ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການພັກຮ້ອນ ໃນປະເທດຝຣັ່ງ

ສິງຫາ ເປັນເດືອນພັກຮ້ອນຂອງ ລັຖບານ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/07/2009 10:24 TU

ການພັກຮ້ອນ ໃນປະເທດຝຣັ່ງ

ການພັກຮ້ອນ ໃນປະເທດຝຣັ່ງ

ການພັກຮ້ອນລະຍະຍາວ ໃນປະເທດຝຣັ່ງ ເປັນປະເພນີ ແລະ ເປັນສິດທິ ຂອງພະນັກງານທົ່ວໄປ, ຢ່າງນ້ອຍ ແຕ່ລະຄົນ ມີສິດໄດ້ພັກ 1 ເດືອນ ຫລັງຈາກ ທຳງານ ມາໄດ້ 11 ເດືອນແລ້ວ, ຫຼືວ່າ ປີນຶ່ງໄດ້ ນຶ່ງເດືອນ

ສ່ວນໃຫຍ່ ແມ່ນໃນລະດູຮ້ອນ ເລີ້ມຕົ້ນແຕ່ ເດືອນມິຖຸນາ ຫາເດືອນ ສິງຫາ, ບາງບໍຣິສັດ ສາມາດຂໍພັກຮ້ອນ ໃນເດືອນໃດກໍໄດ້. ແຕ່ວ່າ ຊາວຝຣັ່ງ ນັ້ນ ນິຍົມຊົມຊອບ ເດືອນ ສິງຫາ ຫລາຍກວ່າ ສຳຫລັບ ຂໍລາງານ ໄປພັກຜ່ອນ.

 

ດັ່ງດຽວກັບ ຄນະລັຖະບານ ກໍຖືເອົາເດືອນ ສິງຫານີ້ ເປັນເດືອນພັກ ຮ້ອນ ຕາມປະເພນີ ທີ່ໄດ້ປະຕິບັດກັນມາ ແລະໄດ້ນັດກັນ ກັບຄືນເຂົ້າ ທຳງານ ມື້ວັນທີ 25 ສິງຫາ. ສ່ວນປະທານາທິບໍດີ ນິກໂກລາ ສ໊າກ ໂກຊີ່ ກໍຈະໄປ ພັກຜ່ອນຄືກັນ ຫລັງຈາກ ໄດ້ເປັນລົມ ວິນວຽນ ຖືກນຳ ສົ່ງໂຮງພະຍາບານ ແລະ ກໍໄດ້ຖືກປົວ ຫາຍດີແລ້ວ.

 

ເຖີງຈະໄປພັກຮ້ອນກໍດີ ແຕ່ ຄນະລັຖະບານ ແຕ່ລະທ່ານ ຈະຕ້ອງຢູ່ໃນ ທ່າ ຕຽມພ້ອມສະເມີ, ຖ້າມີເຫດການຮ້າຍ ທີ່ຂື້ນກັບຄວາມຮັບຜິດຊອບ ໂດຍກົງ ກັບກະຊວງທີ່ຕົນຄຸ້ມຄອງນັ້ນ. ຈຳຕ້ອງ ໄດ້ຢຸດການພັກຮ້ອນ ແລະກັບຄືນ ເຂົ້າທຳງານດ່ວນ.

 

ກ່ອນໜ້ານີ້, ປະທານາທິບໍດີ ສ໊າກໂກຊີ່ ໄດ້ຕຽມ ໂຄງການໃຫຍ່ໃວ້ໃຫ້ ແຕ່ລະກະຊ່ວງແລ້ວ ເຊັ່ນ ໂຄງການ ການກູ້ຢືມເງີນຂອງ ລັຖະບານ, ການຫຍຸບ ຕຸລາການສອບສວນ, ການເກັບພາສີ ມົນລະພິດ ຫຼື ພາສີ ຂຽວ ແລະ ການປະຕິຮູບ ແບ່ງເຂດການເລືອກຕັ້ງໃໝ່.

 

4 ໂຄງການໃຫຍ່ສຳຄັນ ດັ່ງກ່ວານີ້ ຄົງຈະອະພິປຣາຍ ຖົກຖຽງກັນ ຢ່າງຟົດເດືອດ ຫລັງຈາກພັກຮ້ອນເຂົ້າມານີ້, ກ່ອນກົດໝາຍ ຈະຜ່ານ ໄປໄດ້.

 

ນອກຈາກນັ້ນ ລັຖະມົນຕຣີ ແລະລັຖມົນຕຣີຊ່ວຍ ຂອງທັງໝົດ 39 ທ່ານນັ້ນ ແຕ່ລະທ່ານ ກໍຕ້ອງຕຽມພ້ອມຢູ່ສເມີ ເພື່ອປະເຊີນໜ້າກັບ ບັນຫາຕ່າງໆ ເຊັ່ນ :

 

ທ່ານ ເຟຣເດຣິກ ມິຕເຕຣັ່ງ ກະຊວງ ວັທະນະທັມນັ້ນ ຈະຕ້ອງຕຽມ ປ້ອງກັນ ກົດໝາຍ ຮາໂດປີ ອີກເທື່ອໃໝ່ ເພື່ອໃຫ້ຜ່ານ ຊຶ່ງເປັນ ກົດໝາຍ ຫ້າມລັກ ກ່າ ລິຄະສິດ ໃນເຄືອຄ່າຍ ແອງແຕກເນຕ.

 

ສຳຫລັບ ຍນ ຣົຊລີນ ບາຊໂລ ກະຊວງສາທາຣະນະສຸກ ຕ້ອງຕຽມ ປະເຊີນໜ້າກັບ ເຊື້ອໂຣຄໃຂ້ຫວັດໝູ ທີ່ຄາດວ່າ ມັນຈະລະບາດ ຢ່າງຮ້າຍແຮງໃນລະດູໃບໃມ້ລົ່ນເຂົ້າມານີ້.

 

ນອກນັ້ນ ຍນ ບາຊໂລ ຍັງຈະຕ້ອງ ຕຽມປ້ອງກັນ ກ່ຽວກັບໂຄງການ ປະຕິຮູບ ກົດໝາຍ ໂຮງພະຍາບານນັ້ນອີກ ເພາະສະພາລັຖທັມມະນູນ ຫາກໍໄດ້ປະຕິເສດ ຜ່ານມາໃໝ່ໆນີ້.

 

ສ່ວນທ່ານ ບຣິສຊ໌ ອອກເຕີເຟີ ກະຊວງພາຍໃນນັ້ນ ຢູ່ໃນທ່າຕຽມພ້ອມ ປະເຊີນໜ້າກັບ ກຸ່ມມິສາຊີບ ລັກຈີ້ປຸ້ນ ເກີດຂື້ນຢູ່ບໍ່ເວັ້ນແຕ່ລະມື້, ກຸ່ມອັນຕະພານ ແລະ ກຸ່ມໂຈນບ້າ ລັກຈູດປ່າໄມ້ ໃນລະດູຮ້ອນນີ້ອີກ.

 

ໂຄງການຫຍຸບ ພະແນກ ຕຸລາການສອບສວນ ເປັນພາຣະສຳຄັນ ຂອງ ຍນ ມີແຊນ ອ່ານລີ່ໂອ ມາຣີ່ ຜູ່ຮັບຊອບໃໝ່ໃນກະຊວງ ຍຸຕິທັມ ຫລັງຈາກ ຍນ ໄດ້ຜ່ານ ມາແລ້ວ 2 ກະຊວງ ຄື ປ້ອງກັນປະເທດ ແລະ ພາຍໃນ.

 

ດັ່ງດຽວກັບ ຍນ ກຣິດຕີນ ລາກາກດ໌ ກະຊວງການເງີນ ຈຳຕ້ອງບຸກ ເບີກ ການກູ້ຢືມເງີນ ຈາກມວນຊົນ ເພື່ອສົ່ງເສີມການພັທະນາ ແລະ ປະເຊີນໜ້າ ກັບບັນຫາ ເສຖະກິດ ຂອງໂລກ. 

 

ທ່ານ ຊ່າວິເວ ດາກກົສ ອອກຈາກ ກະຊວງສຶກສາ ທີ່ຍຸ້ງຍາກ ໃນ ການປະຕິຮູບ ແລະຖືກປະທ້ວງຈາກ ນັກສອກສາແລ້ວ, ບັດນີ້ມາ ກຳກະຊວງ ແຮງງານ ແລະມາພົບພໍ້ກັບບັນຫາ ວາງງານ ອັນໜັກ ໜ່ວງ ຊຶ່ງ ບັນດາບໍຣິສັດ ກຳລັງ ເອົາຄົນອອກງານກັນ ເປັນແຖວໆ.

 

ສ່ວນຜູ່ແມ່ນ ທ່ານ ດາກກົສ ທີ່ກະຊວງສຶກສານັ້ນ ແມ່ນທ່ານ ລຸກ ຊ່າ ແຕນ ໃນຕອນພັກຮ້ອນເຂົ້າມານີ້ ແນ່ນອນ ບັນຫາເກົ່າຄົງຟົດເດືອດ ຄືນໃໝ່ ກ່ຽວກັບການປະຕິຮູບ ໂຮງຮຽນມັທະຍົມ ແລະຜ່ອນຈຳນວນ ນາຍຄຣູ ແລະພະນັກງານ ສຶກສາ ລົງ, ຄືຫລັງຈາກ ມີຜູ່ອອກໄປ ກິນເບັ້ຽບຳນານແລ້ວ ຈະບໍ່ມີການ ເອົາຄົນໃໝ່ເຂົ້າມາແທນ, ຫຼືວ່າ ອອກ 2 ແທນ 1 ດັ່ງນີ້ເປັນຕົ້ນ.

 

ສຳຫລັບ ທ່ານ ແບກນາກ ກຸສແນ້ ກະຊວງການຕ່າງປະເທດ ນັ້ນ ກຳລັງວຸ້ນນຳບັນຫາຊົນເຜົ່າ ອູຍຄູ້, ແຕ່ແນ່ນອນ ສຽງຂອງທ່ານ ກຸສແນ້ ບໍ່ຄ່ອຍມີນໍ້າໜັກ ປານໃດ ເພາະບັນຫາຕ່າງປະເທດສຳຄັນ ແມ່ນວັງ ເອລີເຊ່ເປັນຜູ່ກຳບັງຫຽນ, ແມ່ນແຕ່ ບັນຫາ ດາກຟວກ ກໍເຊັ່ນດຽວ.

 

ນອກນັ້ນ ບັນດາລັຖະມົນຕຣີ ອື່ນໆ ກໍເຊັ່ນດຽວ ກໍຕ້ອງຢູ່ໃນທ່າຕຽມ ພ້ອມສະເມີ, ເຊັ່ນ ບັນຫາ ການຂ້າຕົວຕາຍ ຂອງບຸກຄລະກອນ ທີ່ກະຊວງໄປຊະນີ, ການປະທ້ວງ ຊວາກະຊິກອນ ຜລິດນໍ້ານົມງົວ, ການວ່າງງານທົ່ວໄປ, ການສົ່ງເສີມ ຟື້ນຟູເສຖກິດ ແລະ ອື່ນໆນັ້ນ,

 

ຖ້າທ່ານໃດ ຫາກຂາດ ປະສິດທິຜົນກໍຈະຖືກ ສັບປ່ຽນອອກ ຈາກກະ ຊວງ, ເປັນຂອງ ທັມມະດາ. ພາຍໃຕ້ ການນຳພາ ຂອງປະທານາທິ ບໍດີ ສ໊າກໂກຊີ່ ແລະ ນາຍົກ ຟີ່ຍົງ ພາຍໃນ ສອງປີ ກວ່າຜ່ານມານີ້ ຄນະລັຖບານ ໄດ້ຖືກສັບຊ້ອນ ແລະປ່ຽນໃໝ່ ເຖີງ 5 ຄັ້ງແລ້ວ.

 

ສນັ້ນ ການສັບປ່ຽນ ຄນະລັຖະບານ ແຕ່ລະຄັ້ງນັ້ນ ແມ່ນເປັນການທົດ ລອງ ຄວາມສາມາດ ຂອງແຕ່ລະທ່ານ.

 

ແຕ່ສຳຫລັບ ພະນັກງານ ຫຼື ຄົນງານ ຂອງບໍຣິສັດ ເອກະຊົນ ກໍໄດ້ຂໍ ລາພັກຮ້ອນ ໃນເດືອນນີ້ ຢ່າງຫລວງຫລາຍ ຄືກັນ.

 

ສ່ວນໃຫຍ່ ກໍຢູ່ໃນຄວາມ ຢ້ານຫວາດຫວັ່ນ ເພາະ ຫລັງຈາກ ພັກ ຮ້ອນ ເຂົ້າມາແລ້ວ, ຫວັງວ່າຄົງຈະບໍ່ໄດ້ຮັບ ໃບສັ່ງໃຫ້ອອກຈາກ ງານ ຈາກນາຍຈ້າງ.

 

ສນັ້ນ ທ່ານຜູ່ຟັງ ທີ່ຈະໄປພັກຮ້ອນ ໃນເດືອນສິງຫາ ຫຼື ໃນເດືອນ ຕໍ່ໆໄປ ຫຼື ໄດ້ໄປພັກຜ່ານມາແລ້ວກໍດີ, ຂໍໃຫ້ທຸກໆທ່ານ ຈົງປະສົບ ພົບພໍ້ ແຕ່ໂຊກດີໆ....

ການພັກຮ້ອນ ໃນປະເທດຝຣັ່ງ

30/07/2009

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU