ່ມຜູ້ເຫັນພ້ອມ ແລະ ກຸ່ມຜູ້ຄັດຄ້ານ ຊຶ່ງມີຫາງສຽງຟົດຟື້ນຂື້ນ
ມາແລ້ວ

ຈາກຕົວເລກສະຖິຕິ ທໍາໃຫ້ເຮົາຮູ້ວ່າເມື່ອປີ 2007 ຢູ່ປະເທດຝຣັ່ງເສດ ມີການປ່ອຍແກ໊ສ
CO2 ໃນປະຣິມານ 260 ລ້ານໂຕນ ໃນນັ້ນຈາກຣົດຍົນແລະໂຮງງານ 133 ລ້ານໂຕນ,
ຈາກເຄຫະສະ ຖານທີ່ພັກອາໃສ 64 ລ້ານໂຕນ, ຈາກຫ້ອງການແລະສູນການຄ້າ 31
ລ້ານໂຕນ ແລະ 24 ລ້ານ ໂຕນ ຈາກອຸດສາຫະກັມທີ່ບໍ່ຢູ່ໃນໂຄວ໌ຕ້າຂອງ ສຫພ ຢຸໂຣບ

ພາສີຂຽວຂັ້ນເລີ້ມຕົ້ນ 32 ຢູໂຣ ທີ່ສເນີໂດຍຄນະກັມມາທິການ Rocard ນັ້ນ ມີການຄິດ
ຄຳນວນກັນວ່າ ເທົ່າກັນກັບການຂຶ້ນຣາຄານໍ້າມັນ 7 ເຊັນຕ໌ຢູໂຣຕໍ່ລິດ ຫລືເທົ່າກັບການຂຶ້ນ
ຣາຄາແກ໊ສເຖິງ 15%

ທ່ານ Michel Rocard ອະດີດນາຍົກ ຣມຕ ແຫ່ງພັກສັງຄົມນິຍົມຝ່າຍຄ້ານ ຜູ້ໄດ້ຮັບ
ການເຊື້ອເຊີນ ຈາກທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ໃຫ້ສຶກສາປັນຫາລົດຜ່ອນ
ພາວະໂລກຮ້ອນ ໄດ້ຊີ້ແຈງອະທິບາຍວ່າເປົ້າໝາຍຂອງພາສີຂຽວ ບໍ່ແມ່ນແນໃສ່ການ
ເພີ້ມພູນລາຍຮັບຂອງຣັຖບານແຕ່ຢ່າງໃດ ມີແຕ່ເປົ້າໝາຍທາງດ້ານສະພາບສິ່ງແວດ
ລ້ອມເທົ່ານັ້ນ

ເວົ້າງ່າຍໆກໍຄືວ່າ ໃຜໃຊ້ພະລັງງານທີ່ເປິເປື້ອນຫລາຍ ກໍຈະໄດ້ຮັບການລົງໂທດດ້ວຍ
ການຈ່າຍພາສີ ນັ້ນເອງ ຊຶ່ງຈະເຮັດໃຫ້ຣັດມີລາຍໄດ້ 8300 ລ້ານຢູໂຣຕໍ່ປີ ໃນນັ້ນ 4300
ລ້ານຈາກບັນດາຄົວເຮືອນ ແລະ 3750 ລ້ານ ຈາກບັນດາບໍຣິສັດທຸຣະກິດຕ່າງໆ ຢ່າງ
ໃດກໍຕາມທາງວັງ Elysées ແລະ Matignon ຊຶ່ງກໍຄືທຳນຽບປະທານາທິບໍດີ ແລະ
ທໍານຽບຣັຖບານກໍາລັງມີການສຶກສາພິຈາຣະນາຢູ່ ແລະ ເຫັນວ່າ 15 ຢູໂຣຕໍ່ໂຕນຫລືຕໍ່າ
ກວ່າ ໜ້າຈະເປັນ ຕົວເລກທີ່ຈະເຮັດໃຫ້ສຽງຟົດເດືອດ ລົດລະດັບລົງໄດ້ ຕາມການເຜີຍ
ຂອງລາຍວັນເສຖກິດ Les Echos ສບັບປະຈໍາມື້ນີ້

ສຽງຟົດເດືອດນັ້ນ ແມ່ນມາຈາກບັນດາ ສສ ທັງຝ່າຍຄ້ານແລະຝ່າຍຣັຖບານເອງ ທີ່
ຫວັ່ນເກງວ່າຈະໄປ ແຕະຕ້ອງຕໍ່ອໍານາດຊື້ຂອງພົລເມືອງ ຕະຫລອດທັງບັນດາສະມາ
ຄົມອະນຸລັກສະພາບສິ່ງແວດລ້ອມ ທີ່ ເຫັນດີນໍາ ແຕ່ກໍບໍ່ຢາກໃຫ້ມາຕຣາການກະທົບກະ
ເທືອນຕໍ່ຄອບຄົວຊາວຝຣັ່ງເສດຫລາຍເກີນໄປ ແຕ່ໃນ ທີ່ສຸດ ຣັຖບານຈະປະກາດຕົວເລກ
ໃດຄັກແນ່ ຕ້ອງຄອຍຕິດຕາມເບີ່ງກັນຕໍ່ໄປ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU